ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 21:55:07    
ການ​ບຸກ​ເບີກ​ອະ​ວະ​ກາດ​ບໍ່​ມີ​ວັນ​ຈະ​ສ້ຽງ​ສຸດ

cri

​ໃນ​ຈັກກະວານ​ອັນ​ກວ້າງ​ໃຫຍ່​ໄພສານ​ທີ່​ຢູ່​ນອກ​ຊັ້ນບັນຍາກາດ​ຂອງ​ຫນ່ວຍ​ໂລກ​ແມ່ນ​ມີຊັບພະຍາກອນ​ອັນ​ອຸດົມສົມບູນ​ແລະ​ມີ​ຄວາມ​ເລິກ​ລັບ​ສັບຊ້ອນ​ຈົນ​ເຫຼືອພັນ​ລະນາ,​ໃນ​ເກືອບ​ເຄິ່ງສັດຕະວັດ​ມາ​ນີ້,ມວນ​ມະນຸດ​ໄດ້​ບຸກ​ເບີກຈັກກະວານ​ຊອກ​ຄົ້ນຢູ່​ບໍ່​ຂາດ​ແລະ​ໄດ້​ຮັບ​ຜົນງານ​ທີ່​ປະຈັກ​ຕາ​ຊາວ​ໂລກ​ມາ​ແລ້ວ,​ໃນ​ສັດຕະວັດ​ທີ 21 ​ເຕັກນິກ​ການບິນ​ແລະ​ການບິນ​ອະວະກາດ​ຈະ​ມີ​ການ​ພັດທະນາ​ໃຫຍ່​ຫຼວງກວ່າ​ເກົ່າ,ທິດ​ຂະຫຍາຍຕົ້ນຕໍ​ຈະ​ສຸມ​ຢູ່​ໃນ​ດ້ານ​ການ​ຂົນ​ສົ່ງ​ທາງ​ການບິນ​ອະວະກາດ,ດາວ​ທຽມ​ສະຖານີ​ອະວະກາດ,ການ​ສຳ​ຫຼວດຄົ້ນຄວ້າ​ໂລກ​ພະຈັນ​ດາວ​ພະ​ອັງຄານ​ແລະ​ຊອກ​ຄົ້ນອະວະກາດ​ຊັ້ນ​ເລິກ​ເປັນຕົ້ນ.

ມູນ​ຄ່າ​ຜະລິດ,ຄ່າ​ຍິງ​ສົ່ງ​ແລະ​ຄ້າ​ສ້ອມ​ແປງ​ລູກ​ສອນ​ໄຟ​ຍານ​ສົ່ງ​ຫຼາຍຖ້ານ​ທີ່​ໃຊ້​ໄດ້​ເທື່ອ​ດຽວ​ແລະ​ຍົນ​ອະວະກາດ​ທີ່​ໃຊ້​ໄດ້​ຫຼາຍ​ເທື່ອ​ນັ້ນລ້ວນ​​ແຕ່​ແພງ​ຫຼາຍ,ສະ​ເລ່ຍ​ແລ້ວ,ຂົນ​ສົ່ງ​ເຄື່ອງ​ຂອງ​ອັນ​ບັງ​ເກີດ​ຜົນ​ແຕ່​ລະ​ກິ​ໂລຕ້ອງ​ສິ້ນ​ເປືອງ​ປະ​ມານ 10 ພັນໂດ​ລາ​ສະຫະລັດ,​ໃນ​ສັດຕະວັດ​ໃຫມ່​ຈຶ່ງ​ຮຽກຮ້ອງ​ໃຫ້​ມີ​ພາຫະ​ນະ​ຂົນ​ສົ່ງ​ທາງ​ອະວະກາດ​ທີ່​ໄດ້ຜົນ,​ແລະ​ຖືກ​ກວ່າ,ສ່ວນ​ລະບົບ​ຂົນ​ສົ່ງ​ການບິນ​ອະວະກາດ​ສາມ​ຊະນິດ​ດັ່ງ​ລຸ່ມ​ນີ້​ອາດ​ຈະ​ຄອງ​ຖານະ​ສຳຄັນ​ຄື​:ຫນຶ່ງ​ແມ່ນ​ລະບົບ​ຂົນ​ສົ່ງ​ທີ່​ຂຶ້ນຊື່​ລົງ​ຊື່,ຕົວຢ່າງ​ຄືລູກສອນ​ໄຟ​ຍານ​ສົ່ງ .DC—Y  ທີ່​ບໍລິສັດ​ແມັກ​ດອນ​ໂນ​ວ ດາວ​ກັຼສແລະ​ບໍລິສັດ GM ຂອງ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ອອກ​ແບບ,ສອງ​ແມ່ນ​ລະບົບ​ຍົນ​ຂົນ​ສົ່ງ​ທີ່​ບິນ​ຂຶ້ນຊື່​ແຕ່​ບິນ​ເຈີດ​ລົງ ຕົວຢ່າງ​ຄື:ຍົນ​ຂົນ​ສົ່ງ​ຊື່ວ່າດາວ​ຜະຈົນ​ໄພ​ຂອງ​ບໍລິສັດ​ລອກ​ຮິດ--ມາ​ທິນ ອາ​ເມ​ລິ​ກາ,ສາມ​ແມ່ນ​ຍົນ​ບໍ່​ມີ​ຄົນ​ຂັບ​ທີ່​ສາມາດ​ບິນ​ຂຶ້ນລົງ​ໄດ້​ຕາມ​ລານ​ແລ່ນ​ທຳ​ມະ​ດາ​ແລະ​ບິນ​ຂຶ້ນທ້ອງຟ້າ​ຫຼືອະວະກາດ​ໄດ້​ຫມົດ,​ແຕ່​ຍົນ​ດັ່ງກ່າວ​ພວມ​ຄົ້ນຄວ້າ​ແລະ​ທົດ​ສອບ​ທາງ​ເຕັກນິກ​ຢູ່,ນອກ​ນີ້,​ເຕັກນິກ​ຍິງ​ສົ່ງ​ຈາກ​ຫນ້ານ້ຳທະ​ເລ,ຈາກ​ທ້ອງຟ້າ​ແລະ​ຍິງ​ສົ່ງ​ເຄື່ອນ​ທີ່ຢ່າງ​ໄວວາ​ໄດ້​ຂະຫຍາຍຕົວ​ແລະປັບປຸງ​ໃຫ້​ຄົບ​ຖ້ວນ​ບໍລິບູນ ຕົ້ນທຶນ​ຍິງ​ສົ່ງ​ຈະ​ຫຼຸດຕ່ຳລົງ​ອີກ,​ແລະ​ສາມາດ​ບັນທຸກ​ໄດ້​ຫຼາຍກວ່າ​ເກົ່າ.

​ໃນ​ສັດຕະວັດ​ໃຫມ່,ດາວ​ທຽມ​ຊະນິດ​ຕ່າງໆ​ທີ່​ກວມ 90%ຂອງ​ບົນ​ອະວະກາດ​ທັງ​ຫມົດ​ຍິ່ງ​ຈະ​ເກັ່ງ​ກວ່າ​ເກົ່າ,ປະລິມານ​ໂທລະ​ຄົມ​ຜ່ານ​ດາວ​ທຽມ​ໃນ​ໂລກ​ໄດ້​ເພີ່ມ​ຂຶ້ນດ້ວຍ​ຄວາມ​ໄວ 10% ຫາ 12% ຕໍ່​ປີ,​ເພື່ອ​ຕອບ​ສະຫນອງ​ກັບ​ຄວາມ​ຕ້ອງການ​ທາງ​ໂທລະຄົມ​ທີ່​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງນັ້ນ,ກະ​ວ່າ​ເມື່ອ​ຮອດ​ປີ 2005,ການ​ທຸລະ​ກິດ​ຍິງ​ສົ່ງ​ດາວ​ທຽມ​ຄົງ​ທີ່​ແບບ​ໃຫມ່ຈະ​ມີ​ຕະຫຼາດ​ແຕ່ 60 ຫາ 80 ຕື້​ໂດ​ລາສະຫະ
ລັດ,ພ້ອມ​ກັນນັ້ນ,ລະບົບ​​ເຄືອ​ຂ່າຍ​ໂທລະ​ຄົມ​ໂຄຈອນ​ຜ້ານ​ກາງ​ແລະ​ຕ່ຳ​ທີ່​ປະກອບ​ດ້ວຍ​ຫມູ່​ດາວ​ທຽມ​ນ້ອຍ​ຈະ​ບໍລິການ​ໂທລະ​ຄົມ​ເຄື່ອນ​ທີ່​ຢູ່​ທຸກ​ມູມ​ແຈຂອງ​ໂລກດາວທຽມ​ລີ​ໂມ​ດທາງ​ໄກ​ຈະ​ກາຍ​ເປັນ​ພາຫະນະ​ຕົ້ນຕໍ​ໃນ​ການສຳ​ຫຼວດທໍລະນີ​ແລະ​ທະ​ເລ,ຕິດຕາມ​ຢັ່ງ​ແທກ​ສິ່ງ​ແວດ​ລ້ອມ ​ໄພ​ທຳ​ມະ​ຊາດ ສຳ​ຫຼວດຊອກ​ຫາ​ເປົ້າຫມາຍ​ການ​ທະຫານ ດາວ​ທຽມ​ຜະລິດ​ໄຟຟ້າ​ທີ່​ຕັ້ງສະຖິດ​ຢູ່​ໂຄຈອນ​ຈັງຫວະ​ດຽວ​ກັບຫນ່ວຍ​ໂລກ​ຈະ​​ໃຊ້​ຫມໍ້​ໄຟ​ພະລັງ​ຕາ​ເວັນ​ຫັນປ່ຽນ​ແສງຕາ​ເວັນ​ເປັນ​ພະລັງ​ໄຟຟ້າ​ໃນ​ເວລາ 99% ຂອງຫມົດປີ,​ແລ້ວ​ສົ່ງ​ຄືນ​ສູ່​ຫນ້າດິນ​ດ້ວຍ​ຮູບ​ການ​ໄມ​ໂກ​ເວ​ບເພື່ອ​ຄວບ​ຄຸມ​ຍົນ​ອະວະ​ກາ​ດທຸກ​ຊະນິດ​ຢ່າງ​ຄ່ອງ​ແຄ້ວ,ນັກ​ບິນ​ອະວະກາດ​ໄດ້​ຂັບ​ຍົນ​ບັນທຸກ​ຄົນ​ແລະ​ຍົນ​ອະວະກາດ​ເຂົ້າສູ່​ອະວະກາດ,ວັນ​ທີ 20 ພະຈິກ​ປີ 1999ເຮືອ​ເຫາະ​ຈັກກະວານ​ຊື່​ເຊີນ​ໂຈ​ວ ​ເຊິ່ງ​ເປັນ​ກິດຈະການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ໄດ້​ທົດ​ລອງ​ບິນ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ,​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ພາລະກິດ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ໄດ້​ຢ່ວງ​ບາດກ້າວ​ສຳຄັນ​ອີກ​ກ້າວ​ຫນຶ່ງ, ພ້ອມ​ກັນນັ້ນ,ການ​ຮ່ວມ​ມື​ລະຫວ່າງ​ຊາດ​ໃນ​ຂົງ​ເຂດ​ການບິນ​ອະວະກາ​ບັນທຸກ​ຄົນ​ກຳ​ໄດ້​ມີ​ການ​ຂະຫຍາຍຕົວ​ໃຫມ່​ແລະ​ພາກສ່ວນ​ການ​ບິນ​ອະວະກາດ​ຂອງ​ອາ​ເມລິ​ກາ  ລັດ​ເຊຍ ຍີ່​ປຸ່ນ ກາ​ນາ​ດາ​ແລະ​ເອີ​ລົບ​ພວມ​ຮ່ວມ​ກັນ​ສ້າງ​ສະຖານີ​ອະວະກາດ​ສາກົນ​ແບບ​ຖາວອນ,ກະ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2004 ,​ເມື່ອ​ຮອດ​​ເວລາ​ນັ້ນ,ນັກບິນ​ອະວະກາດ​ຈະ​ໄດ້​ຜະລິດ​ອຸປະກອນ​ໂລຫະ​ປະສົມ​ແລະ​ຊູ​ເປີ​ຄອນ​ດັກ​ເທີ​ລ້ວນໆ,​ເປັນ​ຈຳນວນ​ຫຼາຍດ້ວຍ​ຮູບ​ການ​ອຸດສາຫະກຳ​ໃຕ້​ເງື່ອນ​ໄຂ​ໄຮ້​ນ້ຳຫນັກ,ປອດ​ອາກາດ​ໃນ​ລະດັບ​ສູງ​ແລະ​ສະອາດ​ທີ່​ສຸດ,ຄົ້ນຄວ້າ​ຜົນ​ສະທ້ອນ​ຂອງ​ອະວະກາດ​ທີ່​ມີ​ຕໍ່​ສະພາບ​ຊົງ​ຕົວ​ຂອງ​ສັດສາ​ວາ​ສິ່ງ​ແລະ​ແຊນ​ຢູ່​ເທິງອະວະກາດ,ປຸງ​ແຕ່ງ​ຢຸກຢາ​ຊີວະ​ຊາດ​ແລະ​ບົ່ມ​ເພາະ​ພື​ດພັນ​ແນວ​ດີ ນອກ​ນີ້,ການ​ຂຶ້ນ​ໄປ​ເຫາະ​ເຫີນທ່ຽວ​ຊົມ​ອະວະກາດ​ຈະ​ກາຍ​ເປັນ​ຈຸດ​ຮ້ອນ​ໃຫ​ມ່ຂອງ​ການທ່ອງທ່ຽວ.

​ໃນ​ສັດຕະວັດ​ທີ 21 ມວນ​ມະນຸດ​ອາດ​ຈະ​ແກ້​ໄຂບັນຫາ​ວິ​ກິດ​ການ​ພະລັງງານ​ແລະ​ປະຊາກອນ​ຫຼາຍ​ເຫຼືອລົ້ນດ້ວຍ​ວິທີ​ສ້າງ​ບ້ານ​ເມືອງ​ແຫ່ງ​ທີ​ສອງ​ຢູ່​ຈັກກະວານ,​ເມື່ອ​ເດືອນ​ມີນາ​ປີ 1998 ,ກົມ​ການບິນ​ອະວະກາດ​ອາ​ເມ​ລິ​ກາ​ປະກາດ​ວ່າ,​ເຄື່ອງ​ຊອກ​ຄົ້ນດວງ​ເດືອນ​ຊື່​ມູນ​ອີກ​ສະປຣໍ​ເຊີ(M00N EXPL0RER)​ໄດ້​ຊອກ​ເຫັນ​ຢູ່​ສອງ​ຂົ້ວຂອງ​ດວງ​​ເດືອນ​ມີນ້ຳກ້າມ,ການ​ປ​ະກົດ​ເຫັນ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ຫຼາຍປະ​ເ​ທ​ດ​ເລັ່ງລັດ​ບາດກ້າວ​ຊອກ​ຄົ້ນດວງ​ເດືອນ,​ໃນ​ນັ້ນ,ອາ​ເມລິ​ກາ​ພວມ​ພິຈາລະນາ​ຈະ​ກັບຄືນ​ສູ່​ດວງ​ເດືອນ​ອີກ,ຂຸດ​ຄົ້ນຊີ​ລິກຄອນ​ໃນ​ດິນ​ເທິງ​ດວງ​ເດືອນ,​ເພື່ອ​ເຮັດ​ເປັນ​ແປ້ນ​ຖ່ານ​ພະລັງງານ​ແສງ​ແດດ,ຫຼໍ່ຫຼອນອາລຸ​ມີ​ນຸມ​ແລະ​ເຫຼັກອັນ​ອຸດົມສົມບູນ​ໃນ​ດິນ​ຂອງ​ດວງ​ເດືອນ​ເພື່ອ​ເຮັດອຸປະກອນ​ກໍ່ສ້າງ ​ແລະ​ສ້າງ​ເຂດ​ທີ່​ຫມັ້ນກຽມ​ຍົກຍ້າຍ​ຄົນ​ໄປ​ດວງ​​ເດືອນ,ສ່ວນ​ສະພາ​ບັນດິດ​ວິທະຍາສາດ​ລັດ​ເຊຍ​ແມ່ນ​ມີ​ແຜນການ​ອັນ​ຈະ​ແຈ້ງຄື​ຈະ​ຂຸດ​ຄົ້ນ​ເຮ​ລີ​ສາມ​ໃນດິນ​ຂອງ​ດວງ​ເດືອນ,​ເຮ​ລີ​ສາມ​ແມ່ນ​ວັດຖຸ​ເຊື້ອ​ໄຟ​ຄັກ​ກວ່າ​ຫມູ່​ໃຫ້​ແກ່​ເຕົາ​ປະຕິກ​ອນປ່ຽນ​ແປງ​ແບບ​ຫຸບ​ເຂົ້າຂອງ​ນິວ​ເຄຼຍ ຍອດ​ປະລິມານ​ສະ​ສົມ​ແມ່ນ​ມີປະມານ 50 ພັນ​ເທົ່າ​ຂອງ​ຫນ່ວຍ​ໂລກ,ລັດ​ເຊຍ​ກຽມ​ສ້າງ​ສະຖາ​ນີດາວ​ທຽມ​ໃນ​ໂຄຈອນ​ດວງ​ເດືອນ​ໃນປີ 2001 ​ເພື່ອ​ແຕ້ມ​ແຜນ​ທີ່​ດວງ​ເດືອນຮອບດ້ານ ກ່ອນ​ປີ 2010 ຈະ​ຍິງ​ສົ່ງ​ລົດຍົນ​ດວງ​ເດືອນ​ເພື່ອ​ຮູ້​ປະລິມານ​ເຮ​ລີ​ຢ່າງຄັກ​ແນ່​ແລະ​ທີ່​ຕັ້ງອັນ​ເຫມາະ​ສົມ​ເພື່ອ​ຂຸດ​ຄົ້ນ,ຫຼັງປີ 2010 ​ແລ້ວ,ຄົ້ນຄ້ວາ​ເຕັກ​ໂນ​ໂລຢີຂຸດ​ຄົ້ນ,ສ້າງ​ເຂດ​ທີ່​ຫມັ້ນຢູ່​ດວງ​ເດືອນ​ໃນ​ດ້ານ​ຄົ້ນຄວ້າ​ດາວ​ພະ​ອັງຄານ​ນັ້ນ,ກົມ​ການບິນ​ອະວະກາດ​ອາ​ເມ​ລິ​ກາ​ມີ​ແຜນ​ຈະ​ຍິງ​ສົ່ງ​ຍົນ​ບິນ​ໄປ​ດາວ​ພະ​ອັງຄານ​ໃນ​ປີ2003,​ເພື່ອ​ຖ່າຍຮູບ​ດາວ​ດັ່ງກ່າວ​ໃນ​ໄລຍະ​ໃກ້,ນອກ​ນີ້,ກົມ​ການບິນ​ອະວະ​ກາດ​ອາ​ເມ​ລິ​ກາ​ຍັງ​ວາງ​ແຜນ​ປ່ອຍ​ເຄື່ອງ​ສົ່ງ​ຕໍ່​ໂທລະຄົມ​ຢູ່​ຫນ້າດິນ​ຂອງ​ດາວ​ພະ​ອັງຄານ​ເພື່ອ​ໃຫ້​ເຄືອ​ຂ່າຍ​ໂທລະ​ຄົມ​ຂອງ​ຫນ່ວຍ​ໂລກ​ແລະ​ດາວ​ພະ​ອັງຄານ​ເຊື່ອມ​ຕໍ່​ກັນ,​ເວົ້າສຳລັບ​ການ​ລົງ​ຈອດ​ດາວ​ພະ​ອັງຄານ​ແລ້ວ,ຜູ່​ຊ່ຽວຊາ​ນຂອງ​ອາ​ເມ​ລິ​ກາ,​ລັດ​ເຊຍ,ຍີ່​ປຸ່ນ​ແລະ​ເອີ​ລົບ​ລ້ວນ​ແຕ່​ເຫັນ​ວ່າ,ຖ້າ​ຈະ​ປະຕິບັດ​​ແຜນການ​ນີ້​ມັນ​ເສຍ​ເງິນ​ຫຼາຍ​ໂພດ,ສະນັ້ນ,ລະຫວ່າງບັນດາ​ປະ​ເທດ​ຈະ​ຕ້ອງຮ່ວມ​ໄມ້​ຮ່ວມ​ມືກັນ,ພວກ​ທ່ານ​ຊີ້​ອອກ​ວ່າຄວນ​ສ້າງ​ສະຖານີ​ໂຄຈອນ​ດາວ​ພະ​ອັງຄານ​ທີ່​ປະກອບ​ດ້ວຍ​ຕອນ​ດຳລົງ​ຊີວິດ,ຕອນ​ລົງ​ຈອດ​ແລະ​ເຄື່ອງ​ໃຫ້​ພະລັງງານ,​ເຮືອ​ເຫາະ​ຄົ້ນຄວ້າ​ທີ່​ອອກ​ຈາກ​ສະຖາ​ນີ​ໂຄ​ຈອນ​ຫນ່ວຍ​ໂລກ​ນັ້ນຈະ​ບິນ​ຮອດ​ສະຖານີ​ໂຄຈອນ​ດາວ​ພະ​ອັງຄານ,ຫລັງ​ຈາກ​ນັ້ນ,ນັກ​ບິນ​ອະວະກາດ​ຂີ່​ຕອນ​ລົງ​ຕອນລົງ​ຈອດ​ໄປ​ລົງ​ຈອດ​ຢູ່​ດາວ​ພະ​ອັງຄານ,ຖ້າ​ທຸກ​ສິ່ງ​ທຸກ​ຢ່າງ​ດຳ​ເນີນ​ໄປ​ຢ່າງ​ສະດວກ,ຄາດຫມາຍ​ດັ່ງກ່າວ​ກໍ​ຈະ​ບັນລຸ​ຜົນ​ເປັນ​ຈິງ​ໃນ​ປີ 2015 ​ເຊິ່ງຈະ​ເປັນ​ການ​ແຜ້ວ​ທາງ​ໃຫ້​ແກ່ມ​ວນມະນຸດ​ໃນ​ການ​ຍົກຍ້າຍ​ໄປ​ຢູ່​ດວງ​ເດືອນ,ດາວ​ພະ​ອັງຄານ​ຫຼືສ້າງ​ຕົວ​ເມືອງ​ຢູ່​ກາງ​ອະວະກາດ.

ການ​ຊອກ​ຄົ້ນທາງ​ວິທະຍາ​ສາດ​ແມ່ນ​ບໍ່​ມີ​ວັນ​ສ້ຽງ​ສຸດຈັກ​ເທື່ອ,ມວນ​ມະນຸດ​ຈະ​ຢ່ວງ​ບາດກ້າວ​ໄປ​ສູ່​ອະວະກາດ​ທີ່​ເລີກ​ກວ່າ​ເກົ່າ,ກ່ອນ​ແລະ​ຫລັງ​ປີ 2010,​ເຄື່ອງ​ຄົ້ນຄວ້າ​ດາວ​ເຈົ້າ​ໄຟ​ຈະ​ໄປ​ຊອກ​ຄົ້ນພະ​ເຄາະ​ທີ່​ຄົນ​ເຮົາ​ບໍ່​ເຄີຍ​ໄປ​ຢາມ​ແລະ​ມີ​ການ​ໂຕ້​ຖຽງກັນຫຼາຍ,​ເຮື​ອ​ເຫາະ​ຈັກກະວານ​ທີ່​ໃຊ້​ໄຟຟ້າ​ນິວ​ເຄຼຍບິນ​ອອກ​ຈາກ​ສຸລິຍະ​ຈັກກະວານ,ກ້ອງສ່ອງ​ອະວະ​ກາດ​ຮາ​ໂປ,ກ້ອງສ່ອວດາລາສາດ​ເອັກສ໌​ເລ ​ເຊັນ ຕຣາ ພ້ອມ​ທັງ​ເຄື່ອງ​ຊອກ​ຄົ້ນທີ່​ກ້າວຫນ້າ​ໃນ​ອະນາຄົດ​ລ້ວນ​ແຕ່​ຈະ​ເຮັດ​ໃຫ້​ສາຍຕາຂອງ​ມວນ​ມະນຸດ​ບຸກທະລຸ​ເສັ້ນຈຳກັດ​ຕໍ່ໆ​ກັນຫຼາຍໆ​ເສັ້ນ​ໃນ​ຈັກກະວານ.