ສຸພາສິດ "ກຽມຢ່າງເຕັມສ່ວນແລ້ວຈິ່ງຄ່ອຍເຮັດ" ນີ້ແມ່ນກົນອຸບາຍ "ນ້ຳເຜິ້ງໂອບຢາພິດ" ກົນ ທີ 10 ໃນ 36"ກົນ"ຂອງວິທະຍາຍຸດບູຮານຈີນທີ່ມີຊື່ສສຽງ. ຄວາມໝາຍເດີມມີດັ່ງນີ້: ໃນຂະນະທີ່ຊອກວິທີຕົວະໃຫ້ຝ່າຍສັດຕູເຊື່ອວ່າຝ່າຍເຮົາມີໄມຕີຈິດກັບເຂົານັ້ນ, ວາງແຜນຍຸດໂທບາຍຫຼອນໂຈມຕີເຂົາຢູ່ເບື້ອງຫຼັງ. ຕ້ອງທຳການກະກຽມຢ່າງເຕັມສ່ວນແລ້ວຈຶ່ງດຳເນີນການເຄື່ອນໄຫວ, ຢ່າໃຫ້ຝ່າຍສັດຕູຮູ້ເມື່ອແລ້ວພາໃຫ້ສະຖານະການມີການປ່ຽນແປງ.
ໃນສະໄໝສາມກົ໊ກຂອງຈີນ, ໝານຊົງ ແມ່ທັບເມືອງເວີ້ຍໄດ້ນຳພາກອງທັບໄປໂຈມຕີເມືອງອູ, ເມື່ອເຄື່ອນທັບໄປຮອດບ່ອນໜຶ່ງຊື່ວ່າຈິ່ງຫູກໍ່ສັ່ງໃຫ້ຕັ້ງຄ້າຍພັກແຮມຢູ່ກັບບ່ອນ. ໃນຄາວນັ້ນມີລົມພັດແຮງ, ໝານຜາງຄາດວ່າກອງທະຫານເມືອງອູທີ່ຢູ່ຝັ່ງກົງກັນຂ້າມຕ້ອງມາປຸ້ນຄ້າຍເຜົາຜານໃນຍາມກາງຄືນຢ່າງແນ່ນອນ, ເລີຍສັ່ງໃຫ້ກອງທະຫານບໍ່ປົດອານມ້າ ທະຫານກໍ່ບໍ່ຖອດເສື້ອເກາະ, ຮັກສາຢູ່ໃນທ່າກຽມສູ້ລົບຕະຫຼອດຄືນ. ເມື່ອຮອດຍາມເດິກດື່ນທ່ຽງຄືນ, ກອງທະຫານເມືອງອູມາຫຼອນໂຈມຕີແທ້, ໝານຊົງອອກຄຳສັ່ງໃນທັນທີ, ທົ່ວກອງທັບອອກໂຈມຕີຢ່າງວ່ອງໄວ, ຜາບແພ້ກອງທະຫານເມືອງອູຢ່າງໃຫຍ່. ການສູ້ລົບບັ້ນນີ້, ຖ້າບໍ່ແມ່ນ ໝານຊົງມີການກະກຽມຢ່າງເຕັມສ່ວນໄວ້ກ່ອນ, ຢ້ານວ່າກອງທະຫານເມືອງເວິ້ຍຈະຕ້ອງຖືກເຜົາຕາຍໝົດ.
ກ່ອນຈູ່ຢວນຈ່າງ ເຈົ້າຊີວິດອົງທຳອິດຂອງລາຊະວົງໝິງຍາດເອົາອຳນາດການປົກຄອງທົ່ວປະເທດຢ່າງເປີດເຜີຍນັ້ນ,ກະສັດໄດ້ປະຕິບັດ ຍຸດທະສາດທີ່ວ່າ "ກໍ່ກຳແພງໃຫ້ສູງ ສະສົມສະບຽງອາຫານໃຫ້ຫຼາຍ ບໍ່ຟ້າວຂຶ້ນເປັນເຈົ້າຊີວິດ" ກໍ່ໄດ້ສະແດງເຖິງທິດທາງຍຸດທະສາດທີ່ມີແນວຄິດວ່າ "ກະກຽມຢ່າງເຕັມສ່ວນກ່ອນ ແລ້ວຈຶ່ງດຳເນີນການເຄື່ອນໄຫວ".
ທ້າຍສະໄໝລາຊະວົງຢວນ, ມີກອງທັບລຸກຮືຂຶ້ນຂອງຊາວນາຫຼາຍກອງ, ກອງໃດກໍ່ມີກຳລັງ ແຂງແຮງພໍສົມຄວນ, ໃນນັ້ນກໍລວມທັງກອງທະຫານທີ່ນຳພາໂດຍຈູ່ຢວນຈ່າງ. ຄຽງຄູ່ກັບກຳລັງພົນຂອງຕົນຂະຫຍາຍຕົວເປັນກ້າວໆ, ຈູ່ຢວນຈ່າງຈິ່ງໄດ້ມີຄວາມຄິດຢາກປາບອິດທິກຳລັງທຸກຝ່າຍ ແລະໂຮມເອົາບ້ານເມືອງເຂົ້າເປັນເອກະພາບກັນ.
ໃນໝູ່ລູກນ້ອງຂອງຈູ່ຢວນຈ່າງມີຜູ້ອອກຫົວຄິດຜູ້ໜຶ່ງຊື່ວ່າຈູ່ເຊິ່ງ, ເຂົາໄດ້ສະເໜີຕໍ່ຈູ່ຢວນຈ່າງວ່າ, ໃນສະພາບທີ່ບັນດາຝ່າຍຍັງແຂງແຮງຫຼາຍນັ້ນ, ຢ່າຟ້າວເຂົ້າຮ່ວມການຕໍ່ສູ້ກັບຝ່າຍຕ່າງໆ, ຫາກຄວນຊອກໂອກາດຍຶດເອົາເມືອງຈີຊິ້ງ ຄືນະຄອນໜານກິ່ງແຂວງຈຽງຊູໃນປັດຈຸບັນ ໄວ້ເປັນຖານທີ່ໝັ້ນ, ປະຕິບັດທິດທາງຍຸດທະສາດ "ກໍ່ກຳແພງໃຫ້ສູງ ສະສົມສະບຽງອາຫານໃຫ້ຫຼາຍ ບໍ່ຟ້າວຂຶ້ນເປັນເຈົ້າຊີວິດ".
ທິດທາງຍຸດທະສາດດັ່ງກ່າວສາມາດປິດບັງເຈດຕະນາຍຸດທະສາດຂອງຈູ່ຢວນຈ່າງໄວ້ຢ່າງໄດ້ຜົນ ທັງສາມາດວາງຕາບັນດາອິດທິກຳລັງ, ແລະຍັງເຮັດໃຫ້ຈູ່ຢວນຈ່າງມີເວລາພຽງພໍແລະມີບ່ອນທຳການກະກຽມຢ່າງຕັ້ງໜ້າໂດຍສັດຕູບໍ່ຮູ້ເມື່ອ.
ຈູ່ຢວນຈ່າງໄດ້ຮັບເຫັນດີນຳຂໍ້ສະເໜີ ຂອງຈູ່ເຊິ່ງ, ເມື່ອປີ 1355 ໄດ້ຍຶດເອົາເມືອງຈີຊິ້ງ, ຈາກນັ້ນໄດ້ໃຊ້ເວລາເກືອບ 5 ປີທຳການກະກຽມຢ່າງລະອຽດຮອບຄອບ, ກຳລັງພົນຂອງຈູ່ຢວນຈ່າງໄດ້ເຕີບໃຫຍ່ຂຶ້ນຢ່າງວ່ອງໄວ. ເລີ່ມແຕ່ປີ 1360, ຈູ່ຢວນຈ່າງໄດ້ປາບຫຼືກວມເອົາອິດທິກຳລັງທຸກຝ່າຍຕໍ່ເນື່ອງກັນ, ໃນທີ່ສຸດໄດ້ຍົກທັບບຸກເຂົ້ານະຄອນຕ້າຕູ່ ລາຊະທານີລາຊະວົງຢວນ ຄືປັກກິ່ງ ໃນປະຈຸບັນ, ເມື່ອໄດ້ສູ້ລົບຕົບຕີກັນຢ່າງດຸເດືອດເປັນເວລາຫຼາຍປີແລ້ວ, ໃນທີ່ສຸດໄດ້ດັບສູນກຳລັງຫຼວງຂອງລາຊະວົງຢວນ, ບີບບັງຄັບໃຫ້ເຈົ້າຊີວິດຢວນຊຸ້ນພ້ອມກຳລັງເສດເຫຼືອຂອງເຂົາຕ້ອງປົບໜີໄປທົ່ງຫຍ້າມົງໂກໃນ. ເມື່ອປີ 1368, ຈູ່ຢວນຈ່າງໄດ້ຮັບໄຊຊະນະໃນສົງຄາມໂຮມ ຈີນເຂົ້າເປັນເອກະພາບກັນ.
|