ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 13:23:11    
ນະຄອນ​ປັກ​ກິ່ງ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກ​ສາ​ເມືອງ​ທີ່​ມີ​ຊື່​ສຽງ​ທາງ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ

cri Author: li
ຫວ່າງ​ມໍ່ໆ​ນີ້ ຄະນະ​ປະຈຳ​ສະພາ​ປະຊາຊົນ​ນະຄອນ​ປັກ​ກິ່ງ​ໄດ້​ຜ່ານ​ກົດ​ຂໍ້​ກຳນົດ​ປົກ​ປັກ​ຮັກສາ​ເມືອງ​ຊື່​ດັງ​ທາງ​ປະຫວັດສາດ​ວັດທະນະທຳ,​ແລະ​ເລີ່ມ​ປະຕິບັດ​ຢ່າງ​ເປັນ​ທາງ​ການ​ໃນ​ເຂດ​ປັກ​ກິ່ງ​ແຕ່​ວັນ​ທີ 1​ພຶດສະພາ​ປີນີ້​ເປັນຕົ້ນ​ໄປ.

ປັກ​ກິ່ງ​ໃນ​ຖານ​ເປັນ​ນະຄອນຫຼວງບູ​ຮານ​ທາງ​ປະຫວັດສາດ​ວັດທະນະທຳ​ທີ່​ມີ​ຊື່ສຽງ​ໃນ​ໂລກ ປະຈຸ​ບັນ​ມີ​ຫົວໜ່ວຍ​ຮັກສາ​ວັດຖຸ​ບູຮານ 1ພັນ​ກວ່າ​ແຫ່ງ.ການ​ຮັກສາ​ມໍລະດົກ​ປະຫວັດສາດ​ວັດທະນະທຳ​ຫຼາຍ​ປານ​ນີ້ ​ແມ່ນ​ບັນຫາ​ຍາກ​ທີ່​ພົ້ນ​ເດັ່ນ​ໃນ​ການ​ສ້າງສາ​ແລະ​ພັດທະນາ​ນະຄອນ​ປັກ​ກິ່ງ​ໂດຍ​ຕະຫລອດ​.

ແຕ່​ຊູ​ມປີ 80​ສະຕະວັດ​ແລ້ວນີ້​ເປັນຕົ້ນ​ມາ ການ​ກໍ​ສ້າງ​ນະຄອນ​ປັກ​ກິ່ງ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,​ແຕ່​ວ່າ​ການ​ກະທຳ​ຫັນ​ເປັນ​ການ​ຄ້າ​ເກີນ​ໄປ​ໃນ​ການ​ພັດທະນາ ພາ​ໃຫ້​ໂສມ​ໜ້າ​ນະຄອນ​ບູຮານ​ຂອງ​ປັກ​ກິ່ງ​ຖືກ​ທຳລາຍ​ຢ່າງ​ໜັກ,​ເອກ​ກະ​ລັກ​ກໍ​ສ້າງ​ກໍ​​ເສຍ​ສິສັນ​ຝ່າຍ​ຕາ​ເວັນ​ອອກ​ດັ້ງ​ເດີມ.ການ​ນຳ​ອອກ​ກົດ​ຂໍ້​ກຳນົດ​ກໍ​ແມ່ນ​ບັງຄັບ​ຮັກສາ​ນະຄອນ​ບູຮານ​ແລະ​ເຄຫະ​ສະຖານ​ບູຮານ​ທີ່​ເປ່​ເພ​ດ້ວຍ​ຮູບ​ການ​ກົດໝາຍ.ກົດ​ຂໍ້ກຳນົດ​ໄດ້​ກຳນົດ​ຢ່າງ​ແຈ່ມ​ແຈ້ງ​ຕໍ່​ເນື້ອ​ໃນ​ຮັກສາ​​ເມືອງ​ປະຫວັດສາດ​ວັດທະນະທຳ,ຄື​ການ​ຮັກສາ​ເມືອງ​ເກົ່າ​ສັງ​ລວມ ການ​ຮັກສາ​ຖະໜົນ​ປະຫວັດສາດ​ວັດທະນະທຳ ການ​ຮັກສາ​ຫົວໜ່ວຍ​ຮັກສາ​ວັດຖຸ​ບູຮານ ການ​ຮັກສາ​ສິ່ງ​ກໍ່ສ້າງ​ທີ່​ມີ​ຄຸນຄ່າ​​ໃນ​ການ​ຮັກສາ​ເປັນຕົ້ນ,​ແລະ​ຈັດ​ເຂົ້າ​ໃນ​ແຜນ​ຜັງ​ລວມຂອງ​ການ​ສ້າງ​ຕົວ​ເມືອງ​ປັກ​ກິ່ງ,​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຜ່ານ​ຈາກ​ຮູບ​ການ​ກົດ​ບັນຍັດ​ທ້ອງ​ຖິ່ນ,ກຳນົດ​ຫນ້າ​ທີ່​ຮັບຜິດຊອບ​ອັນ​ລະອຽດ​ຂອງ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ໃນ​ດ້ານ​ຮັກສາ​ວັດຖຸ​ບູຮານ ການ​ຄົມມະນາຄົມ​ເທດ​ສະບານ ​ໂຄງ​ລ່າງ​ເທດສະບານ​ແລະ​ການກໍ່ສ້າງ​ການ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ເປັນຕົ້ນ,​ເຊິ່ງ​ສາມາດ​ປະຕິບັດ​ໄດ້​.

ທາງ​ຮ່ອມ​ແລະ​ເຮືອນ​ຊື້​ເຫີ​ຢ້ວນ​ໃນ​ທາງ​ຮ່ອມ​ໄດ້​ສະ​ແດງ​ໃຫ້​ເຫັນ​ໂສມ​ຫນ້າ​ແລະ​ແບບ​ແຜນ​ສິ່ງ​ກໍ່ສ້າງ​ຕົວ​ເມືອງ​ທີ່​ດັ້ງ​ເດີມ​ແລະ​ມີ​ເອກະລັກ​ຂອງ​ປັກ​ກິ່ງ,ສ່ວນ​ກົດ​ຂໍ້​ກຳນົດ​ໄດ້​ເອິ້ນ​ຖະຫນົນ ຈຸ້ມສິ່ງ​ກໍ່ສ້າງ​ແລະ​​ຫມູ່​ບ້ານ​ເປັນຕົ້ນ​ທີ່​ມີ​ໂສມ​ຫນ້າດັ້ງ​ເດີມ​ໃນ​ຍຸກ​ສະ​ໄຫມ​ປະຫວັດສາດ​ພິ​ເສດ​ຫລື​ມີ​ສີສັນ​ທ້ອງ​ຖິ່ນ​ຊົນ​ເຜົ່າ​ເປັນ​ເຂດ​ຖະຫນົນ​ປະຫວັດສາດ​ວັດທະນະທຳ,​ໄດ້​ພົ້ນ​ເດັ່ນ​ການ​ເພີ່ມ​ທະວີ​ການ​ຮັກສາ​​ເມືອງ​ເກົ່າ​ທາງ​ປະຫວັດສາດ​ວັດທະນະທຳ​ໂດຍ​ສັງ​ລວມ.

ແຜນ​ຜັງ​ລວມຂອງ​ຕົວ​ເມື​ອງປັກ​ກິ່ງ​ທີ່​ຄະນະ​ລັດຖະບານຈີນ​ຜ່ານ​ຮັບຮອງ​ໃນ​ເດືອນ​ມັງກອນ​ປີ 2005 ​ໄດ້​ສະ​ເໜີ​ອອກ​ມາເປັນ​ເທື່ອ​ທຳ​ອິດ​ວ່າ,​ໄດ້​ກຳນົດ​ທິດ​ພັດທະນາ​ຕົວ​ເມືອງ​ຂອງ​ປັກ​ກິ່ງ​ເປັນ"ຕົວ​ເມືອງ​ທີ່​ເຫມາະ​ແກ່​ການ​ດຳລົງ​ຊີວິດ".​ເວົ້າສຳ​ລັບ​ປັກ​ກິ່ງ​ແລ້ວ,​ເມືອງ​ເກົ່າ​ປັກ​ກິ່ງ​ທີ່ກວ້າງ 60 ກວ່າ​ກິ​ໂລ​ແມັດ​ມົນທົນ​ທີ່​ຖື​ເມືອງ​ພະ​ລາຊະວັງ​ເປັນ​ໃຈກາງ​ແມ່ນ​ທີ່​ຕັ້ງຂອງ​ເມືອງ​ຫລວງ​ເກົ່າ​ທີ່​ມີ​ປະຫວັດ 800 ກວ່າ​ປີ,​ແຕ່​ລະ​ກິ​ໂລ​ແມັດ​ມົນທົນ​ມີ​ປະຊາກອນ​ເກືອບ 2 ຫມື່ນ 7 ພັນ​ຄົນ.ພາລະ​ບົດບາດ​ຂອງ​ເມືອງ​ເກົ່າ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ,ຄວາມ​ສູງ​ຂອງ​ສິ່ງ​ກໍ່ສ້າງ​ເສຍ​ການ​ຄວບ​ຄຸມ ມີ​ຈຳນວນ​ສິ່ງ​ກໍ່ສ້າງ​ຢ່າງ​ມະຫາສານ,​ໄດ້​ພາ​ໃຫ້ການ​ຄົມມະນາຄົມ​ແລະ​ສະພາບ​ແວດ​ລ້ອມ​ຊີວະ​ພາບ​ນັບ​ມື້​ນັບ​ຊຸດ​ຮ້າຍ​ລົງ.​ເພື່ອ​​ເລື່ອງ​ນີ້,ກົດ​ຂໍ້​ກຳນົດ​ໄດ້​ເພີ່ມ​ເນື້ອ​ໃນ​ທີ່​ສົມ​ຄູ່​ກັນ​ໃນ​ການ​ສ້າງ​ຕົວ​ເມືອງ​ທີ່​ເຫມາະ​ແກ່​ການ​ດຳລົງ​ຊີວິດ,​ໄດ້​ກຳນົດ​ບົດບາດ​ນຳ​ທາງ​ຂອງ​ລັດຖະບານ​ໃນ​ດ້ານ​ສິ່ງ​ກໍ່ສ້າງ,​ແລະ​ໄດ້​ຂຽນ​ເນື້ອ​ໃນ​ກ່ຽວ​ກັບ​ຫລຸດ​ຄວາມ​ຫນາ​ແຫນ້ນ​ຂອງ​ປະຊາກອນ​ໃນ​ເມືອງ​ເກົ່າ"​ເຂົ້າ​ໃນ​ກົດ​ບັນຍັດ​ເປັນ​ເທື່ອ​ທຳ​ອິດ,ຮຽກຮ້ອງ​ໃຫ້​ລັດຖະບານ​ວາງ"ນະ​ໂຍບາຍ​ແລະ​ມາດ​ຕະການ​ທີ່​ສັບ​ຊ້ອນ​ພາລະ​ບົດບາດ​ຂອງ​ເມືອງ​ເກົ່າ​ແລະ​ຍົກຍ້າຍ​ປະຊາກອນ​ທີ່​ອາ​ໄສ​ຢູ່​ເມືອງ​ເກົ່າ".

ທ່ານ​ລີ​ສຽວ​ຈວນ ກຳມະການ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ,ການ​ປະກາດ​ປະຕິບັດ​ກົດ​ຂໍ້​ກຳນົດ​ດັ່ງກ່າວ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ສະຕິ​ອະນຸລັກ​ຕົວ​ເມືອງ​ຂອງ​ທົ່ວ​ສັງຄົ​ມ​ໃຫ້​ສູງ​ຂຶ້ນ​ແລະ​ເພີ່ມຄວາມ​ແຮງ​ໃນ​ການ​ອະນຸລັກ,​ເຮັດ​ໃຫ້​ວຽກ​ງານ​ອະນຸລັກ​ໄດ້​ຮັບ​ການ​ປະຕິບັດ.