ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-08 09:40:06    
ຄວາມ​ຮູ້​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກ(ສຽງ)

cri

ວັນນະ​ໂຣກ​ເຄີຍ​ເຮັດ​ໃຫ້​ວົງ​ການ​ແພດສາດ​ຈົນ​ປັນຍາ​ສຸດ​ວິ​ໄສ​ໃນ​ຊົ່ວ​​ໄລຍະ​ໜຶ່ງ,ຈົນ​ຮອດ​ວັນ​ທີ 24 ມີນາປີ 1882,ທ່ານ​ໂລ​ເບີດ ຄອກ ນັກ​ຈຸລິນ​ຊີ​ວິທະຍາ​ທີ່​ມີ​ຊື່​ສຽງຂອງ​ໂລກ,​ນັກ​ແພດສາດ​ຂອງ​ເຢຍລະ​ມັນຈຶ່ງ​ໄດ້​ປະກາດ​ວ່າ"​​ເຊື້ອ​ວັນນະ​ໂຣກແມ່ນ​​ແມ່​ພະຍາດ​ກົກທີ່ພາ​ໃຫ້​ເປັນ​ວັນນະ​ໂຣກ",ຈາກ​ນັ້ນ​ມາການ​ຄວບ​ຄຸມ​ວັນນະ​ໂຣກຈຶ່ງກາຍ​ເປັນ​ເລື່ອງ​ທີ່​ເປັນ​ໄປ​ໄດ້.


ເພື່ອ​ລະ​ລຶກການຄົ້ນພົບ​ທີ່​ຍິ່ງ​ໃຫຍ່​ດັ່ງກ່າວ,ພ້ອມ​ກັນນັ້ນ ກໍ​​ເພື່ອ​ໃຫ້​ສາທາລະນະ​ຊົນ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ວັນນະ​ໂຣກ,ປີ 1982 ອົງການ​ອະນາ​ໄມ​ໂລກ​ພ້ອມ​ກັນສະຫະພັນ​ວັນນະ​ໂຣກ​ແລະ​ພະຍາດ​ປອດ​ສາກົນ​ໄດ້​ກຳນົດ​ເອົາ​ວັນ​ທີ 24 ມີນາຂອງ​ທຸກໆ​ປີ​ເປັນ"ວັນ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກຂອງ​ໂລກ".

ວັນນະ​ໂຣກ​ແມ່ນ​ພະຍາດ​ໜຶ່ງ​ທີ່​​ເປັນ​ໄພ​ຮ້າຍ​ແຮງ​ທີ່​ສຸດຕໍ່​ສຸຂະພາບ​ຂອງ​ມະນຸດ​​ເຮົາ​​ໃນ​ປະຫວັດສາດ. ມັນ​ເຄີຍ​ລະບາດ​ຢ່າງ​ກວາງຂວາງ​​ໃນ​ທົ່ວ​​ໂລກ,​ໄດ້​ເຮັດ​ໃຫ້​ຄົນ​ນັບ​ບໍ່​ຖ້ວນ​ເສຍ​ຊີວິດ​ຍ້ອນ. ພາຍຫຼັງຊຸມ​ປີ 50 ສະຕະວັດ​ທີ 20 ​,ຄຽງຄູ່​ກັບການປະດິດ​ສ້າງ​ຢາ​ຕ້ານ​ວັນນະ​ໂຣກ​ແລະ​ນຳ​ໃຊ້​​ໂດ​ຍທົ່ວ​ໄປ,ທ່ວງທ່າ​ວັນນະ​ໂຣກລະບາດ​​ໄດ້​ຖືກ​ຄວບ​ຄຸມ​ໃນ​ລະດັບ​ໃດ​ໜຶ່ງ, ​​ແຕ່​ໃນຫຼາຍປີ​ມາ​ນີ້ ຍ້ອນ​ມູນ​ເຫດ​ຕ່າງໆ,ວັນນະ​ໂຣກ​ໄດ້​ມີ​ຮ່ອງຮອຍ​ກຳ​ເລີບ​ຂຶ້ນ, ​ເຖິງ​ວ່າ​ຄົນ​ທັງຫຼາຍ​​ເຄີຍ​ໄດ້​ຍິນ​ຊື່​ພະຍາດນີ້​ເລື້ອຍໆ​ກໍ​ຕາມ,​ແຕ່​ພັດ​ບໍ່​ຄ່ອຍ​ເຂົ້າ​ໃຈຄວາມ​ຮູ້​ແກນ​ກາງ​ໃນ​ການ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກ,ອັນ​ໄດ້​ກະທົບກະ​ເທືອ​ນ​ເຖິງ​ຜົນ​ການ​ປ້ອງ​ກັນ​ແລະ​ປົວ​ວັນນະ​ໂຣກ. ຄັນຊັ້ນ ວັນນະ​ໂຣກ​ແມ່ນ​ພະຍາດ​ແນວ​ໃດແທ້?


ວັນນະ​ໂຣກ​ແມ່ນ​ພະຍາດ​ຕິດ​ແປດ​ແບບ​ຊຳ​ເຮື້ອ​ທີ່​ເປັນ​ຍ້ອນ​​​ເຊື້ອ​ວັນນະ​ໂຣກ.​​ເຊື້ອ​ພະຍາດ​ດັ່ງກ່າວ​ອາດ​ຈະລ່ວງ​ລ້ຳ​ເຂົ້າ​​ອະ​ໄວ​ຍະ​ວະ​ຕ່າງໆ​​ໃນ​ຮ່າງກາຍ,​ແຕ່​ຕົ້ນຕໍ​ແມ່ນ​ລ່ວງ​ລ້ຳ​ເຂົ້າປ​​ອດ,​ເອີ້ນ​ວ່າ​ວັນນະ​ໂຣກປອດ. ​​ເຊື້ອ​ພະຍາດວັນນະ​ໂຣກ​​ເລື່ອນລອຍ​ຢູ່​ຕາມ​ອາກາດ,ມັນ​ທົນ​ອາກາດ​ຮ້ອນ,ທົນ​ອາກາດ​ໜາວ,ທົນ​ເຊື່ອມ​ກັດ,​ຈະ​ຂ້າ​ມັນ​ຖິ້ມ​ຢ່າງ​ເຖິງ​ພອງ​ຮາບ​ຄາບ​ບໍ່​ແມ່ນ​ງ່າຍ. ​ໃນ​ຜູ້​ເປັນ​ປອດ​ແຫ້ງນັ້ນ,ມີ​ສ່ວນ​ໜຶ່ງ​ຕິດ​ແປດ​ໃຫ້​ຜູ້​ອື່ນ​ໄດ້,ດ້ວຍການ​ໄອ,ຈາມ,ຄາດ​ຂີ້ກະ​ເທີ່​ເປັນຕົ້ນ, ​ເຊື້ອ​ພະຍາດ​ວັນນະ​ໂຣກຈະ​ຖືກ​ລະບາຍອອກ​ຈາກ​ຮ່າງກາຍ,​ໃນ​ຂະນະ​ນີ້ ຖ້າ​ຄົນ​​ແຂງ​ແຮງ​ຫາຍ​ໃຈ​ສືບ​ເອົາ​ເຊື້ອ​ພະຍາດ​ວັນນະ​ໂຣກ​ເຂົ້າ​​ໄປໃນ​ປອດ,ກໍ​ອາດ​ຈະ​ຕິດ​ແປດ​ແມ່​ພະຍາດ,​ແຕ່​ຍ້ອນ​ວ່າ​ຮ່າງກາຍ​ຄົນ​ເຮົາ​ມີ​ພູມ​ຕ້ານທານ​ອັນ​ແນ່ນອນ,ສະນັ້ນ ກໍບໍ່​ແມ່ນ​ວ່າຄົນ​ທີ່​ສຳຜັດເຊື້ອ​ພະຍາດ​ວັນນະ​ໂຣກທັງ​ໝົດ​ລ້ວນ​ແຕ່​ຈະ​ຕິດ​ແປດ ພະຍາດ,ການຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​ເປັນ​ພະຍາດປອດ​ແຫ້ງ​ລັກສະນະ​ຕິດ​ແປດ​ສາມາດ​ຕິດ​ແປດ​ໃຫ້ 10 ຮອດ 15 ຄົນ​ໃນ​ປີ​ໜຶ່ງ,ສ່ວນປັດຈຸບັນ ​ໃນ​ໂລກ​ນີ້​ມີ​ຄົນ​ເກືອບ 1 ສ່ວນ 3 ​ໄດ້​ຕິດ​​ແປ​ດ​ເຊື້ອ​ວັນນະ​ໂຣກ. ​ໂດຍ​ທົ່ວ​ໄປ​ແລ້ວ,ຫຼັງຈາກຕິດ​​ເຊື້ອ​ໂຣກນີ້​ແລ້ວ ມັນ​ອາດ​ຈະ​ຝັງ​ຕົວ​ໄວ້​ກ່ອນ,ບໍ່​ແມ່ນ​ຈະ​ມີ​ອາຫານ​ເກີດ​ຂຶ້ນທັນທີ,ມີ​ແຕ່​ໃນ​ຍາມ​ຕົວ​ພູມ​ຕ້ານ​ທານ​ຂອງ​ຕົນ​ເຈັບ​ອ່ອນ​ລົງ,ຈຶ່ງ​ກາຍ​ເປັນ​ວັນນະ​ໂຣກ​ໄດ້. ວັນນະ​ໂຣກປອດກໍ​ແມ່ນ​ວັນນະ​ໂຣກຊະນິດ​ໜຶ່ງ​ທີ່​ຄົນ​ເປັນຫຼາຍ.


ເວົ້າສຳລັບ​ຄົນ​ທຳ​ມະ​ດາ​ແລ້ວ,ຄວນ​ມີູ​ຄວາມ​ຮູ້​​ໃນ​ດ້ານ​ໃດ​ແດ່​ກ່ຽວ​ກັບວັນນະ​ໂຣກ​?


ທ່ານ​ຕວນມູຮົງ​ຈິນ ທີ່​ປຶກສາ​ຂອງ​ຄະນະທີ່ປຶກສາ​ຂອງ​ຜູ້​ຊ່ຽວຊານ​ດ້ານ​ວັນນະ​ໂຣກຂອງ​ກະຊວງ​ສາທາລະນະ​ສຸກ​ຈີນ​ເວົ້າວ່າ"ຂ້າພະ​ເຈົ້າຮູ້ສຶກ​ວ່າ​ຕ້ອງມີ​ຄວາມ​ຮູ້​ສອງ​ຂໍ້,ໜຶ່ງ​ແມ່ນ​ອາການ​ຂອງ​ວັນນະ​ໂຣກ​​ເປັນ​ແນວ​ໃດ,ຖ້າ​ຫາກ​ໄອມີ​ຂີ້ກະ​ເທີ່ 3 ອາທິດ​ຂຶ້ນ​ໄປບໍ່​ເຊົາ,ຫຼືວ່າ​ໃນ​ຂີ້ກະ​ເທີ່​ມີ​​ເສັ້ນເລືອດຄົນ​ເຈັບປະ​ເພດ​ນີ້​ຄວນ​ລະວັງຄວນ​ສົງ​ໄສ​ວ່າ​ແມ່ນ​ເປັນ​ວັນນະ​ໂຣກປອດຫຼື​ບໍ່. ອາການ​ອື່ນໆ​ທີ່​ມັກ​ເປັນ​ທົ່ວ​ໄປຍັງ​ມີ: ຖື​ຄີງ​ໄຂ້​ແຕ່​ອຸນຫະພູມ​ບໍ່​ສູງຫຼາຍ,​ມີເຫື່ອ​ໄຄ​ຄ້າວ​ໃນຍາມ​ກາງຄືນ,​ອ່ອນ​ເພຍ​ເປ້ຍຫຼ່ອຍ,ນ້ຳໜັກ​ເບົາ​ລົງ​ເປັນຕົ້ນ.


ທ່ານ​ເວົ້າວ່າ,ບໍ່​ວ່າ​ຜູ້​ໃດ​ຖ້າ​ເກີດ​ມີ​ອາການທີ່​ເປັນ​ໜ້າ​ສົງ​ໄສ​​ເປັນ​ວັນນະ​ໂຣກ,ກໍ​ຄວນ​ໄປ​ກວດ​ຢູ່​ໂຮງໝໍ​ໃນ​ທັນທີ,ປັດຈຸບັນ ວິທີ​ກວດ​ຕົ້ນຕໍ​ແມ່ນ​ກວດກາ​ຂີ້ກະ​ເທີ່​ຂອງ​ຄົນ​ເຈັບ​ແລະຊ່ອງ​ແອກ​ສ໌​ເລປອດ.

ສິ່ງ​ທີ່​ຕ້ອງ​ລະວັງ​ແມ່ນ,​ເຖິງ​ວ່າ​ວັນນະ​ໂຣກກະດູກ,ວັນນະ​ໂຣກ​ເຍື້ອສະໝອງ​ເປັນຕົ້ນບໍ່​ຕິດ​ແປດ​,​ແຕ່​ວັນນະ​ໂຣກປອດ​ບາງ​ຊະນິດ​ທີ່​ມີ​ທົ່ວ​ໄປ​ພັດ​ຕິດ​ແປດ. ​ມີ​ແຕ່​ຜູ້​ທີ່​ເປັນ​ວັນນະ​ໂຣກປອດ​ທີ່ກວດ​ພົບ​​ເຊື້ອ​ວັນນະ​ໂຣກໃນ​ຂີ້ກະ​ເທີ່​ນັ້ນຈຶ່ງ​ຕິດ​ແປດ,​ໃນ​ເວລາຄົນ​ເຈັບ​ເຫຼົ່ານີ້​ໄອ,ຈາມ​ແລະ​ເວົ້າ​ສຽງ​ດັງໆນັ້ນ ນ້ຳລາຍ​ຂອງ​ເຂົາ​ຈະຟັງໃສ່​ໜ້າ​ຂອງ​ຜູ້​ອື່ນ,ຜູ້​ຖືກ​ນ້ຳລາຍ​ຂອງ​ຄົນ​ເຈັບ​​ກໍ​ອາດ​ຈະ​ຕິດ​ແປດ​​ໄດ້.


ນອກຈາກຜູ້​ເປັນ​ວັນນະ​ໂຣກສ່ວນ​ໜ້ອຍທີ່​ລື້ງ​ຢາຫຼາຍຊະນິດປົວບໍ່​ຫາຍແລ້ວ,ວັນນະ​ໂຣກສ່ວນຫຼາຍທີ່​ສຸດ​ແມ່ນ​ປົວ​ໃຫ້​ຫາຍ​ໄດ້. ​ແຕ່​ການ​ປົວວັນນະ​ໂຣກ​ໃຫ້​ດີ​ຢ່າງເຖິງ​ຖອງ​ແທ້ຕ້ອງ​ກິນ​​ເວລາ 6 ​ເດືອນຮອດ 8 ​ເດືອນ,​ແລະ​ຕ້ອງ​ໃຊ້​ຢາຫຼາຍຊະນິດ​ປົວ​ພ້ອມ​ກັນ,ຈຶ່ງ​ປົວ​ໃຫ້​ຫາຍ​ຢ່າງ​ເຖິງ​ຖອງ​ໄດ້. ດ້ວຍ​ເຫດ​ນີ້ ອົງການ​ອະນາ​ໄມ​ໂລກ​ຈຶ່ງໄດ້​ວາງ​ຍຸດ​ໂທ​ບາຍ​ຄວບ​ຄຸມ​ວັນນະ​ໂຣກຍຸກ​ປັດຈຸບັນ,ຮຽກຮ້ອງ​ໃຫ້​ຄົນ​ເຈັບ​ຕ້ອງ​ກິນ​ຢາຢູ່​ຕໍ່ໜ້າ​ນາຍ​ໝໍ​ຫຼືຜູ້​ພະຍາບານທຸກ​ເທື່ອ. ມີຄົນ​ເຈັບຫຼາຍຄົນຖື​ເບົາ​ພະຍາດ​ຫຼືຍ້ອນ​ຜົນ​ສະທ້ອນ​ທາງ​ລົບ​ຂອງ​ຢາພາ​ໃຫ້​ບໍ່​ສະບາຍແລ້ວ​ເຊົາ​ກິນ​ຢາ​​ເອົາ​ເອງ,ຈຶ່ງບໍ່​ໄດ້​ປິ່ນປົວ​ແບບ​ສະບັບ ຕາມຫຼັກວິທະ ຍາສາດ ,ກໍ​ອາດ​ຈະ​ພາ​ໃຫ້​ເກີດ​​ເຊື້ອພະຍາດ​ທີ່​ຕ້ານຢາ​,​ພາ​ໃຫ້​ປົວຍາກ​ຍິ່ງ​ຂຶ້ນ.

ສຸດ​ທ້າຍ,ຜູ້​ເປັນ​ວັນນະ​ໂຣກປອດ​ທີ່​ກວດແມ່​ພະຍາດໃນຂີ້ກະ​ເທີ່​ເປັນ​ໝາຍ​ບວກ​ທໍ່ນັ້ນຈຶ່ງ​ຕິດ​ແປດ. ​ເມື່ອ​ຜູ້​ປ່ວຍ​ເລີ່​ມປົວ​ດ້ວຍ​ຢາ​ຢ່າງ​ເປັນ​ຖືກຕ້ອງ​ແລ້ວ ​ເມື່ອ​ໄດ້ 2-3 ອາທິດ​ ກໍ​ຈະ​ບໍ່​ຕິດ​​ແປດ​ຜູ້​ອື່ນອີກ,​ແລະ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ສັງຄົມ​​ເປັນ​ປົກກະຕິ​ໄດ້.