|
![](/images/spacer.gif) |
(GMT+08:00)
2005-04-08 17:46:21
|
ທາງຫຼວງແຕ່ຄຸນມິງຫາບາງກອກຕອນລາວໄດ້ສ້າງພື້ນທາງສຳເລັດຢ່າງຮອບດ້ານໃນວັນທີ8ເມສາ
cri
Author: q
ຕາມຂ່າວວິທະຍຸແຂວງຢຸນນານຈີນ,ທາງຫຼວງແຕ່ຄຸນມິງຫາບາງກອກຕອນຜ່ານລາວທີ່ບໍລິສັດຂົວທາງຫຸ້ນສ່ວນແຂວງຢຸນນານຈີນຮັບເໝົາກໍ່ສ້າງນັ້ນໄດ້ສ້າງພື້ນທາງສຳເລັດຢ່າງຮອບດ້ານ ໃນວັນທີ8ເມສາ.ຄຸນນະພາບການກໍ່ສ້າງໄດ້ຮັບຄວາມຍ້ອງຍໍຈາກກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແລະອົງການປົກຄອງແຂວງຫຼວງນ້ຳທາແຫ່ງສ.ປ.ປ.ລາວ.
ທາງຫຼວງແຕ່ຄຸນມິງຫາບາງກອກຕອນຜ່ານລາວ, ຍາວ84ກິໂລແມັດ, ລັດຖະບານຈີນລົງທຶນ30ລ້ານໂດລາສະຫະລັດຊ່ອຍ ກໍ່ສ້າງ,ແມ່ນເສັ້ນທາງຕອນສຳຄັນຕອນໜຶ່ງຂອງທາງຫຼວງແຕ່ຄຸນມິງຈີນໄປຫາບາງກອກຂອງໄທ. ທາງຫຼວງແຕ່ຄຸນມິງຫາບາງກອກຕອນ ລາວຈະສ້າງສຳເລັດແລະເປີດໃຫ້ແລ່ນລົດໄດ້ກ່ອນວັນທີ30ພຶດສະພາ.
|
|
|