ຊຸມປີທີ 20 ຮອດ 30 ໃນສັດຕະວັດນີ້,ແມ່ນສະໄຫມວັນນະຄະດີຍຸກປະຈຸບັນຂອງຈີນໄດ້ກຳເນີດແລະຂະຫຍາຍຕົວ,ໃນໄລຍະດັ່ງກ່າວ,ໄດ້ມີນັກປະພັນຜູ່ດີເດັ່ນປະກົດຂຶ້ນເປັນຈຳນວນຫຼວງຫຼາຍ,ທ່ານນາງປິງຊິນກໍແມ່ນຜູ່ຫນຶ່ງໃນຈຳນວນດັ່ງກ່າວ, ທ່ານນາງປິງຊິນແມ່ນຜູ່ບຸກເບີກວັນນະຄະດີຍຸກປະຈຸບັນຂອງຈີນຮຸ້ນທຳອິດ,ເພິ່ນເກີດເມື່ອປີ 1900,ເຖິງແກ່ກຳເມື່ອປີ 1999 ,ລວມອາຍຸ 99 ປີ,ເພິ່ນເຮັດວຽກແຕ່ງບົດວັນນະຄະດີເປັນເວລາເກືອບ 80 ປີ,ຈົນໄດ້ນາມມະຍົດເປັນແມ່ຕູ້ເວທີວັນນະຄະດີຈີນ. ໃນເວລາເພິ່ນອາຍຸ 19 ປີ,ເພິ່ນໄດ້ປະກາດບົດປະພັນບົດທຳອິດຂອງເພິ່ນ,ນະວະນີຍາຍທີ່ໃຫ້ຊື່ວ່າສອງຄອບຄົວບົດນີ້,ໃຊ້ວິທີປຽບທຽບວາດພາບແບບວິທີດຳລົງຊີວິດທີ່ຕ່າງກັນຂອງສອງຄອບຄົວ,ໄດ້ບອກໃຫ້ຄົນທັງຫຼາຍຮູ້ຄວາມຈຳເປັນໃນການດັດແປງຊີວິດຄອບຄົວເພື່ອພາລະກິດ,ຫລັງຈາກນັ້ນ,ທ່ານນາງປິງຊິນ ໄດ້ປະກາດນະວະນິຍາຍອີກຫຼາຍບົດທີ່ເຜີຍແບບັນຫາຊີວິດຕ່າງໆເຊັ່ນ:ບັນຫາສັງຄົມ ຄອບຄົວແມ່ຍິງແລະອື່ນໆ,ຕົວລະຄອນສຳຄັນໃນເລືອງສ່ວນຫຼາຍແມ່ນຊາວຫນຸ່ມນ້ອຍທີ່ອ່ອນແອ,ນະວະນິຍາຍເຫຼັ້ມນີ້ຖືກເອີ້ນເປັນນະວະນິຍາຍບັນຫາອັນໄດ້ເກີດຜົນສະທ້ອນສຳຄັນໃນວົງການວັນນະຄະດີ.
ປີ 1923 ,ທ່ານນາງປິງຊິນໄດ້ໄປຮຽນຕໍ່ຢູ່ອາເມລິກາ,ເລີ່ມແຕ່ປີ 1926,ເພິ່ນໄດ້ໃຊ້ຮູບການຈົດຫມາຍ,ບອກເລົ່າສິ່ງທີ່ໄດ້ຮູ້ໄດ້ເຫັນແລະຄວາມຮູ້ສຶກຢູ່ຕາມທາງແລະຢູ່ຕ່າງປະເທດຫຼືຫວນຄຶດເລື່ອງໃນອະດີດ,ຂຽນເປັນຈົດຫມາຍ 29ສະບັບຝາກໃຫ້ເດັກນ້ອຍຢ່າງຕໍ່ເນື່ອງ,ຈົດຫມາຍເຫຼົ່ານີ້ໄດ້ລົງພິມຢູ່ໃນປະເທດ,ນີ້ແມ່ນວັນນະຄະດີເດັກນ້ອຍທີ່ມີຂຶ້ນກ່ອນຫມູ່ໃນປະຫວັດວັນນະຄະດີຍຸກປະຈຸບັນຂອງຈີນ,ແລະກໍແມ່ນບົດຮ້ອຍແກ້ວທີ່ເປັນຕົວແທນຂອງເພິ່ນ,ພາຍຫລັງມາໄດ້ຮວບໂຮມເອົາຈົດຫມາຍເຫຼົ່ານີ້ພິມເປັນປື້ມອອກຈຳຫນ່າຍ,ແລະພິມຊ້ຳອີກຫຼາຍສິບເທື່ອ,ໃນນັ້ນ, ມີຫຼາຍບົດໄດ້ຖືກຈັດເຂົ້າໃນແບບຮຽນພາສາຊັ້ນປະຖົມແລະມັດທະຍົມ,ຈົນໃນເວລາທ່ານນາງປິງຊິນ ເຖິງແກ່ກຳຜູ່ເຖົ້າຫົວຫງອກຈູ່ມພຸ່ມເປັນຈຳນວນຫຼວງຫຼາຍພ້ອມດ້ວຍລູກຫຼານຂອງພວກເພິ່ນຕ່າງພາກັນສະແດງຄວາມຮັກແພງແລະໂຄລົບນັບຖືຕໍ່ນັກປະພັນທີ່ຍິ່ງໃຫຍ່ຜູ້ນີ້ໃນນາມຜູ່ອ່ານນ້ອຍຂອງເພິ່ນ.
ນອກຈາກນະວະນິຍາຍແລະບົດຮ້ອຍແກ້ວແລ້ວ,ທ່ານນາງປິງຊິນຍັງໄດ້ຮັບຜົນສຳເລັດຢ່າງສູງໃນດ້ານແຕ່ງກາບກອນ,ເພິ່ນໄດ້ແຕ່ງກອນສັ້ນແບບເສລີທີ່ບໍ່ໃສ່ຫົວຂໍ້ 300 ກວ່າບົດ,ບົດຍາວກໍມີແຕ່ 10 ກວ່າປະໂຫຍກ,ບົດສັ້ນມີແຕ່ສອງສາມປະໂຫຍກ,ລະບາຍຄວາມຮູ້ສຶກຂອງຜູ່ແຕ່ງທີ່ມີຕໍ່ພາບວິວທຳມະຊາດແລະຄວາມນຶກຄຶດກ່ຽວກັບຫລັກປັດຊະຍາໃນຊີວິດ,ສຳນວນຄວາມເວົ້າທັງມ່ວນທັງງາມເຊິ່ງມີເອກະລັກພິເສດ.
ປີ 1926 ທ່ານນາງປິງຊິນໄດ້ຮັບປະລິນຍາໂທວັນນະຄະດີຢູ່ອາເມລິກາແລ້ວກັບຄືນປະເທດ,ມາສອນຢູ່ມະຫາວິທະຍາໄລປັກກິ່ງແລະມະຫາວິທະຍາໄລຊິງຮວາໃນໄລຍະນີ້ ເພິ່ນໄດ້ແປແລະພິມຈຳຫນ່າຍຊຸມນຸມກາບກອນບົດລະຄອນຂອງທ່ານຕາກຳນັກວັນນະຄະດີອິນເດຍແລະບົດປະພັນຂອງນັກປະພັນຕ່າງປະເທດອື່ນໆຈຳນວນຫນຶ່ງດຫລັງຈາກສ້າງຕັ້ງປະເທດຈີນໃຫມ່ແລ້ວ,ທ່ານນາງປິງຊິນໄດ້ປະພັນເລື່ອງທີ່ສ່ອງແສງຊີວິດຍຸກສະໄຫມເປັນຈຳນວນຫຼວງຫຼາຍ,ເພິ່ນເຄີຍຮັບຕຳແຫນ່ງເປັນຜູ່ນຳຂອງສະມາຄົມນັກປະພັນຈີນ,ນຳພາຄະນະຜູ່ແທນໄປຢ້ຽມຢາມ 10 ກວ່າປະເທດແລະເຂດແຄວ້ນ,ຊຸກຍູ້ການແລກປ່ຽນວັນນະຄິດີຂອງຈີນກັບຕ່າງປະທດ.
ທ່ານນາງຈິວຢູ ສາດສະດາຈານສະຖາບັນຄົ້ນຄວ້າວັນນະຄະດີຈີນແມ່ນຜູ່ຊ່ຽວຊານຄົ້ນຄວ້າທ່ານນາງປິງຊິນ ຫນັງສືເລື່ອງຊີວະປະຫວັດປິງຊິນທີ່ນາງເປັນຜູ່ຂຽນໄດ້ຮັບຄວາມຊົມເຊີຍຈາກຜູ່ອ່ານທົ່ວໄປ,ນາງເຫັນວ່າ,ທ່ານນາງປິງຊິນໄດ້ຮັບຄວາມຮັກແພງຈາກຄົນທັງຫຼາຍໂດຍທົ່ວໄປນັ້ນ,ບໍ່ພຽງແຕ່ຍ້ອນບົດປະພັນຂອງເພິ່ນ,ແຕ່ຍັງຍ້ອນຄວາມເມດຕາກະລຸນາ ຄວາມຮັກແລະນ້ຳໃຈຮັບຜິດຊອບຕໍ່ສັງຄົມທີ່ສະແດງອອກໃນຕະຫຼອດຊີວິດຂອງເພິ່ນ,ໂດຍສະເພາະແມ່ນໃນສັງຄົມປະຈຸບັນຍິ່ງເປັນຫນ້າໃຫ້ຄົນທັງຫຼາຍຮ່ຳຮຽນເອົາ.
ນາງເວົ້າວ່າ,ທ່ານນາງປິງຊິນແມ່ນນັກປະພັນທີ່ມີຊື່ສຽງ,ຄຸນສົມບັດຂອງເພິ່ນກັບບົດປະພັນຂອງເພິ່ນແມ່ນສູງສົ່ງແລະປອດໃສທີ່ສຸດ,ໃນສູ່ມື້ນີ້,ພວກເຮົາລະນຶກເຖິງເພິ່ນກໍເປັນການຊຸກຍູ້ການປະພັນວັນນະຄະດີທັງຫມົດ,ແລະກໍມີບົດບາດໃຫ້ການສຶກສາເປັນຢ່າງດີຕໍ່ການຍົກຄຸນນະທາດຂອງຊາດໃຫ້ສູງຂຶ້ນ.
ການເຄື່ອນໄຫວລະລຶກວັນຄ້າຍວັນເກີດຄົບຮອບຮ້ອຍປີຂອງທ່ານນາງປິງຊິນລວມມີງານອ່ານບົດປະພັນຂອງເພິ່ນ,ງານວາງສະແດງຊີວະປະຫັດແລະບົດປະພັນປິງຊິນແລະພິທີສ້າງສຸສານທ່ານນາງປິງຊິນແລະທ່ານອູອຸນຈ້າວສາມີຂອງເພິ່ນເຊິ່ງເປັນນັກປະພັນທີ່ມີຊື່ສຽງສຳເລັດ,ໂດຍສະເພາະແມ່ນງານວາງສະແດງຊີວະປະຫວັດແລະບົດປະພັນຂອງເພິ່ນໄດ້ວາງສະແດງຮູບຖ່າຍ 200 ກວ່າໃບ,ຫນັງສືຮ້ອຍກວ່າເຫຼັ້ມແລະບົດຂຽນດ້ວຍລາຍມືຂອງເພິ່ນເອງສ່ວນຫນື່ງ,ແນະນຳເສັ້ນທາງແຫ່ງຊີວິດແລະການປະພັນຂອງເພິ່ນ,ທັງນີ້ແມ່ນງານວາງສະແດງຂໍ້ມູນຊີວະປະຫວັດຂອງທ່ານນາງປິງຊິນທີ່ຄົບຖ້ວນທີ່ສຸດໃນປະຈຸບັນນອກນີ້,ໃນມໍ່ໆນີ້,ຍັງຈະພິມຈຳຫນ່າຍປື້ມຮູບພາບລະລຶກ,ທ່ານນາງປິງຊິນຂະຫນາດໃຫຍ່ເຫັ້ຼມຫນຶ່ງ,ແລະໃນມໍ່ໆນີ້,ຢູ່ປັກກິ່ງ,ຍັງຈະຈັດງານແຈກລາງວັນວັນນະຄະດີທີ່ໃສ່ຊື່ທ່ານນາງປິງຊິນອີກດ້ວຍ.
|