|
 |
(GMT+08:00)
2005-04-06 21:40:53
|
ປະທານເຂດກວາງຊີຈີນນຳພາຄະນະຜູ້ແທນໄປຢ້ຽມຢາມອິນໂດເນເຊຍ
cri
Author: q
ຕາມຂ່າວຈາກກະຊວງການຄ້າຈີນ,ທ່ານລູປິນ ປະທານເຂດກວາງຊີເຜົ່າຈ້ວງປົກຄອງຕົນເອງຂອງຈີນໄດ້ນຳພາຄະນະຜູ້ແທນທີ່ປະກອບດ້ວຍເຈົ້າໜ້າທີ່ອົງການປົກຄອງ,ນັກທຸລະກິດແລະຄະນະສິນລະປາກອນລວມ500ກວ່າຄົນໄປຢ້ຽມຢາມເຮັດວຽກຢູ່ອິນໂດເນເຊຍແຕ່ວັນທີ4ຮອດວັນທີ10ເມສາ,ຈະຈັດການເຄື່ອນໄຫວຕ່າງໆຢູ່ຢາກາກຕາເຊັ່ນ,ງານວາງສະແດງຈຳໜ່າຍສິນຄ້າກວາງຊີ,ງານສັງສັນການລົງທຶນ,ງານສົນທະນານັກທຸລະກິດສຳຄັນຂອງງານເອັກສໂປຈີນ-ອາຊຽນແລະງານສິນລະປະແລະອື່ນໆ.
ໃນໄລຍະຢູ່ອິນໂດເນເຊຍ.ຄະນະຜູ້ແທນຍັງຈະເຂົ້າຢ້ຽມຄຳນັບຜູ້ນຳລັດຖະບານອິນໂດເນເຊຍ,ພົບປະຜູ້ຕາງໜ້າສະພາການຄ້າສຳຄັນຂອງອິນໂດເນເຊຍ,ຕິດຕໍ່ພົວພັນກັບວົງການວິສາຫະກິດອິນໂດເນເຊຍແລະທັດສະນາຈອນຢ້ຽມຢາມກຸ່ມວິສາຫະກິດໃຫຍ່ອິນໂດເນເຊຍ.
|
|
|