ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-11 13:33:39    
ທ່ານ​ຕົງ​ກົວ​ກັບ​ຫມາ​ໄນ

cri Author: sayvanny
ນິ​ທານ​ເລື່ອງ​ນີ້​ໄດ້​ບັນທຶກ​ໄວ້​ໃນ​ປື້ມ​ຊີ​ວະ​ປະ​ຫວັດ​ຕົງ​ທຽນ ​ແຕ່ງ​ໂດຍ​ມາ​ຈົງ​ຊີ​ສະ​ໄຫມ​ລາດ​ຊະ​ວົງ​ມິງ​ຂອງ​ຈີນ​ເມື່ອ​ສັດ​ຕະ​ວັດ​ທີ 13 ນິທານ​ນີ້​ໄດ້​ເລົ່າ​ເລື່ອງ​ຂອງ​ທ່ານ​ຕົງ​ກົວ​ນັກ​ສຶກ​ສາ​ຜູ່​ຫນຶ່ງ​ທີ່​ຮູ້​​ແຕ່​ອ່ານ​ຫນັງ​ສື,​ເປັນ​ຄົນ​ໂງ່​ຈ້າ​ທີ່​ສຸດ.

ມີ​ມື້​ຫນຶ່ງ,ທ່ານ​ຕົງ​ກົວ​ໄດ້​ຂີ່ລວາ​ໂຕ​ຫນຶ່ງ,​ເປ້​ຖົງ​ຫນ່ວຍ​ຫນຶ່ງ​ທີ່​ໃສ່​ເຕັມ​ແຕ່​ຫນັງສື​ເພື່ອ​ໄປ​ຫາ​ເປັນ​ເຈົ້າ​ເປັນ​ນາຍ​ຢູ່​ເມືອງ​ຫນຶ່ງ​ທີ່​ຊື່ວ່າ​ຈົງ​ຊານ.

​ໃນ​ທັນ​ໃດ,ມີ​ຫມາ​ໄນ​ໂຕ​ຫນຶ່ງ​ທີ່​ຖືກ​ບາດ​ເຈັບ​ແລ່ນ​ປົບ​ເຂົ້າມາ​ຫາ​ເພິ່ນ,ອ້ອນ​ວອນ​ຢ່າງ​ເປັນ​ຫນ້າ​ສົງ​ສານ​ວ່າ,ທ່ານ​ເອີຍ,ມີ​ຄົນ​ລ່າ​ເນື້ອ​ພວມ​ໄລ່​ຂ້າ​ຂ້ອຍ,​ເຂົາ​ໄດ້​ຍິງ​ທະນູ​ໃສ່​ຂ້ອຍ​ຈົນ​ຂ້ອຍ​ເກືອບ​ຕາຍ,ຂໍ​ໃຫ້​ທ່ານ​ເອົາ​ຂ້ອຍ​ເຊື່ອງ​ໄວ້​ໃນ​ຖົງ​ຂອງ​ທ່ານ​ແດ່,ຕໍ່​ໄປ​ພາຍ​ຫນ້າ,ຂ້ອຍ​ຫາກ​ຈະ​ຕອບ​ບຸນ​ແທນ​ຄຸນ​ເຈົ້າ​ດອກ.

ທ່ານ​ຕົງ​ກົວ​ແນ່ນອນ​ຮູ້​ວ່າ​ຫມາ​ໄນ​ແມ່ນ​ສັດ​ທີ່​ທຳຮ້າຍ​ຄົນ,​ແຕ່​ລາວ​ເຫັນ​ຫມາ​ໄນ​ໂຕ​ນີ້​ບາດ​​ເຈັບ​ເປັນ​ຫນ້າ​ສົງສານ​ທີ່​ສຸດ,ລາວ​ຄຶດ​ຄາວ​ຫນຶ່ງ ​ແລ້ວ​ເວົ້າ​ວ່າ,ຖ້າ​ຂ້ອຍ​ເຮັດ​ແນວ​ນີ້,ກໍ​ຈະ​ຜິດ​ໃຈ​ຜູ່​ລ່າ​ເນື້ອ,​ແຕ່​ໃນ​ເມື່ອ​ເຈົ້າ​ອ້ອນ​ວອນ​ຂ້ອຍ,ຂ້ອຍ​ກໍ່​ຕ້ອງ​ຊອກ​ຫາ​ວິທີ​ຊ່ອຍ​ເຈົ້າ,​ເວົ້າ​ແລ້ວ,ທ່ານ​ຕົງ​ກົວ​ກໍ​ໃຫ້​ຫມາ​ໄນ​ຂົດ​ໂຕ,​ແລ້ວ​ເອົາ​ເຊືອກ​ມັດ​ຫມາ​ໄນ​ໂຕ​ນີ້​ໄວ້,​ເພື່ອ​ໃຫ້​ໂຕ​ມັນ​ນ້ອຍ,ຈະ​ໄດ້​ເອົາມັນ​ຍັດ​ເຂົ້າ​ໃນ​ຖົງ​ໃສ່​ຫນັງສື​ຜ່ານ​ໄປ​ບືດ​ຫນຶ່ງ,ຄົນ​ລ່າ​ເນື້ອ​ໄດ້​ໄລ່​ນຳ​ມາ,​ແຕ່​ບໍ່​ເຫັນ​ຫມາ​ໄນ​ໂຕນັ້ນ,​ເລີຍ​ຖາມ​ທ່ານ​ຕົງ​ກົວ​ວ່າ,ທ່ານ​ໄດ້​ເຫັນ​ຫມາ​ໄນ​ບໍ່?ມັນ​ຫນີ​ໄປ​ທາງ​ໃດ?
ທ່ານ​ຕົງ​ກົວ​ເວົ້າວ່າ,ຂ້ອຍ​ບໍ່​ເຫັນ,ຢູ່​ນີ້​ມີ​ທາງ​ແຍກ​ຫຼາຍ​ທາງ,ມັນ​ອາດ​ຈະ​ປົບ​ໄປ​ທາງ​ອື່ນ​ແລ້ວ,ຄົ​ນລ່າ​ເນື້ອ​ເຊື່ອ​ຄວາມ​ເວົ້າຂອງ​ທ່ານ​ຕົງ​ກົວ,​ເລີຍ​ໄລ່​ນຳ​ໄປ​ທາງ​ອື່ນ.ຫມາ​ໄນ​ທີ່​ຂົດ​ຢູ່​ໃນ​ຖົງ​ພໍ່​ໄດ້​ຍິນ​ສຽງ​ຄົນ​ລ່າ​ເນື້ອ​ຂີ່​ມ້າ​ໄປ​ໄກ​ແລ້ວ,ມັນ​ກໍ່​ອ້ອນວອນ​ທ່ານ​ຕົງ​ກົວ​ວ່າ,ຊ່ອຍ​ແດ່,ປ່ອຍ​ໃຫ້​ຂ້ອຍ​ອອກ​ໄປ,​ໃຫ້​ຂ້ອຍ​ເອົາ​ຕົວ​ລອດ​ແດ່​ຖ້ອນ!ທ່ານ​ຕົງ​ກົວ​ຜູ່​ໃຈດີ,ຟັງ​ຄວາມ​ອ້ອນວອນ​ອັນມ່ວນ​ຫູຂອງ​ຫມາ​ໄນ​ໂຕ​ນີ້,ຄຶດ​ອີ​ຕົນ​ມັນ​ເລີຍ​ປ່ອຍ​ມັນ​ອອກ​ມາ,​ແຕ່​ບໍ່​ນຶກ​ເລີຍ​ວ່າ,ຫມາ​ໄນ​ພັດ​ແຜດ​ສຽງ​ໃສ່​ທ່ານ​ຕົງ​ກົວ​ວ່າ,ເຖິງ​ວ່າ​ເຈົ້າ​ໄດ້​ກອບ​ກູ້​ຊີວິດ​ຂ້ອຍກໍ່ຕາມ,​ແຕ່ບັດ​ນີ້,ຂ້ອຍ​ຫີ​ວຊິຕາຍ,​ເຈົ້​າ​ເປັນ​ຄົນ​ດີ​ອີກ​ເທື່ອ​ຫນຶ່ງ,​ໃຫ້​ຂ້ອຍ​ກິນ​ເຈົ້າສະ.

​ເມື່ອ​ເວົ້າ​ແລ້ວ,ຫມາ​ໄນ​ກໍ​ຫຼູບ​ໄປ​ສູ່​ທ່ານ​ຕົງ​ກົວ,ທ່ານ​ຕົງ​ກົວ​ໄດ້​ສູ້​ກັບ​ຫມາ​ໄນ​ໂຕ​ນີ້​ດ້ວຍ​ສອງ​ມືເປົ່າ,ທັງ​ຮ້ອງ​ດ່າ​ຫມາ​ໄນ​ວ່າ,ມັນ​ລືມ​ບຸນ​ລືມ​ຄຸນ.

​ໃນ​ຂະນະ​ນີ້,ພໍດີ​ມີ​ຊາວນາ​ຜູ່​ຫນຶ່ງ​ແບກ​ຈົກ​ຍ່າງ​ກາຍ​ມາ,ທ່ານ​ຕົງ​ກົວ​ຟ້າວ​ຈ່ອງລາວ​ໄວ້,​ແລ້ວ​ເລົ່າ​ໃຫ້​ລາວ​ຟັງ​ວ່າ​ໂຕ​ເອງ​ກອບ​ກູ້​ຊີວິດຂອງ​ຫມາ​ໄນ​ແນວ​ໃດ,​ແລ້ວ​ຫມາ​ໄນ​ລືມ​ບຸນ​ລືມ​ຄຸນ​ຈະ​ກິນ​ລາວ,ຂໍ​ໃຫ້​ຊາ​ວນາ​ຜູ່​ນີ້​ຕັດສິນ​ວ່າ​​ໃຜ​ຖືກ​​ໃຜ​ຜິດ,​ແຕ່​ຫມາ​ໄນ​ພັດ​ບໍ່​ຮັບ​ຮູ້​ວ່າ​ທ່ານ​ຕົງ​ກົວ​ກອບ​ກູ້​ຊີວິດ​ຂອງ​ມັນ,ຊາວນາ​ຄຶດ​ບຶກ​ຫນຶ່ງ​​ແລ້ວ ເວົ້າວ່າ,ຄວາມ​ເວົ້າຂອງ​ພວກ​ເຈົ້າ,ຂ້ອຍ​ບໍ່​ເຊື່ອ​ຈັກ​ຄົນ,ຖົງ​ນ້ອຍໆ​ຊ່ຳນີ້,ຈະ​ໃສ່​ຫມາ​ໄນ​ໂຕ​ບັກ​ໃຫຍ່​ໄດ້​ແນວ​ໃດ?​ ເອົາ​ໃສ່​ຄືນ​ໃຫ້​ຂ້ອຍ​ເບິ່ງດູ,ຂ້ອຍ​ຕ້ອງ​ເຫັນ​ກັບ​ຕາ,ຂ້ອຍ​ຈິ່ງ​ເຊື່ອ.

ຫມາ​ໄນ​ເຫັນ​ດີ​ແ​ລ້ວ,ມັນ​ກໍ່​ນອນ​ຂົດ​ລ່ອງ​ຫງ້ອງ,​ໃຫ້​ທ່ານ​ຕົງ​ກົວ​ເອົາ​ເຊືອກ​ມັດ​ມັນ​ຄືນ​ໃຫມ່​ແລ້ວ​ເອົາ​ໃສ່​ຖົງ​ແລ້ວໆ,ຊາວນາ​ກໍ​ມັດ​ປາກ​ຖົງ​ປຶ໊ກປັ໊ກ​ແລ້ວ,​ເວົ້ານຳ​ທ່ານ​ຕົງ​ກົວ​ວ່າສັດ​ເດຍລະສານ​ທີ່​ທຳຮ້າຍ​ຄົນ​ແນວ​ນີ້​ມັນ​ບໍ່ຫ່ອນຊິ​ປ່ຽນ​ສັນດານ​ຂອງ​ມັນ, ເຈົ້າ​ເມ​ຕາປາ​ນີຫມາ​ໄນ,ຈັ່ງ​ແມ່ນ​ຈ້າ​ແທ້,​ເວົ້າ​ແລ້ວ,ລາວ​ກໍ​ເອົາ​ຈົກ​ສັບ​ໃສ່​ຫມາ​ໄນ​ຈົນ​ມັນ​ຕາຍ,ທ່ານ​ຕົງ​ກົວ​ຈິ່ງ​ຊວາດ​ຮູ້​ເມື່ອ,ຂອບ​ອົກ​ຂອບ​ໃຈ​ຊາວນາ​ຊ່ອຍ​ເອົາ​ຊີວິດ​ລາວ​ໄວ້ປະຈຸ​ບັນ,ທ່ານ​ຕົງ​ກົວ​ກັບ​ຫມາ​ໄນ​ເມືອງ​ຈົງ​ຊານ​ໄດ້​ກາຍ​ເປັນ​ຄຳ​ສັບ​ອັນ​ມີຄວາ​ມຫມາຍ​ແນ່ນອນ​ໃນ​ພາສາ​ຈີນ,ທ່ານ​ຕົງ​ກົວ​ອຸປະ​ມາ​ຄົນ​ທີ່​ສົງສານ​ຜູ່​ອື່ນ​ໂດຍ​ບໍ່​ຈຳ​ແນ​ກຄົນ​ດີຄົນ​ຮ້າຍ,ຫມາ​ໄນ​ຈົງ​ຊານ​ອຸປະມາ​ຄົນ​ທີ່​ເນລະຄຸນ,ກົງ​ກັບ​ສຸພາສິດ​ລາວ ທີ່​ວ່າ​ກິນບົນ​ເຮືອນ ຂີ້​ຮວາດ​ຫຼັງຄາ.