ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-06 16:08:04    
ກົນ​ຊ້ອນ​ກົນ

cri Author: lm

"ກົນ​ຊ້ອນ​ກົນ" ໝາຍ​ເຖິງ​ໃນ​ເວລາ​ຝ່າຍ​ສັດຕູ​ມີ​ກຳລັງ​ແຂງ​ແຮງ​ກວ່າ​ຝ່າຍ​ເຮົາ, ​ໃຊ້​ກົນ​ອຸ​ບາ​ຍຫຼອກລວງ​ຜູກ​ມັດສັດຕູ​​ໄວ້ກ່ອນ, ​ແລ້ວ​ໃຊ້​ກົນ​ອຸບາຍ​ອື່ນ​ບຸກໂຈມ​ຕີສັດຕູ, ​ໃຊ້​ກົນອຸ​ບາຍ​ຫຼາຍ​ຢ່າງ​ປະສົມ​ປະສານກັນຢ່າງ​ຕໍ່​ເນື່ອງ​, ປະກອບ​ເປັນ​ຕ່ອງ​ໂສ້​ກົນອຸບາຍ​ເປັນ​ອົງ​ປະກອບ​ດຽວ​ກັນ​ຢ່າງ​ສົມບູນ. ສົງຄາມ​ຊື້​ປີ້​ລະຫວ່າງ​​ເມືອງເວິ້ຍກັບ​ເມືອງສູ​ແລະ​ເມືອງ​ອູ​ໃນ​ສະ​ໄໝ​ສາມ​ກົກ​ຂອງ​ຈີນ​ກໍ່​ແມ່ນ​ຕົວຢ່າງ​ໜຶ່ງ.

ກ່ອນ​ອື່ນ, ​ໂຈ່​ວອີ ​ແມ່ທັບ​​ເມືອງ​​ອູ​ໃຊ້​ກົນອຸບາຍ​ແບ່ງ​ແຍກ​ສັດຕູ, ຫຼອກໃຫ້​ໂຈ​ໂສ​ຂ້າ​ໄຊ​ມ້າວ​ແລະ​ຈ່າງ​ຢຸນ ນາຍ​ທະຫານ​ຊັ້ນສູງ​ຂອງ​ເຂົາ 2 ຄົນ​ທີ່​ຮັບຜິດຊອບ​ຝຶກ​ແອບ​ທະຫານ​ເຮືອ, ຖັດ​ມາ​ກໍ່​ໃຊ້​ກົນອຸບາຍ​ທຸບ​ຕີ​ຫວງ​ກ້າຍ ທີ່​ຈິງ​ຫວງ​ກ້າຍ​ແມ່ນ​ລູກ​ນ້ອງ​ຂອງ​ໂຈ່​ວອີ. ​ຫຼັງ​ຈາກ​ຫວງ​ກ້າຍ​ຖືກ​​ຕີ​ແລ້ວ, ກໍ່​ເລີ່​ມຫຼິ້ນ​ກົນອຸບາຍ​ເຮັດຕາງຕິ​​ໄປຍອມ​ຈຳນົນ​​ຕໍ່ໂຈ​ໂສ, ຫວງ​ກ້າຍ​​ໄດ້ໃຫ້​ຄົນ​ສົ່ງ​ຈົດ​ໝາຍ​ໄປ​ໃຫ້​ໂຈ​ໂສ, ​ໃນ​ຈົດໝາຍ ຫວງ​ກ້າຍ​ປ້ອຍ​ດ່າ​ໂຈ່ວ​ອີຢ່າງ​ໃຫຍ່, ​ແລະ​ກ່າວ​ວ່າ​ຈະ​ຫາ​ໂອ​ກາດ​ມາຍ​ອມຈຳນົນ​ຕໍ່ໂຈ​ໂສ. ​ໂຈ​ໂສ​​ເຊື່ອ​ແດ່​ບໍ່​ເຊື່ອ​ແດ່, ​ເລີຍ​ແຕ່ງ​​ຈຽງ​ກ້ານ ນັກ​ອຸ​ບາຍຂ້າມ​ຟາກ​ໄປ​ສືບ​ເບິ່ງ​ເລື່ອງລາວ​ຢູ່​ເມືອງ​ອູມັນ​ເປັນ​ແນວ​ໃດ​ກັນ​ແທ້.

​ເມື່ອ​ໂຈ່​ວອີ​ພໍ້​ຈຽງ​ກ້ານ​​ເທື່ອ​ນີ້ ​ເຂົາກໍ່​ວາງ​ກົນອຸບາຍ​ໜຶ່ງ​ອີກ​ອອກ​ມາ. ກ່ອນ​ອື່ນ​ເຂົາ​ໄດ້​ກັກ​ຕົວ​​ຈຽງ​ກ້ານ​​ໄວ້​ໃນ​ຕູບແຫ່ງ​ໜຶ່ງ​ຢູ່​ພູ​ຊີ່​ຊ່ານ. ຢູ່​ມາ​ມື້​ໜຶ່ງ, ຈຽງ​ກ້ານ​ຮູ້ສຶກ​ຫງຸດ​ຫງິດ, ​ເລີຍ​ໄປ​ຍ່າງຫຼິ້ນຕາມ​ທາງ​ພູ, ບັງ​ເອີນ​ໄດ້​ຍິນ​ສຽງ​ອ່ານໜັງສື​​ດັງ​ສົ່ງອອກມາ​ຈາກ​ຕູບ​ນ້ອຍ​ແຫ່ງ​ໜຶ່ງ. ຈຽງ​ກ້ານ​ຍ່າງ​ເຂົ້າ​ໄປ​​ເບິ່ງ​ເລີຍ​ເຫັນ​ມີ​ຜູ່​ຢູ່​ເກັບ​ຕົວ​ຜູ່​ໜຶ່ງ​ພວມ​ອ່ານ​ຕຳ​ລາ​ວິ​ທະ​ຍາ​ຍຸດ, ​ເມື່ອ​ໄດ້​ລົມ​ກັນ​ແລ້ວ​ຈິ່ງໄດ້​ຮູ້​ວ່າ​ຜູ່​ນີ້​ກໍ່​ແມ່ນ​ຜາງ​ຖົງທີ່​ມີ​ຊື່ສ​ຽງດົ່ງ​ດັງ​​ເທົ່າ​ທຽມ​ກັບ​ຂົງ​ເບັ້ງ. ບັດ​ນັ້ນ ຈຽງ​ກ້ານ​ກໍ​ເລີຍ​ຊັກ​ຊວນ​ໃຫ້​ຜາງ​ຖົງ​ໄປ​ເຂົ້າ​ເພິ່ງ​ໂຈ​ໂສ, ຜາງ​ຖົງ​ຮັບ​ປາກ​ເຫັນ​ດີ​ນຳ, ​ແລະ​ພາຈຽງ​ກ້ານ​​ໄປ​ຫາ​ແຄມ​ທ່າ​ມິດ​ງຽບ, ຂີ່ເຮືອນ້ອຍ​ລຳ​ໜຶ່ງ​ຄ່ອຍໆ​ພາຍ​ໄປ​ຫາ​ຄ້າຍ​ທະຫານ​ໂຈ​ໂສ​.

​ໂຈ​ໂສພໍ​ພົບຜາງ​ຖົງ​ ຮູ້ສຶກດີ​ໃຈ​ຢ່າງ​ໃຫຍ່, ​​ເມື່ອ​ລົມ​ກັບ​ຜາງ​ຖົງ​ແລ້ວ​ໂຈ​ໂສ​ນັບຖື​ທີ່​ສຸດ​ຖື​ວ່າຜາງ​ຖົງ​ແມ່ນ​ຜູ່​ມີ​ຄວາມ​ຮູ້ຫຼາຍ. ພວກ​​ເຂົາ​ເຈົ້າ​ໄດ້​​ໄປ​ກວດ​ເບິ່ງຄ້າຍ​ທະຫານ​ຕ່າງໆ, ​​ແລ້ວ​ໂຈ​ໂສ​​ເຊີນ​ໃຫ້​ຜາງ​ຖົງ​ສະ​ເໜີຄວາມ​ເຫັນ.

ຜາງ​ຖົງ​ກ່າວ​ວ່າ, ທະຫານ​ພາກ​ເໜືອ​ບໍ່​ລື້​ງ​ສູ້​ລົບ​ເທິງ​ນ້ຳ, ​ຄັນລົມ​ແຮງ, ​ເຮືອ​ໂຍກ​​ເຍກ ຈັ່ງ​ໃດ​ກໍ​ທົນບໍ່​ໄຫວ, ​ຈະ​ໄປ​ສູ້​ກັບ​ໂຈ່​ວອີ​ແນວ​ໃດ? ​ໂຈ​ໂສ​​ເລີຍຖາມ​ວ່າ, ທ່ານ​ມີ​ແຜນ​ດີ​ໆແນວ​ໃດບໍ່? ຜາງ​ຖົງຕອບວ່າ, ​ເພື່ອ​​ແກ້​ຈຸດ​ອ່ອນຂອງທະຫານ​ພາກ​ເໜືອ, ​ເປັນ​ຫຍັງ​ຈຶ່ງ​ບໍ່​ຜູກ​ເຮືອ​ລົບ​​ເຫຼົ່າ​ນີ້ກັນ​ເຂົ້າກັນ, ມັນ​ຈຶ່ງໝັ້ນທ່ຽງ​ບໍ່​​ໂຍກ​ເຍກ, ປານ​ຢູ່​​ເທິງ​ບົກ. ​ໂຈ​ໂສ​ຟັງແລ້ວ​ກໍ່​ເຫັນ​ວ່າ​ຈັ່ງແມ່ນ​ຫົວຄິດ​ທີ່ດີ​ ​ເໝາະ​ສຳລັບ​ທະຫານ​ພາກ​ເໜືອສູ້​ລົບ​​ຢູ່​ເທິງ​ໜ້ານ້ຳ, ບັດ​ນັ້ນ ​ເລີຍ​ສັ່ງ​ໃຫ້​ຊ່າງຕີ​ເຫຼັກໝົດ​ທຸກ​ຄົນ​ໃນ​ກອງ​ທະຫານ​ຂ້ຽວ​ຕີ​ບ້ວງ​ເຫຼັກທັງ​ເວັນທັງຄືນ​ໃນ​ທັນທີ, ​ແລ້ວ​ສັ່ງ​ໃຫ້​ທະຫານ​ເຮືອ​ໃຊ້​ບ້ວງເຫຼັກ​ເກາະ​ເຮືອ​ລົບ​​ເຂົ້າຕິດ​ກັນຢ່າງ​ໝັ້ນໆ, 10 ລຳ​​ໃດ​ເປັນ​ຈຸ​ໜຶ່ງ, ຢູ່​ເທິງ​ເຮືອ​ຍັງ​ປູ​​​ໄມ້ແປ້ນ​ໃສ່, ​ເມື່ອ​ເຮັດ​ແນວ​ນີ້​ແລ້ວ, ​ເຮືອ​ກໍ່​ທ່ຽງ​ໝັ້ນດີ​ຄື​ກັບ​ຢູ່​ເທິງ​ບົກ, ນາຍ​ແລະ​ພົນ​ທະຫານ​ທັງຫຼາຍຮູ້ສຶກ​ເພິ່ງ​ພໍ​ໃຈ​ທີ່​ສຸດ.

​ແຕ່​ໂຈ​ໂສ​ໃສຊິ​ຮູ້ວ່າ​ນີ້​ແມ່ນ​ກົນອຸບາຍ​ໜຶ່ງຂອງ​ໂຈ່​ວອີ. ຜາງ​ຖົງ​ກັບ​ໂຈ່​ວອີ​ໄດ້​ວາງ​ແຜນ​ມາ​ກ່ອນ​ແລ້ວ, ຕັ້ງ​ແກ້ງ​ອອກ​ຫົວຄິດໃຫ້​ໂຈ​ໂສມັດ​ເຮືອ​ຕິດ​ເຂົ້າກັນ, ​ເພື່ອ​ໃຫ້​ໂຈ່​ວອີ​ໃຊ້​​ແຜນ​ບຸກ​ດ້ວຍ​ໄຟ. ​ໃນ​ທີ່​ສຸດ, ​ແຜນບຸກ​ດ້ວຍ​ໄຟຂອງ​ໂຈ່​ວອີ​ໄດ້​ຮັບ​ຜົນສຳ​ເລັດ, ​ໃນ​ບັ້ນ​ລົບຊື້​ປີ້, ​ເຮືອ​ລົບ​ຂອງ​ໂຈ​ໂສ​ຖືກ​ເຜົາ​ເກືອບໝົດກ້ຽງ. ກົນ​ຊ້ອນ​ກົນ​ຂອງ​ໂຈ່​ວອີ​ເຮັດ​ໃຫ້​ກອງ​ທັບຫຼວງຂອງ​ໂຈ​ໂສ​ປະສົບ​ການ​ປະລາ​ໄຊ​ຈົນ​ຍ່ອຍ​ຍັບ.