ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-12 10:21:33    
ປາ​ເລັສຕີນ​ຕິ​ຕຽນ​ອິສ​ຣາ​ແອນ​ທຳ​ລາຍ​ສະ​ຖາ​ນະ​ການ​ສະ​ຫງົບ​ປາ​ເລັສ​ຕີນ​ອິສ​ຣາ​ແອນ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 11 ​ເມສາ ຫ້ອງການ​ຂອງ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້​ອອກ​ຖະ​ແຫຼງການ,ຕິຕຽນ​ນະ​ໂຍບາຍ​ຂອງ​ອິສຣາ​ແອນ​ໃນ​ປັດຈຸບັນ​ເຊິ່ງ​​ເປັນ​ການ​ຂົ່ມ​ຂູ່​ສະຖານະ​ການ​ປາ​ເລັສຕີນ​ອິສຣາ​ແອນ​ສືບ​ຕໍ່​ຮັກສາ​ຄວາມ​ສະຫງົບ.

ຖະ​ແຫຼງການ​ຂຽນ​ວ່າ,ປັດຈຸບັນ,ລັດຖະບານ​ອິສຣາ​ແອນ​ບໍ່​ມີ​ຄວາມ​ຈິງ​ໃຈ​ປະສານ​ງານ​ກັບ​ຝ່າຍ​ປາ​ເລັສຕີນ,​ແລະ​ເຈຕະນາ​ໜ່ວງ​ໜ່ຽວ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ກັບ​ຝ່າຍ​ປາ​ເລັສຕີນ.

ນອກ​ນີ້ ຂ່າວ​ແຈ້ງວ່າ,ວັນ​ທີ 11 ​ເມສາ ຢູ່​ທີ່​ວໍ​ຊິງ​ຕັນ,​ໃນ​ເວລາທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ເຈລະຈາ​ກັບ​ທ່ານ​ຊາ​ລອນ ນາຍົກ​ລັດຖະມົນຕີ​ອິສຣາ​ແອນ​ທີ່​ໄປ​ຢາມ​ນັ້ນ ທ່ານ​ບຸສກ່າວ​ເນັ້ນວ່າ,ອິສຣາ​ແອນ​ຄວນ​ໂຄລົບ​ແຜນການ"​ແຜນ​ທີ່​ເສັ້ນທາງ"ສັນຕິພາບ​ຕາ​ເວັນ​ອອກ​ກາງ,ຢ່າ​ຂະຫຍາຍ​ສ້າງ​ຈຸດ​ຕັ້ງຖິ່ນ​ຖານ​ຂອງ​ຊາວ​ຢິວຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ. ທ່ານ​ຊາ​ລອນ​ພັດ​ກ່າວ​ວ່າ,ປະຖົມ​ປັດ​ໄຈ​ທີ່​ຝ່າຍ​ອິສຣາ​ແອນ​ປະຕິບັດ​ແຜນການ​ດັ່ງກ່າວ​ແມ່ນ​ຝ່າຍ​ປາ​ເລັສຕີນ​ໃຊ້​ມາດ​ຕະການ​ສະກັດ​ກັ້ນບໍ່​ໃຫ້​ຜູ້​ປະກອບ​ອາວຸດ​ປາ​ເລັສຕີນ​ຫຼອນ​ໂຈມ​ຕີ​ເປົ້າໝາຍ​ອິສຣາ​ແອນ. ພ້ອມ​ກັນນັ້ນ ທ່ານ​ຊາ​ລອນ​ກ່າວ​ເນັ້ນວ່າ,ຈຸດ​ຕັ້ງຖິ່ນ​ຖານ​ຈຳນວນ​ໜຶ່ງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ອິສຣາ​ແອນ.

ວັນ​ທີ 11 ​ເມສາ ທ່ານ​ເອ​ເລ​ຄັດ ຫົວໜ້າ​ຜູ້​ແທນ​ເຈລະຈາ​ຂອງ​ປາ​ເລັສຕີນ​ໄດ້​ອອກ​ຖະ​ແຫຼງການ,​ເຕືອນ​ໃຫ້​ອິສຣາ​ແອນຕອບ​ສະໜອງ​ທ່າ​ທີ​ຂອງ​ທ່ານ​ບຸສ,​ເຊົາ​ຂະຫຍາຍ​ສ້າງ​ຈຸດ​ຕັ້ງຖິ່ນ​ຖານ.