ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-11 15:40:14    
ລະ​ບອບ​ການ​ປົກ​ຄອງ​ຕົນ​ເອງ​ຂອງ​ເຂດ​ຊົນ​ເຜົ່າ​ຈີນ​ແມ່ນ​ຫຍັງ?

cri Author: huachunmei
ການ​ປົກ​ຄອງ​ຕົນ​ເອງ​ຂອງ​ເຂດ​ຊົນ​ເຜົ່າ​ແມ່ນ​ນະ​ໂຍ​ບາຍ​ພື້ນ​ຖານ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ແກ້​ໄຂ​ບັນ​ຫາ​ຊົນ​ເຜົ່າ​ພາຍ​ໃນ​ປະ​ເທດ, ​ແມ່ນ​ລະ​ບອບ​ການ​ເມືອງ​ພື້ນ​ຖານ​​ລາຍ​ໜຶ່ງ​ຂອງ​ຈີນ. ​ການ​ປົກ​ຄອງ​ຕົ​ນ​ເອງ​ຂອງ​ເຂດ​ຊົນ​ເຜົ່າ​ແມ່ນ​ຢູ່​ໃຕ້​ການ​ນຳ​ພາ​ເປັນ​ເອ​ກະ​ພາບ​ຂອງ​ລັດ, ​ໃນ​ເຂດ​ທີ່​ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ປະ​ຕິ​ບັດ​ການ​ປົກ​ຄອງ​ຕົນ​ເອງ​, ສ້າງ​ຕັ້ງ​ອົງ​ການ​ປົກ​ຄອງ​ຕົນ​ເອງ, ​ປະ​ຕິ​ບັດ​ສິດ​​ປົກ​ຄອງ​ຕົນ​ເອງ. ​ເຂດ​ປົກ​ຄອງ​ຕົນ​ເອງ​​ຂອງ​ບັນ​ດາ​ຊົນ​ເຜົ່າ​ລ້ວນ​ແຕ່​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ທີ່​ຕັດ​ແຍກ​ບໍ່​ໄດ້. ​ບັນ​ດາ​ອົງ​ການ​ປົກ​ຄອງ​ຕົນ​ເອງ​ລ້ວນ​ແຕ່​ແມ່ນ​ອຳ​ນາດ​ການ​ເມືອງ​ແຫ່ງ​ຊາດ​ຂັ້ນ​ທ້ອງ​ຖີ່ນ​ທີ່​ຢູ່​ໃຕ້​ການ​ນຳ​ພາ​ເປັນ​ເອ​ກະ​ພາບ​ຂອງ​ລັດ.

​ເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ຊົນ​ເຜົ່າ​ມີ​ຫຼາຍ​ຮູບ​ການ​ດັ່ງ​ລຸ່ມ​ນີ້: ​ໜຶ່ງ​ແມ່ນ​​ເຂດ​ປົກ​ຄອງ​ຕົນ​ເອງ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ຊົນ​ເຜົ່າ​ດຽວ, ​ຄື, ​ເຂດ​ຕິ​ເບດ​ປົກ​ຄອງ​ຕົນ​ເອງ; ​ສອງ​ແມ່ນ​​ເຂດ​ປົກ​ຄອງ​ຕົນ​ເອງ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ສອງ​ຊົນ​ເຜົ່າ​ຫຼື​ສອງ​ຊົນ​ເຜົ່າ​ຂຶ້ນ​ໄປ, ​ຄື, ​ກີ່ງ​ແຂວງ​ພາກ​ຕາ​ເວັນ​ຕົກ​ແຂວງ​ຫູ​ໜານ​ເຜົ່າ​ຖູ​ເຈຍ​ແລະ​​ເຜົ່າ​ມົ້ງ​ປົກ​ຄອງ​ຕົນ​ເອງ, ​ເມືອງ​ຟາງ​ເຊີງ​ແລະ​ລອງ​ລີນ​ບັນ​ດາ​ຊົນ​ເຜົ່າ​ປົກ​ຄອງ​ຕົນ​ເອງ​​ທີ່​ເຂດ​ກວາງ​ຊີ; ​ສາມ​ແມ່ນ​ສ້າງ​ຕັ້ງ​ກີ່ງ​ແຂວງ​ແລະ​ເມືອງ​ປົກ​ຄອງ​ຕົນ​ເອງ​ຂອງ​ຊົນ​ເຜົ່າ​ອື່ນ​ໃນ​ເຂດ​ປົກ​ຄອງ​ຕົນ​ເອງ, ​ແລະ​ສ້າງ​ຕັ້ງ​ ເມືອງ​ປົກ​ຄອງ​ຕົນ​ເອງ​ຂອງ​ຊົນ​ເຜົ່າ​ອື່ນ​​ໃນ​ກີ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ, ​ເຊັ່ນ, ຢູ່​ເຂດ​​ຊິນ​ຈຽງ​ເຜົ່າ​ວິ​​ອູ​ເອີ​ປົກ​ຄອງ​ຕົນ​ເອງ ​ຍັງ​ມີ 6 ​ກີ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ ຄື, ​ກີ່ງ​ແຂວງ​ອີ​ຫຼີ​​ເຜົ່າ​ກາ​ຊັກ​ປົກ​ຄອງ​ຕົນ​ເອງ​ເປັນ​ຕົ້ນ, ​ໃນ​ກີ່ງ​ແຂວງ​ອີ​ຫຼີ​ເຜົ່າ​ກາ​ຊັກ​ປົກ​ຄອງ​ຕົນ​ເອງ​ຍັງ​ມີ​ເມືອງ​ຊາ​ບຸ​ຊາ​ເອີ​ເຜົ່າ​ຊີ​ໂປ​ປົກ​ຄອງ​ຕົນ​ເອງ; ​ສີ່​ແມ່ນ​ຊົນ​ເຜົ່າ​ດຽວ​ນອກ​ຈາກ​ດຳ​ເນີນ​ການ​ປົກ​ຄອງ​ຕົນ​ເອງ​ຢູ່​ເຂດ​ບໍ​ລິ​ຫານ​ໜຶ່ງ​ແລ້ວ, ​ຍັງ​ສາ​ມາດ​ດຳ​ເນີນ​ການ​ປົກ​ຄອງ​ຕົນ​ເອງ​​ໃນູ​ເຂດ​ອື່ນ​ໆ,​ ຄື, ​ຊົນ​ເຜົ່າ​ມົງ​ໂກນ​ນອກ​ຈາກ​ປະ​ຕິ​ບັດ​ການ​ປົກ​ຄອງ​ຕົນ​ເອງ​ຢູ່​ເຂດ​ມົງ​ໂກ​ໃນ​ປົກ​ຄອງ​ຕົນ​ເອງ​ແລ້ວ,​ ຍັງ​ມີ​ 3 ​ກີ່ງ​ແຂວງ​ເຜົ່າ​ມົງ​ໂກນ​ປົກ​ຄອງ​ຕົນ​ເອງ​ແລະ 7 ​ເມືອງ​​ເຜົ່າ​ມົງ​ໂກນ​ປົກ​ຄອງ​ຕົນ​ເອງ​ຢູ່​ເຂດ​ຊີນ​ຈຽງ ​ແຂວງ​ຊີງ​ໄຮ ​ແຂວງ​ລຽວ​ນີງ ​ແຂວງ​​ເຮີຍ​ລອງ​ຈຽງ ​ແຂວງ​ຈີ​ລີນ​ແລະ​ແຂວງ​ການ​ຊູ​ເປັນ​ຕົ້ນ.

​ເຂດ​ຊົນ​ເຜົ່າ​ປົກ​ຄອງ​ຕົນ​ເອງ​ຈີນ​ແບ່ງ​ເປັນ​ສາມ​ຂັ້ນ: ​ໜຶ່ງ​ແມ່ນ​ເຂດ​ປົກ​ຄອງ​ຕົນ​ເອງ ​ເຊິ່ງ​ມີ​ຖາ​ນະ​ບໍ​ລິ​ຫານ​ທໍ່​ກັບ​ແຂວງ; ​ສອງ​ແມ່ນ​ກີ່ງ​ແຂວງ​​ປົກ​ຄອງ​ຕົນ​ເອງ; ​ສາມ​ແມ່ນ​ເມືອງ​ປົກ​ຄອງ​ຕົນ​ເອງ. ຈະ​ສ້າງ​ຕັ້ງ​ເຂດ​ປົກ​ຄອງ​ຕົນ​ເອງ​ຫຼື​ບໍ່​ຕ້ອງ​ຄຳ​ນຶງ​ເຖິງ​ປັດ​ໃຈ​ຕ່າງ​ໆ, ​ເຊັ່ນ, ປະ​ຊາ​ກອນ​ຊົນ​ເຜົ່າ ສະ​ພາບ​ເສດ​ຖະ​ກິດ ການ​ພົວ​ພັນ​ລະ​ຫວ່າງ​ຊົນ​ເຜົ່າ ການ​ເປັນ​ມາ​ທາງ​ປະ​ຫວັດ​ສາດ​ແລະ​ເຂດ​ບໍ​ລິ​ຫານ​ເປັນ​ຕົ້ນ. ​ປັດ​ຈຸ​ບັນ,​ ຢູ່​ຈີນ​ມີ​ເຂດ​ມົງ​ໂກ​ໃນ​ປົກ​ຄອງ​ຕົນ​ເອງ ​ ເຂດ​​ຊິນ​ຈຽງ​ເຜົ່າ​ວິ​ອູ​ເອິ​ປົກ​ຄອງ​ຕົນ​ເອງ ​ເຂດ​ກວາງ​ຊີ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ ​ເຂດ​ໜີງ​ເຊ້ຍ​ເຜົ່າ​ຮຸ່ຍ​ປົກ​ຄອງ​ຕົນ​ເອງ​ແລະ​ເຂດ​ຕິ​ເບດ​ປົກ​ຄອງ​ຕົນ​ເອງ​. ນອກ​ນີ້, ​ຢູ່​ເຂດ​ຊົນ​ເຜົ່າ​ຕ່າງ​ໆ, ​ເຊັ່ນ, ​ແຂວງ​ຊີງ​ໄຮ ​ແຂວງ​ຢຸນ​ນານ ​ແຂວງ​ກຸ້ຍ​​ໂຈວ ​ແຂວງ​ເຊ​ສວນ​ແລະ​ເຂດ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ເປັນ​ຕົ້ນ​ຍັງ​ມີ​ 31​ ກີ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ແລະ 119 ​ເມືອງ​ປົກ​ຄອງ​ຕົນ​ເອງ.