ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-31 18:11:23    
ການ​​ເຄື່ອນ​ໄຫວ​ຂອງ​ມະນຸດ​ໄດ້​ກະ​ທົບ​ກະ​ເທືອນ​ລະ​ບົບ​ຊີ​ວະ​ພາບ​ຢ່າງ​ໜັກ​ໜ່ວງ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 30 ມີນາ ຢູ່​ທີ່​ລອນ​ດອນ ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ບົດ​ລາຍ​ງານ​ຄົ້ນຄວ້າ​ສະບັບ​ໜຶ່ງ,​ໂດຍ​ຂຽນ​ວ່າ,​ໃນ 50 ປີ​ທີ່​ຜ່ານ​ມາ ປະຊາກອນ​ຂອງ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຂາດ​ສາຍ​ແລະ​ການ​ເຄື່ອນ​ໄຫວ​ເສດຖະກິດ​​ເປີດ​ກວ້າງ​ອອກຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້​ສ້າງ​ກຳລັງ​ໜີບ​ອັນ​ມະຫາສານ​ຕໍ່​ລະບົບ​ຊີວະ​ພາບ​ຂອງ​ໜ່ວຍ​ໂລກ,​ໄດ້​ກະທົບກະ​ເທືອນ​ຢ່າງ​ໜັກໜ່ວງ​ເຖິງ​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກທີ່​ບຳບັດ​ຄວາມທຸກ​ຍາກ​ແລະ​ຕ້ານ​ພະຍາດ.

ບົດ​ລາຍ​ງານ​ຄົ້ນຄວ້າ​ຂຽນ​ວ່າ,ການ​ເຄື່ອນ​ໄຫວ​ຂອງ​ມະນຸດ​ໄດ້​ມີ​ຜົນ​ສະທ້ອນ​ທາ​ງລົບ​ເຖິງ​ເດີ່ນ​ຫຍ້າ,ປ່າ​ໄມ້,ດິນ​ປູກຝັງ,​ແມ່ນ້ຳ​ແລະ​ບຶງ​ໜອງ​ສ່ວນຫຼາຍ​ທີ່​ສຸດ​ໃນ​ໜ່ວຍ​ໂລກ,​ເຮັດ​ໃຫ້​​ໂຣກ​ໄພ​ໄຂ້​ເຈັບ,ນ້ຳນອງ​ແລະ​ອັກ​ຄິ​ໄພ​ເກີດ​ຂຶ້ນຍິ່ງ​ເນື່ອງນິດ. ​ໃນ​ເວລາ​ທ່ານວອນ​ເທີ ລິດ ນັກ​ວິທະຍາສາດ​ທີ່​ຮັບຜິດຊອບ​ການ​ຄົ້ນຄວ້າ​ລາຍ​ນີ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນນັ້ນ ທ່ານ​​ເວົ້າວ່າ,ການ​ເຄື່ນ​ອ​ໄຫວ​ຂອງ​ມະນຸດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ມະຫາສານ​ແລະ​ຕ່າວ​ປິ້ນບໍ່​ໄດ້​ຕໍ່​ຄວາມ​ຫຼາກຫຼາຍ​ຂອງ​ຊີວະ​ພາບ​ໜ່ວຍ​ໂລກ.