ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 15:08:27    
ຈີນ​ໄດ້​ສ້າງ​ກົນ​ໄກ​ເຕືອນ​ໄພ​ຄື້ນ​ຊູ​ນາ​ມີ​ໃນ​ເບື້ອງ​ຕົ້ນ

cri Author: lm

ຕາມ​ຂ່າວCRI: ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ວ່າ, ​ແຕ່​ມະຫາ​ສະ​ໝຸດ​ອິນ​ເດຍ​ເກີດ​ຄື້ນຊູ​ນາ​ມີ​ໃນ​ທ້າຍ​ປີ​ກາຍ​ເປັນຕົ້ນມາ, ​ເມື່ອ​ໄດ້​ພະຍາ​ຍາມ​ມາ​ເປັນ​ເວລາ 3 ​ເດືອນ​ກວ່າ​ແລ້ວ, ຈີນ​ໄດ້​ສ້າງ​ກົນ​ໄກ​ເຕືອນ​ໄພ​​ແຜ່ນດິນ​ໄຫວ​ແລະຄື້ນ​ຊູ​ນາ​ມີ​ໃນ​ເບື້ອງ​ຕົ້ນ, ​ແລະ​​ເລີ່​ມ​ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ຢັ່ງ​ແທກ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ໃນ​ຫວ່າງ​ມໍ່ໆນີ້.

ຕາມ​ໄດ້​ຊາບ, ປະຈຸ​ບັນ, ຈີນ​ໄດ້​ສ້າງ​ສະຖານີ​ຕິດຕາມ​ຄື້ນທະ​ເລ 50 ກວ່າ​ແຫ່ງ​ຢູ່​ແຄມ​ທະ​ເລ, ຕິດ​ຕາມ​ຢັ່ງ​ແທກ​ສະພາບ​ການ​ປ່ຽນ​ແປງ​ຂອງ​ລະດັບ​ນ້ຳ​ທະ​ເລ​ໃນ 24 ຊົ່ວ​ໂມງ​ຢ່າງ​ບໍ່​ຂາດ​ສາຍ. ນອກ​ນີ້, ສູນ​ພະຍາກອນສະພາບທະ​ເລ​ແຫ່ງ​ຊາດ​ຈີນ​ກໍ່ຕໍ່ກັບ​ສູນ​ພະຍາ​ກອນ​ຄື້ນ​ຊູ​ນາ​ມີ​ມະ​ຫາ​ສະ​ໝຸດ​ປາຊີ​ຟິກ, ​ສ້າງ​​ເປັນລະບົບ​ເຕືອນ​ໄພ​ແຜ່ນດິນ​ໄຫວ​ຄື້ນຊູ​ນາ​ມີ​ໂດຍ​ອັດ​ຕະ​ໂນ​ມັດ.