ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-11 18:11:20    
ຈີນ​ຝຣັ່ງຫາລື​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ທີ່ມີ​ວັດຖຸ​ປະສົງ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິດ​ຊັບ​ສິນ​ທາງ​ປັນຍາ​ລະຫວ່າງ​ຈີນ​ກັບ​ຝຣັ່ງນັ້ນ​ໄດ້​ໄຂ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 11 ​ເມສາ,​ເຈົ້າໜ້າ​ທີ່,ຜູ້​ຊ່ຽວຊານ​ແລະ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ 150 ກວ່າ​ຄົນ​ຂອງ​ຈີນ​ແລະ​ຝຣັ່ງຈະ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ສອງ​ຝ່າຍ​ເອົາ​ໃຈ​ໃສ່​ນຳ​ກັນ​ໃນ​ຂົງ​ເຂດ​ສິດ​ຊັບ​ສິນ​ທາງ​ປັນຍາ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ ທ່ານ​ວັງ​ຈິງ​ຊວນ ຫົວໜ້າ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຝຣັ່ງມີ​ບົດຮຽນ​ອັນ​ອຸດົມສົມບູນ​ໃນ​ດ້ານ​ບໍລິການ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ,ຊຸກ​ຍູ້​ໃຫ້​ວິ​ສາ​ຫະກິດ​ປະດິດ​ສ້າງ​ເຕັກນິກ​ໃໝ່​ແລະ​ຫັນ​ເປັນ​ອຸດສາຫະກຳ,​ໃຫ້​ສາທາລະນະ​ຊົນ​ມີ​ສະຕິໂຄລົບ​ແລະ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາສູງ​ຂຶ້ນ,​ເພີ່ມ​ທະວີ​​ການ​ປະຕິບັດ​ກົດໝາຍປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ດ້ານ​ອື່ນໆ. ຈີນ​ຝຣັ່ງພ້ອມ​ກັນຫາ​ລື​ບັນຫາ​ນຳ​ໃຊ້​ລະບອບ​ສິດ​ຊັບ​ສິນ​ທາງ​ປັນຍາ​ມາ​ຊຸກ​ຍູ້​ການ​ຂະຫຍາຍຕົວ​ຂອງ​ວິ​ສາ​ຫະກິດ​ນັ້ນ​ແມ່ນ​ມີ​ປະ​ໂຫຍດທີ່​ສຸດ.