ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 18:15:13    
ທະນາຄານ​ໂລກ​ເຫັນ​ດີ​ຊ່ອຍ​ລາວ​ສ້າງ​ໂຄງ​ການ​ໄຟ​ຟ້າ​ນ້ຳ​ຕົກ​ທີ່​ໃຫຍ່​ກວ່າ​ໝູ່

cri Author: q
ຕາມ​ກະຊວງ​ການ​ຄ້າ​ຈີນ,ສື່​ມວນຊົນ​ຫວຽດນາມ​ລາຍ​ງານ​ວ່າ,​​ເມື່ອ​ລັດ​ຖະ​ບານ​ລາວ​ກັບ​ທະ​ນາ​ຄານ​ໂລກ​ໄດ້​ເຈລະຈາ​ກັນ​ເປັນ​ເວລາ10​ປີ​ແລ້ວ,​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ໃນ​ວັນ​ທີ1​ເມສາ​ປີ2005,ທະນາຄານ​ໂລກ​ເຫັນ​ດີ​ຊ່ອຍ​ເຫຼືອ​ລາວ​ສ້າງ​​​​​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ​ສອງ​ທີ່​ມີ​ມູນ​ຄ່າ1​ຕື້250​ລ້ານ​​ໂດ​ລາ​ສະຫະລັດ ​ເຊິ່ງ​ເປັນ​ເຂື່ອນ​ໄຟຟ້າ​ໃຫຍ່​ກວ່າ​ໝູ່​ຂອງ​ລາວ.​ຕາມ​​ແຜນ​ການ,ໂຄງການ​ດັ່ງກ່າວຈະ​ສ້າງ​ສຳ​ເລັດ​ໃນ​ປີ2009,​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ​,​ໄຟຟ້າ​ທີ່​ຜະ​ລິດ​ອອກ​ນັ້ນ​ມີ95%ຈະຂາຍ​ໃຫ້​ໄທ.

ຝ່າຍ​ລາວ​ກ່າວ​ວ່າ,ກະ​ວ່າ, ປະລິມານ​ການ​ຜະ​ລິດ​ໄຟ​ຟ້າ​ຂອງ​ລາວ​ໃນ30​ປີຂ້າງ​ໜ້າ​ຈະ​ເພີ່ມ​ຂຶ້ນ​ຮອດ1ໝື່ນ2​ພັນ​​ເມ​ກາ​ວັດ(ປັດຈຸບັນ​ແມ່ນ700​ເມ​ກາ​ວັດ),​ສ່ວນ​ຫຼາຍ​ຈະ​ຂາຍ​ໃຫ້​ປະ​ເທດ​ອ້ອມ​ຂ້າງ,​ເຊິ່ງຈະ​ສ້າງ​ລາຍ​ຮັບ​ຫຼາຍ​ຕື້​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີ.