ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-04 22:10:00    
ຝ່າຍ​ຈີນ​ຍິນ​ດີ​ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ໄທ​ມີ​ການ​ພັດ​ທະ​ນາ​ໃໝ່

cri Author: lm

ຕາມ​ຂ່າວCRI: ວັນ​ທີ 4 ​ເມສາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈິ​ງຊິງ​ຫົງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ສະ​ເດັດສິລິ​ນທອນ ເຈົ້າຍິງ​ແຫ່ງ​ລາຊະ​ອານາຈັກ​ໄທ, ທ່ານ​ເຈິ​ງຊິງ​ຫົງ​ກ່າວ​ວ່າ, ​ເນື່ອງ​ໃນ​ໂອ​ກາດ​ຈີນ​ໄທ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ 30 ປີ, ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ໄທ​ທຳ​ຄວາມ​ພະຍາຍາ​ມ, ຊຸກ​ຍູ້​ການ​ຮ່ວມ​ມື​ຍຸດທະສາດລະຫວ່າງ​ຈີນ​ໄທ​​ໃຫ້ມີ​ການ​ພັດທະນາ​ໃໝ່.

ທ່ານ​ເຈິ​ງຊິງ​ຫົງ​ກ່າວ​ວ່າ, ຈີນ​ໄທ​ສອງ​ປະ​ເທດ​ໄດ້​ປະຕິບັດ​ຕໍ່​ກັນດ້ວຍຄວາມ​ຈິງ​​ໃຈ​ສະ​ໜັບ​ສະ​ໜູນ​ເຊິ່ງກັນ​ແລະ​ກັນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ແລະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເປັນ​ແບບຢ່າງ​​ແຫ່ງ​ໄມຕີ​ຈິດ​ມິດຕະພາບຖານ​ບ້ານ​ໃກ້​ເຮືອນຄ​ຽງທີ່​ດີ​ຕໍ່​ກັນ​ແລະ​ຮ່ວມ​ມື​ກັນ. ​ເຈົ້າຍິງ​ສິລິ​ນທອນ​ຊົງ​ຕັດ​ວ່າ, ການ​ມາ​ຢ້ຽມຢາມ​ເທື່ອ​ນີ້​ມີ​ຈຸດປະສົງ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມືດ້ານ​ການ​ສຶກສາ ​ວິທະຍາສາດເຕັກ​ໂນ​ໂລ​ຊີ​ແລະວັດທະນະ​ທຳ​ລະ​ຫວ່າງ​ໄທ​ຈີນ, ​ແລະຊອກ​ຮູ້​ການ​ພັດທະນາ​ແລະ​ການ​ປ່ຽນ​ແປງ​ຂອງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ​​ເຮັດ​ວຽກຫຼາຍກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ມິດຕະພາບ​ລະຫວ່າງ​ໄທ​ຈີນ.