ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-02 21:37:45    
ເງົາ​ຂອງ​ທ່ານ​ອານ​ແດັກ​ຊັງ

cri Author: q

ທ່ານ​ອານ​ແດັກ​ຊັງ ​ແມ່ນ​ນັກ​​ປະພັນ​ນິຍາຍ​ເດັກ​ທີ່​ມີ​ຊື່​ສຽງ​ຂອງ​ດານ​ມາ,​ໃນ​ຕະ​ຫຼອດ​ຊີ​ວິດ​ຂອງ​ທ່ານ,ທ່ານ​ໄດ້​ແຕ່ງ​ນິຍາຍ​ເດັກ​ເກືອບ200​​ເລື່ອງ,​ນະ​ວະ​ນິ​ຍາຍ​6​​ເຊື່ອງ,​ບົດ​ບັນ​ທຶກ​ການ​ທ່ອງ​ທ່ຽວ​5​​ເລື່ອງ,​ຊີ​ວະ​ປະ​ຫວັດ​ຂອງ​ຕົນ​ເອງ​3​ສະ​ບັບ,​ພ້ອມ​ດ້ວຍ​ກາບ​ກອນ​ແລະ​ເລື່ອງ​ລະ​ຄອນ​ຈຳ​ນວນ​ຫຼວງ​ຫຼາຍ.​ນິ​ຍາຍ​ເດັກ​ຂອງ​ທ່ານ​ໄດ້​ແປ​ເປັນ​100​ກວ່າ​ພາ​ສາ​ແລະ​ຕົວ​ໜັງ​ສື,​ມີ​ຢູ່​ຕາມ​ບັນ​ດາ​ປະ​ເທດ​ໃນ​ໂລກ.​ຈົນ​ຮອດ​ຊູ່​ມື້​ນີ້,ບົດ​ປະພັນ​ຂອງ​ທ່ານ​ອານ​ແດັກ​ຊັງ​ຍັງ​ເຜີຍ​ແຜ່​ຢ່າງ​ກວ້າງ​ຂວາງ​ແລະ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຄົນ​ທັງ​ຫຼາຍ​ຢ່າງ​ບໍ່​ມີ​ວັນ​ເສົ້າ​ໝອງ,​ບໍ່​ພຽງ​ແຕ່​ໄດ້​ມີ​ຜົນ​ສະ​ທ້ອນ​​ຕໍ່​ຊີ​ວິດ​ດ້ານ​ຈິດ​ໃຈ​ຂອງ​ເດັກ​ນ້ອຍ​ຫຼາຍ​ຮຸ່ນ​ແລະ​ຫຼາຍ​ເຊັ່ນ​ຄົນ​ເທົ່າ​ນັ້ນ,​ຍັງ​ໄດ້​ນຳ​ເອົາ​ຄວາມ​ມ່ວນ​ຊື່ນ,​ຄວາມ​ກ້າ​ຫານ,​ຄວາມ​ຈິງ​ໃຈ,​ອັດ​ທະ​ຍາ​ໄສ​ໄມຕີ, ​ໃຈ​ບຸນ​ແລະ​ຄວາມ​ດີງາມ​ມາ​ໃຫ້​ພວກ​ເດັກ​ນ້ອຍ.

ວັນ​ທີ2​ເມສາ​ປີ2005​ແມ່ນ​ວັນ​​ເກີດ​ຂອງ​ທ່ານ​ອານ​ແດັກ​ຊັງ​ຄົບ​ຮອບ​200​ປີ.​ເພື່ອ​ລະ​ລຶກ​ນັກ​ວັນ​ນະ​ຄະດີ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ຜູ້​ນີ້,ອົງການ​ຢູ​ເນັສ​ໂກ​ສະຫະ​ປະຊາ​ຊາດໄດ້​ກຳນົດ​ປີ2005​ເປັນ​ປີ​ອານ​ແດັກ​ຊັງ.

ວັນ​ທີ1​ເມສາ,ຢູ່​​ເມືອງ​ໂອ​ເດັນ​ເຊ​ແຫ່ງ​ດານ​ມາກ,ຄົນ​ຜູ້​ໜຶ່ງ​ຍ່າງ​ຜ່ານ​ສິ່ງ​ກໍ່ສ້າງ​ຫຼັງ​ໜຶ່ງ​ທີ່​​ແຕ້ມ​ຮູບ​ຂອງ​ທ່ານ​ອານ​ແດັກຊັງ​ທີ່​ໃຫຍ່​ໂຕ​​ໃສ່​ເທິງ​ກະ​ຈົກ​ປ່ອງ​ຢ້ຽມ.ວັນ​ທີ2​ເມ​ສາ​ປີ​1805,​ທ່ານ​ອານ​ແດັກ​ຊັງ​ເກີດ​ຢູ່​ຄອບຄົວ​ຊ່າງ​ເຮັດ​ເກີບ​ທີ່​ທຸກ​ຍາກ​ຢູ່​ເມືອງ​​ໂອ​​ເດັນ​ເຊ,​ທ່ານ​ໄດ້​ອາ​ໄສ​ຢູ່​ແຫ່ງ​ນີ້​ເປັນ​ເວລາ14​ປີ​ໃນ​ໄລ​ຍະ​ຕົ້ນ​ຂອງ​ຊີ​ວິດ.​ເມືອງ​ໂອ​ເດັນ​ເຊ​ຮູ້​ສຶກ​ມີ​ກຽດ​ຫຼາຍ​ຍ້ອນ​ທ່ານ​ອານ​​ແດັກ​ຊັງ,​ຢູ່​ໃນ​ເມືອງ​ດັ່ງ​ກ່າວ,​ຢູ່​ໃສ​ກໍ​ມີ​ຮູບ​ຂອງ​ທ່ານ​ອານ​ແດັກ​ຊັງ​.

ໄຟ​ແດງ​​ໄຟ​ຂຽວ​ໃນ​ເມືອງ​ໂອ​ເດັນ​​ເຊ​ ​ດານ​ມາກ​ແມ່ນ​ຮູບ​​​ເຈ້ຍ​ຕັດຂອງ​ທ່ານ​ອານ​​ແດັກ​ຊັງ.

1  2