|
 |
(GMT+08:00)
2005-03-30 17:29:02
|
 |
ທ່ານຊາລອນແຜ້ວທາງໃຫ້ແຜນການເຄື່ອນໄຫວແຕ່ຝ່າຍດຽວ
cri
Author: q
CRIລາຍງານວ່າ,ຕອນຄ່ຳວັນທີ29ມີນາ,ສະພາອິສຣາແອນໄດ້ຜ່ານຮັບຮອງແຜນງົບປະມານສົກປີ2005ຂອງລັດຖະບານ ຊາລອນ,ອັນໄດ້ເຮັດໃຫ້ລັດຖະບານຊາລອນຫຼົບຫຼີກວິກິດການທີ່ລັດຖະບານຈະຫຼົ້ມຈົມ,ແລະກຳຈັດອຸປະສັກສຸດທ້າຍໃຫ້ແກ່ທ່ານຊາລອນປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວ.
ຫາງສຽງຢູ່ແຫ່ງນັ້ນຊີ້ອອກວ່າ,ແຜນງົບປະມານໄດ້ຮັບຜ່ານໄດ້ໝາຍຄວາມວ່າຜູ້ຄັດຄ້ານແຜນການເຄື່ອນໄຫວແຕ່ຝ່າຍດຽວໄດ້ປະລະໄຊຢ່າງສິ້ນເຊິ່ງໃນການຕໍ່ສູ້ທາງການເມືອງກັບທ່ານຊາລອນ,ພວກເຂົ້າເຈົ້າບໍ່ມີຄວາມອາດເປັນໄປໄດ້ໃດໆທີ່ຈະຟື້ນໂຕໄດ້ໃນທາງການເມືອງແລະທາງກົດໝາຍ.
ແຕ່ເພື່ອຍາດແຍ່ງເອົາສຽງສະໜັບສະໜູນອັນພຽງພໍໃຫ້ແກ່ແຜນງົບປະມານ,ທ່ານລາຊອນກໍຈຳເປັນຕ້ອງໃຊ້ຍຸດໂທບາຍເງິນຄຳ.ກ່ອນອື່ນ,ທ່ານຊາລອນໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜອງ64ລ້ານໂດລາສະຫະລັດໃຫ້ພັກປີກຂວາເຊິ່ງເປັນພັກນ້ອຍພັກໜຶ່ງ,ເພື່ອເປັນຄ່າໃຊ້ຈ່າຍຂອງໂຮງຮຽນແລະສະຖາບັນການສຶກສາທີ່ຂຶ້ນກັບພັກດັ່ງກ່າວ.ວັນທີ26ມີນາ,ທ່ານຊາລອນໄດ້ເຫັນດີເອົາ160ລ້ານໂດລາສະຫະລັດຈາກງົບປະມານສົກປີ2005ໃຫ້ພັກຊີນຸຍ ເຊິ່ງເປັນພັກຝ່າຍຄ້ານໃຫຍ່ກວ່າໝູ່,ເພີ່ມການລົງທຶນໃຫ້ນັກສຶກສາ,ທະຫານເກນແລະເຂົ້າໃນດ້ານວິທະຍາສາດແລະສິນລະປະເປັນຕົ້ນ.ນອກນີ້,ທ່ານຊາລອນຍັງໃຫ້ຄຳໝັ້ນສັນຍາວ່າຈະສະໜອງ160ລ້ານໂດລາສະຫະລັດໃຫ້ແກ່ພັກການເມືອງອາລັບພັກໜຶ່ງ,ເພື່ອຮັບປະກັນພັກດັ່ງກ່າວບໍ່ປ່ອນບັດຄັດຄ້ານແຜນງົບປະມານ.ເມື່ອໄດ້ຕໍ່ລາຄາຢ່າງລຳບາກແລ້ວ,ໃນການຕໍ່ສູ້ກ່ຽວກັບແຜນງົບປະມານ,ທ່ານຊາລອນໄດ້ຮັບການສະໜັບສະໜູນສ່ວນຫຼາຍໃນຂັ້ນສຸດທ້າຍ.
ປັດຈຸບັນ,ເຖິງວ່າຜູ້ຄັດຄ້ານແຜນການເຄື່ອນໄຫວແຕ່ຝ່າຍດຽວບໍ່ມີທ່າແຮງແລ້ວກໍຕາມ,ແຕ່ກໍຍັງສູ້ຊົນ.ພວກເຂົາເຈົ້າກ່າວວ່າ,ຕໍ່ໄປພາຍໜ້າ,ພວກເຂົາເຈົ້າຈະຍ້າຍສະໜາມລົບຕໍ່ສູ້ກັບທ່ານຊາລອນຈາກສະພາ,ແລະລັດຖະບານໄປຢູ່ທ້ອງຖະໜົນ.ຜ່ານຈາກການຈັດຕັ້ງແຫ່ຂະບວນສະແດງກຳລັງຢ່າງຂະໜາດໃຫຍ່,ຈົນກະທັ້ງຈະໃຊ້ກຳລັງອາວຸດມາຂີດຂວາງການປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວ.ປັດຈຸບັນ,ລັດຖະບານອິສຣາແອນໄດ້ອອກແຈ້ງການຕໍ່8500ຄົນທີ່ຕັ້ງຖິ່ນຖານຢູ່ແຖບກາຊາ,ທວງໃຫ້ພວກເຂົາເຈົ້າເປັນເຈົ້າການຖອນອອກຈາກຈຸດຕັ້ງຖິ່ນຖານ ກ່ອນທ້າຍເດືອນກໍລະກົດ,ແລະໃຫ້ຄຳໝັ້ນສັນຍາວ່າທາງລັດຖະບານຈະໃຫ້ຄ່າທົດແທນແກ່ພວກເຂົາເຈົ້າ.ຕາມໄດ້ຊາບ,ນັບມາຮອດປັດຈຸບັນ, ຜູ້ຕັ້ງຖິ່ນຖານພຽງ66ຄອບຄົວໄດ້ເຊັນສັນຍາສະໝັກຖອນໜີກັບລັດຖະບານກ່ຽວກັບ ຄ່າທົດແທນ.ຄຽງຄູ່ກັບວັນເວລາປະຕິບັດແຜນການຖອນໜີໄດ້ຫຍັບມໍ່ເຂົ້າ,ການເຄື່ອນໄຫວຂວ້ຳບາດຂອງພວກຫົວຈັດຈຳນວນໜຶ່ງຈະຍິ່ງດຸເດືອດກວ່າເກົ່າ.
ຈາກນັ້ນເຫັນໄດ້ວ່າ, ທ່ານຊາລອນປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວ,ຍັງຄົງຈະບໍ່ສະດວກສະບາຍຢູ່.
|
|
|