ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-04 17:15:27    
ທ່ານ​ອັບ​ບາ​ສສັ່ງ​ໃຫ້​ແກ້​ໄຂ​ບັນ​ຫາ​ຜູ່​ປະ​ກອບ​ອາ​ວຸດ​ຖືກ​ອິສ​ຣາ​ແອນ​ສັ່ງ​ຈັບ​ຕົວ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 4 ​ເມສາ, ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງຊາດ​ປາ​ເລັສ​ຕິນ​ໄດ້​ອອກ​ຄຳ​ສັ່ງ, ​ໃຫ້ສ້າງຕັ້ງຄະນະ​ກຳມະການ​ໂດຍ​ສະ​ເພາະ​ຢູ່​ແຖບ​ກາ​ຊາ​ແລະ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແອນ, ​ແກ້​ໄຂ​ບັນຫາ​ຜູ່​ປະກອບ​ອາວຸດ​​ທີ່ຖືກ​ອິສຣາ​ແອນ​ສັ່ງ​ຈັບ​ຕົວ​​ໃຫ້​ຕົກ​ພາຍ​ໃນ​ເວລາ​ສອງ​ອາທິດ.

ຄຳ​ສັ່ງ​ກ່າວ​ວ່າ, ​ເຈົ້າໜ້າ​ທີ່​ປາ​ເລັສຕິນຈະ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຮ່າງ​ກາຍ​ຂອງ​ຄົນ​ເຫຼົ່າ​ນີ້, ​ແລະ​ທວງ​ໃຫ້​ພວກ​ເຂົາ​ເຈົ້າ​ໃຫ້​ຄຳ​ໝັ້ນສັນຍາ​ປະລະ​ການ​ຕໍ່ຕ້ານ​ອິສຣາ​ແອນ​ດ້ວຍ​ກຳ​ລັງ​ອາວຸດ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ວັນ​ທີ 3 ​ເມສາ, ຜູ່​ສັນທັດ​ກໍລະນີ​ປາ​ເລັສຕິນປະກາດ​ວ່າ, ຫວ່າງ​ມໍ່ໆ​ນີ້ ​ເຈົ້າ​ໜ້າ​ທີ່​ປາ​ເລັສຕິນກັບ​ອິສຣາ​ແອນ​ໄດ້​ພົບ​ປະກັນ​ໂດຍ​ທາງ​ລັບ, ຫາລື​​ເປີດ​ກວ້າງ​ຂອບ​ເຂດ​ອິສຣາ​ແອນ​ຖອນ​ອອກ​ຈາກ​ແຖບ​ກາຊາ​ແລະ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ເດືອນ​ກໍ​ລະ​ກົດ. ​ໃນ​ການ​ພົບ​ປະ ຝ່າຍ​ປາ​ເລັສຕິນຍັງ​ຮຽກຮ້ອງ​ໃຫ້​ອິສຣາ​ແອນ​ເຊົາ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ແລະ​ກຳ​ແພງ​ຂັ້ນ, ຜ່ອນຄາຍ​ການ​ກວດກາຢູ່​ປົດ​ກວດກາ​ຂອງທະຫານ​ອິສ​ຣາ​ແອນ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຊີວິດ​ປະຈຳ​ວັນ​ຂອງ​ປະຊາ​ຊົນ​ປາ​ເລັສຕິນ. ຝ່າຍ​ອິສຣາ​ແອນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະຕອບ​ຝ່າຍ​ປາ​ເລັສ​ຕິນ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ.