ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-04 11:20:23    
ປາ​ເລັສຕີນ​​ແລະອິສລາ​ແອນ​ຫາລື​​ການຂະຫຍາຍຂອບ​ເຂດ​ທີ່​ອິສລາ​ແອນ​ຖອນ​ ​ອອກ​ຈາກດາ​ກາຊາ​ແລະ​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri

ຕາມ​ຂ່າວCRI ​   ວັນ​ທີ 3 ​ເມສາ ຜູ່​ສັນທັດ​ກໍລະນີ​ປາ​ເລັສຕີນ​ໄດ້​ປະກາດ​ຕໍ່​ວົງ​ການ​ຖະ​ແຫຼ​ງຂ່າວ​ວ່າ  ​ເຈົ້າ​ຫນ້າ​ທີ່​ປາ​ເລັສຕີນ​ແລະ​ອິສລາ​ແອ​ໄດ້​ຈັດການ​ພົບ​ປະ​​ໂດຍ​ທາງລັບ​ໃນ​ຫວ່າງ​ມໍ່ໆ​ນີ້  ຫາ​ລືການຂະຫຍາຍ​ຂອບ​ເຂດ​ທີ່​ອິສລາ​ແອນ​ຖອນ​ທະຫານ​ອອກ​ຈາກ​ ​​ແຖບ​ກາຊາ​ແລະ​ເຂດຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ເດືອນກໍລະກົດ​


 ຕາມ​ແຜນ​ການ​ການເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ທີ່​ທ່ານ​ຊາລອນ ນາຍົກ ລັດຖະມົນຕີອິສລາ​ແອນສະ​ເຫ​ນີອອກ​ມາ​ໃນ​ທ້າຍ​ປີ 2003  ອິສລາ​ແອນ​ຈະເລີ່ມຖອນ​ຈຸດ​ຕັ້ງ​ຖິ່ນ​ຖານ​ທັງ​ຫມົດ 21 ​ແຫ່ງ​ຢູ່​ແຖບ​ກາຊາແລະ​ຈຸດ​ຕັ້ງຖິ່ນ​ຖານ​ໂດດດ່ຽວ4 ​ແຫ່ງ​ພາກ​ເຫນືອ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນແຕ່​ເດືອນ​ກໍລະກົດ​ປີ​ນີ້​ເປັນ​ຕົ້ນ​ໄປ


ນອກ​ນີ້ ຂ່າວ​ແຈ້ງວ່າ   ​ໃນ​ມື້​ດຽວ​ກັນ  ​ເຈົ້າ​ຫນ້າ​ທີ່​ຊັ້ນ​ສູງ​ຜູ່​ຫນຶ່ງ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​​ໄດ້​ເຜີຍ​ໃຫ້​ຮູ້​ວ່າ  ປາ​ເລັສຕີນ​ແລະ​ອິສລາ​ແອນ​ໄດ້​​ເຊັນ​ສັນຍາ​ຮອບດ້ານ​ກ່ຽວ​ກັບ ການຈັດ​ວາງ​ຜູ່​ປະກອບ​ອາວຸດ​ປາ​​ເລັສຕີນ​ທີ່​ຖືກອິສລາ​ແອນປະກາດ​ຈັບ​ຕົວ   ​ເຈົ້າ​ຫນ້າທີ່​ປາ​ເລັສຕີນ​ໄດ້​ໃຫ້​ຄຳ​ຫມັ້ນ​ສັນຍາ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຜູ່​ປະກອບ​ອາວຸດ​​ເຫຼົ່າ​ນີ້