ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-12 22:20:11    
[ບຸນຊິງມິງ]

cri

ວັນ​ທີ 4 ​ເມສາທີ່​ຫາ​ກໍ​ຜ່ານ​ໄປ​ແມ່ນ​ມື້ບຸນ​ຊິນ​ມິງ​ ວັນ​ປັດກວາດ​ສຸສານ​ບູຊາ​ຜູ່ທີ່​ລ່ວງ​ລັບ​ໄປ​ແລ້ວ ​ເປັນ​ປະ​ເພນີ​ຢ່າ​ງຫນຶ່ງຂອງ​ຈີນ

ບຸນ​ຊິງ​ມິ​ງ​ແມ່ນ​ມື້​ບູຊາ​ແລະ​ປັດ​ກວາດ​ສຸ​ສານຂອງ​ບັນພະ​ບູລຸດ,​ເຜົ່າ​ຮ້ານ​ແລະ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຈຳນວນ​ຫນຶ່ງ​ສ່ວນ​ຫຼາຍ​ແມ່ນ​ປັດກວາດ​ສຸສານ​ໃນ​ບຸນ​ຊິງ​ມິງ


 ຊິງມິ​ງ​ແມ່ນ​ຫນຶ່ງ​ໃນ 24 ​ເທດສະການ​ຂອງຈີນ  ຍ້ອນ​ວ່າ 24 ​ເທດສະການ​ຂອງ​ຈີນ​ໄດ້​ສ່ອງ​ແສງ​​ການ​ປ່ຽນ​​ແປງ​ໃນ​ດ້ານ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ເຊັ່ນ ອຸນຫະ​ພູມ​ແລະ​ຝົນຕົກ​ໃນ 4 ລະດູ​​ແຕ່ລະປີ​ຢ່າງ​ພາວະ​ວິ​ໃສ​,ສະ​ນັ້ນ ປະຊາຊົນ​ແຮງ​ງານ​ສະ​ໄຫມ​ບູຮານ​ຂອງ​ຈີນ​ຈຶ່ງອີງ​ຕາມ 24​ເທດສະການ​ຈັດ​ວາງ​ການ​ປູກຝັງກະສິກຳ ​ແຕ່​ວ່າ ບຸນ​ຊິງນ​ມິ​ງ​ກໍ​ມີ​ບ່ອນ​ຕ່າງ​ກັບ​ເທດສະການ​ດິນ​ຟ້າ​ອາກາດ​ລ້ວນໆ,ບຸນຊິງ​ມິ​ງ​ມີ​ການ​ເຄື່ອນ​ໄຫວ​ທີ່​ເປັນຮີດຄອງ​ປະ​ເພນີ​​ແລະ​ມີຄວາມ​ຫມາຍ​ລະ​ລຶກ​ບາງຢ່າງ​
 ຕາມ​ຮີດຄອງ​ເກົ່າ ​ໃນ​ເວລາ​ໄປ​ປັດກວາດ​ສຸສານນັ້ນ ຄົນ​ທັງຫຼາຍຈະ​ຕ້ອງ​ເອົາ​ເຫຼົ້າ ອາຫານ ຫມາກ​ໄມ້ແລະ​​​ເງິນເຈ້ຍ​ສຳລັບ​ຈູດ​ໃຫ້​ຄົນ​ຕາຍ​ໄປ​ວາງ​ໄວ້​​ຕໍ່ຢູ່​ຫນ້າ​ຂຸມ​ສົບ​ຂອງ​ພີ່​ນ້ອງ,​ແລ້ວ​ໄຕ້​ທຽນ​ຈຸດ​ທູບ​ເຜົາ​ເງິນ​ເຈ້ຍ  ​​ຂຸດ​ດິນ​ໃຫມ່​ມາ​ຄູນ​ໃສ່​ຂຸມສົບ  ຫັກ​ເອົາ​ງ່າ​ໄມ້​ອ່ອນໆ​ມາສ​ຽບ​ໃສ່​ເຖິງ​ຂຸມ​ສົບ, ຂາບ​ໄຫວ້​​​ບູຊາ,​ແລ້ວໆ​ກໍ​ພາກັນ​ກິນ​ເຫຼົ້າ​ແລະ​ອາຫານ​ທີ່​ເອົາ​ໄປ​ໄຫວ້​ແລ້ວ ຈຶ່ງ​​ເມືອ​ບ້ານ. ບຸນຊິງມິ​ງ ກໍ​ເອີ້ນ​ວ່າ​ມື້​ບູນ​ໄປ​ທ່ຽວ​ໃນ​ລະດູບານ​ໃຫມ່,ຕາມ​ປະຕິທິນ​ສຸລິລະ​ຍະ​ຄະຕິ,ມື້​ບຸນນີ້​ແມ່ນ​ຢູ່ລະຫວ່າງ​ວັນ​ທີ 4 ​ຮອດ​ວັນ​ທີ 6 ​ເມສາ​ທຸກ​ປີ,ຍາມ​ນີ້ພໍດີ​ແມ່ນ​ລະດູ​ການ​ບານ​ໃຫມ່ທີ່​ອາກາດ​ອົບ​ອຸ່ນແລະ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ອອກ​ຫນໍ່​ຈໍ​ໃບຂຽວ​ອຸ່ນທຸ່ມ,ພໍດີ​ແມ່ນ​ຍາມ​ໄປ​ທ່ຽວ​ ,ສະນັ້ນ ຄົນ​ບູຮານມີ​ຮີດຄອງໄປ​ທ່ຽວນອກ​ເມືອງ​ໃນ​ລະດູບານ​ໃຫມ່​ແລະຫຼິ້ນ​ກິລາ​ຕ່າງໆ,ຈົນ​ຮອດ​ປັດຈຸບັນ ຮີດຄອງ​​ບູຊາ​ບັນພະ​ບູລຸດ ​ໄວ້ອາ​ໄລຍາດຕິພີ່ນ້ອງ​ທີ່​ເຖິງ​ແກ່​ກຳ​ໄປ​ແລ້ວ ​ໃນ​ບຸນ​ຊິງ​ມິ​ງກໍຍັງ​​​ເປັນ​ທີ່​ນິຍົມ​ກັນ​ຢູ່
 ຮີດຄອງ​ປະ​ເພນີ​ໃນ​ມື້ບຸນ​ຊິງ​ມິ​ງ​ມີ​ເນື້ອ​ໃນອຸ​ດົມ​ສົມ​ບຸນ​,ນອກຈາກ​ບໍ່​ດັງ​ໄຟ​ຄົວກິນ ​ໄປ​ປັດ​ກວາດສຸສານ  ​ປະ​ເພນີ​ໄປ​ທ່ຽວ​ໃນ​ລະດູບານ​ໃຫມ່ ​ຫຼິ້ນໂອນ​ຊາ ຫຼິ້ນ​ບານ​​ແລະປູກ​​ຕົ້ນ​ໄຄ້​ສ້ອຍ,ຕາມ​​ເວົ້າກັນ​ວ່າ ນີ້​ແມ່ນ​ຍ້ອນ​ວ່າ​ໃນ​ມື້ບຸນ​ຊິງ​ມິ​ງ​ຕ້ອງ​ກິນ​ອາຫານ​ເຢັນ ຫ້າມ​ດັງ​ໄຟ​ຄົວກິນ ຢ້ານ​ກິນອາຫານ​ເຢັນຈະ​ເຮັດ​ໃຫ້​ບໍ່​ສະບາຍ ສະ​ນັ້ນ ຄົນ​ທັງຫຼາຍ​ຈຶ່ງ​ພາກັນ​ຫັດກາຍ​ຫຼິ້ນ​ກິລາ​ ​ ສະນັ້ນ ບຸນ​ຊິງ​ມິ​ງຈຶ່ງ​​ເປັນ​ມື້ບຸນ​ທີ່​ມີ​ຈຸດ​ພິ​ເສດ ຄື​ມີ​ທັງ​ຄວາມ​​ໂສກ​​ເສົ້າ​ສະຫຼົດ​ໃຈ​​ໃນ​ເວລາ​ປັດກວາດ​ສຸສານ  ​ທັງ​ມີ​ການໄປ​ທ່ຽວຢ່າງ​ມ່ວນ​ຊື່ນ


 ການ​ໄປ​ທ່ຽວ​ໃນ​ລະດູບານ​ໃຫມ່:  ​ໃນ​ສະ​ໄຫມ​ບູຮານ​ຂອງ​ຈີນເອີ້ນວ່າ​​ໄປ​ຊອກ​ຫາລະດູບານ​ໃຫມ່,​ ເດືອນ​ມີນາ  ​ລະດູບານ​ໃຫມ່​ກັບ​ຕ່າວ​ປັດ​ຕະພີ ທຳ​ມະ​ຊາດ​ແຫ່ງ​ຕ່າງໆ​ເຕັມ​ໄປ​ດ້ວຍ​ຄວາມຊີວິດ​ຊີ​ວາຟົດຟ​ຟຶ້ນ,ຕາມພື້ນ​ເມືອງ​ຈີນ​​ໄດ້ຮັກສາ​ຮີດຄອງ​ພາກັນໄປ​ທ່ຽວ​ໃນ​ຍາມ​ບຸນຊິງມິ​ງ​ຕະຫຼອດ​ມາ
  ກ່ອນ​ແລະ​ຫຼັງ​ບຸນຊິງ​ມິ​ງ,​ ລະດູບານ​ໃຫມ່​ວຽນມາ​ເຖິງ  ​ແສງຕາ​ເວັນ​ອົບ​ອູ່​ນ ສາຍ​ຝົນ​ປິວ​ເປື້ອງ ປູກ​​ຕົ້ນໄມ້​​​ໃນ​ຍາມ​ນີ້​ສ່ວນ​ຫຼາຍ​ບໍ່​ຕາຍ ສະນັ້ນ ຕັ້ງແຕ່​ບູຮານ​ນະ​ການ​ມາ​ນີ້ ຈີນ​ຈຶ່ງ​ມັກປູກ​ຕົ້ນ​ໄມ້​ໃນ​ຍາມ​ນີ້,ບາງ​ຄົນ​ເອີ້ນມື້ບຸນ​ຊິງມິ​ງ​​ເປັນວ່າ ບຸນ​ປູກ​ຕົ້ນ​ໄມ້.ຮີດຄອງ​ນີ້​ສືບ​ທອດ​ກັນ​ຈົນ​ຮອດ​ປັດຈຸບັນ​ຕະຫຼອດ​ມາ,​ເມື່ອ​ປີ 1979  ຄະນະ​ປະຈຳ​ສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກຳນົດ​ເອົາ ວັນ​ທີ 12 ມີນາ​ແຕ່ລະປີ​​ເປັນມື້ບຸນ​ປູກ​ຕົ້ນ​ໄມ້​ຂອງ​ຈີນ,ທັງ​ນີ້​ມີ​ຄວາມ​ຫມາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປຸກລະດົມ​​ໃຫ້ປະຊາຊົນ​ບັນດາ​ເຜົ່​ໃນ​ທົ່ວ​ປະ​ເທດ​ປູກ​ຕົ້ນ​ໄມ້າ​ສ້າງ​ປ່າ​ໃຫ້​ຂຽວງາມປະດັບ​ປະ​ເທດ​ຊາດ​ບ້ານ​ເມືອງ​ໃຫ້​ຂຽວງາມ.


ປ່ອຍ​ວ່າວກໍ​ແມ່ນ​ການ​ເຄື່ອນ​ໄຫວຫນຶ່ງທີ່​ຄົນ​ທັງຫຼາຍ​ນິຍົມ​​ທີ່​ສຸດ​ໃນ​ຍາມບຸນ​ຊິງມິ​ງ,​ເມື່ອ​ຮອດ​​ບຸນຊິງ​ມິ​ງ,ຄົນ​ທັງຫຼາຍ​ບໍ່ພຽງ​ແຕ່​ປ່ອຍ​ວ່າວ​ໃນຍາມ​ກາງ​ເວັນ​ກາງຄືນ​ກໍ​ປ່ອຍ​ວ່າວ​ທີ່​ປ່ອຍ​ໃນ​ຍາມ​ກາງຄືນ​ຈະ​ເຮັດ​ໂຄມ​ນ້ອຍ​ສີ​ຕ່າງໆ​ເປັນ​ພວງ​ເມື່ອ​ປ່ອຍ​ຂຶ້ນ​ເທິງ​ທ້ອງຟ້າ​ແລ້ວ ​ເບິ່ງ​ໄກໆ​ເຫມື​ອນດັ່ງດວງ​ດາວທີ່​ທີ່​ເຫຼື້ອມ​ມາບໆ ​ເອິ້ນກັນວ່າ​ໂຄມທິບ,​​ແຕ່​ກ່ອນ ມີ​ບາງ​ຄົນ​ເມື່ອ​ປ່ອຍ​ວ່າວຂຶ້ນ​ສູ່​ທ້ອງສີຟ້າ​ແລ້ວ ກໍ​ຕັດ​ເຊືອກ​ໃຫ້​ມັນ​ລອຍ​ໄປ​ຕາມ​ສາຍ​ລົມ ລອຍ​ໄປ​ສຸດ​ຂອບ​ຟ້າ,​​ ຕາມ​​ເວົ້າກັນ​ວ່າ ​ເຮັດ​​ແບບ​ນີ້​ຈະ​ໄດ້​ຫາຍ​ເຄາະ​ຫາຍ​ເຂັນ ຫາຍ​ພະຍາດ​ບາດ​ເຍົາ​ແລະ​ນຳ​ເອົາ​ໂຊກ​ມາ