ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-04 16:12:12    
ກ່ຽວ​ກັບ​ຫນ່ວຍ​ໂລກ

cri Author: sayvanny
ແຜ່ນ​ດິນ​ມະ​ນຸດ​ເຮົາ​ແລະ​ສັດສາ​ວາ​ສິ່ງ​ອາ​ໃສ​ດຳ​ລົງ​ຊີ​ວິດ​ແລະ​ສືບ​ຫນໍ່​ຕໍ່​ແນວ​ກັນ​ມາ​ນັ້ນ,ຄົນ​ທັງ​ຫຼາຍ​ເອີ້ນ​ວ່າ​ຫນ່ວຍ​ໂລກ​​ເຊິ່ງ​ໃນ​ສັບ​ເດີນ​ຂອງ​ມັນ​ແມ່ນ​ມີ​ຄວາມ​ຫມາຍ​ຢູ່​ວ່າ​ທີ່​ດິນ​ທີ່​ເປັນ​ຮູບ​ຫມາກ​ບານ,​ແຕ່​ທຳ​ມະ​ດາ​ແລ້ວ,ຄົງ​ຈະ​ບໍ່​ມີ​ໃຜ​ຄົ້ນ​ຄວ້າ​ດອກ​ວ່າ​ເປັນ​ຫຍັງ​ຄ່ອຍ​ເປັນ​ດິນ​ທີ່​ເປັນ​ຮູບ​ບານ​ຫຼື​ຫນ່ວຍ​ໂລກ​ແລະ​ເປັນ​ຫຍັງ​ຈິ່ງ​ບໍ່​ເອີ້ນ​ເປັນ​ຊື່​ອື່ນ,​ແລະ​ທ່ານ​ອາດ​ຈະ​ຖາມ​ວ່າ,​ແມ່ນ​ໃຜ​ເປັນ​ຜູ່​ຕັ້ງ​ຊື່​ຫນ່ວຍ​ໂລກ​ກ່ອນ​ຫມູ່,ກ່ຽວ​ກັບ​ບັນ​ຫາ​ນີ້,ຄົນ​ສ່ວນ​ຫຼາຍ​ແມ່ນ​ບອກ​ວ່າ​ແມ່ນ​ທ່ານ​ອາ​ລິ​ສ​ໂຕ​ເຕ ນັກ​ປັດ​ຊະ​ຍາ​ທັງ​ເປັນ​ນັກ​ວິ​ທະ​ຍາ​ສາດ​ເກັຼກ.ທີ່​ຈິງ​ແລ້ວ,ຜູ່​ທີ່​ສະ​ເຫນີ​ຊື່​ນີ້​ກ່ອນ​ເພິ່ນນັ້ນ,​​ແມ່ນ​ທ່ານ​ປຼາ​ໂຕ ອາ​ຈານ​ຂອງ​ທ່ານ​ອາ​ລິ​ສ​ໂຕ​ເຕ​ພຸ້ນ.

ກ່ອນ​ຄິດ​ຕະ​ສັກ​ກະ​ຫຼາດ 4 ສັດ​ຕະ​ວັດ ​ເມື່ອ​ໄດ້​ຄົ້ນ​ຄວ້າ​ແລ້ວ,ທ່ານ​ປຼາ​ໂຕ ຮູບ​ຊົງ​ທີ່​ງາມ​ບໍ​ລິ​ບູນ​ກວ່າ​ຫມູ່​ໃນ​ໂລກ​ກໍ​​ແມ່ນ​ຮູບ​ຫມາກ​ບານ,ຜືນ​ແຜ່ນ​ດິນ​ທີ່​ມະ​ນຸດ​ເຮົາ​ອາ​​ໃສ​ຢູ່​ນີ້​ກໍ​ຄວນ​ເປັນ​ຮູບ​ຊົງ​ທີ່​ງາມ​ບໍ​ລິ​ບູນ​ທີ່​ສຸດ,ຜືນ​ແຜ່ນ​ດີ​ນມີ​ແຕ່​ເປັນ​ຮູບ​ກົມ​ຈຶ່ງ​ຈະ​ເຂົ້າ​ກັນ​ກັບ​ໂລກ​ຈັກ​ກະ​ວານ​ແລະ​ຄວາມ​ຮຽກຮ້​ອງ​ທາງ​ຕົວ​ເລກ.

​ໃນ​ຄາວ​ນັ້ນ,ທ່ານ​ປຼາ​ໂຕ ​ໄດ້​ເຂົ້າ​ຮ່ວມ​ອົງ​ການ​ວິ​ຊາ​ການ​ຫນຶ່ງ​ຂອງ​ເກຼັກ​ບູ ຮານ,ອົງ​ການ​ວິ​ຊາ​ການ​ດັ່ງ​ກ່າວ​ໄດ້​ຕົກ​ລົງ​ຖື​ຫລັກ​ທິດ​ສະ​ດີ​ຂອງ​ທ່ານ​ເປັນ​ຂອງ ພາຍ​ໃນ​ອົງ​ການ​ນີ້​ເອງ,​ແລະ​ປິດ​ລັບ​ຢ່າງ​ສຽບ​ຂາດ,ສະ​ນັ້ນ,ທັດ​ສະ​ນະ​ກ່ຽວ​ກັບ​ຫນ່ວຍ​ໂລກ​ຂອງ​ທ່ານ​ປຼາ​ໂຕ​ຈຶ່ງ​ບໍ່​ໄດ້​ຮັບ​ການ​ເຜີຍ​ແຜ່​ຕັ້ງດົນ​ນານ.

ພາຍ​ຫລັງ​ມາ,ທ່ານ​ອາ​ລິ​ສ​ໂຕ​ເຕ​ໄດ້​ສືບ​ທັດ​ສະ​ນະ​ຂອງ​ທ່ານ​ອາ​ຈານ​ປຼາ​ໂຕ​ແລະ​ເມື່ອ​ໄດ້​ສັງ​ເກດ​ປະ​ກົດ​ການ​ທຳ​ມະ​ຊາດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ເຊັ່ນ: ຈັນ​ທະ ຄາດ​ເປັນ​ຕົ້ນ​ແລ້ວ,ກໍ່​ໄດ້​ປະກາດ​ວ່າ,​ແຜ່ນ​ດິນ​ເປັນ​ຮູບ​ຫມາກ​ບານ.

1  2