|
 |
(GMT+08:00)
2005-04-05 11:16:47
|
 |
ທ່ານຫຼີຈ້າວຊິງພົບປະທ່ານອູນຽນວິນ ລັດຖະມົນຕີການຕ່າງປະເທດມຽນມາ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 4 ເມສາ ທ່ານຫຼີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນທີ່ພວມກຽມເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 4 ຂອງການສົນທະນາການຮ່ວມມືອາຊີຢູ່ອິສລາມາບັດໄດ້ພົບປະທ່ານອູນຽນວິນ ລັດຖະມົນຕີການຕ່າງປະເທດມຽນມາ.
ສອງຝ່າຍໄດ້ຕີລາຄາການພົວພັນຈີນມຽນມາຢ່າງຕັ້ງໜ້າ,ເປັນເອກະສັນກັນເຫັນດີເສີມການຮ່ວມມືໃນທຸກຂົງເຂດ,ປັບປຸງການພົວພັນມິດຕະພາບແລະຮ່ວມມືກັນຖານບ້ານໃກ້ເຮືອນຄຽງລະຫວ່າງຈີນກັບມຽນມາ. ທ່ານອູນຽນວິນຢ້ຳຄືນວ່າ,ລັດຖະບານມຽນມາເດັດດ່ຽວປະຕິບັດນະໂຍບາຍຈີນດຽວ,ສະໜັບສະໜູນສະພາປະຊາຊົນແຫ່ງຊາດຈີນຮັບຮອງເອົາ"ກົດໝາຍຕ້ານການແບ່ງແຍກປະເທດ". ທ່ານຫຼີຈ້າວຊິງໄດ້ສະແດງຄວາມຂອບໃຈຕໍ່ເລື່ອງນີ້.
ຕອນເຊົ້າວັນທີ 4 ເມສາ ທ່ານຫຼີຈ້າວຊິງໄດ້ເຂົ້າຮ່ວມພິທີໄຂ"ເວທີປາໄສການພັດທະນາອັຟການີສະຖານ"ສະໄໝທີ 3 ທີ່ຈັດຂຶ້ນຢູ່ກາບູນ ນະຄອນຫຼວງອັຟການີສະຖານ,ແລະກ່າວຄຳປາໄສວ່າ,ຈີນສະໜັບສະໜູນອັຟການີສະຖານພັດທະນາເສດຖະກິດຢ່າງຕັ້ງໜ້າ.
|
|
|