ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-10 18:17:30    
ງານ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ສາ​ກົນ​ຄຸນ​ມິງ​ຈີນ​ໄດ້​ເປີດ​ສາກ​ຢ່າງ​ຄຶກ​ຄື້ນ

cri Author: li


ຕາມ​ຂ່າວ CRI: ວັນ​ທີ 9 ​ເມສາ ງານ​ທ່ອງ​ທ່ຽວ​ວັດທະນະທຳ​ສາກົນ​ຄຸນ​ມິ​ງຈີນ​ປີ 2005 ​ໄດ້​ເປີດ​ສາກ​ຢູ່​ຄຸນ​ມິ​ງ ​ເມືອງ​ເອກ​ຂອງ​ແຂວງ​ຢູນນານ​ຈີນ.



ຕອນ​ຄ່ຳ​ວັນ​ທີ 9 ​ເມສາ ງານ​ລາຕີ​ຮ້ອງ​ແລະ​ຟ້ອນ​ທີ່​ຊື່ວ່າ"ນັດ​ພົບ​ຢູ່​ຢູນນານ"​ໄດ້​ຈັດ​ຂຶ້ນ,ອັນ​ໄດ້​ເປີດ​ສາກ​ງານ​ທ່ອງ​ທ່ຽວ​ວັດທະນະທຳ. ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະມົນຕີ​ສາທາ​ລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ຂອງ​ສະຖານທູດ​ແລະ​ສະຖານ​ກົງສູນ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ​ເຊັ່ນ​ອິນ​ໂດ​ເນ​ເຊຍ,​ໄທ​ແລະ​ຫວຽດນາມ​ເປັນຕົ້ນ​ປະຈຳ​ຈີນ​ກໍ​ໄດ້​ໄປ​ຕັດ​​ແຖບ​ຜ້າ​ໃຫ້​ງານ​ດັ່ງກ່າວ.



​ແຂວງ​ຢູນນານ​ຕັ້ງຢູ່​ພາ​ກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ມີ 26 ຊົນ​ເຜົ່າ​ຕັ້ງພູມລຳ​ເນົາ​ຢູ່,ມີ​ຊັບພະຍາ​ກອນ​ທ່ອງ​ທ່ຽວ​ມະນຸດ​ແລະ​ຊັບພະຍາ​ກອນ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ອັນ​ອຸດົມ​ສົມບູນ.



ຕາມ​ຊາບ​ວ່າ,ງານ​ທ່ອງ​ທ່ຽວ​ວັດທະນະທຳ​ສາກົນ​ຄຸນ​ມິ​ງຈີນ​​ໄດ້​ຈັດ​ຂຶ້ນ​​ເມື່ອ​ປີ 2000,ຮອດ​ປີ​ນີ້ ​​ແມ່ນ​ຄັ້ງທີ 6 ​ແລ້ວ. ມັນ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ສາກົນ​ທີ່​ສຳຄັນ​ກວ່າ​ໝູ່​ຂອງ​ແຂວງ​ຢູນນານ. ງານ​ທ່ອງ​ທ່ຽວ​ຄັ້ງນີ້​ຈະ​ກິນ​ເວລາ​ໜຶ່ງ​ເດືອນ. ​ໃນ​ໄລຍະ​ຈັດ​ງານ,ອົງການ​ປົກຄອງ​ນະຄອນ​ຄຸນ​ມິງພ້ອມ​ດ້ວຍ​ 15 ​ເຂດ​ແລະ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງຂອງ​ແຂວງ​ຢູນນານ​ຈະ​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ທີ່​ມີ​ຈຸດ​ພິ​ເສດຕ່າງໆ​ເຊັ່ນ​ການ​ທ່ອງທ່ຽວ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເປັນຕົ້ນ.

1  2