ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-01 18:07:05    
ໝາກ​ຜົນ​ເບື້ອງ​ຕົ້ນ​ຂອງ​ການ​ປ້ອງ​ກັນ​ແລະ​ປົວ​ວັນ​ນະ​ໂຣກ​ຂອງ​ຈີນ

cri Author: li

​ຕາມ​ຂ່າວ CRI: ວັນນະ​ໂຣກ​ແມ່ນ​ພະຍາດ​ຕິດ​ແປດ​ທີ່​ເກົ່າ​​ແກ່​ຊະນິດ​ໜຶ່ງ,ພາຍ​ຫຼັງຊຸມ​ປີ 50 ສະຕະວັດ​ທີ 20,ຄຽງ​ຄູ່​ກັບ​ການ​ປະດິດ​ສ້າງ​ຢາ​ຕ້ານ​ວັນນະ​ໂຣກ​ແລະ​ນຳ​ໃຊ້​ຢ່າງ​ກວ້າງຂວາງ,ວັນນະ​ໂຣກ​ໄດ້​ຖືກ​ຄວບ​ຄຸມ​ໃນ​ລະດັບ​ໃດ​ໜຶ່ງ. ​ແຕ່​ໃນຫຼາຍປີ​ມາ​ນີ້,ຍ້ອນ​ມູນ​ເຫດ​ຕ່າງໆ,ພະຍາດ​ວັນນະ​ໂຣກ​ໄດ້​ມີ​ຮ່ອງ​ຮອຍ​ກຳ​ເລີບຂຶ້ນ,ກາຍ​ເປັນ​ບັນຫາ​ສາທາລະນະ​ສຸກ​ທີ່​ໃຫຍ່​ໂຕ​ໃນ​ທົ່ວ​ໂລກ.

ປັດຈຸບັນ,ຈີນ​ມີ​ຜູ້​ເປັນ​ພະຍາດປອດ​ແຫ້ງ 4 ລ້ານ 5 ​ແສນ​ຄົນ,ຕົວ​ເລກ​ດັ່ງກ່າວ​ພຽງ​ແຕ່​ຖັດຈາກ​ອິນ​ເດຍ,​​ເປັນ​ທີ​ສອງ​ໃນ​ໂລກ, ນອກ​ນີ້ ຢູ່​ຈີນ​ຍັງ​ມີ​ຜູ້​ເປັນ​ພະຍາດ​ປອດ​ແຫ້ງ​ເພີ່ມ​ຂຶ້ນ 1 ລ້ານ 4 ​ແສນ​ກວ່າ​ຄົນ​ຕໍ່​ປີ. ​ເພື່ອ​ສະກັດ​ກັ້ນວັນນະ​ໂຣກ,ຮັກສາ​ສຸຂະພາບ​ຂອງ​ສາທາລະນະ​ຊົນ,ຈີນ​ໄດ້​ປົວ​ຟີ​ໃຫ້ຜູ້​ຕິດ​ແປດ​ພະຍາດ​ປອດ​ແຫ້ງ​​ທັງ​ໝົດ,ລັດ​ໄດ້​ລົງທຶນໃນ​ດ້ານ​ນີ້​​ເພີ່ມ​ຂຶ້ນຄູ່​ປີ. ທ່ານ​ວັງຫຼົງ​ເຕີ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຈີນ​ແນະນຳ​ວ່າ:

"​ໃນຫຼາຍປີ​ມາ​ນີ້ ການ​ເງິນ​ສູນ​ກາງ​ໄດ້​ເພີ່ມ​ຄ່​ໃຊ້​ຈ່າຍ​ໃນ​ດ້ານ​ຄວບ​ຄຸມ​ວັນນະ​ໂຣກ. ບົນ​ພື້ນຖານ​ທີ່​ເພີ່ມ​ຂຶ້ນປີ​ລະ 40 ລ້ານ​ຢວນ​ແຕ່​ເດີມ,ປີ 2004 ​ໄດ້​ເພີ່ມ​ຂຶ້ນຮອດ 265 ລ້ານ​ຢວນ, ​ຊື້​ຢາ​ປົວ​ປອດ​ແຫ້ງ​ໃຫ້​ຄົນ​ເຈັບ​ຟີ,​ແລະ​ໃຊ້​​ເພື່ອ​ກວດ​ໃຫ້​ຮູ້​ຜູ້​ຕິດ​ແປດ​ພະຍາດ​ໃໝ່ແລະ​ເພີ່ມ​ທະວີ​ການ​ສຶກສາ​ດ້ານ​ຮັກສາ​ສຸຂະພາບ​​ເປັນຕົ້ນ."

​ເຈົ້າໜ້າ​ທີ່​ແນະນຳ​ວ່າ,ປີ 2004 ຈີນ​ຍັງ​ໄດ້​​ປະຕິບັດ​ມາດ​ຕະການ​ໃຫມ່ຕ່າງໆ​​ເພື່ອ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກ,​ເຊັ່ນ​ຕັ້ງ​ລາງວັນ"​ແຈ້ງ​ຜູ້​ເປັນພະຍາດ",​ເພື່ອ​ສົ່ງ​ເສີມ​ໃຫ້​ນາຍ​ໝໍ​ຂັ້ນຮາກ​ຖານ​ໃນ​ຊົນນະບົດ​ກວດ​ພົບ​ຜູ້​ເປັນ​ປອດ​ແຫ້ງ​​ໃຫ້ຫຼາຍ; ສ້າງ​ລະບົບ​ລາຍ​ງານ​ພະຍາດ​ຕິດ​ແປດ​​ເຊິ່ງ​ລວມທັງ​ວັນນະ​ໂຣກ​ໂດຍ​ຜ່ານ​ລະບົບ​ເຄືອ​ຂ່າຍ​ໃນ​ທົ່ວ​ປະ​ເທດ; ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ຊາວນາ​ປົວ​ພະຍາດ,ຈີນ​ຍັງ​ໄດ້​ສ້າງບ່ອນ​ກວດ​ຂີ້ກະ​ເທີ່​ຢູ່​​ໃນໂຮງໝໍ​ຊົນນະບົດ 1 ສ່ວນ 3.

​ພ້ອມກັນ​ນີ້ ຈີນ​ຍັງ​ໄດ້​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ເຊັ່ນ​ອັງກິດ​ແລະ​ຍີ່​ປຸ່ນພ້ອມ​ທັງ​ອົງການ​ຈັດຕັ້ງ​ສາກົນ​ເຊັ່ນ​ທະນາຄານ​ໂລກ​ເປັນຕົ້ນ​ໃນ​ດ້ານ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກ. ຕົວຢ່າງ​ຄື​ຈີນ​ໄດ້​ໃຊ້​ເງິນ​ກູ້​ຂອງ​ທະນາຄານ​ໂລກ​ແລະ​ເງິນ​ບໍລິຈາກ​ຂອງ​ລັດຖະບານ​ອັງກິດ ດຳ​ເນີນ​ໂຄງການ​ຄວບ​ຄຸມ​ວັນນະ​ໂຣກຢູ່ 16 ​ເຂດ​ແຂວງ​ເຊັ່ນ​ແຂວງ​ເຮີ​ເປ,​ເຂດ​ຊິນ​ຈຽງ​ແລະ​ເຂດ​ມົງ​ໂກ​ໃນ​ເປັນຕົ້ນ. ​
ໂຄງການ​ດັ່ງກ່າວ​ໄດ້​ຮັບ​ຜົນ​ດີຫຼາຍ,ປີ 2004 ​ໄດ້​ຮັບ​"ລາງວັນ​ຜູ້​ວ່າການ​ທະນາຄານ​ໂລກ"​ເຊິ່ງ​ເປັນ​ລາງວັນ​ສູງ​ສຸດ​ຂອງ​ທະນາຄານ​ໂລກ.

ທ່ານ​ວັງ​ລົງ​ເຕີ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ວ່າ,​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍາມ​ແລ້ວ,ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກຂອງ​ຈີນ​ໄດ້​ຮັບ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ.

"ນັບ​ມາ​ຮອດ​ທ້າຍ​ປີ 2004 ສະ​ເລ່ຍ​ແລ້ວ ອັດຕາ​ປົວ​ຫາຍຕໍ່​ຜູ້​ເປັນ​ປອດ​ແຫ້ງ​ທີ່​ກວດ​ພົບ​​ໃໝ່​​ແລະ​ຂຶ້ນ​ທະບຽນ​​ໃນ​ທົ່ວ​ປະ​ເທດ​ແມ່ນ 91,6%,​ໄດ້​ລື່ນ​ກາຍ​ເປົ້າໝາຍ 85% ທີ່​ອົງການ​ອະນາ​ໄມ​ໂລກ​ສະ​ເໜີ​ອອກ​ມາ."

ຕາມ​ໄດ້​ຊາບ,​ແຕ່​ຊຸມ​ປີ 90 ສະຕະວັດ​ທີ 20 ມາ​ນີ້ ອັດຕາ​ຕິດ​ແປດ​​ປອດ​ແຫ້ງ​ຢູ່​ຈີນ​ໄດ້​ຫຼຸດໜ້ອຍ​ລົງ 3% ຂຶ້ນ​ໄປ​ຕໍ່​ປີ.

​ເຖິງ​ວ່າ​ໄດ້​ຮັບ​ຜົນງານ​ດັ່ງກ່າວ,​ແຕ່​ປັດຈຸບັນ ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກ​ຂອງ​ຈີນ​ຍັງ​ປະ​ສົບ​ຄວາມ​ຫຍຸ້ງຍາກ​ແລະ​ບັນຫາ​ຈຳນວນ​ໜຶ່ງ,ຄື​ປະຊາກອນ​ເຄື່ອນ​ຍ້າຍ​ເພີ່ມ​ຂຶ້ນ​ເລື້ອຍໆ​ໄດ້​ເຮັດ​​ໃຫ້​ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກ​ຫຍຸ້ງຍາກ​ກວ່າ​ເກົ່າ. ປັດຈຸບັນ,ຢູ່​ຈີນ​ມີ​ປະ​ຊາ​ກອນ​ເຄື່ອນ​ຍ້າຍ 150 ລ້ານ​ຄົນ,ຕົ້ນຕໍ​ມາ​ຈາກ​ເຂດ​ຊົນນະບົດ​ທີ່​ມີ​ຜູ້​ເປັນ​ວັນນະ​ໂຣກຂ້ອນ​ຂ້າງ​ໜັກໜ່ວງ​,ຜູ້​ເປັນ​ວັນນະ​ໂຣກ​ໃນ​ປະຊາກອນ​ເຄື່ອນ​ຍ້າຍ​ເຫຼົ່ານີ້​ອາດຕິດ​ແປດ​ໃຫ້​ຜູ້​ອື່ນງ່າຍ​ທີ່​ສຸດ. ດ້ວຍ​ເຫດ​ນີ້,ບາງ​ຕົວ​ເມືອງ​ຂອງ​ຈີນ​ໄດ້​ປ່ຽນ​ແປງ​ວິທີ​​ເຮັດ​ວຽກໃນ​ເມື່ອ​ກ່ອນ​ທີ່​​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກ​ໃນ​​ໄທ​ເມືອງ​ທ້ອງ​ຖິ່ນຕົນ,ຕໍ່ຜູ້​​ເປັນ​ວັນນະ​ໂຣກທີ່​ມາ​ຈາກ​ຕ່າງ​ຖິ່ນ​ກໍ​ປົວ​ໃຫ້​ຟີຢ່າງ​ທັນ​ການ.

ທ່ານ​ລິວ​ຈຽນ​ຈູ​ນ ຜູ້​ຮັບຜິດຊອບ​ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກຂອງ​ສູນ​ປ້ອງ​ກັນ​​ຄວບ​ຄຸມພະ​ຍາດ​ຂອງ​ຈີນ​ເຫັນ​ວ່າ,​ເຮັດ​ແນວ​ນີ້​ສາມາດ​ປ້ອງ​ກັນຢ່າງ​ບັງ​ເກີດ​ຜົນ​ບໍ່​ໃຫ້​ພະຍາດ​ລະບາດ​ຢູ່​ໃນ​ຕົວ​ເມືອງ,ສະນັ້ນ,ຄວນ​ເຜີຍ​ແຜ່​ໃນ​ທົ່ວ​ປະ​ເທດ. ທ່ານ​ເວົ້າວ່າ:

"ຜູ້​ເປັນ​ວັນນະ​ໂຣກທີ່​ພວກ​ເຮົາ​ເຫັນ​ໃນ​ບໍລິ​ເວນ​ຂອງ​ພວກ​ເຮົາລ້ວນ​ແຕ່​ແມ່ນ​ຜູ້​ທີ່​ພວກ​ເຮົາຄວນ​ບໍລິການ. ຂ້າພະ​ເຈົ້າ​ເຫັນ​ວ່າ,ປະ​ເທດ​ພວກ​ເຮົາ​ຄວນ​ພະຍາຍາມ​​ເຮັດ​ແບບ​ນີ້."

ນອກ​ນີ້ ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກຂອງ​ຈີນ​ຍັງ​ໄດ້​ປະ​ສົບກັບ​ບັນຫາ​ຕ່າງໆ​ເຊັ່ນ​ຄ່າ​ໃຊ້​ຈ່າຍ​​ແລະ​ພະນັກງານ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກບໍ່​ພຽງພໍ​ເປັນຕົ້ນ,ຕໍ່​ເລື່ອງ​ນີ້ ​ເຈົ້າໜ້າ​ທີ່​ກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ວ່າ,ຈີນ​ຈະ​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກຢ່າງ​ບໍ່​ຢຸດ​ຢັ້ງ,ຂ້ຽວ​ເລັ່ງອົບຮົມ​ພະນັກງານ​ໃນ​ດ້ານ​ນີ້​​ໃຫ້​ຫຼາຍກວ່າ​ເກົ່າ. ນອກ​ນີ້ ຈີນ​ຍັງ​ຫວັງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ​ໃນ​ຂົງ​ເຂດ​ດັ່ງກ່າວ​ຕໍ່​ໄປ.