ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 14:49:05    
ຄະນະ​ກຳມະການ​ວິຊາ​ການ​ທະ​ເລ​ສາ​ກົນ​ເຫັນ​ວ່າ​ຄວນ​ສ້າງ​ລະ​ບົບ​ເຕືອນ​​ຄື້ນ​ຊູ​ນາ​ມີ​ມະ​ຫາ​ສະ​ໝຸດ​ອິນ​ເດຍ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 29 ມີນາ, ​ເຈົ້າໜ້າ​ທີ່​ຄະນະ​ກຳມະການ​ວິຊາ​ການ​ທະ​ເລ​ສາ​ກົນ​ທີ່​ສັງ​ກັດ​ອົງການ​ຢູ​ເນັສ​ໂກສະຫະ​ປະຊາ​ຊາດກ່າວ​ວ່າ, ກາງຄືນ​ວັນ​ທີ 28 ມີນາ​ຢູ່​ພູມ​ທະ​ເລ​ມໍ່​ເກາະ​ຊູ​ມາ​ຕຼາອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ແຮງ​ນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ສ້າງ​ລະ​ບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ແມ່ນ​ມີ​ຄວາມ​ຈຳ​ເປັນ.

​ເຈົ້າໜ້າ​ທີ່​ຄະນະ​ກຳມະການ​ດັ່ງກ່າວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ເຂດ​ມະຫາ​ສະ​ໝຸດ​ອິນ​ເດຍ​ບໍ່​ມີ​ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ຢ່າງ​ແມ່ນ​ຢຳ​ໃນຊົ່ວຄາວ, ນີ້​ຈະ​ເຮັດ​ໃຫ້​ການ​ປ້ອງ​ກັນ​ຄື້ນ​ຊູ​ນາ​ມີ​ປະສົບ​ຄວາມ​ຫຍຸ້ງຍາກຫຼາຍກວ່າ​ເກົ່າ. ​ເທື່ອ​ນີ້ມະຫາສະ​ໝຸດ​ອິນ​ເດຍ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ແຮງ​ອີກ, ຜູ່​ຊ່ຽວຊານ​ຄະນະ​ກຳມະການ​ດັ່ງກ່າວ​ເຫັນ​ວ່າ, ຕ້ອງ​ເຮັດ​ວຽກ​ສອງ​ລາຍ​ດັ່ງ​ລຸ່ມ​ນີ້​ຢ່າງ​ວ່ອງ​ໄວ, ນັ້ນກໍ່​ຄື ເພີ່ມ​ທະວີ​ການ​ສຶກສາ​ຄວາມ​ຮູ້​ປ້ອງ​ກັນ​ໄພ​ແລະ​ວຽກ​ງານ​ສ້າງ​ລະ​ບົບ​ເຕືອນ​ໄພ​ຄື້ນ​ຊູ​ນາ​ມີ.