ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-12 09:43:45    
ປັດຈຸບັນ ພະນັກງານ​ຂອງ​ສະ​ຖານ​ທູດ​ປາ​ກີ​ສະ​ຖານ​ທີ່​ຖືກ​ອົງ​ການ​ປະ​ກອບ​ອາ​ວຸດ​ອີ​ຣັກ​ລັກ​ພາ​ຕົວ​ນັ້ນ​ປອດ​ໄພ​ຢູ່

cri Author: li
ຕາມ​ຂ່າວ CRI: ວັນ​ທີ 11 ​ເມສາ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກີ​ສະຖານ​ເວົ້າວ່າ,ອົງການ​ປະກອບ​ອາວຸດ​ຂອງ​ອີຣັກລັກ​ພາ​ຕົວ​ທ່ານ​ຈາ​ເວັດ ພະນັກງານ​ຂອງ​ສະຖານທູດ​ປາ​ກີ​ສະຖານ​ປະຈຳ​ອີຣັກ​ໃນ​ຫວ່າງ​ມໍ່​ໆ​ນີ້​ແມ່ນ​ໝາຍ​ຈະ​ໄດ້​ຮັບ​ຄ່າ​ໄຖ່​ຕົວ,ປັດຈຸບັນ ຕົວ​ປະກັນ​​ປອດ​ໄພ​ຢູ່.

ຕາມ​ຊາບ​ວ່າ,ວັນ​ທີ 11 ​ເມສາ ທ່ານ​ອາ​ຊິ​ສ ນາຍົກລັດ​ຖະມົນຕີ​ປາ​ກີ​ສະຖານ​ໄດ້ນັ່ງ​ເປັນ​ປະທານ​​ກອງ​ປະຊຸມ​ວິສາມັນ​ກ່ຽວ​ກັບ​ບັນຫາ​ຕົວ​ປະກັນ,ກອງ​ປະຊຸມ​ຕົກລົງ​ແຕ່ງ​ທູດ​ພິ​ເສດ​ໄປ​ຕິດ​ຕໍ່​ກັບ​ລັດຖະບານ​ອີຣັກຢູ່​ອີ​ຣັກ​ເພື່ອ​ແກ້​ໄຂ​​ເຫດການ​ຕົວ​ປະກັນ.

ນອກ​ນີ້ ​ວັນ​ທີ 11 ​ເມສາ ໂຄສົກ​ສະຖານທູດອາ​ເມ​ລິ​ກາ​ປະຈຳ​ອີຣັກ​ຢືນຢັນ​ວ່າ,ພໍ່ຄ້າ​ຮັບ​ເໝົາ​ຂອງ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ທີ່​ຮັບຜິດຊອບ​ກິດຈະການ​ສ້າງສາ​ອີຣັກ​ຄືນ​ໃໝ່​ໄດ້​ຖືກ​ລັກ​ພາ​ຕົວ​ໃນ​ມື້ນັ້ນ,ປັດຈຸບັນ ບໍ່​ຮູ້​ຜູ້ກ່ຽວຢູ່​ໃສ.

​ແຕ່​ຕົ້ນປີ​ກາຍ​ເປັນຕົ້ນມາ ​ໄດ້​ມີ​ພົນລະ​ເມືອງ​ຕ່າງປະ​ເທດ 200 ກວ່າ​ຄົນ​ຖືກ​ລັກ​ພາ​ຕົວ​ຢູ່​ໃນ​ແດນ​ອີຣັກ.