ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 16:20:50    
ວິ​ທະ​ຍາ​ສາດ​ໄດ້​​ເອົາ​ຫຍັງ​ມາ​ໃຫ້​ພວກ​ເຮົາ

cri

ທ່ານທາມ​ເຊິ​ນ ນັກ​ຟິຊິກ​ສາດ​ທີ່​ມີ​ຊື່​ສຽງ​ເວົ້າວ່າ,​ໃນ​ປັດ​ໄຈ​ທັງ​ຫມົດ​ທີ່​ສາມາດ​ປະ​ກອບ​ສ່ວນ​ໃຫ້​ແກ່​ວິທະຍາສາດ​ນັ້ນ,ການ​ທັບ​ມ້າງ​ທັດສະນະຄະຕິ​ແມ່ນ​ຍິ່ງ​ໃຫຍ່​ກວ່າ​ຫມູ່,​ໃນ​ຫົ​ວລ້ຽວຫົວ​ຕໍ່​ສຳຄັນ​ແຫ່ງ​ການ​ຂະຫຍາຍ​ວິທະຍາສາດ​ນັ້ນ,ຍາມ​ໃດ​ກໍ​ແມ່ນ​ຍ້ອນ​ມີ​ຄົນ​ກ້າ​ທັບ​ມ້າງ​ທັດສະນະ​ຄະຕິ​ເດີມ,​ແລ້ວ​ສະ​ເຫ​ນີທັດສະນະ​ຄະຕິ​ໃຫມ່​ທີ່​ມີ​ລັກສະນະ​ປະຕິວັດ​ອອກ​ມາ,ຈິ່ງ​ໄດ້​ພາ​ກຳ​ປັ່ນ​ແຫ່ງ​ວິ​ທະ​ຍາ​ສາດ​ທີ່​ປະສົບ​ສິ່ງກີດຂວາງ​ອັນ​ມະຫາສານ​ນັ້ນ​ແລ່ນ​ໄປ​ສູ່​ທາງ​ທະ​ເລ​ທີ​ມີ​ໄຊ​ສາຍ​ໃຫມ່.
ພວກ​ເຮົາ​ຈົ່ງ​ມາ​ຫວນ​ຄືນ​ການ​ປ່ຽນ​ແປງ​ທັດສະນະ​ຄະຕິ​ອັນ​ສຳຄັນ​ຍິ່ງ​ຫຼາຍ​ເທື່ອ​ທີ່​ເກີດ​ຂຶ້ນ​ໃນ​ສັດຕະວັດ​ທີ 20 .

​ເກືອບ​ຫມົດ​ທຸກ​ຄົນ​ໃຜ​ກໍ​ຮູ້​ວ່າ,ຢູ່​ໃຕ້​ອຸນ​ຫະ​ພູມ​ປົກກະຕິ​ນັ້ນ,​ໂລຫະ​ແມ່ນ​ກົງ​ດັກ​ເຕີ​ອັນ​ຈົບ​ດີ​ຂອງ​ໄຟຟ້າ,​ເຄື່ອງປັ້ນດິນ​ເຜົາ​ແລະ​ພຼາສ໌ຕິກ​ແມ່ນ​ສິ່ງ​ກັນ​ໄຟຟ້າ,​ເມື່ອ​ປີ 1911,ທ່ານ​ອອນ​ເນັສ ນັກ​ຟິຊິກ​ສາດ​ຂອງ​ໂຮນລັງ​ໄດ້​ຄົ້ນພົບ,ຄວາມ​ຕ້ານ​ໄຟຟ້າ​ຂອງ​ບາ​ຈະ​ຫຼຸດລົງຮອດ​ສູນ​ຢ່າງ​ກະທັນຫັນ​ພາຍ​ໃຕ້​ອຸນ​ຫະ​ພູມ​ລົບ 269 ອົງສາ,ຈາກ​ນີ້​ຈິ່ງ​ໄດ້​ມີ​ສັບ​ໃຫມ່​ເກີດ​ຂຶ້ນຄື:ປາກົດການ​ຊຸບ​ເປີ​ກົງ​ດຸກ​ເຕີ.ກໍ​ແມ່ນ​ຍ້ອນ​ມີ​ການຄົ້ນພົບ​ດັ່ງກ່າວ,ທ່ານ​ອອນ​ເນັສ ຈິ່ງ​ໄດ້​ລາງວັນ​ໂນ​ແບນ​ທາງ​ຟິຊິກ​ສາດ​ເມື່ອ​ປີ1913 .​ແຕ່​ຄວນ​ເວົ້າວ່າ,ການຄົ້ນພົບ​ສິ່ງ​ຊຸບ​ເປີ​ກົງ​ດຸກ​ເຕີ​ເປັນ​ການ​ຊຸກ​ທະລຸ​ອັນ​ຍິ່ງ​ໃຫຍ່​ທາງ​ດ້ານ​ທັດສະນະ​ຄະຕິ.ອີງ​ຕາມ​ທັດສະນະ​ຄະຕິ​ທາງ​ຟິຊິກ​ສາດ​ທີ່​ມີ​ຢູ່​ແລ້ວ,ສິ່ງ​ຊຸບ​ເປີ​ກົງ​ດຸກ​ເຕີ​ໃດໆ​ກໍ​ລ້ວນ​ແຕ່​ມີ​ຄວາມ​ຕ້ານ​ໄຟຟ້າ,ຢູ່​ໃສ​ຈະ​ມີ​ຄວາມ​ຕ້ານ​ໄຟຟ້າ​ທີ່​ເປັນ​ເລກ​ສູນ​ຈັກ​ເທື່ອ?

ແຕ່​ນັ້ນມາ,ນັກ​ວິທະຍາສາດ​ປະ​ເທດ​ຕ່າງໆ​ຈິ່ງ​ເລີ່​ມຊອກ​ຫາ​ສິ່ງຊຸບ​​ເປີ​ກົງ​ດຸກ​ເຕີ,ທຳ​ມະ​ດາ​ແລ້ວ,ຄົນ​ທັງຫຼາຍມັກ​ຊອກ​ຫາ​ສິ່ງ​ຊຸບ​ເປີ​ກົງ​ດຸກ​ເຕີ​ໃນ​ອຸປະກອນ​ໂລຫະ​ນີ້​ແມ່ນ​ສອດຄ່ອງ​ກັບ​ເຫດຜົນ​ທຳ​ມະ​ດາ​ແລະ​ສອດ​ຄ່ອງ​ກັບ​ໂລ​ຊິກ,ຖ້າ​ມີ​ຜູ່​ໃດ​ຫາກ​ຍັງ​ຊູຊີຢາກ​ໄປ​ຊອກ​ຫາ​ສິ່ງ​ຊຸບ​ເປີ​ກົງ​ດຸກ​ເຕີ​ຢູ່​ໃນ​ວັດຖຸ​ຕໍ່​ໄຟຟ້າ​ບໍ່​ໄດ້​ຢູ່​ໃນ​ອຸນຫະພູມ​ທຳ​ມະ​ດາ​ແນ່ນອນ.ຄົນ​ທັງຫຼາຍຕ້ອງ​ນຶກ​ວ່າ​ເຂົາ​ຜູ່​ນີ້​ເສຍ​ເສັ້ນ,​ເພາະສະນັ້ນ,​ແຕ່​ປີ 1911 ຮອດ ປີ 1985,ບັນດາ​ນັກວິທະຍາສາດ​ກໍ​ມີ​ແຕ່​ຄົ້ນພົບ,ອຸປະກອນ​ໂລຫະ​ບາງ​ຊະນິດ​ແມ່ນ​ມີ​ຊຸບ​​ເປີ​ກົງ​ດຸກ​ເຕີ​ວີ​ຕີ​ຢູ່​ໃຕ້​ອຸນຫະພູມ​ໃກ້​ສູນ​ອົງສາ​ເດັດ​ຖານ,ການຄົ້ນຄວ້າ​ຊຸບ​ເປີ​ກົງ​ດຸກ​ເຕີ​ເລີຍ​ປະສົບ​ອຸປະສັກ.

ທ່ານ​ມູ​ເລີ ຊາວ​ສະ​ວິສ​ແລະ​ທ່ານ​ແບກ​ໂນ​ເຈ ຊາວ​ເຢຍລ​ະມັນ​ທີ່​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ຄົ້ນຄວ້າ​ຊຸຍ​ລິກ ​ແຫ່ງ​ບໍລິສັດ​ການ​ຄ້າ​ເຄື່ອງຈັກ​ສາກົນ​ອາ​ເມ​ລິ​ກາ,ພວກ​ທ່ານ​ຄິດ​ວ່າ,​ເມື່ອ​ໂລຫະ​ໃຊ້​ການ​ບໍ່​ໄດ້​​ແ​ລ້ວ,ຄວນ​ເອົາ​ເຄື່ອງປັ້ນດິນ​ເຜົາ​ມາ​ທົດ​ລອງ​ເບິ່ງ​ຊິ​ບໍ່​ໄ​ດ້ບໍ່?ຢູ່​ໃຕ້​ອຸນຫະພູມ​ທຳ​ມະ​ດາ,​ເຄື່ອງປັ້ນດິນ​ເຜົາ​ແມ່ນ​ຕໍ່​ໄຟຟ້າ​ບໍ່​ໄດ້,​ແຕ່​ໃຜ​ຈະ​ວ່າ​ເມື່ອ​ຢູ່​ໃຕ້​ອຸນຫະພູມ​ຕ່ຳ​ແນ່ນອນ​ມັນ​ກໍ​ຈະ​ຕໍ່​ໄຟຟ້າ​ບໍ່​ໄດ້?ບັດ​ນັ້ນ,ພວກ​ເພິ່ນ​ເ​ລີ​ຍຕົກ​ລົງ​ເລີ່​ມດຳ​ເນີນ​ການຄົ້ນຄວ້າ​ດັ່ງກ່າວ​ເຊິ່ງຜູ່​ອື່ນ​ບໍ່​ເຄີຍ​ເຮັດ​ມາ​ຈັກ​ເທື່ອ​ຄື:​ໃຊ້​ເຄື່ອງປັ້ນດິນ​ເຜົາ​ເປັນ​ອຸປະກອນ​ຊຸບ​ເປີ​ກົງ​ດຸກ​ເຕີ,​ແຕ່​ຈະ​ພາກັນ​ເຮັດ​ຢູ່​ໃສ?ຢູ່​ສະ​ຖາ​ບັນ​ນີ້​ບໍ່?ບໍ່​ໄດ້,ຖ້າ​ຄົນ​ທັງຫຼາຍຮູ້​ແລ້ວ,​ເຂົາ​ເຈົ້າຈະ​ຫົວຂວັນ​ຈົນ​ໄສ້​ຂົດ​ໄສ້​ໂຂ,​ເລື່ອງ​ນີ້​ຈະຕ້ອງ​ເຮັດ​ແບບ​ມິດໆ,ບັດນັ້ນ,ພວກ​ເພິ່ນ​ຈິ່ງ​ເລີ່​ມຄົ້ນຄວ້າວຽກ​ນີ້​ຢູ່​ໃນ​ສວນ​ຫລັງ​ບ້ານ​ຂອງ​ໃຜ​ຂອງ​ລາວ,ຖ້າ​ຜູ່​ອື່ນ​ບໍ່​ຮູ້,​ເຮັດ​ບໍ່​ສຳ​ເລັດ​ກໍ​ບໍ່​ມີ​ຫຍັງ​ເສຍ​ຫາຍ.

​ເມື່ອ​ເດືອນ​ມັງກອນ​ປີ 1986 ,​ໃນ​ທີ່​ສຸດ,ພວກ​ເພິ່ນກໍ​ຄົ້ນພົບ​ເຄື່ອງປັ້ນດິນ​ເຜົາ​ທີ່​ປະສົມ​ໂລຫະ​ຫາຍຊະນິດ​ບໍ່ມີ​ຄວາມ​ຕ້ານ​ໄຟຟ້າ​ຢູ່​ໃຕ້​ອຸນຫະພູມ 30K,ອຸນຫະພູມ​ດັ່ງກ່າວ​ສູງ​ກວ່າ​ໂລຫະ​ຊຸບ​ເປີ​ກົງ​ດຸກ​ເຕີ​ທີ່​ມີ​ອຸນຫະພູມ​ສູງ​ສຸດ​ນັ້ນຕັ້ງ 7 ອົງສາ,ຫມາຍ​ຄວາມ​ວ່າ ທັດສະນະ​ຄະຕິ​ເກົ່າ​ໃນ 70 ກວ່າ​ປີ​ມາ​ນີ້​ໄດ້​ຖືກ​ທັບ​ມ້າງ​ແລ້ວ,ຕໍ່​ມາ,​ໃນ​ເດືອນ​ກຸມພາປີ 1987, ນັກ​ຟິຊິກ​ສາດ​ຈີນ​ແລະ​ອາ​ເມ​ລິ​ກາ​ກໍ​ໄດ້​ຄົ້ນຄວ້າ​ເຮັດ​ອຸປະກອນ​ຊຸບ​ເປີ​ກົງ​ດຸກ​ເຕີ​ທີ່​ມີ​ອຸນຫະພູມ​ຍິ່ງ​ສູງ​ກວ່າ​ຕາມໆ​ກັນ,ອຸ​ປະກອນຊຸບ​ເປີ​ກົງ​ດຸກ​ເຕີ,ທ່ານ​ມູ​ເລີ​ແລະ​ທ່ານ​ແບກ​ໂນ​ເຈ ກໍ​ໄ​ດ້ລາງວັນ​ໂນ​ແບນ​ທາງ​ຟິຊິກ​ສາດ​ປີ 1987.ປະສົບ​ການ​ຂອງ​ພວກ​ເພິ່ນ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຄຶດ​ຢູ່​ສອງ​ຂໍ້​ເປັນ​ຢ່າງ​ຫນ້ອຍ​ຄື:ຫນຶ່ງ​ແມ່ນ​ການຄົ້ນພົບ​ອັນ​ຍິ່ງ​ໃຫຍ່​ທາງ​ວິທະຍາສາດ​ກ່ອນ​ອື່ນ​ແມ່ນ​ມາ​ຈາກ​ການບຸກທະລຸ​ທັດສະນະ​ຄະຕິ,ສອງ​ແມ່ນ​ເຖິງ​ວ່າ​ດຽວ​ນີ້​ມາ​ຮອດ​ອັນ​ທີ່​ເອີ້ນ​ວ່າ​ຍຸກ​ສະ​ໄຫມ​ວິທະຍາສາດ​ໃຫຍ່​ແລ້ວ​ກໍ​ຕາມ,​ແຕ່​ວິທະຍາສາດ​ນ້ອຍ​ກໍ​ຍັງ​ສາມາດ​ຮັບ​ຫມາກຜົນ​ໃຫຍ່​ໄດ້ຢູ່.

​ເມື່ອ​ເລົ່າ​ເຄື່ອງປັ້ນດິນ​ເຜົາ​​ແລ້ວໆ,ພວກ​ເຮົາ​ຈະ​ມາ​ເລົ່າ​ເລື່ອງ​ພຼາສຕິກ​ຄືນ​ອີກ,ຖ້າ​ຫາກ​ຕັ້ງຄຳ​ຖາມ​ທ່ານ​ວ່າ,ພຼາສຕິກ​ຕໍ່​ໄຟຟ້າ​ໄດ້​ບໍ່?ທ່ານ​ກໍ​ຈະ​ໃຫ້​ຄຳ​ຕອບ​ໃນ​ທັນທີ​ຢ່າງ​ບໍ່​ມີ​ຄຶດ​ເຄື່ອງ​ຫຍັງ​ຫມົດ​ວ່າ,ພຼາສຕິກ​ຕໍ່​ໄຟຟ້າ​ບໍ່​ໄດ້,ຖ້າ​ຕອບ​ແນວ​ນີ້​ໃນ​ເມື່ອ​ກ່ອນ​ແມ່ນ​ບໍ່​ຜິດ,​ແຕ່​ໃນ​ຊູ່​ມື້​ນີ້​ຄຳ​ຕອບ​ແນວ​ນີ້​ແມ່ນບໍ່ຮອບດ້ານ,​ເພາະວ່າ​ມີ​ຄົນ​ໄດ້​ຄົ້ນ​ເຮັດ​ພຼາສຕິກ​ທີ່​ຕໍ່​ໄຟຟ້າ​​ໄດ້​ແລ້ວ.

​ແຕ່​ຕົ້ນຊຸມ​ປີ 70 ໃນ​ສະຕະວັດ​ທີ່​ແລ້ວ, ທ່ານ​ຮີ​ເຕຄີ ຊີ​ລາຄາ​ວາ ນັກວິທະຍາສາດ​ຍີ່​ປຸ່ນກໍ​ໄດ້​ເລີ່ມ​ຄິດ​ບັນ​ຫາ​ຫນຶ່ງ​ຄື:ຈະ​ເຮັດ​ພຼາສຕິກ​ໃຫ້​ຕໍ່​ໄຟຟ້າ​ໄດ້​ບໍ່?ມີ​ຢູ່​ເທື່ອ​ຫນຶ່ງ,ນັກ​ສຶກສາຂັ້ນ​ເຫນືອ​ມະຫາວິທະຍາ​ໄລ​ຂອງ​ທ່ານ​ໄດ້​ເອົາ​ຢາ​ເລັ່ງ​ໄປ​ໃສ່​ໃນ​ຜົງ​ພຼາສຕິກ,​ແລະ​ໃສ່​ຫຼາຍ​ເກີນ​ຫຼາຍພັນເທົ່າ,ຜົນ​ທີ່​ສຸດ​ເລີຍ​ພາ​ໃຫ້ພຼາສຕິກ​ເກີດ​ມີ​ເຍື່ອບາງໆ​ສີຂາວ​ຫຼືບຫນຶ່ງ,​ເມື່ອທ່ານ​ຮີ​ເຕຄີ ຊີ​ລາຄາ​ວາ ​ເຫັນ​ສີ​ໂລຫະ​ດັ່ງກ່າວ​ຮູ້ສຶກ​ກະ​ຕຸ້ນ​ໃຈ​ທີ່​ສຸດ,​ແຕ່​ພໍ​ແທກ​ເບິ່ງ​ແລ້ວ​ເຫັນ​ວ່າ,ມັນ​ຕໍ່​ໄຟຟ້າ​ບໍ່​ໄດ້.

ຄວາມ​ຜິດພາດ​ຢ່າງ​ບໍ່ນຶກ​ບໍ່​ຝັນ​ເທື່ອ​ນີ້​ຊ້ຳພັດ​ເຮັດ​ໃຫ້​ທ່ານ​ຮີ​ເຕຄີ ຊີ​ລາຄາ​ວາ​ມີ​ຄວາມ​ຄຶດ​ແນວ​ຫນຶ່ງ,ຄື:ທ່ານ​ໄດ້​ປະສົມ​ທາດ​ອີ​ອົດ​ແລະ​ໂບຼມ  ​ເປັນຕົ້ນ​ໃສ່​ໃນ​ພຼາສຕິກ.ຊອກ​ຫາ​ວິທີ​ປ່ຽນ​ແປງສະພາບ​ເອ​ເລັກ​ໂຕຼນິກຂອງ​ພຼາສຕິກ.ປີ 1976 ​ໂດຍ​ຕອບ​ສະຫນອງ​ຄຳ​ເຊີນຂອງ​ທ່ານ​ແອນ​ເລີ​ນ.​ເຮັກ​ແລະ​ທ່ານ​ແອນ​ເລີ​ນ-ມາກ​ຕິນມິດ ນັກວິທະຍາສາດ​ອາ​ເມ​ລິ​ກາ​ສອງ​ທ່ານ,ທ່ານ​ຮີ​ເຕຄີ ຊີ​ລາຄາ​ວາ ​ໄດ້​ເດີ​ນທາງ​ໄປ​ອາ​ເມ​ລິ​ກາ​ຮ່ວມ​ມື​ຄົ້ນຄວ້າ​ແລ້ວ​ໄດ້​ສຳ​ເລັດ​ຜົນ,ພວກ​ທ່ານ​ທັງ​ສາມ​ຈຶ່ງ​ໄດ້​ຮັບ​ລາງວັນ​ໂນ​ແບນ​ທາງ​ເຄມີ​ສາດ​ປີ 2000 ພຼາສຕິກ​ຕໍ່​ໄຟຟ້າ​ແມ່ນ​ຫມາກຜົນ​ອັນ​ຍິ່ງ​ໃຫຍ່,ບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​ວ່າ​ມັນ​ມີ​ອະນາຄົດ​ປະ​ຢຸກຢ່າງ​ກວ້າງຂວາງ,ຫາ​ກຍັງ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສຳນຶກ​ກຶກກອງ​ຢ່າງ​ເລິກ​ເຊິ່ງຫຼາຍ.ມັນ​ກໍ​​ແມ່ນ​ມາ​ຈາກ​ການ​ບຸກທະລຸ​ທັດສະນະ​ຄະຕິ​ຄືກັນມາ​ຈາກ​ການ​ທົດ​ລອງ​ວິທະຍາສາດ​ນ້ອຍ​ຄື​ກັນ,ນອກ​ນີ້,​ເລື້ອງ​ນີ້​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ,ຈະ​ເຮັດ​ແນວ​ໃດ​ຈິ່ງ​ຈະ​ເຮັດ​ໃຫ້ການ​ສັງ​ເກດ​​ແລະ​ຄຶດ​ຫງຳ​ສະພາບ​ທີ່​ປະກົດ​ຂຶ້ນຢ່າງ​ບໍ່​ນຶກ​ບໍ່​ຝັນ,​ເຮັດ​ໃຫ້ການ​ທ້າ​ທາຍ​ກັບກາຍ​ເປັນ​ໂອກາດ.

ວິທະຍາສາດ​ແມ່ນ​ສິ່ງ​ສະຕິ​ສຳ​ປະຊັນ​ຍະ​ແລະ​ສິ່ງ​ໂລ​ຊິກ.​ແຕ່​ວ່າ​ໃນ​ເມື່ອ​ວິທະຍາ​ສາດ​ເດີມຮອດ​ທາງ​ສາມ​ແຍກ​ແລ້ວ​ມັນ​ກໍຮຽກຮ້ອງ​ໃຫ້​ຫຼຸດອອກ​ຈາກ​ໂລ​ຊິກ​ເດີມ,ຮຽກຮ້ອງ​ໃຫ້​ມີ​ຈິນຕະນາການ​ວົງ​ເປີດ,ຮຽກຮ້ອງ​ໃຫ້​ບຸກທະລຸ​ອອກ​ຈາກ​ທັດສະນະ​ຄະຕິ​ເດີມ,ຮຽກຮ້ອງ​ໃຫ້​ມີ​ທັດສະ​ນະ​ຄະຕິ​ໃຫມ່​ກຳ​ເນີ​ດ​ເກີດ​ຂຶ້ນຢ່າງ​ສະຫງ່າ​ລາສີ,​ໃນ​ເວລາ​ມະນຸດ​ປິນຂຶ້ນ​ເມືອ​ຮອດ​ຈອມ​ສູງ​ໃຫມ່​ແຫ່ງ​ວິທະຍາສາດ​ແລ້ວ​ຫຼຽວຄືນ​ໄປ​ເບິ່ງ​ຈຸດ​ເລີ່​ມ​ເກົ່າ​ແລ້ວ​ກໍ​ມັກ​ຮູ້ສຶກ​ວ່າ,ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຜ່ານ​ມານັ້ນມັນ​ງ່າຍດາຍ​ໂພດ,ທ່ານ​ດີ​ລັກສະ​ເຫ​ນີວັດຖຸ​ລົບ,ກໍ່​ບໍ່​ແມ່ນ​ຕື່ມ​ເຄື່ອງ​ຫມາຍລົບ​ໄວ້​ຢູ່​ຕໍ່ຫນ້າ​ຄຸນ​ນະພາ​ບຫວະ? ທ່ານ​ກິນ​ປີ ສະ​ເຫ​ນີອອກ​ມາ​ວ່າ ວົງ​ຈອນ​ໄຟຟ້າ​ຊຽກກຸຍ​ແອ​ງ​ແຕກ​ເກຼ,ກໍ່​ບໍ່​ແມ່ນ​ເອົາ​ບາງ​ຊີກ​ສ່ວນ​ເອ​ເລັກ​ໂຕຼນິກມາ​ປະກອບ​ໃສ່​ແຜ່ນ​ຊີ​ລີ​ຄອນ​ຫວະ? 5 ທ່ານ​ອື່ນໆ​ເປັນຕົ້ນ​ແມ່ນ​ທ່ານ​ມູ​ເລີ​ແລະ​ທ່ານ​ຮີ​ເຕຄີ ຊີ​ລາຄາ​ວາ ກໍ່​ບໍ່​ແມ່ນ​ຄຶດ​ເຫັນ​ສິ່ງ​ທີ່​ຕໍ່​ໄຟຟ້າ​ບໍ່​ໄດ້​ໃນ​ເມື່ອ​ກ່ອນ​ອາດ​ຈະ​ຕໍ່​ໄຟຟ້າ​ໄດ້​ຫວະ?​ໂຮມ​ເວົ້າ​ເປັນ​ຄຳ​ດຽວ​ແລ້ວ,ກໍ່​ບໍ່​ມີ​ຫຍັງ​ພິລຶກ​ດອກ,ສົມ​ພໍ​ທ່ານ​ຕິງ​ຈ້າວ​ຈົງ ນັກວິທະຍາສາດ​ຜູ່​ມີ​ຊື່​ສຽງຈິ່ງ​ເວົ້າ​ແບບ​ຢິກ​ແກມ​ຢອກ​ວ່າ,ການ​ໄດ້​ຮັບ​ລາງວັນ​ໂນ​ແບນ​ນັ້ນ​ແມ່ນ​ເລື່ອງ​ງ່າຍ​ທີ່​ສຸດ
​ແຕ່​ວ່າ,​ໃນ​ເວລາ​ທ່ານ​ດີລັກ ທ່ານ​ກິນ​ບີ ທ່ານ​ມູ​ເລີ,ທ່ານ​ແບກ​​ໂນ​ເຈ,ທ່ານ​ຮີ​ເຕຄີ ຊີ​ລາຄາ​ວາ ຍັງ​ມີອາຈານ​ວິທະຍາສາດ​ໃຫຍ່ໆ​ຫຼາຍທ່ານ​ຈົນ​ນັບ​ບໍ່​ຖ້ວນ,ບຸກທະລຸ​ທັດສະນະ​ຄະຕິ​ເກົ່າ​ແລະ​ສະ​ເຫ​ນີທັດສະນະ​ຄະຕິ​ໃຫມ່​ທີ່​ສະ​ເທືອນ​ໂລກ​ອອກ​ມານັ້ນ,ມີ​ຈັກ​ຄົນ​ໄດ້​ອອກ​ມາສະ​ຫນັບ​ສະ​ຫນູນ​ເພິ່ນ?ກົງກັນຂ້າມ,ຄົນ​ສ່ວນ​ຫຼາຍພາກັນ​ຮູ້ສຶກ​ປະ​ຫຼາດ​ໃຈ,ບໍ່​ຫນຳ​ຍັງ​ມີຫຼາຍຄົນ​ຄຶດ​ຢູ່​ໃນ​ໃຈ​ຜູ່​ດຽວ​ວ່າ,ຄົນ​ພວກ​ນີ້​ບໍ່​ແມ່ນ​ເປັນບ້າ​ແລ້ວ​ຫວະ?ສົມ​ພໍ​ທ່ານ​ຕິງ​ຈ້າວຈົງ ຈິ່ງ​ເວົ້າອີກ​ວ່າ,ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ອາຈານ​ວິທະຍາສາດ​ໃຫຍ່​ກັບ​ຄົນ​ເສຍ​ເສັ້ນ​ແມ່ນ​ຫນ້ອຍລົງ​ແລ້ວ.

ມີ​ຄົ​ນ​ເຄີຍ​ເວົ້າທີ່​ມີຫຼັກປັດ​ຊະ​ຍາ​ທີ່​ສຸດ​ວ່າ,ຖ້າ​ທ່ານ​ຢາກ​ຍ້ອງ​ນັກວິທະຍາສາດ,ດີ​ທີ່​ສຸດ​ແມ່ນ​ເວົ້າວ່າ,​ເປັນ​ຫຍັງ​ຂ້ອຍ​ຈິ່​ງບໍ່​ໄດ້​ຄຶດ​ຮອດ​ເລີຍ?​ແມ່ນ​ແທ້,​ເລື່ອງ​ງ່າຍໆ​ແນວ​ນີ້,ພວກ​ຂ້ອຍ​ກໍ​ບໍ່​ໄດ້​ຄຶດ​ຮອດ​ເລີຍ,​ແລ້ວ​ປ່ອຍ​ໃຫ້​ຜູ່​ໄດ້​ຮັບ​ລາງວັນ​ໂນ​ແບນ​ແລະ​ອາຈານ​ວິທະຍາສາດ​ໃຫຍ່​ຄຶດ​ເຫັນ,ນີ້​ແມ່ນ​ຍ້ອນ​ຫຍັງ​ແທ້?ມູນ​ເຫດ​ຕົ້ນຕໍ​ກວ່າ​ຫມູ່​ອາດ​ຈະ​ແມ່ນ​ຍ້ອນ​ພວກ​ເພິ່ນ​ກ້າ​ທັບ​ມ້າງ​ທັດສະນະ​ຄະຕິ​ເກົ່າກ້າ​ສະ​ເຫ​ນີທັດສະນະ​ຄະຕີ​ໃຫມ່​ອອກ​ມາ,​ແລະ​ວາງ​ຄຳຢັ້ງຢືນ​ໃຫ້​ແກ່​ທັດສະນະ​ຄະຕິ​ວິທະຍາ​ສາດ​ໃຫມ່​ດັ່ງກ່າວ​ຢ່າງ​ບໍ່​ປະ​ບໍ່​ວາງ.