ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-14 18:12:15    
ພະນັກງານ​ຄົ້ນຄວ້າ​ວິທະ​ຍາ​ສາດ​ຂອງ​ຈີນ​ເອົາ​ຢາ​ໄປ​ຊ່ອຍ​ປ້ອງ​ກັນ​ແລະ​ປົວ​ໄຂ້​ຫວັດ​ສັດ​ປີກ​ຢູ່​ຫວຽດ​ນາມ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ກະຊວງ​ກະສິກຳ​ຫວຽດນາມ,ຫວ່າງ​ມໍ່ໆ​ນີ້ ຜູ້​ຊ່ຽວຊານ​ຈຳນວນ​ໜຶ່ງ​ຂອງ​ສະ​ພາ​ບັນດິດ​ວິທະຍາສາດ​ກະສິກຳ​ຈີນ​ໄດ້​ເອົາ​ຢາ​ໃໝ່​ຊະນິດ​ໜຶ່ງທີ່​ສາມາດ​ປ້ອງ​ກັນ​ແລະ​ປົວ​ພະຍາດ​ໄຂ້​ຫວັດ​ສັດ​ປີກທີ່​ພວກ​ເພີ່ນ​ຄົ້ນຄວ້າ​ຜະລິດ,​ເພື່ອ​ຊ່ອຍ​ປ້ອງ​ກັນ​ແລະ​ປົວ​ພະຍາດ​ດັ່ງກ່າວ​ຢູ່​ຫວຽດນາມ.

ຜູ້​ຊ່ຽວຊານ​ດ້ານ​ຢາ​ແກ້​ພະຍາດ​ສັດ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ກະສິກຳ​ຈີນ​ແນະນຳ​ວ່າ,ຢາ​ພື້ນ​ເມືອງ​ຈີນ​ແບບ​ໃໝ່ຊະນິດ​ນີ້​ສາມາດ​ຂ້າ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໄດ້​ແຮງ​ສົມຄວນ. ປັດຈຸບັນ ພະນັກງານ​ຄົ້ນຄວ້າ​ຂອງ​ຈີນ​ພວມ​ທົດ​ລອງ​ຢາ​ຢ່າງ​ຂະໜາດ​ໃຫຍ່​ຢູ່​ນິຄົມ​ລ້ຽງ​ໄກ່,​ໂຮງງານ​ຫົວ​ອາຫານ​ແລະ​ຫ້ອງ​ທົດ​ລອງ​ຈຳນວນ​ໜຶ່ງ​ຂອງ​ຫວຽດນາມ.