ຕາມຂ່າວ CRI:ວັນທີ 7 ເມສາ ທ່ານອານນານ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວປາໄສໃນກອງປະຊຸມສິດທິມະນຸດສະຫະປະຊາຊາດສະໄຫມທີ 61 ທີ່ຈັດຂຶ້ນຢູ່ເຊີແນວ,ທ່ານສະເຫນີໃຫ້ທຳການປະຕິຮູບຕໍ່ລະບອບສິດທິມະນຸດຂອງອົງການສະຫະປະຊາຊາດ.ຕໍ່ຄວາມຈຳເປັນຂອງການປະຕິຮູບລະບອບສິດທິມະນຸດຂອງອົງການສະຫະປະຊາຊາດບໍ່ແມ່ນຢູ່ພາຍໃນຄະນະກຳມາທິການສິດທິມະນຸດສະຫະປະຊາຊາດຫລືວ່າທົ່ວປະຊາຄົມໂລກລ້ວນແຕ່ມີຄວາມຮັບຮູ້ຄືກັນໂດຍພື້ນຖານ,ແຕ່ໃນບັນຫາຈະປະຕິຮູບແນວໃດນັ້ນພັດມີການຖົກຖຽງກັນແຮງ.
ທ່ານອານນານເຫັນວ່າ, ຫນຶ່ງ, 7 ອົງການສົນທິສັນຍາກ່ຽວກັບບັນຫາສິດທິມະນຸດຕ້ອງຫລຸດຈຳນວນຄົນລົງໃຫ້ກະທັດຮັດແລະເພີ່ມທະວີສະມັດ ຖະພາບ, ເຮັດໃຫ້ມັນສາມາດຫມູນເດີນຖານເປັນລະບົບທີ່ແຂງແຮງທັງເປັນເອກະພາບກັນ.ສອງ,ເສີມບົດບາດຂອງອົງການຂ້າຫລວງໃຫຍ່ຊັ້ນສູງວຽກງານສິດທິມະນຸດ,ແລະເພີ່ມຄ່າໃຊ້ຈ່າຍ, ໃຫ້ອົງການນີ້ສາມາດເຕືອນໄພໃນເວລາບ່ອນໃດບ່ອນຫນຶ່ງໃນໂລກມີວີແວວທີ່ຈະເກີດການປັ່ນປ່ວນຍ້ອນສິດທິມະນຸດຖືກລ່ວງລ້ຳ.ສາມ, ຈັດຕັ້ງສະພາມົນຕີສິດທິມະນຸດທີ່ມີຂະຫນາດອ່າວນ້ອຍເຂົ້າແທນຄະນະກຳມາທິການສິດທິມະນຸດໃນປະຈຸບັນ,ສະພາມົນຕີນີ້ເທົ່າທຽມກັບສະພາຄວາມຫມັ້ນຄົງ,ຮຽກໂຮມກອງປະຊຸມໄດ້ທຸກເວລາໃນຖານເປັນອົງການຈັດຕັ້ງຖາວອນ, ບໍ່ຄືດຽວນີ້ແຕ່ລະປີຈັດກອງປະຊຸມໄດ້ແຕ່ 6 ອາທິດ;ສະມາຊິກຄະນະມົນຕີຈະເລືອກຕັ້ງຂຶ້ນໂດຍຕ້ອງມີສະມາຊິກ 2/3 ໃນກອງປະຊຸມໃຫຍ່ສະຫະປະຊາຊາດເຫັນດີນຳ,ສ່ວນປະເທດທີ່ໄດ້ຮັບເລືອກຕັ້ງນັ້ນຕ້ອງມີການບັນທຶກໄວ້ໃຈໄດ້ທີ່ໃຫ້ຄຳຫມັ້ນສັນຍາເຄົາລົບມາດ ຖານສູງສຸດຂອງສິດທິມະນຸດ;ຫນ້າທີ່ຕົ້ນຕໍຂອງສະພາມົນຕີສິດທິມະນຸດແມ່ນປະເມີນສະພາບປະຕິບັດພັນທະດ້ານສິດທິມະນຸດຂອງປະເທດທັງຫມົດ.
ປະຈຸບັນ ການຖົກຖຽງກັນຂອງບັນດາປະເທດໄດ້ໂຮມສູນຢູ່ໃນຂໍ້ທີສາມແລະຂໍ້ທີສອງທີ່ກ່າວມາຂ້າງເທິງນີ້.ກ່ຽວກັບບັນຫາສ້າງຕັ້ງສະພາມົນຕີສິດທິມະນຸດເຂົ້າແທນຄະນະກຳມາທິການສິດທິມະນຸດນັ້ນ.ປະເທດພວມພັດທະ ນາບໍ່ເຫັນດີນຳເຈດຈຳນົງຂອງປະເທດພັດທະນາຈຳນວນທີ່ສະເຫນີວ່າ:ຕໍ່ໄປພາຍຫນ້າ ມີແຕ່ປະເທດທີ່ຖືກຖືວ່າເຮັດໄດ້ດີໃນດ້ານສິດທິມະນຸດຈິ່ງເຂົ້າ ຮ່ວມສະພາມົນຕີສິດທິມະນຸດໄດ້,ເຫັນວ່າ,ໃນເມື່ອສິດທິມະນຸດມີລັກສະນະທົ່ວໄປ, ກໍ່ບໍ່ຄວນໃຫ້ປະເທດໃດມາກຳນົດວ່າປະເທດໃດເຂົ້າໄດ້ປະເທດໃດເຂົ້າບໍ່ໄດ້,ອີກດ້ານຫນຶ່ງ, ຈົນຮອດປະຈຸບັນ ບັນດາປະເທດກໍ່ຍັງບໍ່ມີມາດຖານນອກຕົວກ່ຽວກັບການປະຕິບັດສິດທິມະນຸດໄດ້ດີຫລືບໍ່ດີ, ວິທີບັນລຸສິດທິມະ ນຸດຂອງູບັນດາປະເທດກໍ່ບໍ່ມີເບົ້າແບບເປັນເອກະພາບກັນ. ນອກນີ້, ການໃຫ້ສະພາມົນຕີຂະຫນາດນ້ອຍປະເມີນສະພາບສິດທິມະນຸດຂອງປະເທດທັງຫມົດໃນແຕ່ລະປີ,ມັນຈະເປັນແນວໃດຄຶດເບິ່ງກໍ່ຮູ້ໂລດ,ດີບໍ່ດີຍັງອາດຈະປະ ກົດມີສານສິດທິມະນຸດທີ່ຖືກປະເທດສ່ວນຫນ້ອຍຄວບຄຸມປະກົດອອກມາ ຍິ່ງຂີ້ຮ້າຍກວ່າສະພາບປະຈຸບັນຊ້ຳ.
ບັນຫາທີ່ມີການໂຕ້ຖຽງກັນອີກບັນຫາຫນຶ່ງກ່ຽວພັນເຖິງພາລະບົດບາດທີ່ຂອງຂ້າຫລວງຊັ້ນສູງວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດ.ປະເທດສ່ວນຫນຶ່ງມີເຈດຈຳນົງໃຫ້ຂ້າຫລວງຊັ້ນສູງກ່ຽວກັບວຽກງານສິດທິມະນຸດຂຽນບົດລາຍງານສະພາບສິດທິມະນຸດທົ່ວໂລກທຸກ, ເພື່ອປະເມີນສະພາບສິດທິມະນຸດຂອງແຕ່ລະປະເທດຢ່າງນອກຕົວ. ຫລາຍປະເທດພວມພັດທະນາກໍ່ຖືມີທ່າທີຄັດຄ້ານຕໍ່ຄວາມເຫັນ, ເພາະວ່າມັນກ່ຽວພັນເຖິງບັນຫາຕ່າງໆນາໆຄື ແຫລ່ງຂໍ້ມູນເອກະສານທີ່ເອົາມາຂຽນໃນບົດລາຍງານແລະຄວາມເຊື່ອໄດ້ເປັນຕົ້ນ.ພວກເຂົາເຈົ້າເຫັນວ່າ, ອົງການສະຫະປະຊາຊາດໄດ້ມີການກຳນົດຢ່າງຄັກແນ່ກ່ຽວກັບຕໍ່ການມອບຫມາຍໃຫ້ອົງການຂ້າຫລວງຊັ້ນສູງວຽກງານສິດທິມະນຸດແລະຂ້າຫລວງຊັ້ນສູງກ່ຽວກັບສິດທິມະ ນຸດ,ໃນເວລາປະຊາຄົມໂລກຫາລືການປະຕິຮູບລະບອບສິດທິມະນຸດນັນ, ບໍ່ຄວນດັດແກ້ເອົາເອງ.
ຕາມການເຫັນໂດຍທົ່ວໄປວ່າ, ຂໍ້ສະເຫນີຂອງທ່ານອານນານກ່ຽວກັບການປະຕິຮູບລະບອບສິດທິມະນຸດອົງການສະຫະປະຊາຊາດຄວນແມ່ນການຄາດງຄິດດ້ານຫລັກການ, ໄດ້ອຳນວຍພື້ນຖານໃຫ້ແກ່ບັນດາຝ່າຍລົງເລິກຫາລືກັນ. ມີແຕ່ສົ່ງເສີມປະຊາທິປະໄຕ, ຟັງຄວາມປາຖະຫນາແລະບັນຫາທີ່ເອົາໃຈໃສ່ຂອງບັນດາຝ່າຍ, ຮັບເອົາແຜນການປະຕິຮູບທີ່ໄດ້ຫາລືກັນຢ່າງເຕັມສ່ວນແລ້ວຕົກລົງກັນໃນທີ່ສຸດ, ຈິ່ງມີຜົນດີຕໍ່ການເພີ່ມທະວີອິດທິ ພົນແລະລັກສະນະບັງເກີດຜົນຂອງໂຄງປະກອບສິດທິມະນຸດຂອງອົງການສະ ຫະປະຊາຊາດ,ຈິ່ງຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈແລະສະຫນັບສະຫນູນຈາກປະເທດສະມາຊິກທັງຫມົດໄດ້.
|