ນິທານສຸພາສິດເລື່ອງ "ກ່າງຈົ່ງໂຢວວ້າຍ" ໝາຍຄວາມວ່າ "ເບິ່ງຜິວເຜີນອ່ອນນວນ ແຕ່ຂ້າງໃນພັດແຂງແກ່ນທີ່ສຸດ" ສູ່ຟັງ. ສຸພາສິດນີ້ບັນທຶກໄວ້ໃນປື້ມ "ກົນອຸບາຍ 36 ຂໍ້" ເຊິ່ງເປັນໜຶ່ງໃນຕຳລາພິໄຊສົງຄາມທີ່ມີຊື່ສຽງດົງດັງໃນສະໄໝບູຮານຈີນ, ໝາຍເຖິງໃຊ້ແບບວິທີຮອບຄອບທີ່ທັງອ່ອນນວນທັງແຂງແກ່ນປະສົມປະສານກັນໃນການຕໍ່ສູ້ທາງການທະຫານ.
ຄຳວ່າ "ກ່າງ" ໝາຍເຖິງ "ແຂງແກ່ນ", ຄຳວ່າ "ໂຢວ" ໝາຍເຖິງ "ອ່ອນນວນ", ເວົ້າໃນດ້ານການທະຫານແລ້ວ, "ແຂງແກ່ນ" ກໍ່ໝາຍເຖິງມີກຳລັງເຂັ້ມແຂງຢູ່ໃນທ່າບຸກ, "ອ່ອນນວນ" ໝາຍເຖິງກຳລັງອ່ອນແອ ຢູ່ໃນທ່າປ້ອງກັນ. ໃນໄລຍະເກີດສົງຄາມເລື້ອຍໆໃນສະໄໝບູຮານ, ນັກການທະຫານທີ່ສະຫຼາດສະຫຼຽວບໍ່ມີຜູ່ໃດບໍ່ເນັ້ນໜັກເຖິງການປະສົມປະສານກັນທັງຄວາມແຂງແກ່ນແລະຄວາມນວນ.
ໃນສະໄໝຊຸ່ນຊິວ, ລັດແຢ້ສົ່ງນາງງາມຊີ່ຊື່ໄປຖວາຍເຈົ້າຊີວິດລັດອູ, ແມ່ນໃຊ້ກົນອຸບາຍນ້ຳເຜິ້ງເອືອບຢາພິດ; ໃນສະໄໝຍຸດທະຈັກ, ຊຸນປິ້ນເຮັດຕິເປັນບ້າ ເພື່ອຫຼອກລວງຜາງຈ່ວນ, ແມ່ນໃຊ້ກົນອຸບາຍນ້ຳຕາແຂ້. ຕົວຢ່າງຄືແນວນີ້ມີຢູ່ຈົນນັບບໍ່ຖ້ວນ, ກົນອຸບາຍເຫຼົ່ານີ້ໃຊ້ແບບວິທີຕ່າງກັນ, ແຕ່ມີຈຸດພິເສດອັນດຽວກັນ, ນັ້ນກໍ່ຄືອ່ອນນອກແຂງໃນ, ເພື່ອບັນລຸຈຸດປະສົງທີ່ໃຊ້ຄວາມອ່ອນນວນເອົາຊະນະຄວາມແຂງແກ່ນາ.
ລີຊູ້ ນາຍພົນທີ່ຊື່ດັງໃນລາຊະວົງຖັງ "ຫຼອນໂຈມຕີເມືອງໄຊ້ໂຈ່ວໃນຕອນກາງຄືນທີ່ມີຫິມະຕົກ" ກໍ່ແມ່ນແບບຢ່າງທີ່ນຳໃຊ້ແນວຄິດກົນອຸບາຍດັ່ງກ່າວໃນສົງຄາມບຸກໂຈມຕີ.
ເມື່ອປີຄ.ສ.814, ພາຍຫຼັງອູຊ້າວຢາງ ຂ້າຫຼວງໃຫຍ່ຫວຍຊີເຖິງແກ່ກຳແລ້ວ, ອູຢວນຈີ້ ລູກຊາຍຂອງເພິ່ນໄດ້ກໍ່ການກະບົດ, ລັດຖະບານສູນກາງລາຊະວົງຖັງ. ຖັງຊ້ຽນຈົ່ງ ເຈົ້າຊີວິດລາຊະວົງຖັງໄດ້ແຕ່ງກອງທະຫານປະມານ 9 ໝື່ນຄົນໄປປາບ ອູຢວນຈີ້ຈາກ 4 ດ້ານ, ແຕ່ຍືດເຍືອເປັນເວລາ 3 ປີກໍ່ບໍ່ໄດ້ຜົນຢ່າງເດັ່ນຊັດ.
ພາຍຫຼັງມາ, ລີຊູ້ຖືກແຕ່ງຕັ້ງເປັນນາຍພົນບັນຊາກອງທະຫານສາຍຕາເວັນຕົກ, ຮັບຜິດຊອບບຸກໂຈມຕີເມືອງໄຊ້ໂຈ່ວ ປັດຈຸບັນຄືູເມືອງຢູໜານແຈວງເຫີນານ. ໃນຄາວນັ້ນ, ຍ້ອນກອງທະຫານລາຊະວົງຖັງຖືກຕີໃຫ້ປະລາໄຊຫຼາຍເທື່ອ ນາຍແລະພົນທະຫານຈຶ່ງບໍ່ມີນ້ຳໃຈສູ້ລົບ ລ້ວນແຕ່ຢ້ານການສູ້ລົບ.
ລີຊູ້ເລີຍໄປຢາມພົນທະຫານດ້ວຍຕົນເອງ, ປອບໃຈຜູ່ບາດເຈັບ, ໃຊ້ແຜນຍຸດໂທບາຍແຂງໃນອ່ອນນອກ, ຕັ້ງແກ້ງຜ່ອນຍານການຄຸ້ມຄອງກອງທະຫານ, ທັງບໍ່ປັບປຸງທັງບໍ່ຝຶກແອບກອງທະຫານ. ເມື່ອມີລູກນ້ອງຕັກເຕືອນ, ລີຊູ້ກໍ່ເລີຍບອກຄວາມຈິງຢ່າງລັບໆວ່າ: ຂ້າພະເຈົ້າເຮັດແນວນີ້ແມ່ນເພື່ອເຮັດໃຫ້ອູຢວນຈີ້ເບິ່ງ. ໃນຄາວນັ້ນ, ອູຢວນຈີ້ຍ້ອນໄດ້ເອົາຊະນະກອງທະຫານລາຊະວົງຖັງຫຼາຍຄັ້ງ, ທັງຖືເບົາລີຊູ້ມີຖານະບໍ່ສູງ, ບໍ່ຮູ້ການທະຫານ, ຈຶ່ງລະເຫຼີງສະຕິລະວັງຕົວຕໍ່ເພິ່ນ.
ສ່ວນລີຊູ້ ພັດຂ້ຽວເລັ່ງສ້ອມແປງອາວຸດຍຸດໂທປະກອນ, ແລະຮ້ອງຂໍໃຫ້ລາຊະສຳນັກແຕ່ງກອງທະຫານມາເພີ່ມຕື່ມ, ທຳການກະກຽມບຸກໂຈມຕີຢ່າງລັບໆ.
ເວລາຜ່ານໄປອີກໄລຍະໜຶ່ງ, ລີຊູ້ເລີ່ມໃຊ້ການເຄື່ອນໄຫວບຸກໂຈມຕີ, ແຕ່ເພື່ອຫຼອກລວງທະຫານຝ່າຍສັດຕູຕື່ມອີກ, ແຕ່ລະເທື່ອ, ລີຊູ້ກໍ່ໃຊ້ການເຄື່ອນໄຫວຂະໜາດນ້ອຍ, ໃຊ້ແບບວິທີຕີຍຶດເອົາຖານທີ່ໝັ້ນຂອງຝ່າຍສັດຕູເທື່ອລະບ່ອນເປັນກ້າວໆ, ບໍ່ບຸກໂຈມຕີເຂົ້າເລິກໄປຂ້າງໃນເຂດສັດຕູຄວບຄຸມ.
ເມື່ອກອງທະຫານຫຼວງຂອງອູຢວນຈີ້ລ້ວນແຕ່ເຕົ້າໂຮມຢູ່ທິດເມືອງແຢນເສິງເພື່ອ ຕ້ານກັບກອງທະຫານລາຊະວົງຖັງສາຍເໜືອນັ້ນ, ຢູ່ເມືອງໄຊ້ໂຈ່ວແລະສາຍທິດຕາເວັນຕົກມີກຳລັງທະຫານໜ້ອຍ. ລີຊູ້ຖືວ່າໄດ້ໂອກາດແລ້ວ, ເລີຍແບ່ງກອງທະຫານເປັນສາມກອງ, ມຸ່ງຫນ້າໄປສູ່ເມືອງໄຊ້ໂຈ່ວຈາກສາມທິດໃນຍາມກາງຄືນ.
ເມື່ອອູຢວນຈີ້ຕື່ນນອນແລ້ວ, ໄດ້ເຫັນຕົນເອງຖືກປິດລ້ອມຈາກກອງທະຫານລາຊະວົງຖັງແລ້ວ, ເຂົາຈິ່ງນຳພາກອງທະຫານຂຶ້ນກຳແພງຕົວເມືອງຕ້ານກັບກອງທະຫານລາຊະວົງຖັງ, ແຕ່ບໍ່ໄດ້ຜົນຫຍັງແລ້ວ. ໃນທີ່ສຸດຖືກກອງທະຫານລາຊະວົງຖັງຕີໃຫ້ປະລາໄຊ, ອູຢວນຈີ້ເອງກໍ່ຖືກຈັບເປັນຊະເລີຍເສິກ.
ລວມຄວາມແລ້ວ,ອັນທີ່ວ່າ ແຂງໃນອ່ອນນອກບໍ່ແມ່ນປະນີປະນອມແລະທໍ້ຖອຍ, ຫາກແມ່ນແຜນຍຸດໂທບາຍທີ່ບຸກໂຈມຕີຢ່າງຮອບຄອບ
|