ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-07 15:22:43    
ດົນ​ຕີ​ວັນ​ທີ 7 ເມ​ສາ

cri Author: q

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ທ່ານ​ຈາງ​ສຽວ​ເຟິງ ນັກແຕ່ງ​ດົນຕີ​ທີ່​ມີ​ຊີ່ສຽງ​ຂອງ​ຈີນ​ແລະ​ດົນຕີ​​ເສບ​ດ້ວຍ​ຊໍອູ້ຂອງ​ທ່ານ​ປະມວນ​ໜຶ່ງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ​ເສບ​ດ້ວຍຊໍອູ້ "ລີ​ເກີ​ສິງ" ​ແປ​ວ່າ "​ເດີນ​ຕາມ​ສຽງ​ເພງ​ມ່ວນ" ​ແຕ່ງ​ໂດຍ​ທ່ານ​ຈາງ​ສຽວ​ເຟິງ. ດົນຕີ​ນີ້​ໄດ້​ສັນລະ​ເສີນຄຸນສົມບັດ​ອັນ​ສູງ​ສົ່ງ​ຂອງ​ສິລະ​ປິນ​ຄີຕະ​ສິນເພດ​ຍິງ​ຜູ່​ໜຶ່ງ​​​ທີ່​ມີນ້ຳ​ໃຈ​​ອັນ​ສູງ​ສົ່ງ​ທີ່​ມັກ​ສິລະ​ປະ​ແລະ​ມອບ​ກາຍ​ຖະຫວາຍ​ຊີວິດ​ໃຫ້​ແກ່​ສັງຄົມ.

ທີ່​ທ່ານຟັງ​ມານັ້ນ​ແມ່ນ​ດົນຕີ​ເສບ​ດ້ວຍຊໍອູ້ "ລີ​ເກີ​ສິງ" ​ແຕ່ງ​ໂດຍ​ທ່ານ​ຈາງ​ສຽວ​ເຟິງ.

ທ່ານ​ຈາງ​ສຽວ​ເຟິງ​ເກີດ​ຢູ່​ເມືອງ​​ທ້າຍຊາງ​ແຂວງ​ຈຽງ​ຊູ​ຂອງ​ຈີນ​ເມື່ອ​ປີ 1931, ຕັ້ງ​ແຕ່​ຍາມຍັງ​ນ້ອຍ​ເພິ່ນ​ກໍ​ມັກ​ຟັງສຽງ​ດົນຕີ​ຊື່​ຈູ​ທີ່​ເສບ​ດ້ວຍ​ເຄື່ອງ​ເປົ່າ​ເຄື່ອງສາຍ​ຢູ່​ບ້ານ​ເກີດ, ​​ເວລາອາຍຸ 15 ປີ​​ເພິ່ນກໍ​ຮຽນ​ຫຼິ້ນເຄື່ອງ​ດົນຕີ​ຊົນ​ເຜົ່າ​ໄດ້ຫຼາຍຊະນິດ. ປີ 1955, ທ່ານ​ຈາງ​ສຽວ​ເຟິງ​ໄດ້​ເປັນນັກ​ດີດ​ຂິມ​ຢູ່​​ໂຮງ​ລະຄອນ​ຊຽງ​ໄຮ້, ສຽງຂິມຂອງ​ທ່ານ​​​ໃສແຈ້ງ ​​ແລະ​ປ່ຽມລົ້ນ​ໄປ​ດ້ວຍ​ຄວາມ​ງາມປານ​ແຕ້ມ. ​ໃນ​ດ້ານ​ເຕັກນິກ​ວິທີ​ເສບ, ​ເພິ່ນ​ກໍ​ບໍ່​​ໄດ້ເຮັດ​ຕາມ​ວິທີ​ເກົ່າ​ແບບ​ຕາຍ​ຕົວ, ​ເພິ່ນກ້າ​ປະດິດ​ຄິດ​ສ້າງ, ​ເພິ່ນ​ໄດ້​ຖອດ​ຖອນ​ເອົາ​ວິທີ​ເສບ​​ເຄື່ອງ​ດົນຕີ​ຕ່າງໆ​ຄື ພິນ​ບູຮານ​ແລະ​ກະ​ຈັບ​ປີ່​ເປັນຕົ້ນ, ອັນໄດ້​ເຮັດ​ໃຫ້ສິລະ​ປະ​ການ​ສະ​ແດງ​ ອຸດົມສົມບູນຍິ່ງ​ຂຶ້ນ. ເມື່ອ​ຕົ້ນຊຸມ​ປີ 60 ສະຕະວັດ​ທີ່​ແລ້ວ, ດົນຕີ "ປ່ຽນ​ຈ້າຍ​ຈື່ເກີ່" ​ແປ​ວ່າ "​ເພງ​ບ້ານ​ຂອກ​ຄວາມ​" ​ເສບ​ດ້ວຍ​ຂິມ​ທີ່ທ່ານ​ແຕ່ງ​ແລະ​ເສບ​ເອງ, ກໍ​ເຄີຍ​​​ໄດ້​ຮັບ​ຄວາມນິຍົມ​ຢ່າງຫຼາກຫຼາຍຢູ່​ພາຍ​ໃນ​ປະ​ເທດ​​ແລະ​ຕ່າງປະ​ເທດ.

​ແຕ່​ຊຸມ​ປີ 70 ສະ​ຕະວັດ​ທີ່ແລ້ວ​ເປັນ​ຕົ້ນມາ, ທ່ານ​ຈາງ​ສຽວ​ເຟິງ​ໄດ້​ແຕ່ງ​ດົນຕີ​​ເສບ​ດ້ວຍ​ເຄ່ືອງ​ດົນຕີ​ຊົນ​ເຜົ່າ​ປະມວນ​ໜຶ່ງດ້ວຍ​ຄວາມ​ຈູບ​ຈ້າວ​ທີ່ສຸດ, ຕົວຢ່າງ​ຄື ດົນຕີ "ຕ້ອນຮັບ​ແຂກ" ​ເຊິ່ງຄົບ​ຂັນ​ໄປ​ດ້ວຍ​ສຽງສີຕີ​ເປົ່າ​ອັນ​ຟົດ​ຟື້ນ​ທີ່​ສຸດ ​ແລະດົນຕີ "ຜູ່ຂາຍຂອງ​ມາ​ຮອດ​ບ້ານ​​ພູດ​ອຍ" ​ເສບ​ດ້ວຍ​ປີ່​ແຕ້​ທີ່​ມີ​ບັນຍາກາດມ່ວນ​ຊື່ນເປັນຕົ້ນ, ດົນຕີ​ເຫຼົ່ານີ້​ເຄີຍ​ນິຍົມ​ກັນຢ່າງ​ກວ້າງຂວາງຢູ່​ທຸກ​ບ້ານ​ທຸກ​ຫຼັງ​ເຮືອນ.

ຕໍ່​ໄປ​ເຊີນ​ຟັງ​ດົນຕີ "ຢາງ​ກຸ້ຍ​ເຟີ​ຍ" ​ແປ​ວ່າ "ນາງ​ຢາງສະໜົມ​ເອກ​" ​ເສບ​ສະ​ຫຼັບ​ດ້ວຍ​ຊໍອູ້.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ຕອນ​ທີ​ໜຶ່ງ​ຂອງ​ດົນຕີ​ເສບ​ສະຫຼັບດ້ວຍຊໍອູ້ "ນາງຢາງ​ສະໜົມ​​ເອກ", ດົນຕີ​ນີ້​​ເຕັມ​ໄປ​ດ້ວຍ​ບັນຍາກາດ​ທີ່​ມີ​ຊີວິດ​ຊີວາ​ແລະ​ສົດ​ຊື່ນ, ທຳນອງໄຫຼຄ່ອງ​ຕ້ອງ​ຫູ​ແລະລະບາຍ​ອາ​ລົມ, ​ອັນໄດ້​ວາດ​ພາບ​ນາງ​ຢາງສະໜົມ​​ເອກ​ ຄົນ​ງາມ​ປະຈຳ​ເມືອງ.

ທີ່​ຟັງ​ມານັ້ນ​ແມ່ນ​ດົນຕີ​ເສບ​ສະຫຼັບດ້ວຍຊໍອູ້ "ຢາງ​ກຸ້ຍ​ເຟີ​ຍ" ​ແປ​ວ່າ "ນາງ​ຢາງສະໜົມ​ເອກ​" ​ແຕ່ງ​ໂດຍ​ທ່ານ​ຈາງ​ສຽວ​ເຟິງ.

ບົດ​ດົນຕີ​ຂອງ​ທ່ານ​ຈາງ​ສຽວ​ເຟິງມີ​ໂຄງ​ຄວາມຄຶດອັນ​ໃໝ່​ອ່ຽມ ​ຮູບ​ໂສມ​ສົດ​ໃສ ທຳນອງ​ມ່ວນຈັບ​ໃຈ ມີ​​ຊີວິດ​ຊີວາ​ກະ​ຕຸ້ນ​ໃຈ​ຄົນ. ​ເພິ່ນ​ເຄີຍ​ໄປ​ຈັດ​ງານ​ດົນຕີ​ຢູ່​ສິງກະ​ໂປ ຮົງ​ກົງ​ແລະຊຽງ​ໄຮ້​ແລະ​ເທື່ອ​ໃດ​ກໍໄດ້​ຮັບ​ຜົນສຳ​ເລັດ.

ບົດ​ດົນຕີຂອງ​ທ່ານ​ຈາງ​ສຽວ​ເຟິງ​ໄດ້​ຄຳນິງ​ເຖິງ​ທຳນອງ​ອັນ​ຄ່ອງ​ງາມ​ ​ແລະ​ສົນ​ໃຈ​ນຳຜູ່​ຊົມ. ​ເວລາ​ສະ​ແດງ​ຢູ່​ສິງກະ​ໂປ​ ຜູ່​ຊົມ​ໄດ້​ຕີ​ລາຄາ​ວ່າ ຈັ່ງ​ແມ່ນ​ຄືສາຍ​ນ້ຳອັນ​ສົດ​ໃສ​ຂອງ​ດົນຕີ​ພື້ນ​ເມືອງ​ຈີນ​ແທ້ໆ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ​ເສບ​ສະຫຼັບດ້ວຍຊໍ​ອູ້ "ຊີ​ຊືສິງ" ​ແປວ່າ "ຄວາມ​ຮັກ​ຂອງ​ນາງ​ຊີ​ຊື" ​ແຕ່ງ​ໂດຍ​ທ່ານ​ຈາງ​ສຽວ​ເຟິງ. ​ໃນ​ສະ​ໄໝ​ຍຸດທະ​ຈັກ​ຊຸນ​ຊິວ​​ເມື່ອ 2000 ກວ່າ​ປີກ່ອນ, ​ເມືອງ​​​ເຢະຖືກ​ເມືອງອູ​ຜາບ​ແພ້. ​ເພື່ອ​ແກ້​ແຄ້ນ, ​ເຈົ້າຊີວິດ​ເມືອງ​​ເຢະ​ໄດ້​ໃຊ້​ອຸ​ບາຍ​ນາງ​ງາມ, ຖວາຍ​ນາງ​ງາມ​ຊີ​ຊື​ໃຫ້​ເຈົ້າຊີວິດ​ເມືອງ​ອູ. ດົນຕີ​ນີ້​ໄດ້​ໃຊ້​ວິທີ​ການສະ​ແດງ​ແບບ​ຫຼິ້ນ​ລີ​ເກ, ວາດ​ພາບ​ນາງ​ຊີ​ຊືອາ​ໄລ​ອາວ​ອນ​ເຖິງບ້ານ​ເກີດ​ແລະ​ຄິດ​ຮອດ​ຄິດ​ເຖິງ​ພໍ່​ແມ່​ພີ່ນ້ອງ​ໃນ​ຍາມ​ພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງ​ນອນ.

​ແຕ່​ປີ 2001 ​ເປັນຕົ້ນມາ, ທ່ານ​ຈາງ​ສຽວ​ເຟິງ​ໄດ້ໄປ​ຈັດ​ງານ​​ເສບດົນຕີ​ທີ່​ທ່ານປະ​ດິດ​ແຕ່ງຢູ່​ສິງກະ​ໂປ​ໃນ​ທຸກ​ປີ​ຕາມ​ຄຳ​ເຊີນ, ງານ​ດົນຕີ​ກໍ​ໄດ້​ຮັບ​ຜົນສຳ​ເລັດທຸກ​ເທື່ອ, ​ແລະ​ໄດ້​ເຮັດ​ໃຫ້​​ດົນຕີ​ຊົນ​ເຜົ່າ​ຂອງ​ຈີນ​​ໄດ້​ຄວາມ​ນິຍົມຫຼາຍຢູ່​ແຫ່ງ​ນັ້ນ.

ຕອນມ້ວນທ້າຍຂອງລາຍການ​ພາກ​ນີ້, ​ເຊີນ​ຟັງ​ດົນຕີ​ເສບ​ດ້ວຍຊໍ​ອູ້ ທີ່​ຊື່ວ່າ "ຫິມະ​ໃນ​ເດືອນ 6" ​​ແຕ່ງ​ໂດຍ​ທ່ານ​ຈາງ​ສຽວ​ເຟິງ.

ດົນຕີນີ້​ແມ່ນທ່ານ​ຈາງ​ສຽວ​ເຟິງ​ແຕ່ງ​ຕາມ​ບົດ​ປະພັນ​ທີ່​ມີ​ຊື່​ສຽງ​ "​ໂຕ້​ວ​ເອີ​ຢ່ວນ" ​ແປ​ວ່າ "ນາງ​ໂຕ້​ວ​ເອີຖືກ​ຕູ່​ຫາ" ​ເຊິ່ງ​ແມ່ນ​ກວນ​ຮ້ານ​ຊິງ ນັກ​ແຕ່ງ​ລິ​ເກ​ຈີນ​​ແຕ່ງໃນ​ສະຕະວັດ​ທີ 13. ​ໃນ​ລິ​ເກ​ເລື້ອງ​ນີ້, ນາງ​​ໂຕ້​ວ​ເອີ​ ຄົນ​ໃຈບຸນຕົກ​​ທຸກ​ໄດ້​ຍາກ, ຖືກ​ຄົນ​ອີ​ເລ​ເກ​ນັງຂົ່ມ​ເຫັງ​ເຕັງ​ເຕັກ​ແລະຖືກ​ເຈົ້າຂຸນ​ມູນ​ນາຍ​ຫາ​ເລື້ອງ​ໃສ່ ​ໃນ​ທີ່​ສຸດ​​ຈົນ​ເສຍ​ຊີວິດ​​ໄປ​ໃນ​ຍາມ​ຍັງ​ໜຸ່ມ. ​ເມື່ອນາງ​ໂຕ້​ວ​ເອີ​ຕາຍ​ແລ້ວ, ​ມີ​ຫິມະ​ຕົກ​ໃນ​​ຍາມເດືອນ​ 6, ຊຶ່ງ​ເປັນ​ຍາມ​ຮ້ອນ​ທີ່​ຢືນຢັນ​ວ່າການ​ຕາຍ​ຂອງນາງ​ໂຕ້​ວ​ເອີ​ແມ່ນ​ຄົນຫາ​ເລື້ອງ​ໃສ່. ທ່ານ​ຈາງ​ສຽວ​ເຟິງ​​ໄດ້ໃຊ້​ທຳນອງ​ອັນ​ໂສກ​ເສົ້າອ້ອຍ​ອິ່ນ​ແລະ​ກະ​ຕຸ້ນ​ໃຈ​ຄົນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ແມ່ຍິງ​ຈີນ​ຜູ່​ໜຶ່ງ​​ມີ​ນ້ຳ​ໃຈ​ຕໍ່​ສູ້​ຕ້ານ​ຄືນ​ຢ່າງ​ທົນ​ທານ​ໜຽວ​ແໜ້ນ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ.