ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-01 20:08:42    
ຮູ້ອັນ​ໄດ້​ອັນ​ເສຍ,ອຸ້ຍ​ເຈິ​ງຕາມ​ໄປ​​ແລ້ວ,​ເຮັດ​ໄດ້​ເຮັດ​ໃຫ້​ພະ​ອົງ​ເຮົາ​ເສຍ​ແວ່ນ​ແຍງຮູ້​ອັນ​ໄດ້​ອັນ​ເສຍ​ໄປ​ຫນ້າ​ຫນຶ່ງ

cri

ທ່ານ​ອາດ​ຈະ​ຮູ້​ແລ້ວ​ວ່າ​ຈີນ​ເຄີຍ​ມີ​ປະຫວັດ​ວັດທະນະທຳ​ອັນ​ຮຸ່ງ​ເຮືອງ​ຍາວ​ນານ,ຢູ່​ໃນ​ຄັງ​ສາງ​ວັດທະນະທຳ​ອັນ​ປະ​ເສີດ​ຂອງ​ຈີນ​ນັ້ນ,ຄຳ​ສຸພາສິດ​ໄດ້​ມີ​ສ່ວນ​ສຳຄັນ​ນົມ​ຄວນ,ຜ່ານ​ການ​ຟັງ​ນິທານ​ຄຳ​ສຸພາສິດ​ຂອງ​ຈີນ,ທ່ານ​ກໍ່​ຈະ​ຮູ້​ປະຫວັດ​ສາດ​ຈີນ​ບໍ່ຫຼາຍກໍ່​ຫນ້ອຍ,​ໃນ​ຄຳ​ສຸພາສິດ​ທີ່​ມີ​ຊີວິດ​ຊີວາ​ນັ້ນ,ມີຫຼາຍຄຳ​ຈະ​ເປັນ​ຄະຕິ​ເຕືອນ​ໃຈ​​ໃຫ້​ແກ່​ພວກ​ເຮົາ,ສຳລັບ​ມື້​ນີ້,​ເຮົາ​ຂໍ​ເລົ່າ​ນິທານ​ສຸພາສິດ​ຈີນ​ບູຮານ​ທີ່​ວ່າ​ຟັງ​ຫູ​ດຽວ​ຕາ​ໃບ້,ຟັງຫຼາຍທີ່​ມາ​ຕາ​ແຈ້ງ.

ນິທານ​ເລື່ອງ​ນີ້​ມີ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ຖັງ​ຂອງ​ຈີນ​ເມື່ອ 1300 ກວ່າ​ປີ​ກ່ອນ,ຫລັງ​ຈາກ​ທ່ານ​ລີ​ເຊີ້​ມິນໂຄ່ນລົ້ມລາດ​ຊະ​ວົງ​ຊູ​ຍ​ແລະ​ຕັ້ງລາດ​ຊະ​ວົງ​ຖັງ​ຂຶ້ນ​ແທນ​ແລ້ວ,ກໍ່ຕັ້ງຕົນ​ເປັນ​ພະ​ເຈົ້າມະ​ຫາ​ຊີ​ວິດ​ຖັງ​ໄທ​ຈົງ,​ໃນ​ຄາວ​ນັ້ນ,ພວກ​​ເສນາ​ອານາດ​ຝ່າຍ​ທະຫານ​ແລະ​ຝ່າຍ​ພົນລະ​ເຮືອນ​ທັງຫຼາຍທີ່​ເປັນ​ລູກນ້ອງ​ຂອງ​ທ່ານ​ຫລີ​ເຊີ້​ມິນກໍ​ພາກັນ​ຫວັງໃຫ້​ພະ​ອົງ​ຈົງຈັດ​ງານ​ສົມ​ໂພດ​ເພື່ອ​ໄຫວ້​ເທວະ​ດາ​ຟ້າ​ດິນ​ຢ່າງ​ໃຫຍ່​ໂຕ​ມະໂຫລານ.

ກ່ອນ​ສະ​ໄຫມ​ຖັງ,ຄື​ໃນ​ສະ​ໄຫມ​ຊິນ​ແລະ​ສະ​ໄຫມ​ຮ້ານ ກໍ​ມີ​ເຈົ້າຊີວິດ​ຫຼາຍອົງ​ສະ​ເດັດ​ໄປ​ໄຫວ້​ເທວະ​ດາ​ຟ້າ​ດິນ​ຢູ່​ເຖິງ​ພູ​ໄທ​ຊານ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ເຊິ່ງ​ເປັນ​ຫນຶ່ງ​ໃນ​ຈຳນວນ​ສາຍພູ​ໃຫຍ່​ກວ່າ​ຫມູ່ 5 ຫນ່ວຍ​ໃນ​ປະ​ເທດ​ຈີນ,ທີ່​ຈິງ​ແລ້ວ,ກໍ່​ແມ່ນ​ຢາກ​ຈະ​ເຊີນ​ຫນ້າ​ຊູ​ຕາ ​ແລະ​ເພື່ອ​ຈາລຶກ​ຄຸນ​ງານ​ຄວາມ​ດີ​ຂອງ​ຕົນ​ໄວ້​ທໍ່​ນັ້ນດອກ.

​ເມື່ອ​ລີ​ຊືມິນ​ຂຶ້ນ​ເປັນ​ເຈົ້າຊີວິດ​ລາດ​ຊະ​ວົງ​ຖັງ​ແລ້ວ,​ເພິ່ນ​ກໍ່​ໄດ້​ສ້າງ​ຜົນງານ​ໄວ້​ບໍ່​ຫນ້ອຍ​ໃນ​ການ​ເຮັດ​ໃຫ້​ພາຍ​ໃນ​ປະ​ເທດ​ຢູ່​ໃນ​ຄວາມ​ສະຫງົບ,ຂະຫຍາຍ​ການ​ຜະລິດ​ແລະ​ປົກປັກ​ຮັກສາ​ດິນ​ແດນ​ໄວ້​ຢ່າງ​ຫມັ້ນຄົງ,​ເຮັດ​ໃຫ້​ບ້ານ​ເມືອງ​ເລີ່ມມີ​ຄວາມສຸກ​ກຸ່ມ​ຊຸ້ມ​ເຢັນ,ຈາກ​ນັ້ນ,ພວກ​ເຈົ້າຊຸນມຸນ​ນາຍທ້າ​ຫຼາຍກໍ່​ນິຍົມ​ກັນຫຼິ້ນກິນ​ຟຸມ​ເຟືອຍ,​ແລະ​ຕ່າງ​ອວດ​ຍົດ​ຖາ​ບັນດາສັກ​ກັນ​ຈົນ​ກາຍ​ເປັນ​ຮີດ,ພວກ​ເຂົາ​ຫຼາຍຄົນ​ພາກັນ​ຍົກຍ້ອງ​ຄຸນງາມຄວາມດີ​ຂອງ​ເຈົ້າຊີວິດ,ຊັດ​ຊວນ​ອວນ​ພະ​ອົງ​ຈັດ​ງານ​ສົມ​ໂພດ​ເພື່ອ​​ໄຫວ້​ເທວະ​ດາ​ຟ້າ​ດິນ.

​ເມື່ອ​ພະ​ເຈົ້າມະຫາ​ຊີວິດ​ຖັງ​ໄທ​ຈົງ​ຟັງ​ແລ້ວ​ກໍ່​ຄຶດ​ຢາກ​ເຫັນ​ດີ​ນຳ​ຢູ່,​ແຕ່​ວ່າ​ໃນ​ເວລາ​ພະ​ອົງ​ກຽມ​ຈະ​ຊົງ​ສະ​ເດັດ​ໄປ​ນັ້ນ,​ເລີຍ​ຄຶດ​ງວດ​ເຖິງ​ອາວຸ​ໂສ​ຜູ່​ຫນຶ່ງ​ຊື່ວ່າ​ອຸຍ​ເຈີງ.

ອຸຍ​ເຈີງ​ເປັນ​ຄົນ​ທີ່​ມີ​ອິດ​ທິພົນ​ສູງ​ໃນ​ລາດ​ຊະ​ວົງ,​ໃນ​ຄາວ​ນັ້ນ​ເພິ່ນ​ກໍ່​ໄດ້​ເຂົ້າຮ່ວມ​ໃນ​ວຽກ​ບໍລິຫານ​ແຜ່ນດິນ,ຮັບ​ຕຳ​ແຫນ່​ງ​ເປັນ​ມະຫາ​ເສນາ​ບໍດີ​ແລະ​ໄດ້​ຮັບ​ຄວາມ​ໄວ້​ວາງ​ພະ​ໄທ​ເປັນ​ຢ່າງ​ຍິ່ງ​ຈາກ​ມະຫາ​ຊິ່ວຖັງ​ໄທ​ຈົງ,​ເພິ່ນ​ຜູ່​ນີ້​ເປັນ​ຄົນ​ກ້າ​ເວົ້າຄວາມ​ຈິງ,ກ້າ​ຮັບ​ຜິດ​ຊອບ​ແລະ​ກໍ່​ກ້າ​ຕຳ​ຫນິຕິ​ຊົນ​ເຈົ້າຊີວິດ,​ເມື່ອ​ອຸ້ຍ​ເຈີງ​ເຂົ້າ​ເຝົ້າ​ເຈົ້າຊີວິດ​ຢູ່​ທີ່​ພະລາດ​ຊະ​ສຳນັກ,ພະ​ອົງ​ກໍ​ຊົງ​ໄຕ່​ຖາມ​ຄວາມ​ເຫັນ​ຂອງ​ເພິ່ນ​ກ່ຽວ​ກັບ​ການຈັດ​ງານສົມ​ໂພດ​ດັ່ງ​ກ່າວ,ອຸ້ຍ​ເຈີງກໍ່​ທູນ​ຄຳ​ຕອບ​ຢ່າງ​ຈະ​ແຈ້ງວ່າ,ຂໍ​ທູນ​ເກົ້າທູນ​ຂະ​ຫມອມ, ຂ້າພະ​ບາດ​ເຫັນ​ວ່າ,​ເລື່ອງ​ຈັດ​ງານ​ສົມ​​ໂພດ​ນັ້ນ,ດຽວ​ນີ້​ແມ່ນ​ເຮັດ​ບໍ່​ໄດ້​ເທື່ອ,ຍ້ອນ​ພະ​ເຈົ້າມະຫາ​ຊີວິດ​ຖັງ​ໄທ​ຈົງ​ພວມ​ມີ​ພາລະ​ຊະ​ປະສົງ​ໃນ​ງານ​ສົມ​ໂພດ,​ແລະ​ກຽມ​ຈະ​ເຮັດ​ໃຫຍ່​ຢູ່​ແລ້ວ,ບໍ່​ໄດ້​ຍິນ​ອຸ້ຍ​ເຈີງ​ສະ​ແດງ​ຄວາມ​ຄັດຄ້ານ,ຈິ່ງ​ຕັດ​ຖາມ​ຢ່າງ​ເຄັ່ງ​ຂືມວ່າ,​ເຈົ້າບໍ່​ເຫັນ​ດີ​ນຳ​ການຈັດ​ງານ​ສົມ​ໂພດ​ນີ້,ກໍ່​ຂໍ​ໃຫ້​ເຈົ້າຍົກ​ເຫດຜົນ​ອອກ​ມາ​ເວົ້າຄັກ​ແນ່​ເບິ່ງດູ,​ເຈົ້າ​ເຫັນ​ວ່າ,ຄຸນງາມຄວາມດີ​ຂອງ​ພະ​ອົງ​ເຮົາ​ຍັງ​ບໍ່​ທັນ​ມາກ​ສົ້ນ.ບຸນຄຸນ​ຍັງ​ບໍ່​ທັນ​ສົມຊັ້ນຫວະ?

ອຸ້ຍ​ເຈິ​ງກໍ​ຕອບ​ຢ່າງ​ບໍ່​ຟ້າວ​ບໍ່​ຟັ່ງ​ວ່າ,ຄຸນງາມຄວາມດີ​ຂອງ​ພະ​ອົງ​ແມ່ນ​ມີ​ມາກ​ມາຍ​ຫຼາຍລົ້ນ​ແທ້,​ແຕ່​ວ່າ​ເມື່ອ​ຫຼຽວ​ແວ​ເບິ່ງ​ບ່າວ​ໄພ່​ລາດ​ສະ​ດອນ​ແລ້ວ,ພວກ​ເຂົາ​ເຈົ້າຍັງ​ບໍ່​ທັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍປານ​ໃດ​ເທື່ອ,ບຸນຄຸນ​ພະ​ອົງ​ນັ້ນ​ແມ່ນ​ລ້ຳ​ເລິກ​ແທ້,​ແຕ່​ກໍ່​ບໍ່​ແມ່ນ​ວ່າ​ຜູ່​ໃດ​ກໍ່​ຮູ້​ຄຸນ​ຂອງ​ພະ​ອົງ​ຫມົດ​ເທື່ອ.

ພະ​ເຈົ້າຖັງ​ໄທ​ຈົງ​ຕັດ​ຖາມ​ຕໍ່​ໄປ​ວ່າ,ອານາຈັກ​ຂອງ​ພວກ​ເຮົາ​ຍັງ​ບໍ່​ທັນ​ສະຫງົບ​ແທ້​ຫວະ,ປະ​ເທດ​ອື່ນ​ຍັງ​ບໍ່​ທັນ​ໂຄລົບ​ນົບ​ນ້ອມ​ພວກ​ເຮົາ​ເທື່ອ​ຫວະ,​ໃນ​ຫຼາຍປີ​ມາ​ນີ້,ບໍ່​ແມ່ນ​ພຶດທັນ​ຍາ​ຫານ​ກໍ່​ເກັບ​ກ່ຽວ​ໄດ້ຜົນ​ອຸດົມສົມບູນ​ແລ້ວ​ຫວະ,ອຸ້ຍ​ເຈິ​ງກໍ​ຍັງ​ເວົ້າດ້ວຍ​ທຳນອງ​ບໍ່​ຮ້ອນ​ບໍ່​ຮົນ​ວ່າ,ຂໍ​ກາບ​ທູນ​ພະ​ບາດ,​ໃນ​ຊູ່​ມື້​ນີ້,ທົ່ວອານາຈັກ​ຂອງ​ພວກ​ເຮົາ​ແມ່ນ​ຢູ່​ໃນ​ຄວາມ​ສະຫງົບ​ແທ້,​ແຕ່​ວ່າ​ໃນ​ພະ​ຄັງ​ຂອງ​ລາດ​ຊະ​ວົງ​ກໍ່​ຍັງ​ບໍ່​ທັນ​ມັ່ງ​ຄັ່ງ​ເທື່ອ,​ໃນ​ຫຼາຍປີ​ມາ​ນີ້,ພຶດພັນ​ທັນ​ຍາ​ຫານ​ກໍ່​ເກັບ​ກ່ຽວ​ໄດ້​ດີ​ຢູ່,​ແຕ່​ວ່າ​ເຂົ້າ​ໃນ​ສາງຫຼວງກໍ່​ຍັງ​ບໍ່​ທັນ​ເຕັມ​ເທື່ອ.ທາງ​ດ້ານ​ປະ​ເທດ​ອ້ອມ​ຂ້າງ​ເຖິງ​ວ່າ​ເຂົາ​ເຈົ້າຈະ​ຍອມ​ເປັນ​ເມືອງ​ສ່ວຍ,​ແຕ່​ພວກ​ເຮົາ​ຈະ​ສະຫນອງ​ຕາມ​ທີ່​ຈະ​ເຮັດ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ພວກ​ເຂົາ​ກໍ​ຍັງ​ຍາກ​ຢູ່,ຫຼາຍໆ​ດ້ານ​ເຫຼົ່ານີ້​ລ້ວນ​ແລ້ວ​ແຕ່​ເປັນເລື່ອງ​ທີ່​ຄວນ​ສຳນຶກ​ກຶກກອງ​ໃຫ້​ລະອຽດ​ຖີ່ຖ້ວນ​ທັງ​ນັ້ນ,ພໍ​ເວົ້າມາ​ຮອດ​ນີ້,​ເພິ່ນ​ກໍ່​ຢຸດ​ຄາວຫນຶ່ງ,​ແລ້ວ​ຈຶ່ງ​ເວົ້າຂາດ​ຕົວ​ວ່າ,ດັ່ງນັ້ນ,ຂ້າພະບາດ​ຈິ່ງ​ຖື​ວ່າ,ປະຈຸ​ບັນ​ນີ້,ຍັງ​ບໍ່​ທັນ​ຮອດ​ຍາມ​ຈັດ​ງານ​ສົມ​ໂພດ​ເທື່ອ.

​ເມື່ອ​ພະ​ເຈົ້າມະຫາ​ຊີວິດ​ຖັງ​ໄທ​ຈົງ​ໄດ້​ຟັງ​ເຫດຜົນ​ຂອງ​ອຸ້ຍ​ເຈິ​ງ​ແລ້ວ,ກໍ່​ຮູ້ສຶກ​ວ່າ​ສິ່ງ​ທີ່​ເພິ່ນ​ເວົ້າມານັ້ນ​ເປັນ​ເລື່ອງ​ຈິ​ງທັງ​ນັ້ນ,​ແຕ່​ຍ້ອນ​ພະ​ອົງ​ຍັງ​ຊົງ​ປື້​ມພະ​ໄທ​ນຳ​ງານ​ສົມ​ໂພດ​ນັ້ນຢູ່,ຈິ່ງ​ລະຖິ້ມພະລາດ​ຊະ​ປະສົງ​ນັ້ນບໍ່​ໄດ້​ເທື່ອ,​ແລ້ວ​ກົ່ມພະ​ສຽນ​ພິນິດ​ຢູ່​ຢ່າງ​ມິດໆ,ອຸ້ຍ​ເຈິ​ງ​ເງີຍຫນ້າ​ຂຶ້ນ,ກ່າວ​ທູນ​ຫຼອງພະ​ອົງ​ຕໍ່​ໄປວ່າ,ຂໍ​ທູນ​ຫຼອງພະ​ບາດວ່າ,ທັງ​ນີ້​ກໍ່​ບໍ່​ຕ່າງ​ຫຍັງ​ກັບ​ຄົນ​ເປັນ​ພະຍາກ​ຫນັກ​ມາ 10 ປີ​ແລ້ວ,​ເຖິງ​ວ່າ​ຈະ​ດີ​ຄືນ​ແລ້ວກໍ່​ດີ,​ແຕ່​ສຸຂະພາບ​ກໍ່​ຍັງ​ອ່ອນ​ເພຍ,ຍັງ​ເຫຼືອ​ແ​ຕ່ຫນັງ​ຫຸ້ມ​ກະດູກ​ທໍ່​ນັ້ນ,​ໃນ​ເວລາ​ນີ້,ຖ້າ​ຈະ​ໃຫ້​ເຂົາ​ຫາບ​ເຂົ້າຍ່າງ​ມື້​ຫນຶ່ງ​ຕັ້ງຫຼາຍ 10 ຫຼັກ,ມັນ​ບໍ່ຫ່ອນ​ຊິ​ໄປ​ຫຼ້ອນ,ພະ​ອົງ​ກໍ່​ລອງຄຶດ​ເບິ່ງດູ​ວ່າ,ບ້ານ​ເມືອງ​ຂອງ​ພວກ​ເຮົາ​ທີ່​ໄດ້​ຜ່ານ​ຄວາມ​ວຸ້ນ​ວານ​ເດືອດຮ້ອນ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ສຸຍ​ມາ​ກໍ່​ບໍ່​ຕ່ຳ​ກວ່າ 1​0 ປີ​ແລ້ວ,ພະ​ອົງ​ເອງ​ກໍ່​ບໍ່.

ຕ່າງ​ຫຍັງ​ກັບ​ແພດ​ຫມໍ​ຜູ່​ປົວ​ເກັງ​ໄດ້​ປົວ​ເອົາ​ບ້ານ​ເອົາ​ເມືອງ​ຄືນ​ມາ,ຫາກໍ່ມີ​ກຳລັງວັງຊາ​ໃຫມ່ໆ,​ແຕ່​ກໍ່​ຍັງ​ບໍ່​ທັນ​ແຂງ​ແຮງ​ເຕັມ​ຢຽດ​ເທື່ອ​,​ໃນ​ເວລາ​ນີ້​ພັດ​ຈະ​ຈັດ​ງານ​ສົມ​ໂພດ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ,​ເພື່ອ​ຫຼອງຄຸນງາມຄວາມດີ​ຕໍ່​ເທວະ​ດາ​ຟ້າ​ດິນ ມັນ​ຈະ​ບໍ່​ມີ​ສົມ​ຄວບ​ບໍ່.

ພະ​ເຈົ້າມະຫາ​ຊີວິດ​ຖັງ​ໄທ​ຈົງ​ທອດ​ພະ​ເນ​ດ​ເບິ່ງ​ເສນາ​ຜູ່​ອາວຸ​ໂສ​ຜູ່​ນີ້​ດ້ວຍ​ຄວາມ​ກະ​ຕຸ້ນ​ພະ​ໄທ,​ເວລາ​ນັ້ນ,ອຸ້ຍ​ເຊີງ​ກໍ່​ມີ​ອາຍຸ 53 ປີ​ແລ້ວ,​ໃນ​ຫຼາຍປີ​ມານີ້,​ເພິ່ນ​ແມ່ນ​ຄຶດ​ນຳ​ແຕ່​ໂຊກ​ຊາຕາ​ຂອງ​ບ້ານ​ເມືອງ​:​ເມື່ອ​ມີ​ເລື່ອງ​ຫຍັງ,​ເພິ່ນ​ກໍ່​ອອກ​ຄຳ​ຄຶດ​ຄຳ​ເຫັນ​ໂລດ,ປະຈຸ​ບັນນີ້,​ເຖິງ​ວ່າ​ໃນ​ເລື່ອງ​ຈັດ​ງານ​ສົມ​ໂພດ​ນັ້ນ,​ເພິ່ນ​ມີ​ຄວາມ​ເຫັນ​ຕ່າງ​ກັບ​ເສນາ​ອານາ​ດຜູ່​ອື່ນ​ກໍ​ຕາມ,​ແຕ່​ຄວາມ​ເຫັນ​ຂອງ​ເພິ່ນ​ຊ້ຳພັດ​ມີ​ເຫດ​ມີ​ຜົນ​ຫຼາຍກວ່າ,ບັດນີ້,ພະ​ເຈົ້າມະຫາ​ຊີວິດ​ຖັງ​ໄທ​ຈົງ​ຈິ່ງ​ຊົງ​ພະ​ກະ​ແສ​ດຳລັດ​ດ້ວຍ​ຄວາມ​ປື້​ມພະ​ໄທ​ຕໍ່​ອຸ້ຍ​ເຈິ​ງວ່າ​ເຫດຜົນ​ທີ່​ເຈົ້າ​ເວົ້າມານັ້ນ,​ເຮັດ​ໃຫ້​ພະ​ອົງ​​ເຮົາ​ຊົງ​ແຈ່ມ,ພະ​ໄທ​ເປັນ​ດີ​ຢ່າງ​ດີ​ຍິ່ງ,ພະ​ອົງ​ເຮົາ​ຊົງ​ດຳລິ​ເປັນ​ຄຳ​ເວົ້າຂອງ​ທ່ານ​ເມື່ອ 4 ປີ​ກ່ອນ​ນີ້​ວ່າ,ຟັງ​ທູ
ດ​ຽວຕຳ​ໃບ້,ຟັງຫຼາຍທີ່​ມາ​ຕາ​ແຈ້ງແມ່ນ​ຖືກ​ຄັກ​ແທ້ໆ.

ນັບ​ແຕ່​ເວລາ​ນັ້ນມາ 10 ປີ​ຈົນ​ອຸ້ຍ​ເຈິ​ງ​ເຖິງ​ແກ່​ກຳ​ໄປ,ຄັນ​ມີ​ເລື່ອງ​ສຳຄັນ​ຫຍັງ,ພະ​ເຈົ້າມະຫາ​ຊີວິດ​ຖັງ​ໄທ​ຈົງກໍ່ມັກ​ຂໍ​ຄວາມ​ຄຶດ​ຄຳ​ເຫັນ​ນຳ​ອຸ້ຍ​ເຈິ​ງສະ​ເຫ​ນີ,ພະ​ອົງ​ເຄີຍ​ຊົງ​ຕັດ​ວ່າ,ພະ​ອົງ​ເຮົາ​ດຳລິ​ວ່າ,ມີ​ແວ່ນ​ແຍງ​ສາມ​ຫນ້າ​ແມ່ນ​ສຳຄັນ​ທີ່​ສຸດ,​​​ໃຊ້​ທອງ​ເຮັດ​ເປັນ​ແວ່ນ​ແຍງ​ສາມາດ​ແຍງ​ເບິ່ງ​ການ​ນຸ້ງຖື​ຂອງ​ຕົນ​ເອົາ​ບູຮານ​ເປັນ​ແວ່ນ​ແຍງ​ສາມາດ​ຮູ້​ຄວາມ​ຈະ​ເລີ​ນ​ແລະ​ຄວາມ​ຊຸດ​ໂຊມ,​ເອົາ​ຄົນ​ເປັນ​ແວ່ນ​ແຍງ​ສາມາດຮູ້ອັນ​ໄດ້​ອັນ​ເສຍ,ອຸ້ຍ​ເຈິ​ງຕາມ​ໄປ​​ແລ້ວ,​ເຮັດ​ໄດ້​ເຮັດ​ໃຫ້​ພະ​ອົງ​ເຮົາ​ເສຍ​ແວ່ນ​ແຍງຮູ້​ອັນ​ໄດ້​ອັນ​ເສຍ​ໄປ​ຫນ້າ​ຫນຶ່ງ