ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-11 13:43:31    
ກ່ຽວ​ກັບ​ໂກຼນ

cri sayvanny
ເມື່ອ​ວັນ​ທີ 11 ມັງກອນ​ປີ​1998,ພວກ​ເຮົາ​ໄດ້​ແຈ້ງ​ຂ່າວ​ວ່າ,ທ່ານ​ກາ​ລິນ​ຕັນ ປະທາ ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ຕາ​ກົດຫມາຍ​ຫ້າມ​ດຳ​ເນີນ​ການ​ທົດ​ລອງ ​ໂກຼນ​ມະ​ນຸດ,ວັນ​ທີ 12 ມັງ​ກອນ,ສະ​ມາ​ຊິກ​ທຸກ​ຖ້ວນ​ຫນ້າ​ຂອງ​ສະພາ​ເອີ​ລົບ​ໄດ້​ຮຽກ​ໂຮມ​ກອງ​ປະ​ຊຸມ​ຈັນ​ຍາ​ທຳ​ແລະ​ສຸກ​ຂະ​ພາບ​ຂອງ​ເອີ​ລົບ​ຢູ່​ທີ່ປາລີ​​ແຫ່ງ​ປະ​ເທດຝຼັງ,​ໄດ້​ສະ​ເຫນີ​ອະ​ນຸ​ສັນ​ຍາ​ສະ​ບັບ​ຫນຶ່ງ​ທີ່​ເກືອດ​ຫ້າມ​ຢ່າງ​ຄັກ​ແນ່​ບໍ່​ໃຫ້​ໃຊ້​ເຕັກ​ໂນ​ໂລ​ຢີ​ໂກຼນ​ມາ​ຜະ​ລິດ​ຄົນ,​ໃນ​ຄາວ​ນັ້ນ, 19 ປະ​ເທດ​ເອີ​ລົບ​ໄດ້​ລົງ​ນາມ​ໃນ​ອະນຸ​ສັນຍາ​ດັ່ງກ່າວ.

​ເຕັກ​ໂນ​ໂລ​ຢີ​ໂກຼນ​ແມ່ນ​ຫຍັງ?​ເປັນ​ຫຍັງ​ມັນ​ຈຶ່ງ​ພາ​ໃຫ້​ໂລກ​ແຕກ​ຕື່ນ​​ແຮງ​ປານ​ນັ້ນ? ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ​ຕ້ອງ​ເວົ້າ​ມາ​ຕັ້ງ​ແຕ່​ຫົວ​ທີ.ຄື​ເມື່ອ​ເດືອນ​ກໍລະກົດ​ປີ 1996 ,ສະ​ຖາ​ບັນ​ຄົ້ນຄວ້າ​ລົສລິນ​ເອດິນ​ເບີກ​ແຫ່​ງອັງກິດ​ໄດ້​ແພ່​ເຊື້ອ​ແກະ​ນ້ອຍ​ໂຕ​ຫນຶ່ງ​ຊື່​"​ໂດ​ລີ "​ແບບ​ອະ​ເພດ​ຢ່າງ​ສຳ​ເລັດ​ຜົນ,ການ​ແພ່​ເຊື້ອ​ແບບ​ອະ​ເພດ​ທີ່​ເວົ້າ​ເມື່ອ​ກີ້​ນີ້,​ແມ່ນ​ຫມາຍ​ຄວາມ​ວ່າ,​ແກະ​ໂຕ​ຜູ່​ແລະ​ໂຕ​ແມ່​ບໍ່​ຕ້ອງ​ຮ່ວມ​ເພດ​ກັນ,​ແຕ່​ໃຊ້​ວິທີ​ວິທະຍາ ສາດ ດູດ​ເອົາ​ໂກຼ​ໂມ​ໂຊມ​ຄື​ຕົວ​ຍ້ອມ​ສີ​ທັງ​ຫມົດ​ໃນ​ຈຸ​ລັງ​ໄຂ່​ຂອງ​​ແກະ,​ແລ້ວ​ໄດ້​ຈຸ​ລັງ​ໄຂ່​ທີ່​ບໍ່​ມີ​ວັດຖຸ​ກຳມະພັນ​ໃຫມ່,ຈຸ​ລັງ​ໄຂ່​ດັ່ງກ່າວ​ເລີ່​ມ​ແຕກ​ອອກ​ແພ່​ເຊື້ອ​ກາຍ​ເປັນ​ຫນໍ່​ແຮ,​ເມື່ອ​ຫນໍ່​ແຮ​ເຕີບ​ໃຫຍ່​ຮອດ​ລະດັບ​ໃດ​ຫນຶ່ງ​ແລ້ວ​ຈຶ່ງ​ສົ່ງ​ເຂົ້າ​ໄປ​ປຸກ​ໃສ່​ໃນ​ມົດ​ລູກ,​ແກະ​ແມ່​ໂຕນັ້ນຈຶ່ງ​ຖືພາ​ຈົນ​ເກີດ​ແກະ​ນ້ອຍ​ທີ່​ຕັ້ງ​ຊື່​ໃຫ້​ວ່າ​"​ໂດ​ລີ"​ເຊິ່ງ​ເປັນ​ຕົວ​ແກະ​ທີ່​ລອກ​ແບບ​ຈາກ​ແກະ​ແມ່​ກາຍ 6 ປີ​ໂຕ​ນັ້ນ,ພາຍ​ຫລັງ​ມາ,ຄົນ​ທັງ​ຫຼາຍ​ເລີຍ​ເອີ້ນ​ແກະ​ທີ່​ລອກ​ແບບ​ອອກ​ມາ​ດັ່ງກ່າວ​ເປັນ​ແກະ​ໂກຼນຄື​ໃນ​ພາສາ​ອັງກິດ​ມີ​ຄວາມ​ຫມາຍວ່າ​ລອກ​ແບບ.

ຕາມ​ທ່ານ​ອິສ໌​ເວ​ວມົດ ຜູ່​ນຳພາ​ຫນ່ວຍ​ຄົ້ນຄວ້າ​ວິ​ທະ​ຍາ​ສາດ​ດັ່ງກ່າວ​ເວົ້າ​ວ່າ,ຈຸດ ປະ​ສົງ​ຂອງ​ພວກ​ທ່ານ​ໃນ​ການຄົ້ນຄວ້າ​ເຫນັງ​ຕີງ​ໄດ້​ຢ່າງ​ສະບາຍ,ມື​ທຽມ​ຊະ​ນິດ​ໃຫມ່​ດັ່ງ​ກ່າວ​ຈະ​ຜະລິດ​ອອກ​ເປັນ​ງວດ​ພາຍ​ໃນ ປີ​ນີ້,ທ່ານ​ກຼັສ ທີ່​ປຶກສາ​ໂຄງການ​ຄົ້ນຄວ້າ​ດັ່ງກ່າວ​ເວົ້າວ່າ,ນີ້​ພຽງ​ແຕ່​ແມ່ນ​ການ​ເລີ່​ມຕົ້ນ,ພວກ​ເຮົາ​ພວມ​ຄົ້ນຄວ້າ​ອອກ​ແບບ​ເຮັດ​ແນວ​ໃດ ​ເຮັດ​ໃຫ້​ຂໍ້ມື​ແລະ​ຂໍ້​ແຂນ​ຂອງ​ມື​ທຽມ​ເຫນັງ​ໄດ້,​ເພື່ອ​ໃສ່​ແຂນ​ທຽມ​ທີ່​ສາມາດ​ເຫນັງ​ຕີງ​ບ່າ​ໄຫຼ່​ໄດ້​ໃຫ້​ແກ່​ຄົນ​ແຂນ​ກຸດ​ເຫຼົ່ານັ້ນ.

ມື​ທຽມ​ຊະນິດ​ໃຫມ່​ນີ້ ​ເຫນັງ​ໄດ້​ແຕ່​ນີ້ວ​ໂປ້ ນີ້ວ​ກາງ​ກັບ​ນີ້ວກ້ອຍ,​ແຕ່​ມື​ທຽມ​ທີ່​ດັດ​ແປງ​ແລ້ວ​ນັ້ນ​ຈະ​ເຮັດ​ໃຫ້​ນີ້ວມື​ທັງ 5 ນີ້ວ​ເຫນັງ​ຕີງ​ໄດ້​ສະ​ບາຍ.