ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-10 17:37:33    
ບັນດາ​ຝ່າຍ​ປາ​ເລັສຕີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ອິສ​ຣາ​ແອນ​ຍິງ​​ເຍົາ​ວະ​ຊົນ​ປາ​ເລັສ​ຕີນ​ຕາຍ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 9 ​ເມສາ ບັນດາ​ຝ່າຍ​ຂອງ​ປາ​ເລັສຕີນ​ພາ​ກັນ​ໃຊ້​ຮູບ​ການ​ຕ່າງໆ,ກ່າວ​ປະນາມ​ຢ່າງຮຸນ​ແຮງ​ຕໍ່​​ເຫດການ​ທະຫານ​ອິສຣາ​ແອນ​ຍິງ​ເຍົາວະ​ຊົນ​ປາ​ເລັສຕີນ​ຕາຍ 3 ຄົນ​ໃນ​ວັນ​ທີ 9 ​ເມສາ.

ວັນ​ທີ 9 ​ເມສາ ທະຫານ​ອິສຣາ​ແອນ​ທີ່​ປະຈຳ​ຢູ່​ບ່ອນ​ຕໍ່​ແດນ​ລະຫວ່າງ​ພາກ​ໃຕ້​ຣາຟາ​ກັບ​ເອຢິບ​ໄດ້​ຍິງ​ເຍົາວະ​ຊົນ​ປາ​ເລັສຕີນ 3 ຄົນ​ທີ່​ພວມ​ເຕະບານ​ນັ້ນ​ໃຫ້​ຕາຍ. ນີ້​ແມ່ນ​ເຫດການ​ທະຫານ​ອິສຣາ​ແອນ​ຍິງ​ຊາວ​ປາ​ເລັສຕີນ​ໃຫ້​ຕາ​ຍລາຍ​ທຳ​ອິດ​​ແຕ່​ບັນດາ​ຝ່າຍປາ​ເລັສຕີນ​ປະກາດ​ຮັກສາ​ຄວາມ​ສະຫງົບ​ກັບ​ອິສຣາ​ແອນ​ເມື່ອ​ວັນ​ທີ 17 ມີນາ​ເປັນຕົ້ນມາ.

ຫຼັງຈາກ​ເກີດ​ເຫດການ​ແລ້ວ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້​ອອກ​ຖະ​ແຫຼງການ​ວ່າ,ນີ້​ເປັນ​ການ​ຕັ້ງ​ແກ້ງ​ທຳລາຍ​ຄວາມ​ສະຫງົບ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ.

ອົງການ​ຈີ​ຮັດ​ຂອງ​ປາ​ເລັສຕີນ​ກ່າວ​ວ່າ,ການ​ກະທຳ​ຂອງ​ທະຫານ​ອິສຣາ​ແອນ​ດັ່ງກ່າວ​ແມ່ນ​ການ​ກະທຳ​ຕ້ອງ​ໂທດ,ບັນດາ​ຝ່າຍ​ປາ​ເລັສຕີນ​ຄວນ​ໄຂ​ກອງ​ປະຊຸມ,ປະ​ເມີນ​ສະຖານະ​ການ​ປາ​ເລັສຕີນ​ອິສຣາ​ແອນ​ໃນ​ສະ​ເພາະ​ໜ້າ​ຄືນ​ໃໝ່,​ແຕ່​ປັດຈຸບັນ ອົງການ​ຈີ​ຮັດ​ຈະ​ສືບຕໍ່​ໂຄລົບ​ສັນຍາ​ຢຸດ​ຍິງ​ຕໍ່​ອິສຣາ​ແອນ.

ອົງການ​ຮາ​ມັສຂອງ​ປາ​ເລັສຕີນກ່າວ​ວ່າ,ຝ່າຍ​ອິສຣາ​ແອນ​ຕ້ອງ​ຫາບ​ແບກ​ໜ້າ​ທີ່​ຮັບຜິດຊອບ​ຕໍ່​ໂທດ​ກຳ​ຂອງ​ຕົນ. ກອງ​ພົນ​ນ້ອຍ​ກາ​ຊາມ ຝ່າຍ​​ທະຫານ​ທີ່​ສັງກັດ​ອົງການ​ດັ່ງກ່າວ​ຍັງ​ໄດ້​ຍິງ​ລູກປືນ​ໃຫຍ່​ທີ່​ເຮັດ​ເອງ​ໃສ່​ຈຸດ​ຕັ້ງຖີ່​ນຖານ​ຂອງ​ຊາວ​ຢິວຫຼາຍ​ແຫ່ງ​ໃນ​ແຖບ​ກາຊາ.