ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 17:45:32    
ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຂ້າມ​ຜ່ານອີຣັກຄັ້ງ​ທີ2ສິ້ນ​ສຸດ​ລົງ​​ແຕ່​ບໍ່​ໄດ້ຮັບຜົນ

cri Author: q
CRIລາຍ​ງານ​ວ່າ: ວັນ​ທີ29​ມີນາ,ສະພາ​ແຫ່ງ​ຊາດ​ຂ້າມ​ຜ່ານ​ ​ອີຣັກ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ​2,​ແຕ່​ກອງ​ປະຊຸມ​ບໍ່​ໄດ້​ເລືອກ​ຕັ້ງ​ປະທານ​ສະພາ​ຕາມ​ເວລາ​ກຳ​ນົດ,​ແລະ​ກໍ​ບໍ່​ໄດ້​ທຳ​ການ​ຈັດ​ວາງ​ການ​ປະ​ກອບ​ລັດຖະບານ​ຊຸດ​ໃໝ່.

ຕາມ​ແຜນການ,ກອງ​ປະຊຸມ​ຄັ້ງ​ນີ້ຄວນ​ເລືອກ​ຕັ້ງປະທານ​ສະພາ​ຜູ້​ໜຶ່ງ​ແລະ​ຮອງ​ປະທານ​ສະພາ​ສອງ​ຄົນ.ສະຫະພັນ​ສາມັກຄີ​ອີຣັກນິກາຍ​ຊີ​ອິດ​ແລະ​ສະ​ຫະ​ພັນ​ພັກ​ການ​ເມືອງ​ເຄີ​ດ ທີ່​ກວມ​ທີ່​ນັ່ງ2/3ຂຶ້ນ​ໄປ​ໃນ​ສະພາ​ຂ້າມ​ຜ່ານ​ນັ້ນ​ຫວັງ​ໃຫ້​ບຸກຄົນ​ນິ​ກາຍ​ຊຸນ​ນິດ​ເປັນ​ປະ​ທານ​ສະພາ,​ແຕ່​ຍ້ອນ​ວ່າ​ທ່ານ​ອານ ຢາ​ວາ ປະທານາທິບໍດີ​ຊົ່ວຄາວ​ອີຣັກ,ຜູ້ນຳ​ນິ​ກາຍ​ຊຸນ​ນິດ​ປະ​ຕິ​ເສດ​ບໍ່​ຮັບ​ເອົາ​ການ​ສະ​ເໜີ​ຊື່​ປະທານ​ສະພາ,ສະ​ນັ້ນ​​ໄດ້​ເກີດ​ສະພາບ​ບໍ່​ມີ​ຜູ້​ໃດ​ຢາກ​ເປັນ​ປະ​ທານ​ສະ​ພາ.​ໃນ​ທີ່​ສຸດ,​ກອງ​ປະ​ຊຸມ​ຕົກ​ລົງ​ເລື່ອນ​​ເວລາ​ເລືອກ​ຕັ້ງ​ປະທານ​ສະ​ພາ,​ຄອຍ​ຖ້າ​ນິ​ກາຍ​ຊຸນ​ນິດ​ສະ​ເໜີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທານ​ສະ​ພາ.​ຕາມ​ໄດ້​ຊາບ,​ສະ​ພາ​ຂ້າ​ມຜ່ານ​ຈະ​ຈັດ​ກອງ​ປະຊຸມ​​ໃນ​ວັນ​ທີ3​ເມ​ສາ​ອີກ,​ເພື່ອ​ຕົກລົງ​ຜູ້​ຈະ​ເປັນ​ປະ​ທານ​ແລະ​ຮອງ​ປະ​ທານ​ສະ​ພາ.

ສະພາ​ຂ້າມ​ຜ່ານ​ ​ອີຣັກຈັດ​ກອງ​ປະຊຸມ​ສອງ​ເທື່ອ​ກໍ​ບໍ່​ໄດ້​ເລືອກ​ຕັ້ງ​ປະ​ທານ​ສະ​ພາ​ໄດ້​ແລ້ວ,​ເຮັດ​ໃຫ້​ຂະ​ບວນການ​ສ້າງສາ​ການ​ເມືອງຄືນ​ໃໝ່​ຂອງ​ອີຣັກ​ຈຳ​ເປັນ​ຕ້ອງ​ເລື່ອນ​​ເວລາ​ໄປ​ຊ້ຳ​ແລ້ວ​ຊ້ຳ​ອີກ,ມູນ​ເຫດ​ຕົ້ນ​ຕໍ​ແມ່ນ​ປັດຈຸບັນ,ບັນດາ​ຝ່າຍ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ຫຼາຍ​ໃນ​ບັນ​ຫາ​​ແບ່ງ​ປັນ​ອຳ​ນາດ.​ປັດ​ຈຸ​ບັນ,​ນອກ​ຈາກ​ຕຳ​ແໜ່​ງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ,​ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​​ເຊິ່ງ​ເປັນ​ຕຳ​ແໜ່ງ​ສຳ​ຄັນ​ແລ້ວ,​ຝ່າຍ​ຕົ້ນ​ຕໍ​ຂອງ​ສະ​ພາ​ຄື​ສະ​ຫະ​ພັນ​ສາ​ມັກ​ຄີ​ອີຣັກ​ແລະ​ສະ​ຫະ​ພັນ​ພັກ​ການ​ເມືອງ​ເຄີ​ດ​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ແບ່ງ​ປັນ​ຕຳ​ແໜ່​ງໃນ​ລັດ​ຖະ​ບານ​ຊຸດ​ໃໝ່,​ແລະ​ຫວັງ​ໃຫ້​ທ່ານ​ທາ​ລາ​ບາ​ນີ ຜູ້​ນຳ​ສະ​ຫະ​ພັນ​ເຄີ​ດ​ຮັກ​ຊາດ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​,​ໃຫ້​ທ່ານ​ອານ ຈາ​ຟາ​ລີ​ຜູ້​ນຳ​ສະ​ຫະ​ພັນ​ສາ​ມັກ​ຄີ​ອີຣັກ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ແລະ​​ໃຫ້​ບຸກ​ຄົນ​ນິ​ກາຍ​ຊຸນ​ນິດ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ.​ແຕ່​ວ່າ ​ພວກ​ເຂົາ​ເຈົ້າ​ປິດ​ປະ​ຕູ​ຫາ​ລື​ກັນ,​ຕົກ​ລົງ​ຜູ້​ຈະ​​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ປະ​ທານ​ສະ​ພາ​ແລະ​ແບ່ງປັນ​ຕຳ​​ແໜ່​ງ​ລັດ​ຖະ​ມົນ​ຕີ​ໃນ​ລັດ​ຖະ​ບານ​ນັ້ນ,​ໄດ້​ເຮັດ​​ໃຫ້​ພັກ​ຝ່າຍ​ອື່ນໆ​ໃນ​ສະ​ພາ​ບໍ່​ມີ​ໂອ​ກາດ​ເລືອກ​ເອົາ, ​ພວກ​ເຂົາ​ເຈົ້າ​​ບໍ່ພໍ​ໃຈ.ທ່ານ​ອາ​ລາ​ວີນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ,​ຜູ້​ນຳ​ນິ​ກາຍ​ຊີ​ອິດ​ປະ​ເພ​ນີ​​ໂລກ​ຈົນ​ກ່າວ​ວ່າ,ທ່ານ​ຈະ​ບໍ່​ເຂົ້າ​ຮ່ວມ​ລັດຖະບານ​ໃນ​ອະ​ນາ​ຄົດ,​ແລະ​ຈະ​ນຳພາ​ກຸ່ມ​ຕົ້ນ​ຕໍ​ເປັນ​ຝ່າຍ​ຄ້ານ​ໃຫຍ່​ທີ​ໜຶ່ງ​ໃນ​ສະພາ,​ເພື່ອ​ຜູກ​ມັດ​ອິດ​ທິ​ກຳ​ລັງ​ສາ​ສະ​ໜາ.

ຕາມ​ໄດ້​ຊາບ,ປັດຈຸບັນ,​ ​ສະຫະພັນ​ສາມັກຄີ​ອີຣັກ​ແລະ​ສະຫະພັນ​ພັກ​ການ​ເມືອງ​ເຄີ​ດ​ເຫັນ​ວ່າ,ຜູ້​ສະ​ໝັກ​ຮັບ​ເລືອກຕັ້ງ​ປະທານ​ສະພາ​ທີ່​​ເໝາະ​ສົມ​ທີ່​ສຸດ​ຍັງ​ແມ່ນ​ທ່ານ​ອານ​ຢາ​ວາ.​ແຕ່​ຖ້າ​ຫາກ​ທ່ານ​ອານ​ຢາ​ວາ​ບໍ່​ປ່ຽນ​​ແປງ​ຄວາມ​ເຫັນ​ຂອງ​ຕົນ​ແລ້ວ,​ສອງ​ຝ່າຍ​ດັ່ງ​ກ່າວ​ອາດ​ຈະ​ຄັດ​ເລືອກ​ນັກ​ການ​ເມືອງ​ນິກາຍ​ຊຸນ​ນິດ​ຜູ້​ໜຶ່ງ​ຈາກ​ກຸ່ມ​ຕົນ​ດຳ​ລົງ​ຕຳ​ແໜ່​ງ​ປະ​ທານ​ສະ​ພາ.​ເມື່ອ​ເປັນ​ດັ່ງ​ນັ້ນ,ສອງກຸ່ມ​​ໃຫຍ່​ໃນ​ສະ​ພາ​ ​ດັ່ງກ່າວ​ຍັງ​ຈະ​ລອງ​ລິດ​ກັນ​ໃນ​ບັນ​ຫາ​ຜູ້​ສະ​ໝັກ​ຮັບ​ເລືອ​ກຕັ້ງ​ປະທານ​ສະພາ.