ແຕ່ບູຮານນະການມານີ້ ຈີນກໍ່ແມ່ນປະເທດທ່ີມີຫລາຍຊົນເຜົ່າທີ່ເປັນເອກະພາບ.ແຕ່ປະເທດຈີນໃຫມ່ສ້າງຕັ້ງຂຶ້ນມານີ້, ໂດຍຜ່ານການຈຳແນກລັດຖະບານກາງກຳນົດວ່າ, ຈີນລວມມີ 56 ຊົນເຜົ່າ. ເຜົ່າຮ້ານມີປະຊາກອນກວມສ່ວນຫລາຍທີ່ສຸດ, ອີກ 55 ຊົນເຜົ່າມີປະຊາກອນຫນ້ອຍ, ສະນັ້ນ ຖືກເອີ້ນເປັນເຜົ່າສ່ວນຫນ້ອຍ.
ຈຸດພິເສດຂອງການແຈກຢາຍເຜົ່າສ່ວນຫນ້ອຍຈີນແມ່ນ ຫລາຍຊົນເຜົ່າຕັ້ງພູມລຳເນົາຢູ່ທ້ອງຖິ່ນດຽວ, ຢູ່ຮ່ວມກັນຢ່າງສະຫລັກສະຊ້ອນກັນ.ເຂດເຜົ່າຮ້ານມີເຜົ່າສ່ວນຫນ້ອຍຕັ້ງພູມລຳເນົາ, ແຕ່ຢູ່ເຂດເຜົ່າສ່ວນຫນ້ອຍກໍ່ມີເຜົ່າຮ້ານດຳລົງຊີວິດຢູ່.ສະພາບການດັ່ງກ່າວນີ້ແມ່ນຈໍ່ຕົວຂຶ້ນຍ້ອນບັນດາຊົນເຜົ່າໄປມາຫາສູ່ກັນແລະຍົກຍ້າຍໄປມາໃນປະຫວັດສາດ,ເຖິງວ່າຈຳນວນປະຊາກອນເຜົ່າສ່ວນຫນ້ອຍຂ້ອນຂ້າງຫນ້ອຍ, ແຕ່ຊ້ຳພັດແຈກຢາຍຢູ່ເດິນແດນອັນກວ້າງຂວາງ.ບັນດາແຂວງ ເຂດປົກຄອງຕົນເອງແລະກຳແພງນະຄອນໃນທົ່ວປະເທດລ້ວນແຕ່ມີເຜົ່າສ່ວນຫນ້ອຍດຳລົງຊີວິດຢູ່, ໃນເມືອງສ່ວນຫລາຍທີ່ສຸດຂອງຈີນຢ່າງຫນ້ອຍມີສອງຊົນເຜົ່າຕັ້ງພູມລຳເນົາຢູ່. ເຜົ່າສ່ວຫນ້ອຍຈີນຕົ້ນຕໍແມ່ນແຈກຢາຍຢູ່ເຂດມົງໂກໃນ ເຂດຊິນຈ່ຽງ ເຂດນິງເຊຍ ເຂດກວາງຊີ ເຂດຕີເບດ ແຂວງຢຸນນານ ແຂວງກຸຍໂຈ່ວ ແຂວງສິງຫາຍ ແຂວງເຊສວນ ແຂວງການຊູ ແຂວງລຽວນິງ ແຂວງຈີລິນ ແຂວງຫູນານ ແຂວງຫູໄປ ແຂວງໄຫຫລຳແລະແຂວງໄຕ້ຫວັນ.ແຂວງຢຸນນານມີ 25 ຊົນເຜົ່າຕັ້ງພຸມລຳເນົາ ເຊິ່ງເປັນແຂວງທ່ີມີເຜ່ົາສ່ວນຫນ້ອຍຫລາຍກວ່າຫມູ່ຂອງຈີນ, ສ່ວນເຜົ່າຈວ້າງແມ່ນເຜົ່າສ່ວນຫນ້ອຍທີ່ມີປະຊາກອນຫລາຍກວ່າເພິ່ນູ່ໃນ 55 ຊົນເຜົ່າສ່ວນຫນ້ອຍຈີນ, ຕົ້ນຕໍຕັ້ງພຸມລຳເນົາຢູ່ແຂວງກວາງຊີ ,ຢູ່ແຂວງຢຸນນານ ແຂວງກຸຍໂຈ່ວແລະແຂວງຫູນານກໍ່ມີ, ອີງຕາມການສຳຫລວດປະຊາກອນຄັ້ງທີ 4 ໃນປີ 1990, ປະຊາກອນເຜົ່າຈວ້າງມີ 15 ລ້ານ 4 ແສນ 8 ຫມື່ນ 9 ພັນ 600 ຄົນ.
ກ່ອນສ້າງຕັ້ງສາທາລະນະລັດປະຊາຊົນຈີນ, ລັດຖະບານທຸກສະໄຫມຂອງຈີນເຖິງວ່າມີນະໂຍບາຍແລະລະບອບກ່ຽວກັບວຽກງານຊົນເຜົ່າ, ແຕ່ຢູ່ລະຫວ່າງຊົນເຜົ່າພັດບໍ່ມີຄວາມສະເຫມີພາບຈັກດີ້.ພາຍຫລັງສ້າງຕັ້ງສາທາລະນະລັດປະຊາຊົນຈີນແລ້ວ, ພັກແລະລັດໄດ້ວາງທິດທາງແລະນະໂຍບາຍແກ້ໄຂບັນຫາຊົນເຜົ່າຂອງຈີນທີ່ຖືກຕ້ອງແລະສອດຄ່ອງກັບສະພາບການຂອງຈີນຄື ນະໂຍບາຍສະເຫມີພາບລະຫວ່າງຊົນເຜົ່າ ນະໂຍບາຍຊົນເຜົ່າສາມັກຄີກັນ ນະໂຍບາຍເຂດຊົນເຜົ່າປົກຄອງຕົນເອງແລະນະໂຍບາຍທີ່ບັນດາຊົນເຜົ່າພ້ອມກັນພັດທະນາຈະເລີນຮຸ່ງເຮືອງ.ໃນຫລາຍສິບປີຫລັງສ້າງຕັ້ງປະເທດຈີນໃຫມ່, ບັນດາຊົນເຜົ່າຂອງຈີນໄດ້ສ້າງການພົວພັນຊົນເຜົ່າສັງຄົມນິຍົມທີ່ສະເຫມີພາບ ສາມັກຄີແລະຊ່ອຍເຫລືອເຊິ່ງກັນແລະກັນ,ຊົນເຜົ່າສ່ວນຫນ້ອຍທ່ີຖືກກົດຂີ່ຂູດຮີດແລະຖືກດູຫມີ່ນມາເປັນເວລາຍາວນານນັ້ນໄດ້ກາຍເປັນເຈົ້າບ້ານຄອງເມືອງຢ່າງແທ້ຈິງ.ໃຕ້ລະບອບເກົ່າຊົນເຜົ່າສ່ວນຫນ້ອຍຈຳນວນຫນຶ່ງຍັງຢູ່ໃນໄລຍະທ້າຍສັງຄົມດຶກດຳບັນ ລະບອບຂ້ອຍຂ້າຫລືລະບອບຂ້າທາດກະສິກອນສັກດີນາ,ແຕ່ຢູ່ໃນຫລາຍສິບປີອັນສັ້ນໆຫລັງການປົດປ່ອຍ,ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ພວກເຂົາເຈົ້າກໍ່ໄດ້ກ້າວກະໂດດຂ້າມຜ່ານປະຫວັດສາດຫລາຍຮ້ອຍປີຈົນກະທັ້ງຫລາຍພັນປີແລ້ວເຂົ້າສູ່ສັງຄົມສະໄຫມໃຫມ່.
ລະບອບເຂດຊົນເຜົ່າປົກຄອງຕົນເອງແມ່ນນະໂຍບາຍພື້ນຖານລາຍຫນຶ່ງທັງແມ່ນລະບອບການເມືອງສຳຄັນລາຍຫນຶ່ງທ່ີລັດຖະບານຈີນປະຕິບັດຕາມສະພາບຕົວຈິງຂອງຈີນ.ເດືອນພຶດສະພາປີ 1947, ຈີນໄດ້ຕັ້ງເຂດມົງໂກໃນປົກຄອງຕົນເອງ ເຊິ່ງເປັນເຂດເຜົ່າສ່ວນຫນ້ອຍປົກຄອງຕົນເອງຂັ້ນແຂວງແຫ່ງທຳອິດໃຕ້ການນຳພາຂອງພັກກອມມູນິດຈີນ. ພາຍຫລັງສ້າງຕັ້ງປະເທດຈີນໃຫມ່ແລ້ວ,ກໍ່ໄດ້ຕັ້ງເຂດຊີນຈ່ຽງເຜົ່າໄວອູເອີປົກຄອງຕົນເອງ ເຂດກວາງຊີເຜົ່າຈວ້າງປົກຄອງຕົນເອງ ເຂດນິງເຊຍເຜົ່າຫຸຍປົກຄອງຕົນເອງແລະເຂດຕີເບດປົກຄອງຕົນເອງຕາມໆກັນ, ນັບມາຮອດທ້າຍປີ 1998, ຢູ່ທ້ອງຖິ່ນເຜ່ົາສ່ວນຫນ້ອຍ 155 ແຫ່ງຈີນລ້ວນແຕ່ໄດ້ຕັ້ງອົງການປົກຄອງຕົນເອງ, ໃນ 55 ເຜ່ົາສ່ວນຫນ້ອຍທົ່ວປະເທດ,ມີ 44 ຊົນເຜົ່າໄດ້ສ້າງອົງການປົກຄອງຕົນເອງແລ້ວ.
ເຂດເຜົ່າສ່ວນຫນ້ອຍຂອງຈີນມີເນື້ອທ່ີກວ້າງໃຫຍ່ໄພສານ, ແລະມີຊັບພະຍາກອນອຸດົມສົມບູນ.ນັບມາຮອດທ້າຍປີ 1997,ເນື້ອທີ່ທີ່ປະຕິບັດລະບອບເຂດຊົນເຜົ່າປົກຄອງຕົນເອງນັ້ນກວ້າງ 6 ລ້ານ 1 ແສນ 6 ຫມື່ນ 2 ພັນ 9 ຮ້ອຍກິໂລແມັດມົນທົນ,ກວມເນື້ອທ່ີທັງຫມົດຂອງທົ່ວປະເທດ 64,2%; 5 ເຂດລ້ຽງສັດທຳມະຊາດທີ່ມີຊື່ສຽງຂອງຈີນລ້ວນແຕ່ຢູ່ເຂດຊົນເຜົ່າສ່ວນຫນ້ອຍ;ເນື້ອທີ່ປ່າໄມ້ຂອງເຂດຊົນເຜົ່າກວ້າງ 56 ລ້ານ 4 ແສນ 8 ຫມື່ນເຮັກຕາ, ກວມທົ່ວປະເທດ 43,9%;ປະລິມານປ່າໄມ້ມີ 5 ຕື້ 249 ລ້ານແມັດກ້ອນ, ກວມທົ່ວປະເທດ 55,9%;ພະລັງງານນ້ຳ 446 ລ້ານກິໂລວັດ,ກວມ 65,9%.ນອກນີ້ ຍັງມີຊັບພະຍາກອນບໍ່ແຮ່ ຊັບພະຍາກອນສັດແລະພືດຊັບພະຍາກອນທ່ອງທ່ຽວອັນອຸດົມສົມບູນ.
ພາຍຫລັງສ້າງຕັ້ງປະເທດຈີນໃຫມ່ແລ້ວ, ພັກແລະລັດຖະບານຈີນຍຶດຫມັ້ນປະຕິບັດນະໂຍບາຍພາສາຂອງບັນດາຂອງຊົນເຜົ່າສະເຫມີພາບກັນ, ການນຳໃຊ້ແລະພັດທະນາພາສາແລະໂຕຫນັງສືຊົນເຜົ່າໄດ້ຮັບການເຄົາລົບເທົ່າທ່ີຄວນແລະໃຕ້ການຄຸ້ມກັນຂອງກົດຫມາຍ. ໃນຊຸມປີ 50 ສັດຕະວັດແລ້ວນີ້ ລັດໄດ້ຈັດຕັ້ງວິຊາການສຳຫລວດສະພາບພາສາແລະຫນັງສືຊົນເຜົ່າສ່ວນຫນອ້ຍຢ່າງຮອບດ້ານ, ໄດ້ສ້າງຕັ້ງອົງການເຮັດວຽກແລະອົງການຄົ້ນຄວ້າພາສາແລະໂຕຫນັງສືຊົນເຜົ່າໂດຍຈຳເພາະ, ບຳລຸງສ້າງພະນັກງານດ້ານພາສາແລະຫນັງສືຊົນເຜົ່າສ່ວນຫນ້ອຍ,ຊ່ອຍເຫລືອຊົນເຜົ່າທ່ີມີພາສາແຕ່ບໍ່ມີໂຕຫນັງສື ຫລືມີຫນັງສືບໍ່ຄົບຖ້ວນນັ້ນສ້າງແລະປະຕິຮູບໂຕຫນັງສື, ຊຸກຍູ້ພາສາແລະໂຕຫນັງສືຊົນເຜົ່າໄດ້ຮັບການນຳໃຊ້ໃນບັນດາຂົງເຂດ.ຫນັງສືຊົນເຜົ່າຕົ້ນຕໍໄດ້ຮັບໃຊ້ໃນການສຶກສາດ້ວຍສອງພາສາ ການລົບລ້າງຄວາມກືກຫນັງສືຂອງຜູ່ໃຫຍ່ ການພິມຈຳຫນ່າຍຫນັງສື ພິມປື້ມຫນັງສືເປັນຕົ້ນ.
|