ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-12 21:18:38    
ຈີນ​ຍິງ​ສົ່ງ​ດາວ​ທຽມ​ສື່​ສານ​ອາຊີ​ປາ​ຊີ​ຟິກ​ເລກ​6​ຢ່າງ​ສຳ​ເລັດ​ຜົນ

cri Author: q
ຕາມ​ຂ່າວCRI,​ເວລາ20​ໂມງຂອງ​ວັນ​ທີ12​ເມສາ,ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຊີ່​ຊາງ​ພາກ​ຕາ​ເວັນ​ຕົກ​,ຈີນ​​ໄດ້​ຍິງ​ສົ່ງ​ດາວ​ທຽມ​ສື່​ສານ​ໜ່ວຍ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ.ດາວ​ທຽມ​ສື່ສານ​ໜ່ວຍ​ນີ້​ຊື່​ວ່າ​ອາ​ຊີ​ປາ​ຊີ​ຟິກ​ເລກ6​ແມ່ນ​ດາວ​ທຽມ​ການ​ຄ້າ​ໜ່ວຍ​ທຳ​ອິດ​ທີ່​ຈີນ​ຍິງສົ່ງ​ແຕ່​ປີ​1999​ມາ​ນີ້.

ເຈົ້າ​ຂອງດາວ​ທຽມ​ໜ່ວຍ​ນີ້​​ແມ່ນບໍລິສັດ​ດາວ​ທຽມ​ສື່​ສານ​ອາຊີ​ປາຊີ​ຟິກຮົງ​ກົງ​ຈຳ​ກັດ,ຂອບ​ເຂດ​ບໍ​ລິ​ການ​ແມ່ນ​ຈີນ,​ອາ​ຊີ​ອາ​ຄະ​ເນ,ທະວີບ​ໂອ​ຊຽນອາ​ນີ​​ແລະ​​​ຮາວາຍ​ອີ​ອາ​ເມ​ລິ​ກາ.

ດາວ​ທຽມ​ໜ່ວຍ​ນີ້​ແມ່ນ​ຖືກ​ຍິງ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ດ້ວຍລູກ​ສອນ​ໄຟ​ຍານ​ສົ່ງ​ລະ​ບົບ​ສາງ​ເຈິ່ງ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອົາ​​ເອງ,ນີ້​ກໍ​ແມ່ນ​ລູກ​ສອນ​ໄຟ​ຍານ​ສົ່ງ​ລະ​ບົບ​ສາງ​ເຈິ່ງ​ຍິ່ງ​ສົ່ງ​ຢ່າງ​ສຳ​ເລັດ​ຜົນ​ເປັນ​ເທື່ອ​ທີ42​ແຕ່​ເດືອນ​ຕຸລາ​ປີ1996​ມາ​ນີ້.