ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-13 21:29:45    
ການ​ປິ່ນປົວ​ໂດຍ​ທາງ​ໄກ​ຫ່າງ​ຈາກ​ພວກ​ເຮົາ​ຍັງ​ໄກ​ປານ​ໃດ

cri

ຄົນ​ເຈັບ​ຍ້ອນ​ສາຍ​ເຫ​ດຕ່າງໆ​ເຊັ່ນ​ຄົມ​ມະ​ນາ​ຄົມ,​ເສດຖະກິດ​,ພູມິ​ພາກ​ປະ​ເທດ​ແລະ​ຊົນ​ເຜົ່າ​ເປັນຕົ້ນບໍ່​ສາມາດ​ຮັບ​ການກວດ​ແລະ​ປິ່ນປົວ​ຈາກ​ທ່ານຫມໍ​ແລະ​ຜູ່​ຊ່ຽວຊານ​ໂດຍ​ກົງ​ຢູ່​ໂຮງຫມໍ​ນັ້ນລ້ວນ​ແຕ່​ສາມາດ​ຮັບ​ການກວດ​ແລະ​ປິ່ນປົວ​ຈາກ​ທ່ານຫມໍ​ແລະ​ຜູ່​ຊ່ຽວຊານ​ໃນ​ກໍລະນີ​ທີ່​ຫ່າງ​​ໄກ​ຈາກ​ໂຮງຫມໍ​,​ເຊິ່ງທ່ານຫມໍ​ແລະ​ຜູ່​ຊ່ຽວຊານ​ຈະ​ຜ່ານ​ກາ​ນຊ່ອຍ​ເຫຼືອຈາກ​ເຕັກ​ນິກຂໍ້​ມູນ​ຂ່າວສານ​ຄື​ອິນ​ເທີ​ແນັດ,ຄອມ​ພິວ​ເຕີ​ແລະ​ດາວ​ທຽມ​ໂທລະ​ຄົມ​ໄດ້,ທັງ​ນີ້​ກໍ​ແມ່ນ​ການ​ປິ່ນປົວ​ໂດຍ​ທາງ​ໄກ,ທາດ​ແທ້​ຂອງ​ມັນ​ກໍ​ແມ່ນ​ເອົາ IT ​ແລະ​ເຕັກນິກ​ໂທລະ​ຄົມ​ປະສານ​ກັບ​ແພດສາດ,ສະນັ້ນຈິ່ງ​ໄດ້​ຕັ້ງຊື່​ຕ່າງໆ​ເຊັ່ນ:ການ​ປິ່ນປົວ​ໂດຍ​ທາງ​ອິນ​ເທີ​ເນັດ,ການ​ປິ່ນປົວ IT , ການ​ປິ່ນປົວ​ເຄືອ​ຂ່າຍ,ຄລິ​ນິກອິນ​ເທີ​ແນັດ​ແລະ​ຫ້ອງ​ໃຫ້​ຄຳ​ປຶກສາ​ອິນ​ເທີ​ແນັດ​ເປັນຕົ້ນ.


ທຳ​ມະ​ດາ​ແລ້ວ,ການ​ປິ່ນປົວ​ໂດຍ​ທາງ​ໄກ​ໄດ້​ກ້າວເຂົ້າສູ່​ຊີວິດ​ການ​ເປັນຢູ່​ຂອງ​ຄົນ​ທັງຫຼາຍຢ່າງ​ບໍ່​ຕ້ອງສົງ​ໃສ,ປັດຈຸບັນ.ບົດບາດ​ໃຫຍ່​ກວ່າ​ຫມູ່​ແລະ​ຕົວ​ຈິງ​ກວ່າ​ຫມູ່​ຂອງ​ການ​ປິ່ນປົວ​ໂດຍ​ທາງ​ໄກ​ແມ່ນ​ການກວດ​ພະຍາດ​ໂດຍ​ທາງ​​ໄກ,ການກວດ​ພະຍາດ​ໂດຍ​ທາງ​ໄກ​ໃນ​ປັດຈຸ​ບັນ​ແມ່ນ​ເຂົ້າສູ່​ແບບ​ສະບັບ​ແລະ​ເຮັດ​ໄດ້​ແລ້ວ,ກ່ອນ​ອື່ນ​ແມ່ນ​ໃຫ້​ໂຮງຫມໍ​ໃນ​ທ້ອງ​ຖິ່ນ​ກວດ,​ແລ້ວ​ຈຶ່ງ​ສົ່ງຊີວະ​ປະຫວັດ​ຫຍໍ້​ແລະ​ຜົນ​ການກວດ​ເບື້ອງ​ຕົ້ນ​ໄປ​ຮອດ​ມື​ຂອງ​ຜູ່​ຊ່ຽວຊານ​ຢູ່​ໂຮງຫມໍ​ໃຫຍ່​ໃນ​ຕົວ​ເມືອງ​ໃຫຍ່,ທຳ​ມະ​ດາ​ແລ້ວ​ຈະ​ຕ້ອງ​ມີ​ເອກະສານ​ກວດ​ທັງ​ຫມົດ​ຕິດ​ຫ້ອຍ​ໄປ​ນຳ​ເຊັ່ນ:CT,X ​ເລໃບ​ວິ​ເຄາະ​ທາດ​,​ເມື່ອ​ຜູ່​ຊ່ຽວຊານ​ວິ​ເຄາະ​ລະອຽດ​ແລ້ວ​ຈຶ່ງ​ນັດ​ເວລາ​ກັບ​ຄົນ​ເຈັບ​ກັບ​ທ່ານຫມໍ​ແລະ​ຄອບຄົວ​ຂອງ​ຄົນ​ເຈັບ,​ແລ້ວກວດ​ພະຍາດ​ໂດຍ​ທາງ​ໄກ​ພ້ອມ​ກັນ​.​ເຕັກນິກ IT ​ໃນ​ປັດຈຸບັນ​ສາມາດ​ສະຫນອງ​ຫນ້າ​ຈໍ​ທີ່​ຫຼຽວ​ເບິ່ງ​ໄດ້​ແລະ​ການ​ສົນທະນາ​ກັນ​ໄປພ້ອມ​ໃນ​ເວລາ​ດຽວ​ກັນ.ຜູ່​ຊ່ຽວຊານ​ສາມາດ​ຫຼຽວ​ເຫັນ​ອະລິຍາ​ບົດ​ແລະ​ໃບ​ຫນ້າ​ຂອງ​ຄົນ​ເຈັບ,​ແລະ​ຍັງ​ສາມາດ​ກວດ​ຄົນ​ເຈັບ​ຢູ່​ກັບ​ບ່ອນ,ຫຼືຊີ້​ນຳ​ທ່ານຫມໍ​ຂອງ​ຝ່າຍ​ກົງກັນຂ້າມ​ກວດ​ຮ່າງກາຍ​ຈຳນວນ​ຫນຶ່ງ​ຂອງ​ຄົນ​ເຈັບ.

ແຕ່​ວ່າ,​ເຖິງ​ວ່າ​ເຕັກນິກ IT ​ແລະ​ໂທລະ​ຄົມ​ຜ່ານ​ດາວ​ທຽມ​ໃນ​ຊູ່​ມື້​ນີ້​ສາມາດ​ແກ້​ໄຂ​ບັນຫາ​ຫຼຽວ​ເຫັນ​ແລະ​ສົນ​ທະ​ນາ​ກັນ​ໄດ້​ກໍ​ຕາມ,ບໍ່​ຫນຳ​ຍັງ​ຖ່າຍຮູບ​ເອົາ​ບ່ອນ​ເຈັບ,​ໂດ​ຍຜ່ານ​ກ້ອງຖ່າຍຮູບ​ດີ​ຈີ​ຕອນ​ເຊື່​ອມຕໍ່​ກັບ​ເຄືອ​ຂ່າຍ​ອິນ​ເທີ​ເນັດ​ແຈ້ງ​ຊັດ​ກວ່າ​ຮູບ​ຖ່າຍ​ດັ້ງ​​ເດີມ​ກໍ​ຕາມ,​ແຕ່​ກໍ​ຍັງ​ມີຂໍ້​ບົກ​ພ່ອງ​ທີ່​​ແກ້​ໄຂ​ບໍ່​ໄດ້​ຄື​ທ່ານຫມໍ​​ແລະ​ຜູ່​ຊ່ຽວຊານ​ຈະ​ສົນທະນາ​ກັນ​ແລະ​ກວດ​ຄົນ​ເຈັບ​ແບບ​ເຊິ່ງຫນ້າ​ບໍ່​ໄດ້​ເທື່ອ,​ໃນ​ຫຼາຍປັດ​ໄຈ​ໃຫຍ່ຂອງ​ການກວດ​ພະຍາດ​ຄື​ເບິ່ງ,ດົມ,​ເຄາະ​ແລະ​ຟັງ,​ແມ່ນ​ຂາດ​ປັດ​ໄຈ​ດົມ​ແລະ​ເຄາະ​ເຊິ່ງບໍ່ສາມາດ​ກວດ​ຮ່າງກາຍ​ດ້ານ​ນອກ​ຂອງ​ຄົນ​ເຈັບ​ດ້ວ​ຍວິທີ​ຊູນ​ແລະ​ດົມ​ກິ່ນ​ໂດຍ​ກົງ,ຈະ​ເປັນ​ຜົນ​ກະທົບ​ເຖິງ​ຄວາມ​ແມ່ນ​ຢຳ​ຂອງການກວດ ຍັງ​ມີ​ອີກ​ຄື​ເຖິງ​ວ່າການ​ປິ່ນປົວ​ໂດ​ຍທາງ​ໄກ​ສາມາດ​ແກ້​ໄຂ​ບັນຫາ​ຫຼຽວ​ເບິ່ງ​ໄດ້​ກໍ​ຕາມ,​ແຕ່​ກໍ່​ບໍ່​ສາມາດ​ເປັນ​ຜົນ​ດີ​ຄື​ກັນ​ກັບ​ການກວດ​ພະຍາດ​ແບບ​ເກົ່າ​ທີ່​ທ່ານຫມໍ​ກັບ​ຄົນ​ເຈັບ​ຢູ່​ເຊິ່ງຫນ້າ​ກັນ.​ເພາະວ່າ,ການສະ​ແດງ​ອາລົມ​ສີ​ຫນ້າລະ​ສີສັນ​ຮ່າງກາຍ​ຂອງ​ຄົນ​ເຈັບ​ລ້ວນ​ແຕ່​ແມ່ນປັດ​ໄຈ​ສຳຄັນ​ດ້ານນອກ​ທີ່​ສະ​ແດງ​ອອກ​ເຖິງ​ອາການ​ເຈັບ​ຂອງ​ຜູ່​ກ່ຽວ.


ທຳ​ມະ​ດາ​ແລ້ວ,ມູນ​ເຫດ​ເຫຼົ່ານີ້​ເປັນ​ການ​ຈຳກັດ​ການຂະຫຍາຍຕົວ​ຂອງ​ການ​ປິ່ນປົວ​ໂດຍ​ທາງໄກແລະ​ກໍ​ແມ່ນ​ມູນ​ເຫດ​ສຳຄັນ​ທີ່​ເປັນ​ຫຍັງ​ການ​ປິ່ນປົວ​ໂດຍ​ທາງ​ໄກ​ຈິ່ງ​ມີ​ແຕ່​ໃຊ້​ໃນ​ການ​ຮ່ວມ​ກັນ​ກວດ​ໃນ​ປະຈຸ​ບັນ.

ຄວາມ​ຈິງ​ແລ້ວ,​ເນື້ອ​ໃນ​ທີ່ອ່າວ​ຄຶກຄັກ​ແດ່​ຂອງ​ການ​ປິ່ນປົວ​ໂດຍ​ທາງ​ໄກ​ໃນ​ປະຈຸບັນ​ກໍ​ສ່ອງ​ແສງ​ໃຫ້​ເຫັນ​ເຊັ່ນ​ດຽວ​ກັນ​ໃນ​ການ​ໃຫ້​ຄຳ​ປຶກສາ​ທາງ​ແພດສາດ​ແລະ​ການ​ປິ່ນປົວ​ພະຍາດ​ໃນ​ອິນ​ເທີ​ເນັດ,ມັນ​ໄດ​ສະ​ຫນອງ​ໂອກາດ​ແລະ​ຊ່ອງ​ຫວ່າງ​ແກ່​ຫຼາຍຄົນ​ທີ່​ສະ​ແຫວ​ງຫາ​ວິທີ​ປົວ​ພະຍາດ,ທຳ​ມະ​ດາ​ແລ້ວ,ຖ້າວ່າ​ການ​ປິ່ນປົວ​ໂດຍ​ທາງ​ໄກ​ແມ່ນ​ເອົາ IT ອິນ​ເທີ​ເນັດ​ແລະ​ດາວ​ທຽມ​ໂທ​ລະ​ຄົມ​ປະສານ​ກັບ​ການ​ປິ່ນປົວ​ແລ້ວ,ມັນ​ກໍ່​ບໍ່​ແມ່ນ​ມີ​ແຕ່​ສັບພະ​ຄຸນ​ແລະ​ບົດບາດ​ຈຳນວນ​ຫນຶ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ທໍ່​ນັ້ນ,ຊອຟ​ແວ​ຄອມ​ພິວ​ເຕີ​ແພດສາດ ກໍ​ແມ່ນ​ໂຄງການ​ຮັບ​ໃຊ້​ສາທາລະນະ​ຊົນ​ທີ່​ມີ​ຊ່ອງ​ຫວ່າງ​ແລະ​ບໍລິ​ມາດ​ຢ່າງ​ບໍ່​ມີ​ການ​ຈຳກັດ​ລາຍ​ນຶ່ງ​ເຊິ່ງກໍ​ພວມ​ເກີດ​ມີ​ແລະ​ຈະ​ເກີດ​ມີ​ໂອກາດ​ການ​ຄ້າ​ຢ່າງ​ບໍ່​ມີ​ການ​ຈຳກັດ​ອີກ​ດ້ວຍ,ຕັ້ງ​ແຕ່​ປີ 1991 ພຸ້ນ,ຜູ່​ຄົ້ນຄວ້າ​ຂອງ​ລັດ ວິສຄອນ​ຊິນ​ແຫ່ງ​ອາ​ເມ​ລິ​ກາ​ກໍ​ໄດ້​ຂຽນ​ຊອຟ​ແວ​ກ່ຽວ​ກັບ​ການກວດ​ແລະ​ຢາ​ດີກ​ວ່າ​ຫມູ່​ສຳລັບ​ປົວ​ພະຍາດ​ລອດ​ເລືອດ​ໃນ​ຫມາກ​ຫົວ​ໃຈ,ພວກ​ເຂົາ​ເຈົ້າ​ໄດ້​ແບ່ງ​ປະ​ເພດ​ມູນ​ເຫດ,ຈຸດ​ພິ​ເສດ,ອາການ​ຂອງພະຍາດ,ຄວາມ​ເວົ້າຂອງ​ຄົນ​ເຈັບ,ຈຸດ​ພິ​ເສດ​ຂອງ​ການ​ໃຊ້​ຢາ​ແລະ​ຈາກ​ຕົວຢ່າງ​ຄົນ​ເຈັບ​ຊະນິດ​ຕ່າງໆ​ທີ່​ເລືອກ​ອອກ​ມາ​ຈາກ​ຕົວຢ່າງ​ຄົນ​ເຈັບ​ເປັນຈຳນວນ​ຫຼວງຫຼາຍ,​ແລ້ວ​ຂຽນ​ເປັນ​ຊອຟ​ແວ​ມີ​ແຕ່​ໃຫ້​ຄົນ​ເຈັບ​ບອກ​ອາການ​ເຈັບ​ຕໍ່​ຊອຟ​ແວ​ດັ່ງກ່າວ​ນີ້​ແລ້ວ,ທ່ານຫມໍ​ຄອມ​ພິວ​ເຕີ​ກໍ​ຈະ​ກວດ​ບົ່ງມະຕິ​ແລະ​ຂຽນ​ໃບ​ສັ່ງ​ຢາ​ໃຫ້.ອີງ​ຕາມ​ຫຼັກມູນ​ດັ່ງກ່າວ,ພະຍາດ​ແຕ່ລະ​ຊະນິດ​ກໍ​ລ້ວນ​ແຕ່​ໃຫ້​ທ່ານຫມໍ​ຄອມ​ພິວ​ເຕີ​ກວດ​ເບິ່ງ​ໄດ້,ພ້ອມ​ກັນນັ້ນ,ຍັງ​ສາມາດ​ໃຫ້​ຄົນ​ເຈັບ​ທີ່​ຢູ່​ບ່ອນ​ສອກຫຼີກກວດ​ແລະ​ປິ່ນປົວ​ພະຍາດ​ໄດ້​ຢ່າງ​ທັນ​ການ
ອະນາຄົດ​ກວ້າງ​ກວ່າ​ຫມູ່​ແລະ​ເຮັດ​ໃຫ້​ຄົນ​ຕິດ​ໃຈ​ຫຼາຍກວ່າ​ຫມູ່ຂອງ​ການ​ໃຊ້ IT ,ປະສານ​ກັບ​ແພດສາດ​ນັ້ນ​ແມ່ນ​ໂຮງຫມໍ​ທີ່ອຸປະ​ໂຫຼກຂຶ້ນ​ແລ້ວ,​ໂຄງ​ຄວາມ​ຄຶດ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນຈັດ​ເອົາລະ​ບຽບທັງ​ຫມົດ​ກ່ຽວ​ກັບ​ການ​ຂຶ້ນທະບຽນ,ກວດ​ຢູ່​ພະ​ແນ​ກ ກວດກາ ປິ່ນປົວ ​ເອົາ​ຢາ​ແລະ​ກວດຄືນ​ຂອງ​ຄົນ​ເຈັບ​ເຂົ້າຢູ່​ໃນ​ຄອມ​ພິວ​ເຕີ,​ແລ້ວປະກອບ​ເປັນ​ເຄື​ຍຂ່າຍ​ທີ່​ອຸປະ​ໂຫຼກຂຶ້ນ,ທ່ານຫມໍ​ໃນ​ພະ​ແນ​ກ​ແລະ​ຫ້ອງ​ສັ່ງ​ຢາ​ຕ່າງໆ​ລ້ວນ​ແຕ່​ແມ່ນ​ຄົນ​ອຸ​ປະ​ໂຫຼກຫຼືມະນຸດ​ກົນ ​ແລະ​ສາມາດ​ເຊື່ອມ​ຕໍ່ກັບ​ຄອມ​ພິວ​ເຕີ​ສ່ວນ​ຕົວ​ແລະ​ຄອມ​ພິວ​ເຕີ​ມື​ຖື​ຂອງ​ຜູ່​ໃດ​ຜູ່​ຫນຶ່ງ.


ເວົ້າລວມ​ແລ້ວ,ການ​ປິ່ນປົວ​ທີ່​​ໃຝ່ຝັນ​ໃນ​ອະນາຄົດ​ກໍ​ແມ່ນ​ວ່າ​ຖ້າ​ຜູ່​ໃດ​ມີ​ຄວາມ​ຕ້ອງການ​ປິ່ນປົວ,ບໍ່​ວ່າ​ຢູ່​ບ່ອນ​ໃດ​ໃນ​ຫນ່ວຍ​ໂລກ​ນີ້,ຂໍ​ແຕ່​ວ່າ​ຢູ່​ໃນ​ມື​ຫາກ​ມີ​ຄອມ​ພິວ​ເຕີ​ກໍ​ສາມາດ​ກົດ​ປຸ່ມ​ໄປ​ຫາ​ໂຮງຫມໍ​,ຄຣີນິກ ທ່ານຫມໍ​ສ່ວນຕົວ​ຫຼື​ໂຮງຫມໍ​ທີ່​ອຸປະ​ໂຫຼກຂຶ້ນທຸກ​ແຫ່ງ​ທີ່​ທ່ານ​ຢາກ​ກວດ​ພະຍາດ​ໄດ້.ຖ້າ​ຫາກ​ບໍ່​ຮູ້​ໂຮງຫມໍ​ແລະ​ຄຣິນິກ​ເຫຼົ່ານີ້,ກໍ​ອາດ​ຈະ​ຊອກ​ຫາ​ຕາມ​ອິນ​ເທີ​ເນັດ​ໄດ້​ຢ່າງ​ວ່ອງ​ໄວ,​ໃນ​ທີ່​ສຸດ​ກໍ​ໄດ້​ຮັບ​ແຜນ​ປິ່ນປົວ,​ໃບ​ສັ່ງ​ຢາ​ແລະ​ເຄື່ອງ​ປິ່ນປົວ​ຈາກ​ທ່ານຫມໍ,ຜ່ານ​ຈາກ​ການ​ຈົດ​ບັນຊີ​ໃນ​ອິນ​ເທີ​ເນັດ,ບໍລິສັດ​ຢຸກຢາ​ແລະ​ເຄື່ອງ​ປິ່ນປົວ​ກໍ​ຈະ​ແຕ່ງ​ຄົນ​ສົ່ງ​ຂອງ​ໄປ​ຮອດ​ເຮືອນ,ຖ້າ​ຕ້ອງການ​ພະຍາບານ​ຕົວ​ໂດຍ​ກົງ​ແບບ​ທ່ານຫມໍ,ຍັງ​ສາມາດ​ສັ່ງ​ຊື້​ໄດ້​ໃນ​ອິນ​ເທີ​ເນັດ,ທ່ານຫມໍ​ແລະ​ນາງພະຍາບານ​ກໍ​ຈະ​ມາ​ຮອດ​ເຮືອນ,​ແຕ່ວ່າ,ປະຈຸ​ບັນ,​ໂຮງຫມໍທີ່​ອຸປະ​ໂຫຼກຂຶ້ນ​ແບບ​ນີ້​ກໍ່​ພຽງ​ແຕ່​ເປັນ​ອຸດົມ​ການ​ຊື່ໆ,​ແຕ່​ມັນ​ກໍ​ພວມ​ກ່າວ​ມາ​ຫາ​ພວກ​ເຮົາ​ຄື​ກັນ​ກັບ​ການ​ປິ່ນປົວ​ໂດຍ​ທາງ​ໄກຜ່າຕັດ​ໃຫ້​ຄົນ​ເຈັບ​ແລະ​ຂະຫຍາຍ​ໂຮງຫມໍ​ທີ່​ອຸປະ​ໂຫຼກຂຶ້ນ​ແລ້ວ​ກໍ​ຕາມ,​ແຕ່​ຄົນ​ອາ​ເມ​ລິ​ກາ​ກໍ​ຍັງ​ຄົງ​ຖື​ວ່າ,ການ​ໃຊ້​ອິນ​ເທີ​ເນັດ​ຊອກ​ຫາ​ຂໍ້​ມູນ​ຂ່າວສານ​ການ​ປົວ​ພະຍາດ​ນັ້ນ​ແມ່ນ​ສັບພະ​ຄຸນ​ຫນຶ່ງ​ທີ່​ໃຫຍ່​ກວ່າ​ຫມູ່​ແລະ​ໃຊ້​ຢູ່​ເລື້ອຍໆ​ຂອງ​ບໍລິການ ON LINE ຂອງ​ອິນ​ເທີ​ເນັດ​ໃນ​ປັດຈຸບັນ


ແຕ່ລະ​ປີ​ຢູ່​ອາ​ເມ​ລິ​ກາ​ມີ​ຄົນ​ເຖິງ​ກະສຽນອາຍຸ​ກວ່າ 25 ລ້ານ​ຄົນ​ໄປ​ຊອກ​ຫາ​ຂໍ້​ມູນ​ຂ່າວສານແພດ ສາດ​ໃນ​ອິນ​ເທີ​ເນັດ​ແລ້ວ,​ແວບ​ໄຊ​ຂອງ​ທ່ານຫມໍ​ທີ່​ມີ​ຊື່​ສຽງ​ຫຼາຍຄົນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍຈາກ​ຄົນ​ທັງຫຼາຍ,​ແວບ​ໄຊ​ຂອງ​ທ່ານຫມໍ​ອີ​ແວນ​ທ໌ ຄູ​ໂບ​ແພດ​ພະ​ແນ​ກພາຍ​ນອກ​ກໍ​ແມ່ນ​ແວບ​ໄຊ​ຫນຶ່ງ,ທ່ານ​ເຫັນ​ວ່າ,ຄວາມ​ຮູ້​ທີ່​ຄົນ​ເຈັບ​ໄດ້​ຮັບ​ຈາກ​ອິນ​ເທີ​ເນັດ​ນັ້ນ​ເຮັດ​ໃຫ້​ພະຍາດ​ນັບ​ມື້​ນັບ​ຫຼາຍສາມາດ​ໄດ້​ຮັບ​ການ​ຄວບ​ຄຸມ​ໄວ້​ແລ້ວ​ໄດ້​ປະສານ​ສົມທົບ​ກັບ​ທ່ານ​ຫມໍ​ງ່າຍ​ກວ່າ​​ເກົ່າ.