ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 17:22:55    
ເມ​ດານ​ຄອງ​ຄອຍ​ໃນ​ທ່າມ​ກາງ​ຄວາມ​ມິດ​ງຽບ

cri Author: sayvanny
ຕອນ​ເດິກ​ທ່ຽງ​ຄືນ​ວັນ​ທີ 28 ມີນາ ພູມ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ເກາະ​ຊູ​ມາຕຼາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ແຮງ​ເຖິງ​ຂັ້ນ 8,5 ລິກ​ເຕີ, ນັກ​ຂ່າວ​ຂ່າວສານ​ຊີ​ນຮວາ​ໄດ້​ໄປ​ເອົາ​ຂ່າວ​ຢູ່​ເກາະ​ນິອາສທີ່​ປະສົບ​ໄພ​ຫນັກ​ກວ່າ​ຫມ່​ໃນ​ທັນທີ.

ຕອນ​ບ່າຍ​ວັນ​ທີ 29 ມີນາ, ນັກ​ຂ່າວ​ໄດ້​​ແວ່ພັກ​ເຊົາ​ຢູ່​ເມືອງ​ເມ​ດານ​ ​​ເທດສະບານ​ແຂວງ​ຊູ​ມາຕຼາ​ເປັນ​​ເວລາ​ສັ້ນ​​ແລ້ວ,ປະກົດ​ເຫັນ​ວ່າ, ຊີວິດ​ການ​ເປັນ​ຢູ່​ຢູ່​ແຫ່ງ​ນີ້​ໄດ້​ຟື້ນ​ຟູ​ລະບຽບທີ່ເປັນ​ປົກກະຕິ​ແລ້ວ, ​ຕາມ​ຖະຫນົນມີ​ຄົນ​ໄປມາ​ປານ​ສອດ​ກະສວຍ,ພັດ​ຕາ​ຄານ​ແລະ​ຮ້ານ​ຄ້າກໍ່​ເປີດ​ບໍລິການເປັນ​ປົກ ກະຕິ. ​ຮ່ອງຮອຍ​​ແຜ່ນດິນ​ໄຫວ​ທີ່ຈົ່ງ​ໄວ້​ຢູ່​ແຫ່ງ​ນີ້​ກໍ່​ແມ່ນ​ຮອຍ​ແຕກ 7-8 ບ່ອນ​ຢູ່​​ໃນ​ຕຶກ​ແສງຕາ​ເວັນ ​ເຊິ່ງ​ເປັນ​ສິ່ງ​ກໍ່ສ້າງ​ສັນຍະລັກ​ຂອງ​ເມືອງ​ເມ​ດານ​,​ໃນ​ນັ້ນ ຮອຍ​ແຕກ​ທີ່ຍາວ​ກວ່າ​ຫມູ່​ຍາວ​ເຖິງ 4 ​ແມັດ.

ທ່ານ​ຈ່າງ​ລີ ຊາວ​ຈີນ​ທີ່​ເຮັດການ​ກໍ່ສ້າງ​ຢູ່​ແຫ່ງ​ນີ້​ເວົ້າຕໍ່​ນັກ​ຂ່າວ​ວ່າ,ທ່ານ​ສະ​ເດີ​ດ​ຕື່ນ​ຍ້ອນ​ແຜ່ນດິນ​ໄຫວ​ໃນ​ຍາມ​ທ່ຽງ​ຄືນ,​ເມື່ອ​ທຽບ​ກັບ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ເມື່ອ​ວັນ​ທີ 26 ທັນວາ​ປີ​ກາຍ​ແລ້ວ, ຮູ້ສຶກ​ວ່າ​ແຜ່ນດິນ​ໄຫວ​ເທື່ອ​ນີ້​​ແຮງ​ທີ່​ສຸດ,ພາຍຫລັງ​ແຜ່ນດິນ​ໄຫວ​ແລ້ວ, ທົ່ວ​ເມືອງ​ໄຟຟ້າຂາດ 5 ຊົ່ວ​ໂມງ.​ໄທ​ເມືອງ​ກໍ່​ພາກັນ​ວຸ້ນວາຍ​ຢ້ານ​ກົວ​ໃນ​ທັນທີ, ຄົນ​ທັງຫລາຍ​ພາກັນ​ຍ່າງ​ໄປຫາ​ຖະຫນົນ​ຫົນທາງ,ຊອກ​ຫາ​ບ່ອນ​ລີ້​ທີ່​ປອດ​ໄພ.ຍ້ອນ​ບໍ່​ໄດ້​ເກີດ​ປາຍ​ແຜ່ນດິນ​ໄຫວ​ອີກ, ​ເມືອງ​​ເມ​ດານກໍ່​ບໍ່​ມີ​ການ​ລາຍ​ງານ​ກ່ຽວ​ກັບຄົນ​ຕາຍ​ແລະ​ບາດ​ເຈັບ, ສະນັ້ນ ຄົນ​ທັງຫລາຍ​ຈິ່ງຄ່ອຍໆ​ສະຫງົບລົງ, ​ແລ້ວ​ເລີ່​ມຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ອັນ​ເປັນ​ປົກກະຕິ.

​ເມື່ອ​ເລາະ​ເບິ່ງສະພາບ​​ແຫ່ງ​ຕ່າງໆ​ໃນ​ເມືອງ​ແລ້ວ, ນັກ​ຂ່າວ​ກໍ່​​ໄດ້ໄປ​ເອົາ​ຂ່າວ​ຢູ່​ສູນ​ບັນຊາ​ການ​ກອບ​ກູ້​ທີ່​ເກາະ​ນີອາສ​ໃນ​ທັນ​ທີ່.​ແຫ່ງ​ນີ້​ເຄີຍ​ເປັນສະ ຫນາມ​ບິນ​​ການ​ທະຫານ​ແຫ່ງ​ຫນຶ່ງ,​ ຫລັງຈາກ​ເກີດ​ແຜ່ນ ດິນ​ໄຫວ​ໃນ​ວັນ​ທີ 26 ທັນວາ​ປີ​ກາຍ​ນີ້​ແລ້ວ​ໄດ້​ເອົາ​ແຫ່ງ​ນີ້, ສຳຄັນ​ແມ່ນ​ນຳ​ໃຊ້​ສິ່ງ​ກໍ່ສ້າງ​ແລະ ພາຫະນະ​ການ​ທະຫານ​ມາ​ກູ້​ໄພ.​ ເມື່ອເກີດ​ແຜ່ນດິນ​ໄຫວ​ໃນ​ຕອນ​ກາງ​ຄື່ນ ມື້ວານ​ນີ້​ແລ້ວ, ສູນ​ບັນຊາ​ການ​ທີ່​​​ເຄີຍສະຫງົບ​ລົງ​ຊົ່ວ​ໄລຍະ​ຫນຶ່ງ​ກໍ່​ຂຸ້ນ​ວຽກ ອີກ.ຍົນ​ຂົນສົ່ງ Hercules ສອງ​ລຳທີ່​ຝ່າຍ​ທະ ຫານ​ສິງກະ​ໂປ​ສະຫນອງ​ນັ້ນ​ໄດ້​ຈອດ​ຢູ່​ສະຫນາມ​ບິນ,ຜູ່​ກອບ​ກູ້​ທີ່​ເປັນ​ຄົນ​ອິນ​ໂດ​ເນ​ເຊຍ​ແລະຊາວ​ຕ່າງປະ​ເທດ​ກຳລັງ​ຂ້ຽວ​ເຮັດ​ວຽກ​ຢູ່​​ສູນບັນຊາ​ການ​.

ຜູ່​ຮັບຜິ​ດຊອບຜູ່​ຫນຶ່ງ​ທີ່​ຊື່ວ່າ​ຊູ​ພະ​ຢັນ​ໂຕ​ເວົ້າຕໍ່ນັກຂ່າວ​ຂ່າວສານ​ຊີ​ນຮວາ​ວ່າ, ຕາມການລາຍ​ງານ​ທີ່ສູນ​ບັນຊາ​ການ​ໄດ້​ຮັບ​ຈາກອົງການ​ປົກຄອງ​ທ້ອງ​ຖີ່​ນ​ໄດ້​ຮູ້​ວ່າ, ​ແຜ່ນດິນ​ໄຫວ​ແຮງ​ທີ່​ເກີດ​ຂຶ້ນ​ໃນຕອນ​ເດິກ​ທ່ຽງ​ຄືນ​ວັນ​ທີ 28 ​ມີນາໄດ້​ເຮັດ​ໃຫ້​ໄທ​ເມືອງ​ຢູ່​ເກາະ​ນິອາສ​ມໍ່​ໃຈກາງ​ແຜ່ນດິນ​ໄຫວ​ 320 ຄົນ​​ເສຍ​ຊີວິດ, ​ແລະຍັງ​ມີ​ຊາກ​ສົບ​ຂອງ​ຜູ່​ປະສົບ​ໄພ​ຫລາຍ​ກວ່າ​ນີ້​ຖື​ກຝັງ​ຢູ່​ໃຕ້​​ເຮືອນ​ຊານ​ທີ່​ເພພັງ,ຍ້ອນ​ຂາດ​ແຮງ​ຄົນ​ແລະ​ອຸປະກອນ​ຕ່າງໆ, ດຽວ​ນີ້ ຍັງ​ບໍ່​ສາມາດ​ຊຳລະສະ​ສາງ​ເທື່ອ.ຈຳນວນ​ຄົນ​ຕາຍ 1000 ຫາ 2000 ຄົນ​ທີ່​ທ່ານ​ໂຢຊູ​ຟ.ຄາ​ລາ​ປະກາດ​ກ່ອນ​ຫນ້າ​ນີ້​ພຽງ​ແຕ່​ເປັນ​ການຄຳນວນ​ສັງ​ລວມທໍ່​ນັ້ນ. ນອກ​ນີ້, ​ເຮືອນ​ຊານ​ຢູ່​ເທິງ​ເກາະ​ມີ 85% ​ເພພັງ, ຂົວ​ແລະ​ເສັ້ນ​ທາງ​ສ່ວນ​ຫລາຍ​ກໍ່​ຖືກ​ທຳລາຍ,ສະຫນາມ​ບິນ​ກໍ່​ບໍ່​ສາມາດໃຫ້​ຍົນ​ຂະຫນາດ​ໃຫຍ່​ລົງ​ຈອດ​​ແລ້ວ.

ທ່ານ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ,ປະຈຸ​ບັນ ສູນ​ບັນຊາ​ການ​ໄດ້​ຮັບ​ເອົາ​ເຄື່ອງ​ບໍລິ ຈາກ​ຄື ຜ້າ​ຫົ່ມ​ເປັນ​ຕົ້ນ,​ແລະ​ໄດ້​ຈັດ​ຕັ້ງ​ພະ​ນັກ​ງານ​ຂອງ​ອົງ​ການ​ປິ່ນປົວ​ສາ ກົນ​ແລະ​ພາຍ​ໃນ​ປະ​ເທດ 6 ອົງ​ການ​ຂ້ຽວ​​ເດີນ​ທາງ​ໄປ​ເກາະ​ນີອາສ໌,ຕອນ​ຄ່ຳ​ວັນ​ທີ 29 ມີນາ, ຍັງ​ຈະ​ໃຊ້​ເຮືອ​ຂົນ​ສົ່ງ​ວັດ​ຖຸ​ຊ່ອຍ​ເຫລືອ​ໃນ​ລົດ​ກາ​ມີ​ຍົງ 20 ຄັນ​​ໄປ​ເກາະ​ນິອາສ໌. ທ່ານ​ຣີຊາ​ລູດິນ ​ເຈົ້າ​ແຂວງ​ແຂວງ​ຊູ​ມາຕຼາ​ເຫນືອ​ໄດ້​​ໄປ​ບັນຊາ​ວຽກ​ງານ​ກອບ​ກູ້​ຢູ່​ກັບ​ທີ່​ແລ້ວ.

ທ່ານ​ຊູ​ພະ​ຢັນ​ໂຕ​ແນະນຳ​ວ່າ, ປະຈຸ​ບັນ ຍ້ອນ​ສະ​ຫນາມ​ບິນ​ເກາະ​ນິອາສ໌ ຖືກ​ທຳລາຍ​ໃຊ້​ການ​ບໍ່​ໄດ້​ແລ້ວ, ມີ​ແຕ່​ຂີ່​ເຮືອ​ຫລື​ຍົນ​ເຮ​ລິ​ກົບ​ໄປ​ສະຖານ​ທີ່​ປະ ສົບ​ໄພ.​ແຕ່​ຍ້ອນ​ມີ​ຫມອກ​ຕົກ​ແຮງ, ​ເຫັນ​ບໍ່​ແຈ້ງ​,​ເຮັດ​ໃຫ້​ຜູ່​ກອບ​ກູ້​ສາກົນ​ສ່ວນ​ຫນຶ່ງ​ທີ່​ຢາກ​ໄປ​ສະ​ຖານ​ທີ່​ເກີດ​ໄພ​ນັ້ນ​ໄປ​ບໍ່​ໄດ້.ພໍ​ໄດ້​ຍິນ​ວ່າ​ນັກ​ຂ່າວ​ຈະ​ໄປ​ເອົາ​ຂ່າວ​ຢູ່​ເກາະ​ນິອາສ໌,ທ່ານ​ເປັນ​ຫ່ວງ​ຫລາຍ,​ເພາະ​ວ່າ​ແຫ່ງ​ນັ້ນ​ອາດ​ຈະ​ມີ​ປາຍ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ,ຖ້າວ່າ​ປາຍ​ແຜ່ນ​ດິນ​ໄຫວ​ແຮງ,ກໍ່​ອາດ​ຈະ​ພາ​ໃຫ້​ເກີດ​ຄື້ນ​ທະ​ເລ​ຊືນະ​ມິ.

ຢູ່​ໃນ​ຫມູ່​ໄທ​ເມືອງ​​ເມ​ດານ​ກໍ່​ມີ​ຄວາ​ມ​ເປັນ​ຫ່ວງ​​ເຊັ່ນ​ດຽວ​ກັນ,ພວກ​ເຂົາ​ເຈົ້າ​ຫນຶ່ງ​ແມ່ນ​ຢ້ານ​ວ່າ​ປາຍ​ແຜ່ນດິນ​ໄຫວ​ຈະ​ກະທົບ​ເຖິງ​ເມືອງ​ເມ​ດານ,ສອງ​ອີງ​ຕາມ​ການ​ວິ​ເຄາະ​ຂອງ​ຜູ່​ຊ່ຽວຊານ, ປະ​ຈຸ​ບັນ ​ແຜ່ນ​ທໍ​ລະ​ນີ​ປາ​ຊິ​ຟິກ​ກັບ​ແຜ່ນ​ທໍ​ລະ​ນີ​ມະ​ຫາ​ສະຫມຸດ​ອິນ​ເດຍຍັງ​ຈະ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຮຸນ​ແຮງ, ​ເມືອງ​​ເມ​ດານ​ພໍດີຢູ່​ໃນ​ບ່ອນ​ສະດຸ້ງ​​ໄວ,ສະນັ້ນ ​ແຜ່ນດິນ​ໄຫວ​ຈິ່ງ​ອາດຈະ​ເກີດ​ຂຶ້ນ​ໃນ​ທຸກ​ເວລາ.

ພາຍ​ຫລັງ​ການ​ສຳ​ພາດ​ສິ້ນ​ສຸດ​ລົງ​ແລ້ວ, ນັກ​ຂ່າວ​ກໍ່ຂີ່​ລົດ​ໄປ​ເມືອງ​ຊີ​ບຸນ​ກາ (Sibolga) ​ເມືອງ​ທ່າ​ທີ່​ຫ່າງ​ຈາກ​​ເມ​ດານ 300 ກິ​ໂລ​ແມັດ,​ແລ້ວ​ຂີ່​ເຮືອຈກ​ແຫ່ງ​ນັ້ນ​ໄປ​ເກາະ​ນິອາສ໌​ທີ່​​ໄກ 200 ກວ່າກິ​ໂລ​ແມັດ.

ກ່ອນ​ນັກ​ຂ່າວ​ອອກ​ຈາກ​ເມືອງ​ເມ​ດານ​ນັ້ນ, ​ເຂດ​ສ່ວນ​ຫນຶ່ງ​ໃນ​ເມືອງ​ນີ້​ໄຟ​ຟ້າ​ຍັງ​ຂາດ​ຢູ່, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ໄທ​ເມືອງ​ເຖິງ​ວ່າ​ໄດ້​ຟື້ນ​ຟູ​ເປັນ​ປົກ ກະ​ຕິ​ແລ້ວ​ກໍ່ຕາມ,​ແຕ່​ຄົນ​ທັງ​ຫລາຍ​ຮູ້​ສຶກ​ວິ​ຕົກ​ກັງວົນ​ຢູ່, ນອກ​ຈາກ​​ເຮັດ​ວຽກ​ທີ່​ຈຳ​ເປັນ​ແລ້ວ, ພວກ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ຄອຍ​ຖ້າ​ຢູ່​ໃນ​ເຮືອນ, ນັ່ງ​ເບິ່ງ​ໂທ​ລະ​ພາບ​ເພື່ອ​ຊອກ​ຮູ້​ສະ​ພາບ​ການ​ໃຫມ່​.ທຸກຄົນ​ຄອງ​ຄອຍ​ໃນ​ທ່າມ​ກາງ​ຄວາມ​ມິດ​ງຽບ.