ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-08 08:45:09    
ຂະ​ບວນ​ວິ​ວັດ​ສະ​ຕະ​ວັດ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ແຜ່ນ​ສຽງ​ຂອງ​ຈີນ​(ສຽງ)

cri Author: huachunmei

ແຕ່​ປີ 1904 ມາ​ຮອດ​ປັດ​ຈຸ​ບັນ, ​ຂະ​ແໜງ​ການ​ແຜ່ນ​ສຽງ​ຂອງ​ຈີນ​ໄດ້​ເດີນ​ທາງ​ຄົດ​ໆ​ລ້ຽວ​ໆ​ມາ​ຮ້ອຍ​ປີ. ​ນະ​ທີ່​ນີ້, ​ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຂະ​ບວນ​ວິ​ວັດ​ສະ​ຕະ​ວັດ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ແຜ່ນ​ສຽງ​ຂອງ​ຈີນ​ສູ່​ຟັງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ງິ້ວ​ປັກ​ກິ່ງ​ທີ່​ຊື່​ວ່າ: ​ຍົກ​ໝໍ​ສາມ​ຂາ​ຊົມ​ຮູບ​ແຕ້ມ. ​ນີ້​ແມ່ນ​​ແຜ່ນ​ສຽງ​ແຜ່ນ​ທຳ​ອິດ​ຂອງ​ຈີນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ. ​ປັດ​ຈຸ​ບັນ, ​ແຜ່ນ​ສຽງ​ນີ້​ແມ່ນ​ທ່ານ​ລິວ​ຕີງ​ຊູນ ນັກ​ສະ​ສົມ​ເຄື່ອງ​ຝ່າຍ​ພົນ​ລະ​ເຮືອນ​ຜູ້​ໜຶ່ງ​ຂອງ​ທຽນ​ສິນ​ມ້ຽນ​ໄວ້.

ທ່ານ​ຈ້າວ​ຕ້າ​ຊີ​ນ ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ບໍ​ລິ​ສັດ​ແຜ່ນ​ສຽງ​ຈີນ​ສະ​ເໜີ​ວ່າ: "ຕາມ​ເອ​ກະ​ສານ​ທີ່​ພວກ​ເຮົາ​ເກັບ​ກຳ​ໄວ້: ​ແຜ່ນ​ສຽງ​ແຜ່ນ​ທຳ​ອິດ​ທີ່​ຈີນ​ອັດ​ຈຳ​ໜ່າຍ​ນັ້ນ​ແມ່ນ​ແຜ່ນ​ສຽງ​ງິ້ວ​ປັກ​ກິ່ງ. ​ຍ້ອນ​ວ່າ​ແຜ່ນ​ສຽງ​ກ່ອນ​ໝູ່​ຂອງ​ຈີນ​ສ່ວນ​ຫລາຍ​ແມ່ນ​ງິ້ວ​ປັກ​ກິ່ງ,​ ສະ​ນັ້ນ​ແມ່ນ​ເລີ່ມ​ອັດ​ຈຳ​ໜ່າຍ​ແຜ່ນ​ສຽງ​ງິ້ວ​ປັກ​ກິ່ງ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ໆ​ອັດ​ຈຳ​ໜ່າຍ​ດົນ​ຕີ​​ສະ​ໄໝ​ນິ​ຍົມ​ເປັນ​ຕົ້ນ, ​ແຕ່​ນັ້ນ​ມາ, ​ແຜ່ນ​ສຽງ​ຈີນ​​ໄດ້​ເລີ່ມ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ.

​​ໃນ​ໄລ​ຍະ​ເລີ່ມ​ຕົ້ນ, ​ຂະ​ແໜງ​ການ​ແຜ່ນ​ສຽງ​ຂອງ​ຈີນ​ຍັງ​ບໍ່​ທັນ​ຈໍ່​ຕົວ​ເປັນ​ຂະ​ໜາດ, ບັນ​ດາ​ບໍ​ລິ​ສັດ​ແຜ່ນ​ສຽງ​ພຽງ​ແຕ່​ອັດ​ສຽງ​ຢູ່​ຈີນ​ທໍ່​ນັ້ນ, ​ການ​ອັດ​ເປັນ​ແຜ່ນ​ສຽງ​ຍັງ​ຕ້ອງ​ສຳ​ເລັດ​ຢູ່​ຕ່າງ​ປະ​ເທດ. ​ຂະ​ແໜງ​ການ​ແຜ່ນ​ສຽງ​ຂອງ​ຈີນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ແມ່ນ​ໃນ​ຊຸມ​ປີ 30 ສະ​ຕະ​ວັດ​ທີ່​ແລ້ວ,​ ຄຽງ​ຄູ່​ກັບ​ໄທ​ເມືອງ​ຈີນ​ຮັບ​ເອົາ​ແລະ​ນິ​ຍົມ​ແຜ່ນ​ສຽງ​ຂອງ​ຈີນ, ​ຂະ​ແໜງ​ການ​ແຜ່ນ​ສຽງ​ແຫ່ງ​ຊາດ​ຈີນ​ໄດ້​ຄ່ອຍ​ໆ​ຈໍ່​ຕົວ​ຂຶ້ນ​ເປັນ​ລະ​ບົບ​ຂະ​ແໜງ​ການ​ງານ​ເຊິ່ງ​ລວມ​ທັງ​ບໍ​ລິ​ສັດ​​ໃຫຍ່​ທີ່​ອັດ​ຈຳ​ໜ່າຍ​ແຜ່ນ​ສຽງ​ສາມ​ແຫ່ງ ຄື​, ບໍ​ລິ​ສັດ​ປາຍ​ຕ້າຍ ​ບໍ​ລິ​ສັດ​ເຊີ້ງ​ລີ້​ແລະ​ບໍ​ລິ​ສັດ​ຕ້າ​ຈົ່ງ​ຮວາ, ​ພ້ອມ​ດ້ວຍ​ບໍ​ລິ​ສັດ​ແຜ່ນ​ສຽງ​ນ້ອຍ 10 ກວ່າ​ແຫ່ງ.

ພາຍ​ຫລັງ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່​ເມື່ອ​ປີ 1949 ​ແລ້ວ, ​ພາ​ລະ​ກິດ​ແຜ່ນ​ສຽງ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ. ປີ 1957, ​ປະ​ເທດ​ຈີນ​ໃໝ່​ໄດ້​ສ້າງ​ສຳ​ນັກ​ງານ​ແຜ່ນ​ສຽງ​ຈີນ ​ເຊິ່ງ​ເປັນ​ອົງ​ການ​ອັດ​ຈຳ​ໜ່າຍ​ແຜ່ນ​ສຽງ​ແຫ່ງ​ທຳ​ອິດ​, ພາຍ​ຫລັງ​ມາ​ໄດ້​ປ່ຽນ​ຊື່​ເປັນ​ບໍ​ລິ​ສັດ​ແຜ່ນ​ສຽງ​ຈີນ. ​ເມື່ອ​ຮອດ​ປີ 1979, ​ສຳ​ນັກ​ງານ​ແຜ່ນ​ສຽງ​ຈີນ​ໃນ​ຖານ​ເປັນ​ສຳ​ນັກ​ງານ​ອັດ​ຈຳ​ໜ່າຍ​ແຜ່ນ​ສຽງ​ພຽງ​​ແຫ່ງ​ດຽວ​ຂອງ​ຈີນ, ​ໄດ້​ຮັບ​ຜົນ​ງານ​ທີ່​ເປັນ​ໜ້າ​​ເອກ​ອ້າງ ​ເຊິ່ງ​ໄດ້​ອັດ​ແຜ່ນ​ສຽງ 2 ໝື່ນ 1 ພັນ​ກວ່າ​ຊະ​ນິດ, ​ແລະ​ຈຳ​ໜ່າຍ​ແຜ່ນ​ສຽງ 260 ລ້ານ​ແຜ່ນ. ​ພາຍ​ລຸນ​ມາ, ​ບໍ​ລິ​ສັດ​ແຜ່ນ​ສຽງ​ຈີນ​ຍັງ​ໄດ້​ອັດ​ຈຳ​ໜ່າຍ​ແຜ່ນ​ສຽງ​ຢາງ​ເບົາ​ທີ່​ຜະ​ລິດ​ດ້ວຍ​ຢາງ​ປຼາ​ສ໌​ເຕັກ​ສີ​. ​ທ້າຍ​ຊຸມ​ປີ 70 ສະ​ຕະ​ວັດ​ທີ່​ແລ້ວ, ​ຍັງ​ໄດ້​ອັດ​ແຜ່ນ​ສຽງ​ສະ​ເຕ​ລີ​ໂອ.

1  2