ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-31 18:16:33    
ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ (CAFTA)--ບົດ​ໃຫມ່​ແຫ່ງ​ການ​ຮ່ວມ​ມື​ຈີນ​ອາ​ຊຽນ

cri Author: da
ນັບ​ແຕ່​ຊຸມ​ປີ 80 ສະ​ຕະວັດ​ທີ 20 ມາ​ນີ້, ການ​ມີແລະ​ການ​ພັດ​ທະນາ​ໃນ​ພາກ​ພື້ນ​ແລະ​​ໃນທົ່ວ​ໂລກ​ກາຍ​ເປັນ​ຈຸດ​ພິ​ເສດ​ພື້ນຖານ​ໃນ​ຂົງ​ເຂດ​​ເສດ​ຖະກິດ​ແລະ​ການ​ຄ້າ​ໂລກ.

ດ້ານ​ຫນຶ່ງ​,ອົງ​ການ​ການ​ຄ້າ​ໂລກ​( ​WT0 ) ການ​ສ້າງ​ຕັ້ງ​ຂຶ້ນແລະ​ການ​ເລີ່​ມ​ເຮັດວຽກ​​ໄດ້​ຊຸກ​ຍູ້​ເສດ​ຖະກີດ​ໂລກາ​ວິວັດ​​ລົງ​ສູ່​ລວງ​ເລິກ,​ອີກ​ດ້ານ​ຫນຶ່ງ,​ໃນ​ຂອບ​ເຂດ​ທົ່ວ​ໂລກ​​ໄດ້​ມີສັນ​ຍາ​ການ​ຄ້າ​ເສລີ​ສອງ​ຕໍ່​ສອງ​ຫຼືພາກ​ພື້ນ​ເຊັນ​ກັນ,ເຂດ​ການ​ຄ້າ​ເສລີ, ​ໄດ້​ສ້າງ​ຕັ້ງ​ຂຶ້ນນັບ​ມື້​ນັບ​ຫຼາຍ​,ກຸ່ມ​ການ​ຄ້າ​ພາກ​ພື້ນ​ທຸກ​ປະ​ເພດ​ໄດ້​ພັດ​ທະນາ​ຢ່າງ​ຟົດ​ຟື້ນ​ຢູ່​​ແຫ່ງ​ຕ່າງໆ​ໃນ​ໂລກ,​ພາ​ໃຫ້​ມີ​ກະ​ແສ​ຮ້ອນ​ທີ່​ຫັນ​​ເສດ​ຖະກິດ​ພາກ​ພື້ນ​​ເຊື່ອມ​ໂຍງ​ເຂົ້າ​ກັນ.

ປີ 2005,ວຽກ​ງານ​ສ້າງ​ຕົ້ງ​(CAFTA )ທີ່​ປະຈັກ​ຕາ​ຄົນ​ໄດ້​ເຂົ້າສູ່​ໄລຍະ​ຫມູນ​ເດີນທີ່​ມີລັກ​ສະນະ​ທາດ​ແທ້,​ສາຍ​ເຫດ​ທີ່​ປະຈັກ​ຕາ​ຄົນ​ຕົ້ນຕໍ​ແມ່ນ​ເຂດ​ການ​ຄ້າ​ເສລີ​ດັ່ງ​ກ່າວ​ນີ້​ແມ່ນ​ເຂດ​ການ​ຄ້າ​ເສລີ​ແຫ່ງ​ທຳ​ອິດ​ທີ່​ຈີນ​ແລະ​ອາ​ຊຽນ​ໄດ້​ສ້າງ​ຂຶ້ນ,​ແລະ​ແມ່ນຕະ​ຫຼາດ​ໃຫຍ່​​ທີ່​ມີ​ຜູ່​ບໍລິ​ໂພ​ກ 1 ຕື້ 800 ລ້ານ​ຄົນ,​ແລະ​ແມ່ນ​ຫນຶ່ງ​ໃນ​ສັນຍາ​ລັກ​ສຳຄັນ​ທີ່​ເສດ​ຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໄດ້​ມີ​ການ​ພັດ​ທະນາ​​ຢ່າງ​ວ່ອງ​ໄວ.

ສາມາດ​ເວົ້າ​ໄດ້​ວ່າ,ການ​ສ້າງ​ຕັ້ງ CAFTA ​ແຕ່​ສະ​ເຫ​ນີບັນຫາ​ນີ້​ອອກ​ຮອດ​ເຊັນ​ສັນຍາ,​​ໃຊ້​ເວລາ​ສັ້ນ,​ການ​ເຊັນ​ສັນຍາ​ແມ່ນ​ການເລີ່​ມຕົ້ນ,​ແຕ່​ວ່າ​ມັນພຽງ​ແ​ຕ່​ແມ່ນ​ເລີ່ມ​ຕົ້ນ,​ແຕ່​ປະຕິບັດ​ສັນຍາ​ແລະ​ຊຸກ​ຍູ້​ການ​ສ້າງ​(CAFTA)ໃຫ້​ສຳ​ເລັດ​ພັດ​ເປັນ​​ໂຄງ​ການ​ໃຫຍ່​,​CAFTA​ແມ່ນ​ເຂດ​ການ​ຄ້າ​ເສລີ​ແຫ່ງ​ທຳ​ອິດ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​,ມັນ​ເປັນ​ການ​ຫົວຄຶດ​ປະດິດ​ສ້າງ​ກໍ​ຫມາຍ​ຄວາມ​ວ່າ​ມີ​ບັນຫາ​ໃຫມ່​ຫຼາຍ​ຕ້ອງ​ການ​ຫາລື​ແລະ​ແກ້​ໄຂ.ໃຕ້​ສະຖານະ​ການ​ໃຫມ່,ຈີນ​ອາ​ຊຽນມີ​ແຕ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ,​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື,​ເຮັດ​ໃຫ້​ເນື້ອ​ໃນ​ການ​ຮ່ວມ​ມື​ອຸດົມ​ສົມ​ບູນ​ຂຶ້ນ,ຍົກ​ລະດັບ​ການ​ຮ່ວມ​ມື,​ບູລະນະ​ເບົ້າ​ແບບ​ການ​ຮ່ວມ​ມື​ສົມ​ບູນ​ຂຶ້ນ,ຈິ່ງ​ຈະ​ສາມາດ​ຮັບ​ມື​ ສິ່ງ​ທ້າ​ທາຍ​ຢ່າງ​ບັງ​ເກີດ​ຜົນ,​ສ້າງ​ຊ່ອງ​ຫວ່າງ​ໃຫມ່​ແຫ່ງ​ການ​ພັດ​ທະນາ​ພ້ອມ​ກັນ.

ຄື​ດັ່ງ​ທ່ານ​​ເວີນ​​ເຈຍ​ປາວ​ ນາຍົກ​ລັດຖະ​ມົນຕີ​ຈີນໄດ້​ຊີ້​ອອກ​ໃນ​ກອງ​ປະຊຸມ​ຜູ້ນຳ​​ອາ​ຊຽນຈີນ​ຄັ້ງທີ 8 ນັ້ນ​ວ່າຊຸ​ກຍູ້​ການ​ພັດທະນາ​ພ້ອມ​ກັນ ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​,​ແມ່ນຈຸດ​ເລີ່​ມ​ຕົ້ນ​ແລະ​ຄາດ​ຫມາຍ​​ແຫ່ງການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຊຽນ, ຂ້າພະ​ເຈົ້າ​ເຊື່ອ​ວ່າ,ທະ​ແນມ​ແຕ່​ພວກ​ເຮົາ​ເຮັດ​ແທ້​ທຳ​ຈິງ ຍຶດ​ຫມັ້ນຖາ​ວອນ​ແລະ​ສູ້​ຊົນ​ຢ່າງ​ຕັ້ງ​ຫນ້າ,​ພວກ​​​ເຮົາກໍ​ຈະ​ສາມາດ​ຊຸກຍູ້​ການ​ພົວພັນ​ຫມູ່​ຄູ່​​ຍຸດ​ທະ​ສາດ​ຈີນອາ​ຊຽນ​ກ້າວ​ໄປ​ຫນ້າ​ເລື້ອຍໆ​ແລະ​ລົງ​ສູ່​ລວງ​ເລິກ,​ແລະ​ແຕ່ງ​ບົດ​ໃຫມ່​ແຫ່ງ​ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ​ຈີນ​ອາ​ຊຽນ.