ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-03 16:39:34    
ຄຸກ​ອາ​ບູກຼາ​ອິບ​ຂອງ​ອີຣັກ​ຖືກ​ຫຼອນ​ໂຈມ​ຕີ,​ຢ່າງ​ໜ້ອຍ​ມີ​ທະ​ຫານ​ອາ​ເມ​ລິ​ກາ​20​ຄົນ​ບາດ​ເຈັບ

cri Author: q
ຕາມ​ຂ່າ​ວCRI,ວັນ​ທີ2​ເມສາ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,​ໃນ​ມື້​ດຽວ​ກັນ,ຜູ້​ປະກອບ​ອາວຸດ​ອີຣັກຫຼາຍ​ສິບ​ຄົນ​ໄດ້​ຫຼອນ​ໂຈມ​ຕີ​ຄຸກອາ​ບູ​ກຼາ​ອິບ​ທີ່​ຕັ້ງ​ຢູ່​ຊານ​ເມືອງ​ຕາ​ເວັນ​ຕົກ​​ເມືອງ​ແບກ​ແດດ,​ຢ່າງ​ໜ້ອຍ​ເຮັດ​ໃຫ້​ທະ​ຫານ​ອາ​ເມ​ລິ​ກາ​20​ຄົນ​ຖືກ​ບາດ​ເຈັບ.

ຕາມ​ໄດ້​ຊາບ,ປະມານ7​ໂມງ​​ແລງ​ວັນ​ທີ2​ເມສາ,ຜູ້​ປະກອບ​ອາວຸດ40​ກວ່າ​ຄົນ​ໄດ້​ຍິງ​ລັອກ​ແກັດ​ໃສ່​ຄຸກ​ອາ​ບູກຼາອິບ​ແລະ​ໄດ້ດຶງ​ສະ​ນວນ​ລະ​ເບີດ​ສອງ​ລູກ​ເທິງ​ລົດ​ຍົນ.​ຫຼັງ​ຈາກ​ນັ້ນ,​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ໄດ້​ຕ່າວ​ຕີ​ຄືນ,ສອງ​ຝ່າຍ​ໄດ້​ຍິງ​ສູ້ກັນ​ປະມານ1ຊົ່ວ​ໂມງ.​ປັດ​ຈຸ​ບັນ​,ຍັງ​ບໍ່​ຮູ້​ ​ສະພາບ​ຕາຍ​ແລະ​ບາດ​ເຈັບ​ຂອງ​ຜູ້​ປະກອບ​ອາວຸດ​ເທື່ອ.

ປັດຈຸບັນ,ຄຸກອາ​ບູກຼາອິບໄດ້ຂັງ​ຊາວ​ອີຣັກປະມານ3500​ຄົນ,​ໃນ​ນັ້ນ,ສ່ວນ​ຫຼາຍ​ແມ່ນ​ຖືກ​ຈັບ​ຕົວ​ຍ້ອນ​ຫຼອນ​ໂຈມ​ຕີ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ.

ໃນ​ມື້ດຽວ​ກັນ,​ແຫ່ງ​ຕ່າງໆ​ຂອງ​ອີຣັກຍັງ​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີຫຼາຍ​ລາຍ​ທີ່​ແນ​ໃສ່ຕຳຫຼວດ​ແລະ​ເຈົ້າ​ໜ້າ​ທີ່​ລັດຖະບານ.