
ວັນທີ26ມີນາ,ບໍລິສັດຈ້າວເຟິງຢຸນນານພັດທະນາຊັບພະຍາກອນຊີວະຊາດຫຸ້ນສ່ວນຈຳກັດກັບນັກທຸລະກິດໄທໄດ້ເຊັນສັນຍາ ຊື້ຜະລິດຕະພັນກະສິກຳງວດໃຫຍ່ຈາກໄທ,ມູນຄ່າການຄ້າບັນລຸເຖິງ10ລ້ານຢວນ.ທີ່ຈິ່ງແລ້ວ,ນີ້ພຽງແຕ່ແມ່ນການຄ້າລາຍນ້ອຍໆລາຍໜຶ່ງເທົ່ານັ້ນໃນງານວາງສະແດງທັນຍາຫານແລະນ້ຳມັນຂອງໄທທີ່ຈັດຂຶ້ນຢູ່ຄຸນມິງ.

ພິທີເປີດສາກງານວາງສະແດງທັນຍາຫານແລະນ້ຳມັນຂອງໄທ
ການຊື້ຂາຍສິນຄ້າໃນງານວາງສະແດງເທື່ອນີ້ປະກົດມີສະພາບຟົດຟື້ນນັ້ນພາໃຫ້ຝ່າຍໄທເວົ້າເປັນສສຽງດຽວກັນວ່າ:ຢຸນນານກັບໄທມີສິ່ງທີ່ຄ້າຂາຍນຳກັນໄດ້ຢ່າງຫຼວງຫຼາຍ.
ໃນງານວາງສະແດງ ທັນຍາຫານແລະນ້ຳມັນໄທປະກົດມີການຊື້ຂາຍກັນຢ່າງຟົດຟື້ນຈົນ ນັກທຸລະກິດໄທຮູ້ສຶກຕົກສະເງີ້.ໃນມື້ທຳອິດ,ຮ້ານຊຸບເປີມາເກັດຫຼັງໜຶ່ງຂອງນະຄອນນານກິ່ງກໍໄດ້ເຊັນສັນຍາຊື້ເຂົ້າຫອມມະລີນຳໄທ150ໂຕນ.ຫຼັງຈາກນັ້ນ,ວິສາຫະກິດຈຳນວນໜຶ່ງຂອງແຂວງຢຸນນານກັບບໍລິສັດໄທໄດ້ເຊັນຂໍ້ຜູກພັນຫຼາຍສະບັບ ຊື້ ເຂົ້າສານ,ນ້ຳໝາກໄມ້, ໝາກໄມ້ກວນຂອງໄທ.

ພາບໂຄສະນາໃນງານວາງສະແດງ
ຕໍ່ເລື່ອງນີ້,ທ່ານລົງລິນຢຸນ ປະທານຄະນະອຳນວຍການຝ່າຍໄທຂອງສູນການຄ້າຈີນໄທຮູ້ສຶກດີໃຈທີ່ສຸດ,ທ່ານເວົ້າວ່າ,ນີ້ພິສູດໃຫ້ເຫັນວ່າພວກຂ້າພະເຈົ້າບໍ່ໄດ້ເບິ່ງຜິດ,ຢູ່ແຂວງຢຸນນານຈີນທີ່ເປັນບ້ານໃກ້ເຮືອນຄຽງຂອງໄທມີໂອກາດການຄ້າທີ່ດີທີ່ສຸດ.ແຂວງນີ້ຍ່ອມຈະກາຍເປັນປ້ອມຫົວຂົວຂອງເຂດການຄ້າເສລີຈີນ-ອາຊຽນ.

ພາບໂຄສະນາໃນງານວາງສະແດງ
ຕາມໄດ້ຊາບ,ໃນຕົ້ນປີນີ້,ພາຍໃຕ້ການສະໜັບສະໜູນຂອງກົມເຈົ້າທ່າໄທ,ແລະທະນາຄານSMEຂອງໄທ,ທ່ານລົງລິນຢຸນເຄີຍໄປໄທ ຫຼາຍເທື່ອ,ຊັກຊວນອວນເອົານັກທຸລະກິດຜະລິດທັນຍາຫານແລະນ້ຳມັນໄທຍິ່ງຫຼາຍມາເຂົ້າຮ່ວມງານວາງສະແດງຢູ່ຄຸນມິງ.ໃນຄາວນັ້ນ,ເຄີຍມີນັກທຸລະກິດໄທຈຳນວນໜຶ່ງຖາມວ່າ,ເປັນຫຍັງບໍ່ໄປຈັດງານວາງສະແດງຢູ່ຕົວເມືອງໃຫຍ່ຂອງຈີນເຊັ່ນນະຄອນກວາງໂຈ່ວ ແລະນະຄອນຊຽງໄຮ້ເປັນຕົ້ນ.ທ່ານລົງລິນຢຸນອະທິບາຍເທື່ອແລ້ວເທື່ອອີກວ່າ,ແຂວງຢຸນນານແມ່ນແຂວງໜຶ່ງທີ່ມໍ່ກັບໄທທີ່ສຸດ,ແຂວງຢຸນນານມີຄົມມະນາຄົມ ສະດວກ,ແລະຍັງມີຕະຫຼາດອັນມະຫາສານອີກດ້ວຍ.ໃນທີ່ສຸດ,ຄະນະການຄ້າໄທໄດ້ນຳເອົາສິນຄ້າ300ກວ່າຊະນິດມາວາງສະແດງຢູ່ຄຸນມິງ.
1 2 3
|