ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 10:53:06    
ທ່ານ​ຊາ​ລອນ​ກ່າວ​ວ່າ​ຈະ​ຍຶດ​ໝັ້ນ​ຊຸກ​ຍູ້​ແຜນ​ການ​ຂະ​ຫຍາຍ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri Author: mengmeng
ຕາມ​ຂ່າວCRI, ວັນ​ທີ4​​ເມສາ, ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສລາ​ແອນ​ກ່າວ​ວ່າ, ທ່ານ​ຈະ​ຍຶດໝັ້ນ​ຊຸກ​ຍູ້​ແຜນການ​ຂະຫຍາຍ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.

ວັນ​ທີ4​ເມສາ, ທ່ານ​ເອ​ເລ​ຄັດ ຜູ້​ແທນ​ເຈລະຈາ​ຜູ້​ທີ​ໜຶ່ງ​ຂອງ​ປາ​ເລ​ສຕິນ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ທ່າ​ທີ​ດັ່ງກ່າວ​ຂອງ​ທ່ານ​ຊາ​ລອນ. ວັນ​ທີ4​ເມສາ, ທ່ານ​ແມັກ​​ເຄຼ​ເລິນ ​ໂຄສົກ​ທຳ​ນຽບຂາວ​ຂອງ​ອາ​ເມ​ລິ​ກາ​ກໍ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຄັດຄ້ານ​ແຜນການ​ຂະຫຍາຍ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວດັ່ງກ່າວ.

ຕາມ​ຂ່າວ​ແຈ້ງ​ອີກ​ວ່າ, ວັນ​ທີ4​ເມສາ, ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລ​ສຕິນ​ໄດ້​ລົງ​ຄຳ​ສັ່ງ​ປົດ​ອາວຸດ​ຂອງ​ຜູ້​ປະກອບ​ອາວຸດ​ປາ​ເລ​ສຕິນທີ່​ເຄີຍ​ຖື​ກອິສລາ​ແອນ​ສັ່ງ​ຈັບ​ພາຍ​ໃນ​ສອງ​ອາທິດ. ​ແຕ່​ຕອນ​ຄ່ຳ​ວັນ​ທີ4​ເມສາ, ຝ່າຍ​ປະກອບ​ອາວຸດ​ຕົ້ນຕໍ​ຂອງ​ປາ​ເລ​ສຕິນ​ໄດ້​ປະຕິ​ເສດ​​ຄຳ​ສັ່ງ​ດັ່ງ​ກ່າວ.

ວັນ​ທີ4​ເມສາ, ທ່ານລາ​ຈຸບ ທີ່​ປຶກສາ​ວຽກ​ງານ​ຄວາມ​ປອດ​​ໄພ​ຂອງ​ທ່ານ​ອັບ​ບາສ​ເວົ້າ​ຕໍ່​ສື່​ມວນ​ຊົນ​ວ່າ, ທ່ານ​ອັບ​ບາສຈະ​ປະຕິບັດ​ແຜນການ​ສັບ​ຊ້ອນ​ອົງການ​ຄວາມ​ປອດ​ໄພ​ຂອງ​ປາ​ເລ​ສຕິນ​ໃນ​ໄວໆ​ນີ້.