ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-08 09:24:01    
UFO ​ແມ່ນ​ຫຍັງ?

cri

ວັນ​ທີ 24 ມິຖຸນາ​ປີ 1947  ທ່ານ​ອານັກ​ທຸລະ​ກິດ​ອາ​ເມ​ລິ​ກາ​ໄດ້​ຂັບ​ຍົນ​ທີ່​​ເຮັດເອງ​ ບິນ​ຢູ່​ທ້ອງ​ຟ້າ​ເຖິງ​ພູ​ເລ​ເນຍ​ລັດ​ວໍ​ຊິງ​ຕັນ.​ມື້​ນັ້ນ ທ້ອງຟ້າ​ປອດ​ໂປ່​ງ ບັງ​ເອີ​ນທ່ານ​ໄດ້​ປະກົດ​ເຫັນມີ​ສິ່ງ​ບິນຢູ່​ທ້ອງຟ້າ ​ເປັນ​ຄືຮູບ​ຈານ​ສີຂາວ 9 ຈານ​ປະກົດ​ຢູ່​ພາກ​ເຫນືອ,​ເກາະ​ກັນ​ແບບ​ຕ່ອງ​ໂສ້  ບິນ​ສູ​ງ​ຫ່າງ​ຈາກ​ຫນ້າດິນ​ປະມານ 3 ພັນ 600 ​ແມັດ ​ຈາກ​ພາກ​ເຫນືອບິນ​ໄປຫາ​ພາກ​ໃຕ້  ຈານ​ສີຂາວ​ດັ່ງກ່າວ​ມີ​ເສັ້ນ​ຜ່າ​ກາງ​​ປະ​ມານ 20 ​ແມັດ ບິ​ນ​ໄວເຖິງ 2700 ກິ​ໂລ​ແມັດຕໍ່ຊົ່ວ​​ໂມງ  ​ໄວຈົນ​ຫນ້າ​ຕື່ນ​ຕົກ​ໃຈ​ທີ່​ສຸດ.ທ່ານ​ອາ​ນົດ​ເວົ້າ​ວ່າ ທ່ານ​ໄລ່​ບໍ່​ທັນ​ເລີຍ ພວກ​ມັນ​ອາດ​ຈະ​ມາ​ຈາກອະວະກາດ​ຊັ້ນ​ນອກ,​ຈານ​ບິນ​ທີ່​ບໍ່​ຮູ້​ມາ​ແຕ່​ໃສ​​ເຫຼົ່າ​ນີ້ ,ທ່ານ​ອາ​ນົດ​ເອີ້ນວ່າ ​ຈານ​ບິນ​ຄື FLYING SAUCER


ຫຼັງ​ຈາກ​ປະກາດ​ຂ່າວ​ນີ້​ແລ້ວ  ​ໄດ້​​ບັນລື​ຢູ່​ອາ​ເມ​ລິ​ກາຢ່າງ​ແຮງ​ທີ່​ສຸດ,ດ້ວຍ​ເຫດ​ນີ້​ຈຶ່ງ​ຖືວັນ​ທີ 24 ມິຖຸນາ​ໃນ​ແຕ່ລະ​ປີ​ເປັນ​ວັນ​ລະ​ລຶກຈານບິນ​.​ຈານ​ບິນ​ທີ່​ບໍ່​ຮູ້​ມາ​ແຕ່​ໃສ​ຫຼື​ຍັງ​ບໍ່​ຮູ້​ວ່າ​ມັນ​ແມ່ນ​ຫຍັງ ຍ້ອນ​ວ່າບໍ່​ສາມາດໃຊ້​ວິທີວິທະຍາສາດ​ຫຼື​ປະກົດ​ການ​ທຳ​ມະ​ຊາດ​ມາ​ຕົກລົງວ່າ​ມັນ​ແມ່ນ​ຫຍັງ​ແທ້,ຄົນ​ທັງຫຼາຍ​ຈຶ່ງ​ເອີ້ນມັນ​ວ່າ UFO,ທີ່​ຈິງ​ແລ້ວ ຈານບິນ​​ຫມາຍ​​ເຖິງ​ວ່າ​ເພາຫະນະ​ທີ່​ບິນ​ຢູ່​ໃນ ຈັກກະວານ​ທີ່ຂັບ​ຂີ່​ໂດຍ​ມະນຸດ​ປະລະ​ໂລກ,ປັດຈຸ​ບັນ ມະນຸດ​ຍັງ​ຖື​ທ່າ​ທີ​ສົງ​ໄສ​ຕໍ່​ມະນຸດ​ປະລະ​ໂລກ.ສະ​ນັ້ນ UFO ກໍ​ລວມທັງຈານບິນ ​ແຕ່​ຈານບິນພັດ​ບໍ່​ທໍ່​ກັບວ່າ UFO


ບັນດາ​ຜູ່​ຊ່ຽວຊານ​ອີງ​ຕາມ​ປະ​ເພດ UFOທີ່​ຕ່າງ​ກັນ  ​ແລ້ວຂ້ອນ​ໂຮມ​​ເອົາ​ຈຸດ​ພິ​ເສດ​ທີ່​ຕ່າງ​ກັນຂອງ​ຢູ່​ໂຟ​ເປັນ 6 ດ້ານດັ່ງ​ລຸ່ມ​ນີ້:


ຫນຶ່ງ ຄວາມ​ໄວ​ລະ​ເລ່ຍ​ໄວ​ທີ່​ສຸດ ມາ​ບໍ່​ເຫັນ​ເງົາ ​ໄປ​ບໍ່​ເຫັນ​ສົ້ນ ບາງທີປະກົດ​ຕົວກະທັນ​ຫັນ  ​ແລ້ວ​ຫັບ​​ເສຍ​ຫາຍ​ໄປ​ກະທັນ​ຫັນ


ສອງ:​ ໄຟຟ້າ​ແມ່​ເຫຼັກທີ່​​ເກີດ​ຂຶ້ນຈາກ​ຈານ​ບິນ​ສາມາດທຳ​ລາຍ​ອາກາດ ​ໃນ​ເວລາ​ຈານບິນ​ປະກົດ​ຕົວ ພວກ​ມັນ​ສາມາດ​ເຄື່ອນ​ໄຫວ​ຢ່າງບໍ່​ມີ​ສຽງ​ແລະ​ບໍ່​ມີສິ່ງຂັດຂວາງ​ໄດ້


ສາມ:ຢູ່​ອ້ອມ​ຂ້າງ​ມີ​ສະຫນາມ​ແມ່​ເຫຼັກ​ຢ່າງ​ຮຸນ​ແຮງ ສາມາດ​ເຮັດ​ໃຫ້​ລົດຍົນ​ຈັກມອດ ​ເຂັມທິດ​​ເຕົ້ນ​ໂລ​ເລ ສຽງວິທະຍຸ​ຮັບບາດ​ສະບັ້ນ ​ໂທລະພາບ​ຖືກ​ລົບ​ກວນ​​ແລະ​ລະບົບ​ໄຟຟ້າ​ຕິດ​ຂັດ​ເປັນຕົ້ນ   ສີ່:ຈະ​​​​ເຮັດ​ໃຫ້​ແສງ​ສີ​ຕ່າງໆ​ເຊັ່ນ ສີ​ແດງ ສີ​ສົ້ມ ສີ​ເຫຼືອງ ສີຂຽວ​ແລະ​ສີ​ອິດ​ ​ປ່ຽນ​ແປງ​​ເລື້ອຍງ

1  2