ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-07 23:11:41    
ຂ່າວ​ວິທະ​ຍຸ​ສາດ​ແລະ​ລູກ​ສອນ​ໄຟ​ລະ​ບົບ​ຊາງ​ເຈີງ

cri Author: da
ເຕັກ​ນິກ​ກ່ຽວ​ກັບ​ແຢນທີ່​ສາມາດ​ໃຊ້​ເຂົ້າ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ຜັກ​ເປື່ອຍ​ເນົ່າ

ແຕ່​ກ່ອນ,​ເຈົ້າ​ຫນ້າ​ທີ່​ຄົ້ນຄວ້າ​ໃນ​ສະ​ຖາ​ບັນຊີ​ວະ​ຊາດ​ກະສິກຳ​ຂອງ​ສິງກະ​ໂປ​ໄດ້​ຄົ້ນ​ພົບ​ການ​ໃຊ້​ເຕັກ​ນິກ​​ແຢນສາມາດ​ຕ້ານທານ​ໂລກ​ເປື່ອຍ​ເນົ່າ​ເຊິ່ງ​ເປັນ​ສັດຕູ​ກົກ​ຂອງ​ພືດ​ກະສິກຳ​ທີ່​ພາ​ໃຫ້​ຜັກ​ເນົ່າ​ນັ້ນຢ່າງ​ບັງ​ເກີດ​ຜົນ.

​ເຊື້ອ​ໂລກ​ທີ່​ພາ​ໃຫ້​ເກີດ​ໂລກ​ເປື່ອຍ​ເນົ່າກໍ​ຄື​ກັນ​ກັບ​ເຊື້ອ​ໂລກ​ຈຸ​ລັງ​ດຽວ​ແນວ​ອື່ນ,​ແມ່ນ​ອີງ​ໃສ່​ແບບ​ວິທີ​ສົ່ງ​ສັນຍານ​ພິ​ເສດ​ມາ​ດຳ​ເນີນ​ການ​ສື່ສານ,​ເຈົ້າຫນ້າ​ທີ່​ຄົ້ນຄວ້າ​ໄດ້​ຄົ້ນພົບ​ເຊື້ອ​ໂລກ​ຊະນິດ​ນີ້​ລະບາຍ​ວັດຖຸ​ໂມ​ເລ​ກູນນ້ອຍໆ​ເຊິ່ງ​ໃນ​ຊີວະ​ສາດ​ເພິ່ນ​ເອີ້ນ​ວ່າ​ເຄື່ອງ​ຫຼອກລໍ້,​ອັດຕະ​ໂນ​ມັດ,​ແລ້ວ​ໃຫ້​ມັນ​ປະສົມ​ປະສານ​ກັບ​ເຄື່ອງ​ຫຼອກລໍ້​ທີ່​ລະບາຍ​ເຊື້ອ​ໂລກ​ປະ​ເພດ​ດຽວ​ກັນ​ອອກ,​ແລ້ວ​ດູດ​ເຂົ້າຢູ່​ໃນ​ຈຸ​ລັງ​ຄືນ​ອີກ, ລະຫວ່າງ​ເຊື້ອ​ໂລກ​ແມ່ນ​ແລກປ່ຽນ​ສັນຍານ​ດ້ວຍ​ເຄື່ອງ​ຫຼອກລໍ້,​ເມື່ອ​ເຄື່ອງ​ຫຼອກລໍ້​ສະ​ສົມ​ໄດ້​ຈຳນວນ​ອັນ​ແນ່ນອນ​ແລ້ວ,​ເຊື້ອ​ໂລກ​ກໍ​ຈະ​ຮັບ​ສັນຍານ​ທີ່​ວ່າ​ກຳລັງ​ພຽງພໍ,​ແລ້ວ​ຈຶ່ງ​ບຸກ​ເຂົ້າ​ຜັກ​ຢ່າງ​ຂະຫນາດ​ໃຫຍ່,ພາ​ໃຫ້​ຜັກ​ຍຸບ​ເນົ່ງລົງ, ​ຖ້າຈຳ​ນວນ​ເຄື່ອງ​ຫຼອກລໍ້​ມີ​ປະລິມານ​ບໍ່​ພຽງພໍ,​ເຊື້ອ​ໂລກ​ກໍ​ຈະ​ໄດ້​ຮັບ​ສັນຍານ​ທີ່​ວ່າ​ກຳລັງ​ບໍ່ພໍ,​ແລ້ວ​ພັກ​ລີ້​ຢູ່​ຊົ່ວຄາວ.

​ໂດຍ​ແນ່​ໃສ່​ຈຸດ​ພິ​ເສດ​ດັ່ງກ່າວ​ຂອງ​ໂລກ​ເປື່ອຍ​ເນົ່າ,​ເຈົ້າ​ຫນ້າ​ທີ່​ຄົ້ນຄວ້າ​ໄດ້​ຂ້ອນ​ເອົາ​​ແຢນທີ່​ຕ້ານ​ໂລກ​ເປື່ອຍ​ເນົ່າ​ອັນ​ບັງ​ເກີດ​ຜົນ​ນັ້ນຢ່າງ​ສຳ​ເລັດ​ຜົນ.ພວກ​ເພິ່ນ​ໄດ້​ປູກ​ແຢນຊະນິດ​ນີ້​ເຂົ້າ​ໃນ​ຜັກ,​ເຮັດ​ໃຫ້​ມັນ​ເກີດ​ປະ​ໂລ​ຕິ​ນອັນ​ພິ​ເສດ,ກຸກ​ກວນ​ຂະ​ບວນ​ວິວັດ​ແຫ່ງ​ການ​ສົງ​ສັນຍານ​ຂອງ​ເຄື່ອງ​ຫຼອກລໍ້​,ຫລີກ​ເວັ້ນຖັນ​ແຖວ​ເຊື້ອ​ໂລກ​ຂະຫຍາຍ​ຕົວ​ເຕີບ​ໃຫຍ່,​ແລ້ວ​ເຮັດ​ໃຫ້​ຜັກ​ສາມາດ​ຕ້ານ​ໂລກ​ເປື່ອຍ​ເນົ່າ​ໄດ້,​ແຕ່​ວ່າ,ປະ​ໂລ​ຕີນ​ອັນ​ພິ​ເສດ​ຊະນິດ​ນີ້​ຈະ​ມີ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຕໍ່​ຊີວະ​ຊາດ​ແນວ​ອື່ນ,ຫຼືບໍ່​ນັ້ນ,ຍັງ​ຈະ​ຄອງ​ຖ້າ​ໃຫ້​ເຈົ້າຫນ້າ​ທີ່​ຄົ້ນຄວ້າ​ຢືນຢັນ​ຕື່ນ​ອີກ.

ການ​ຄົ້ນ​ພົບ​ຈີ່​ເຂັບ​ແນວ​ຫນຶ່ງ​ທີ່​ມີ​ຕີນ​ຄູ່​ເປັນ​ເລກ​ຄູ່​ໃນ​ໂລກ​ເປັນ​ເທື່ອ​ທຳ​ອິດ

​ເຈົ້າຫນ້າ​ທີ່​ຄົ້ນຄວ້າ​ຜູ່​ຫນຶ່ງ​ໃນມະ​ຫາວິ​ທະຍາ​ໄລ​ຊັງ​ເຕີ​ລານ​ຂອງ​ອັງກິດ​ໄດ້​ຄົ້ນພົບ​ຈີ່​ເຂັບ​ແນວ​ຫນຶ່ງ​ທີ່​ມີ​ຕີນ 48 ຄູ່,ຕາມ​ເວົ້າ​ວ່າ,ທັງ​ນີ້​ແມ່ນ​ການ​ຄົ້ນພົບ​ຈີ່​ເຂັບ​ທີ່​ມີ​ຕີນ​ຄູ່​ເປັນ​ເລກ​ຄູ່,​ໃນ​ໂລກ​ເປັນ​ເທື່ອ​ທຳ​ອິດ,​ເຊິ່ງ​ເປັນ​ການຄົ້ນ​ພົບ​ຄັ້ງສຳ​ຄັນ​ໃນ​ດ້ານ​ການຄົ້ນຄວ້າ​ຈີ່​ເຂັບ​ໃນ​ສະຕະວັດ​ຫນຶ່ງ​ມາ​ນີ້.

​ເຈົ້າ​ຫນ້າ​ທີ່​ຄົ້ນຄວ້າ​ຜູ່​ນີ້​ແມ່ນ​ເຄ​ເທີນ ນັກ​ສຶກສາ​ປະລິນຍາ​ເອກ​ອາຍຸ​ພຽງ​ແຕ່ 22 ປີ, ລາວ​ເປັນ​ຜູ່​ເຕົ້າ​ໂຮມ​ຈີ່​ເຂັບ​ທີ່​ມີ​ຊື່​ສຽງ,​ເຄີຍ​ຍ່າງ​ທົ່ວ 3 ​ເກາະ​ຂອງ​ອັງກິດ​ໄດ້​ເກັບ​ໂຮມ​ຈີ່​ເຂັບ​ນັບ​ເປັນ​ພັນ​ໂຕ,ຍາມ​ໃດ​ກໍ​ຢາກ​ຮູ້​ວ່າ​ຍ້ອນ​ມູນ​ເຫດ​ຫຍັງ​ຈຶ່ງ​ພາ​ໃຫ້​ຈຳນວນ​ຕີນ​ຄູ່​ຂອງ​ຈີ່​ເຂັບ​​ແຕ່​ລະ​ຊະນິດ​ຕ່າງ​ກັນ ​ແລະ​ເປັນ​ຕີນ​ເລ​ກຄີກ​ຢູ່​ສະ​ເຫ​ນີ, ຕົວ​ຢ່າງ​ຄື​ເລກ​ສຸດ​ທ້າຍ​ແມ່ນ 1,3,5,7 ​ແລະ 9.
ຈີ່​ເຂັບ​ທີ່​ເພິ່ງ​ພາ​ອາ​ໃສ​ຢູ່​ໃນ​ຂອນ​ໂດກ​ແລະ​ຕາມ​ຫຼືບ​ຫີນ​ນັ້ນ​ແມ່ນ​ຈຳພວກ​ສັດ​ຫຼາຍ​ຕີນ ລຳຄີງ​ຂອງ​ມັນ​ປະກອບ​ດ້ວຍ​ຫຼາຍ​ປ້ອງ,​ແຕ່ລະ​ປ້ອງ​ມີ​ຕີນ​ຄູ່​ຫນຶ່ງ,​ໃນ​ສະຕະ​ວັດ​ຫນຶ່ງ​ມາ​ນີ້,​ແຫ່ງ​ຕ່າງໆ​ໃນ​ໂລກ​ໄດ້​ຄົ້ນ​ພົບ​ຈີ່​ເຂັບ​ລວມ​ສາມ​ພັນ​ກວ່າ​ຊະນິດ,ຈຳ​ນວນ​ຕີນ​ແມ່ນ​ແຕ່ 15 ຄູ່​ຮອດ 191 ຄູ່​ຕ່າງ​ກັນ,​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ງຶດ​ນັ້ນ​ແມ່ນ​ແຕ່​ກ່ອນ​ບໍ່​ເຄີຍ​ໄດ້​ຄົ້ນ​ເຫັນ​ຕີນ​ຈີ່​ເຂັບ​ເປັນ​ຈຳນວນ​ຄູ່​ຕີນ​ຄູ່​ຈັກ​ເທື່ອ.

ກໍ​ຍ້ອນ​ມູນ​ເຫດ​ດັ່ງກ່າວ​ນີ້​ເອງ​,ການຄົ້ນ​ພົບ​ຂອງ​ທ້າວ​ເຄ​ເທີນ ຈິ່ງ​ເຮັດ​ໃຫ້​ບັນດາ​ຜູ່​ຊ່ຽວ​ຊານ​ສົນ​ໃຈ​ທີ່​ສຸດ,​ທ່ານ​ສາ​ສະ​ດາ​ຈານ​ໂວ​ເລ​ສ໌. ອາ​ເຊີ ຫົວ​ຫນ້າ​ສູນ​ຊີວະ​ສາດ​ມະ​ຫາວິ​ທະ​ຍາ​ໄລ​ຊັບ​ເຕີ​ລານ​ກ່າວ​ວ່າ,​ການ​ຄົ້ນ​ພົບ​ຂອງ​ທ້າຍ​ເຄ​ເທີນ ຈະ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຕໍ່​ຈີ່​ເຂັບ​ຂອງ​ຄົນ​ທັງ​ຫຼາຍ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ທ້າວ​ເຄ​ເທີ ​ເອງ​ກໍ​ໄດ້​ສະ​ເຫນີ​ການ​ຄົ້ນ​ພົບ​ໃຫມ່​ຂອງ​ຕົນ​​ໃນ​ກອງ​ປະຊຸມ​ວິຊາ​ການ​ສາ​ກົນທີ່​ຈັດ​ຂຶ້ນຢູ່​​ໂປ​ໂລຍ,​ຫມາກ​ຜົນ​ທີ່ກ່​ຽວ​ຂ້ອງ​ໄດ້​ລົງ​ພິມ​ໃນ​ວາ​ລະ​ສານ​ທິດ​ຂະ​ຫຍາຍ​ຂອງ​ວິທະ​ຍາ​ສາດ​ກຳ​ມະພັນ​ສະບັບ​ຫຼ້າ​ສຸດ.

ລູກ​ສອນ​ໄຟ​ຊາງ​ເຈີງ​ເປັນ​ລະບົບ​

ຊາວ​ຈີນ​ເອົາ​ໄດ້​ຄົ້ນ​ຄວ້າ​ແລະ​ເຮັດ​ລະບົບ​ສູກ​ສອນ​ໄຟ​ຊາງ​ເຈີງ​ໂດຍ​ຕົນ​ເອງ,​ແລະ​ໄດ້​ເລີ່​ມຍິງ​ສົ່ງ​ເທື່ອ​ທຳ​ອິດ​ແຕ່​ປີ 1970 ມາ​ຮອດ​ປັດ​ຈຸບັນ,​ເຊິ່ງ​ໄດ້​ມີ​ປະຫວັດ​ມາ​ເກືອບ 30 ປີ​ແລ້ວ,​ແລະ​ຍັງ​ຄົງ​ຮັກສາ​ລະດັບ​ກ້າວ​ຫນ້າ​ຢູ່​ໃນ​ໂລກ.

ວັນ​ທີ 24 ​ເມສາ ປີ 1970 ,ລູກ​ສອນ​ໄຟ​ຍານ​ສົ່ງ​ຊາງ​ເຈີງ​ ​ເລກ​ຫນຶ່ງ,​ເຊິ່ງ​ເປັນ​ລູກ​ສອນ​ໄຟ​ຊາງ​ເຈີງ ຫນ່ວຍ​ທຳ​ອິດ​ຂອງ​ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ທີ່​ຊາວ​ຈີນ​ເປັນ​ຜູ່​ຄົ້ນ​ຄວ້າ​ແລະ​ເຮັດ​ໂດຍ​ຕົນ​ເອງ​ຫນ່ວຍ​ທຳ​ອິດ​ຂຶ້ນ​ສູ່ອະວະ​ກາດ​ຢ່າ​ງສຳ​ເລັດ​ຜົນ.ຕໍ່​ມາ 20 ກວ່າປີ​,ຊາວ​ຈີນ​ກໍ​ຄົ້ນຄວ້າ​ເຮັດ​ສຳ​ເລັດ​ແລະ​ນຳ​ໃຊ້​ລູກ​ສອນ​ໄຟ​ຍານ​ສົ່ງ 9 ຊະນິດ.

ຕາມ​ຄຸນ​ປະ​ໂຫຍ​ດນຳ​ໃຊ້,ລະ​ບົບ​ລູກ​ສອນ​ໄຟ​ຊາງ​ເຈີງ ຕົ້ນຕໍ​ແມ່ນ​ແບ່ງ​ອອກ​ເປັນ​ສາມ​ປະ​ເພດ:​ຫນຶ່ງ​ແມ່ນ​ລະບົບ​ລູກ​ສອນ​ໄຟ​ຊາງ​​ເຈີງ ​ເລກ​ສອງ​ທີ່​ໃຊ້​ໃນ​ການ​ຍິງ​ສົ່ງ​ດາວ​ທຽມ​ໂຄຈອນ​ຕ່ຳ,ຕົວ​ຢ່າງ​ຄື:ລູກ​ສອນ​ໄຟ​ຊາງ​ເຈີງ ​ເລກ​ສອງ​ເຊ( C ) ປະ​ເພດ​ດັດ​ແກ້​ທີ່​ຍິງ​ສົ່ງດາວ​ທຽມ​ໂທລະ​ຄົມ​ໂຄຈອນ​ຕ່ຳ​ຂອງ​ບໍລິສັດ​ໂມ​ໂຕ​ໂຣລາ​ອາ​ເມ​ລິ​ກາ​ທີ່​ຫາ​ກໍ່​ດຳ​ເນີນ​ທຸລະ​ການ,​ລູກ​ສອນ​ໄຟ​ຊາງ​ເຈີງ ​ເລກ​ສອງ ​ເຊ (C )ທີ່​ໃຊ້​ໃນ​ການຍິງ​ສົ່ງ​ດາວ​ທຽມ​ແບບ​ກັບ​ຄືນ​ມາ​ໄດ້​ແລະ​ອື່ນໆ,​ສອງ​ແມ່ນ​ລະບົບ​ລູກ​ສອນ​ໄຟ​ຊາງ​ເຈີງ ​ເລກ​ສາມ​ທີ່​ໃຊ້​ໃນ​ການ​ຍິງ​ສົ່ງ​ດາວ​ທຽມ​ໂຄຈອນ​ສູງ​ກໍ​ຄື​ໂຄຈອນ​ທີ່​ມີ​ຈັງຫວະ​ໄວ​ທໍ່​ກັນ​ກັບຈັງ​ຫວະ​ຫມູນ​ຂອງ​ຫນ່ວຍ​ໂລກ,ອີງ​ຕາມ​ກຳລັງ​ຊຸກ​ດັນ​ທີ່​ຕ່າງ​ກັນ,ລະ​ບົບ​ລູກ​ສອນ​ໄຟ​ຊາງ​ເຈີງ ​ເລກ​ສາມ​ແບ່ງ​ເປັນ​ສອງ​ປະ​ເພດ​ຄື​ປະ​ເພດ​ອາ​ແລະ​ເບ,​ໃນ​ນັ້ນປະ​ເພດ​ຫຼ້າສຸດ​ກໍ​ຄື​ກຳລັງ​ຊຸກ​ດັນ​ແຮງ​ກວ່າ​ຫມູ່​ແມ່ນ​ປະ​ເພດ​ເບ,ມັນ​ສາມາດ​ຍິງ​ສົ່ງ​ດາວ​ທຽມ​ໂທລະ​ຄົມ​ຂະຫນາດ​ໃຫຍ່ທີ່​ຫນັກ 5 ​ໂຕນ 3 ຂຶ້ນສູ່​ໂຄ​ຈອນທີ່​ມີ​ຈັງຫວະ​ໄວ​ທໍ່​ກັນ​ກັບ​ຈັງ​ຫວະ​ຫມູນ​ຂອງ​ຫນ່ວຍ​ໂລກ,​ສາມ​ແມ່ນ​ລູກ​ສອນ​ໄຟ​ຊາງ​ເຈີງ ​ເລກ​ສີ່​ທີ່​ໃຊ້​ໃນ​ການ​ຍິງ​ສົ່ງ​ດາວ​ທຽມ​ໂ​ຄຈອນ​ທີ່​ມີ​ຈັງຫວະ​ດຽວ​ກັນ​ກັບ​ດວງ​ຕາ​ເວັນ​ເຊັ່ນ​ດາວ​ທຽມ​ອຸຕຸນິ​ຍົມ​ເປັນຕົ້ນ.

ປະຈຸ​ບັນ,​ໃນ​ຄອບ​ຄົວ​ລະບົບ​ຊາງ​ເຈີງ,ຊາງ​ເຈີງ​ເລກ​ສາມ​ເບ ຊາງ​ເຈີງ​ເລກ​ສອງ​ແບບ​ຜູກ​ຕິດ​ພ້ອມ​ທັງ​ຊາງ​ເຈີງ ​ເລກ​ສອງ​ເຊ​ແລະ​ປະ​ເພດ​ດັດ​ແກ້​ແມ່ນ​ຊະນິດ​ຕົ້ນຕໍ.

ນັບ​ມາ​ຮອດ​ປະຈຸ​ບັນ,ລະບົບ​ລູກ​ສອນ​ໄຟ​ຊາງ​ເຈີງ ຂອງ​ຈີນ​ໄດ້​ຍິງ​ສົ່ງດາວ​ທຽມ 58 ​ເທື່ອ​ມາ​ແລ້ວ,ຕັ້ງ​ແຕ່​ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ການ​ຄ້າ​ສາກົນ​ເທື່ອ​ທຳ​ອິດຢ່າງ​ສຳ​ເລັດ​ຜົນ​ມາ​ນີ້,ລູກ​ສອນ​ໄຟ​ຊາງ​ເຈີງ​ກໍ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ການ​ຄ້າ 23 ​ເທື່ອ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ການ​ຄ້າ​ສຳ​ເລັດ 25 ຫນ່ວຍ,​ແລະ​ໄດ້​ໃຫ້​ບໍລິ​ການ​ບັນທຸກ​ດາວ​ທຽມ 6 ​ເທື່ອ​ແກ່​ຜູ່​ນຳ​ໃຊ້​ສາກົນ,​ໃນ​ເກືອບ 10 ປີ​ມາ​ນີ້,ລູກ​ສອນ​ໄຟ​ຊາງ​ເຈີງ ​ໄດ້​ໃຫ້​ບໍລິ​ການ​ຍິງ​ສົ່ງ​ໃຫ້​ຝຼັ່ງ,ປາ​ກີ​ສະຖານ​,ອົສ​ຕຣາລີ ຊູ​ແອັດ ອາ​ເມ​ລິ​ກາ ຍີ່​ປຸ່ນ ຟິລິປິ​ນ ​ເຢຍລະ​ມັນ ​ເບຣຊິນ​ແລະ​ປະ​ເທດ​ອື່ນໆ​,ກວມ 7-9% ​ໃນ​ຕະຫຼາດ​ຍິງ​ສົ່ງ​ສາກົນ,​ດາວ​ທຽມ​ການ​ຄ້າ​ທີ່​ໃຊ້​ລູກ​ສອນ​ໄຟ​ຊາງ​ເຈີງ ຍິງ​ສົ່ງ​ນັ້ນສາ​ມາດ​ປົກ​ຄຸມ​ຮ້ອຍ​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ອາຊີ,​ເອີ​ລົບ ທະ​ວີບອາ​ເມ​ລິ​ກາ​ແລະ​ທະວີບ​ອົກ​ເຊ​ອາ​ນີ ພວມ​ບໍລິ​ການ​ໂທລະ​ຄົມ​ໃຫ້​ແກ່​ໂລກ 75% .

ທ່ານ​ຈັງ​ສີນ​​ເຊຍ ປະທານ​ບໍລິສັດ​ອຸດສາ​ຫະກຳ​ຊາງ​ເສີງ​ຈີນ​ທີ່​ຮັບຜິດ​ຊອບ​ບໍ​ລິ​ການ​ຍິງ​ສົ່ງ​ໃຫ້​ຕ່າງປະ​ເທດ​ຂອງ​ຈີນ​ຊີ້​ອອກ​ວ່າ,​ໃນ​ຕະຫຼາດ​ສາກົນ,ຈະ​ແມ່ນ​ລະດັບ​ເຕັກ​ນິກ,​ຄວາມ​ສອດ​ຄ່ອງ​ກັບ​ຕະຫຼາດ,​ຄວາມ​ໄວ້​ວາງ​ໃນ​ໄດ້,ຫຼື​ຈະ​ແມ່ນ​ລາຄາ​ແລະ​ມາດ​ຖານ​ບໍລິ​ການ,​ລູກ​ສອນ​ໄຟ​ຊາງ​ເຈີງ​ລ້ວນ​ແຕ່​ມີ​ຄວາມ​ສາມາດ​​ແກ່ງ​ແຍ່ງ​ອ່າວ​ແຂງ.ລະບົບ​ລູກ​ສອນ​ໄຟ​ຊາງ​ເຈີງ​ສາມາດ​ຕອບ​ສະ​ຮອງ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງ​ການ​ຍິງ​ສົ່ງ​ດາວ​ທຽມ​ທຸກ​ຊະນິດ​ໃນ​ໂລກ​ໃນ​ສະ​ເພາະ​ໜ້າ​ແລະ​ໃນ​ອະນາ​ຄົດ.