ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-09 17:57:22    
ອິສຣາ​ແອນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ປົກ​ປ້ອງ​ສຸ​ເຫຼົ່າ​ອິສ​ລາມ​ອັກ​ຊາ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ​ເມສາ ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງຊາດ​ປາ​ເລັສຕີນ​ກ່າວ​ວ່າ,​ເມື່ອ​ຝ່າຍ​ປາ​ເລັສຕີນ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ເຈົ້າໜ້າ​ທີ່​ອິສຣາ​ແອນຫຼາຍ​ເທື່ອ,ອິສຣາ​ແອນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວຫຼອນ​ໂຈມ​ຕີ​ໃດໆ​ທີ່​ແນ​ໃສ່​ສຸ​ເຫຼົ່າ​ອິສລາມ​ອັກ​ຊາ​​ເທິງ​ພູ​​ໂບດ​ເຢລູຊາ​ເລັມ.

​ເດືອນ​ແລ້ວ​ນີ້ ອົງການ​ຫົວ​ຈັດ​ປີກ​ຂວາ​ຂອງ​ອິສຣາ​ແອນ​ເຄີຍ​ເປີດ​ປ່າວ​ວ່າ,ຈະ​ຈັດ​ງານ​ໂຮມ​ຊຸມນຸມ​ທີ່​ມີ​ຫຼາຍພັນ​ຄົນ​ເຂົ້າຮ່ວມ​ຢູ່​ພູ​​ໂບດ​ເຢລູຊາ​ເລັມ​ໃນ​ວັນ​ທີ 10 ​ເມສາ.

​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ຫົວ​ຈັດ​ປີກ​ຂວາ​ສວຍ​ໂອກາດ​ໂຮມ​ຊຸມນຸມ​ໄປ​ຫຼອນ​ໂຈມ​ຕີ​ສຸ​ເຫຼົ່າ​ອິສລາມ​ອັກ​ຊາ ບ່ອນ​ສັກສິດ​ຂອງ​ອິສ​ລາມ​ເທິງ​ພູ​​ໂບດ,ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ນອງ​ເລືອດ​​ເທື່ອ​ໃໝ່​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສລາ​ແອນ,​ແລ້ວ​ກະທົບ​ກະ​ເທືອນ​ທ່ານ​ຊາ​ລອນ ນາຍົກ​ລັດຖະມົນຕີ​ອິສຣາ​ແອນ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າ​ຍດຽວ,ສະນັ້ນ ​ແຕ່​ວັນ​ທີ 8 ​ເມສາ​ເປັນ​ຕົ້ນມາ ຕຳຫຼວດ​ອິສຣາ​ແອນ​ໄດ້​ເລີ່ມ​ປະຕິບັດ​ພາລະ​ສຸກ​ເສີນ​ຢ່າງ​ຮອບດ້ານ​ຢູ່​ເຂດ​ເມືອງ​ເກົ່າ​ພາກ​ຕາ​ເວັນ​ອອກ​ເຢລູຊາ​ເລັມ.