ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-10 16:08:56    
ປະ​ເທດ​ອາ​ຊຽນຕັ້ງໜ້າ​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ 2

cri
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ວຽກ​ງານ​ກະກຽມ​ຈັດ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນຄັ້ງທີ 2 ວ່າ,ວຽກ​ງານ​ຊັກ​ຊວນ​ພໍ່ຄ້າ​ເຂົ້າຮ່ວມ​ງານ​ວາງ​ສະ​ແດງ​ຢູ່​ນອກ​ແດນ​ຂອງ​ງານ​ເອັກສ໌​ໂປ​ໄດ້​ດຳ​ເນີນ​ຢ່າງ​ຮອບດ້ານ​ໃນ​ທ້າຍ​ປີ​ກາຍ​ນີ້,ປັດຈຸບັນ ​ໄດ້​ຮັບ​ໝາກ​ຜົນ​ດີ​ສົມຄວນ​ຢູ່​ປະ​ເທດ​ອາ​ຊຽນ.

ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງທີ 2 ຈະ​ຈັດ​ຂຶ້ນຢູ່​ນານ​ນິງ ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ເດືອນ​ຕຸລາ​ປີ​ນີ້. ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ກັບ​ການ​ລົງທຶນ​ຈີນ​ອາ​ຊຽນປີ 2005 ກໍ​ຈະ​ຈັດ​ຂຶ້ນ​ໃນ​ເວລາ​ດຽວ​ກັນ. ຕາມ​ແນະນຳ​ວ່າ,ປະ​ເທດ​ອາ​ຊຽນ​ຕ່າງໆ​ເຊັ່ນ​ອິນ​ໂດ​ເນ​ເຊຍ,​ໄທ,ມາ​ເລ​ເຊຍ​ແລະ​ຫວຽດນາມ​ເປັນຕົ້ນ​ໄດ້​ກ່າວ​ວ່າ​ຈຳນວນ​ບ່ອນ​ວາງສະ​ແດງ​ບໍ່​ຕ່ຳ​ກວ່າ​ປີ​ກາຍ​ນີ້ຫຼືຈະ​ເພີ່ມ​ຂຶ້ນໜ້ອຍ​ໜຶ່ງ.