ຕາມຂ່າວCRI: ວັນທີ 5 ເມສາ, ງານສຳມະນາສາກົນກ່ຽວກັບພະຍາດຕິດແປດແລະຄວາມປອດໄພດ້ານຊີວະພາບເຊິ່ງແມ່ນສະພາບັນດິດວິສະວະກຳຈີນເປັນຜູ່ຈັດຂຶ້ນນັ້ນ ໄດ້ໄຂຂຶ້ນຢູ່ທີ່ປັກກິ່ງ. ຜູ່ຮ່ວມປະຊຸມເປັນເອກະສັນກັນເຫັນວ່າ, ບັນດາປະເທດຄວນເພີ່ມທະວີການຮ່ວມມື, ພ້ອມກັນຮັບມືກັບການຂົ່ມຂູ່ຈາກພະຍາດຕິດແປດທີ່ມີຕໍ່ສຸຂະພາບມະນຸດ.
ໃນງານສຳມະນາ, ທ່ານລິວເຕີເຜິຍ ຮອງຫົວໜ້າສະພາບັນດິດວິສະວະກຳຈີນກ່າວວ່າ, ໃນບໍ່ເທົ່າໃດປີມານີ້, ພະຍາດຕິດແປດທີ່ເກີດຂຶ້ນໃໝ່ຫຼືເກີດຂຶ້ນອີກເຊັ່ນ ພະຍາດຊາສແລະພະຍາດໄຂ້ຫວັດສັດປີກເປັນຕົ້ນໄດ້ແຜ່ລະບາດຢູ່ບາງທ້ອງຖິ່ນອາຊີ, ຂົ່ມຂູ່ສຸຂະພາບມະນຸດຢ່າງໜັກໜ່ວງ. ຈີນພວມສ້າງລະບົບປ້ອງກັນທີ່ກ່ຽວຂ້ອງ, ຈີນສຸດທີ່ຫວັງເພີ່ມທະວີການແລກປ່ຽນແລະການຮ່ວມມືກັບປະເທດອື່ນໆໃນການສ້າງລະບົບດັ່ງກ່າວ.
|